ສ້າງຄູຈິດຕະວິທະຍາການສຶກສາ

ຄະນະ​ ສຶກສາສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາ​ຕີ 4 ປີ

ຈິດຕະວິທະຍາການສຶກສາໝາຍເຖິງ ການນຳໃຊ້ທິດສະດີທາງດ້ານຈິດຕະວິທະຍາເຂົ້າໃນການຈັດການ ການຮຽນການສອນ. ສາຂານີ້ມີ​ຄວາມ​ສໍາຄັນ ​ເນື່ອງ​ຈາກ​ມັນເນັ້ນໃສ່ການສຶກສາ ເພື່ອເຂົ້າໃຈຄວາມນຶກຄິດ ແລະ ພຶດຕິກໍາຂອງນັກຮຽນ ​ເຊິ່ງຈະ​ເຮັດ​​ໃຫ້ສາມາດ ຈັດຫຼັກສູດການຮຽນການສອນໄດ້ຢ່າງແທດເໝາະກັບຄວາມຕ້ອງການຂອງນັກຮຽນ ແລະ ຍັງ​ຊ່ວຍແກ້ໄຂບັນຫາ ຂອງ​ນັກຮຽນ ​ທີ່ຈະ​ນໍາ​ໄປ​ສູ່​ການຫຼຸດຜ່ອນບັນຫາທີ່ເກີດຂຶ້ນພາຍໃນໂຮງຮຽນ ກໍ່ຄືບັນຫາສັງຄົມໂດຍລວມໄດ້.

ສາຂານີ້ຮຽນກ່ຽວກັບທິດສະດີຈິດຕະວິທະຍາ ທີ່​ນໍາ​ໃຊ້​ເຂົ້າ​ໃນ​ວຽກງານ​ການ​ສຶກສາ ​ແລ​ະ ສັງຄົມ; ຈິດຕະວິທະຍາພັດທະນາ ການ, ການສັງເກດ ແລະ ວິເຄາະພຶດຕິກໍາຂອງນັກຮຽນ ແລະ ພັດທະນາການຂອງນັກຮຽນໃນແຕ່ລະໄວ; ທິດ​ສະ​ດີ ​ແລະ ​ເຕັກນິກ​ການ​ໃຫ້​ຄໍາ​ປຶກສາ ​ແລະ ​ແນະ​ແນວ​ອາຊີບ; ນັກສຶກສາຍັງຈະໄດ້ຮຽນກ່ຽວກັບສຶກສາສາດ ແລະ ວິທີການແຕ່ງບົດສອນ, ການກຽມ ພ້ອມກ່ອນການເຂົ້າສອນ ແລະ ວິທີ​ການ​ທີ່ເໝາະສົມໃນການສົ່ງຄວາມຮູ້ໃຫ້ນັກຮຽນ.

ວິທີການສິດສອນແມ່ນຈະໄດ້ຮຽນທິດສະດີ ​ແລະ ນຳ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນການ​ປະຕິບັດ​ຕົວ​ຈິງ​ເຊັ່ນ: ການຝຶກແຕ່ງບົດສອນ, ການຝຶກສອນພາຍໃນຫ້ອງຮຽນໂດຍມີອາຈານປະຈຳວິຊາເປັນຜູ້ຊີ້ນໍາ. ຫຼັງຈາກນັ້ນຈະໄດ້ລົງສອນຕົວຈິງ ຫຼືື ຈັດຕັ້ງໂຄງການ ແນະແນວການສຶກສາ ແລະ ອາຊີບ ຕາມໂຮງຮຽນວິຊາຊີບ ຫຼື ວິທະຍາໄລຄູ. ນັກສຶກສາຍັງຈະໄດ້ ຂຽນບົດລາຍງານ ​ໃນ ຫົວຂໍ້ທີ່ອີງ​ຕາມວິຊາຮຽນ, ລົງ​ທັດສະນະສຶກສາເພື່ອເບິ່ງວິທີການສິດສອນ ແລະ ເຝິກ​ງານ​ຢູ່​ຕາມ​ວິທະຍາ​ໄລ​ຄູ.

