ສ້າງຄູບໍລິຫານການສຶກສາ
ການບໍລິຫານການສຶກສາໝາຍເຖິງການດໍາເນີນງານ ເພື່ອພັດທະນາສະມາຊິກຂອງສັງຄົມໃນທຸກໆດ້ານ ນັບຕັ້ງແຕ່ບຸກຄະລິກ ກະພາບ, ຄວາມຮູ້, ຄວາມສາມາດ, ພຶດຕິກໍາ ແລະ ຄຸນນະທໍາ. ການບໍລິຫານການສຶກສາ ມີຄວາມສໍາຄັນເນື່ອງຈາກເປັນ ການນໍາໃຊ້ຫຼັກການບໍລິຫານທາງດ້ານວິຊາການ ການຮຽນການສອນ, ບຸກຄະລາກອນ, ງົບປະມານ ແລະ ຊັບພະຍາກອນ ທາງການສຶກສາອື່ນໆ ເພ່ືອໃຫ້ມີປະສິດທິພາບສູງສຸດ ແລະ ບັນລຸເປົ້າໝາຍການພັດທະນາຄົົນ ກໍ່ຄືປະເທດຊາດ.
ສາຂານີ້ຮຽນກ່ຽວກັບການບໍລິຫານການສຶກສາເຊັ່ນ: ຫຼັກການ ແລະ ທິດສະດີການບໍລິຫານການສຶກສາ, ນະໂຍບາຍ ແລະ ການວາງແຜນການສຶກສາ; ການຄຸ້ມຄອງການສຶກສາເຊັ່ນ: ການບໍລິຫານບຸກຄະລາກອນ, ການຈັດຕັ້ງການຝຶກອົບຮົມຄູ, ການ ບໍລິຫານກິດຈະການນັກສຶກສາ, ການບໍລິຫານສະຖານທີ່ສຶກສາ ແລະ ສິ່ງແວດລ້ອມ; ການພັດທະນາການສຶກສາເຊັ່ນ: ການວິໄຈເພື່ອພັດທະນາການຮຽນການສອນ; ແລະ ຫຼັກການເປັນຄູ ເຊັ່ນ: ທິດສະດີການສອນ, ການວິເຄາະ ແລະ ການສ້າງຫຼັກສູດ.
ວິທີການສິດສອນແມ່ນຈະໄດ້ຮຽນທິດສະດີເພື່ອເອົາໄປໃຊ້ໃນການປະຕິບັດຕົວຈິງ,ເຊິ່ງໃນນັ້ນ ນັກສຶກສາຈະໄດ້ຝຶກການຂຽນ ແຜນການສອນ, ການລົງສັງເກດການສອນ ແລະ ການບໍລິຫານການສຶກສາ, ການຝຶກການສອນພາຍໃນຫ້ອງຮຽນ, ການສ້າງ ແຜນກິດຈະກໍາປະກອບການສອນ, ການສ້າງແຜນວຽກງານບໍລິຫານໃນຫ້ອງການ. ນອກນັ້ນ ນັກສຶກສາຈະໄດ້ລົງຝຶກງານ ຕາມໂຮງຮຽນມັດທະຍົມສຶກສາພາຍໃນນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງ ແລະ ວິທະຍາໄລຄູແຫ່ງຕ່າງໆ.
ເປັນຄູສອນ; ເປັນຜູ້ບໍລິຫານໃນສະຖາບັນການສຶກສາລະດັບຕ່າງໆທັງພາກລັດ ແລະ ເອກະຊົນ; ເປັນນັກວິຊາການດ້ານ ການພັດທະນາການສຶກສາໃນໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ; ແລະ ຍັງສາມາດເຮັດວຽກກ່ຽວກັບການບໍລິຫານດ້ານອື່ນໆ ເຊັ່ນ: ບໍລິຫານບຸກຄະລາກອນ.
ໝວດພື້ນຖານວິຊາສະເພາະ
- ເຕັກໂນໂລຊີການສຶກສາ
- ການວັດ ແລະ ການປະເມີນຜົນການສຶກສາ
- ການວິໄຈພາກປະຕິບັດ
- ວິທີວິໄຈການສຶກສາ
- ສຶກສາສາດທົ່ວໄປ
- ຈິດຕະວິທະຍາການສຶກສາ
- ຈິດຕະວິທະຍາສັງຄົມ
- ການວິເຄາະຫຼັກສູດ
- ປະສົບການການສຶກສາ
ໝວດວິຊາສະເພາະການບໍລິຫານ
- ຫຼັກການ ແລະ ທິດສະດີການບໍລິຫານການສຶກສາ
- ຄວາມຮູ້ພຶ້ນຖານກ່ຽວກັບການບໍລິຫານການສຶກສາ
- ເສດຖະສາດການສຶກສາ
- ໜ້າທີ່ການບໍລິຫານ ແລະ ການຄຸ້ມຄອງ
- ການສຶກສາປຽບທຽບ
- ທັກສະການສື່ສານການສຶກສາ
- ພາວະຜູ້ນໍາ
- ການບໍລິຫານພຶດຕິກໍາອົງກອນ
- ນະໂຍບາຍ ແລະ ການວາງແຜນການສຶກສາ
- ຄວາມສໍາພັນລະຫວ່າງໂຮງຮຽນກັບຊຸມຊົນ
- ການບໍລິຫານບຸກຄະລາກອນ ແລະ ຊັບພະຍາກອນມະນຸດ
- ການບໍລິຫານອາຄານສະຖານທີ່ ແລະ ສິ່ງແວດລ້ອມ
- ການບໍລິຫານຫ້ອງການ
- ການບໍລິຫານກິດຈະການນັກສຶກສາ
- ການບໍລິຫານການເງິນ
- ການບໍລິຫານຫຼັກສູດ
- ພາວະຜູ້ນໍາທາງວິຊາການ
- ກົດໝາຍ ແລະ ຈັນຍາບັນມືອາຊີບ
- ປະຫວັດການສຶກສາລາວ
- ຄອມພິວເຕີເພື່ອຖານຂໍ້ມູນ ແລະ ການວິໄຈ
- ພາສາອັງກິດສໍາລັບການບໍລິຫານ
- ການນິເທດການສຶກສາ
- ການບໍລິຫານໂຄງການ ແລະ ການປະເມີນການສຶກສາ
- ສໍາມະນາປະເດັນ ແລະ ທິດທາງໃນການບໍລິຫານການສຶກສາ
- ການບໍລິຫານຄຸ້ມຄອງລະບົບຂໍ້ມູນຂ່າວສານການສຶກສາ
- ການວິໄຈເພື່ອພັດທະນາການຮຽນ-ການສອນ
Leave A Comment