ຄວາມຮູ້ພື້ນຖານ ທາງດ້ານຊີວະສາດ,​ ສັງຄົມສາດ ແລະ ຄະນິດສາດ; ​ເປັນ​ຄົນ ກ້າ​ສະ​ແດງ​ອອກ  ແລະ ສາມາດປັບ ຕົົວເຂົ້າກັບສັງຄົມໄດ້ດີ; ມັກການເຮັດກິດຈະກໍາທີ່ຕ້ອງ​ໄດ້​ພົບ​ປະ​ຜູ້​ຄົນ; ແລະ ມີຄວາມສົນໃຈ ໃນການສຶກສາກ່ຽວກັບ​ແນວ​ຄິດ ​ແລະ ພຶດຕິ​ກຳ​ຂອງຄົນ ​ແລະ ສົນ​ໃຈ​​ໃນ​ການ​ຊ່ວຍ​ເຫຼືອ ​ແລະ ​ໃຫ້​ຄຳ​ແນະນຳ​ກັບ​ຜູ້​ທີ່​ມີ​ບັນຫາ.​

ມີ​ຄວາມ​ຮູ້​ກ່ຽວກັບ​ຈິດຕະວິທະຍາ ແລະ ຄວາມຮູ້ທາງສຶກສາສາດ. ສາມາດ​​ວິ​ເຄາະ ​ແລະ ຈັດຫຼັກສູດການຮຽນການສອນ ​ແລະ ຫຼັກສູດໃນການພັດທະນາຄູ ທີ່​ເໝາະສົມ; ສາມາດວິເຄາະ ພຶດຕິກໍາຂອງຄູ ແລະ ນັກຮຽນໄດ້; ​ຮູ້​ເຕັກນິກ ​ແລະ ວິທີ​ການ​ໃນ​ການໃຫ້ຄຳປຶກສາກ່ຽວກັບ ສຸຂະພາບຈິດ; ສາມາດ​ແນະນໍາວິທີການປ້ອງກັນບັນຫາກ່ຽວກັບສຸຂະພາບຈິດ; ​ແລະ ຍັງ​ສາມາດແນະແນວການເລືອກອາຊີບ. 

ເປັນຄູສອນ, ​ເປັນວິຊາການ​ດ້ານ​ການສ້າງຫຼັກສູດການຮຽນການສອນ ​ແລະ ພັດທະນາ​ຄູຢູ່ ວິທະຍາໄລຄູ ​ແລະ ຫ້ອງການ ທີ່ກ່ຽວຂ້ອງກັບການສຶກສາເຊັ່ນ: ພະແນກສຶກສາແຂວງ ແລະ ຫ້ອງການສຶກສາເມືອງ ເຊິ່ງມີໜ້າທີ່ໃນການຕິດຕາມ ການສິດ ສອນຂອງຄູໃນແຕ່ລະໂຮງຮຽນ; ເປັນຜູ້ແນະແນວອາຊີບ ​ແລະ ທີ່ປຶກສາດ້ານສຸຂະພາບຈິດ.  

ໝວດພື້ນຖານ​ວິຊາ​ສະ​ເພາະ

  1. ເຕັກໂນໂລຊີການສຶກສາ
  2. ວັດ-ປະເມີນຜົນການສຶກສາ
  3. ການວິໄຈພາກປະຕິບັດ
  4. ວິທີວິໄຈການສຶກສາ
  5. ສຶກສາ​ສາດ​ທົ່ວ​ໄປ
  6. ບໍລິຫານການສຶກສາ
  7. ຈິດຕະວິທະຍາພັດທະນາການ
  8. ວິເຄາະຫຼັກສູດສ້າງຄູ
  9. ປະສົບການວິຊາຊີບຄູໝວດວິຊາສະເພາະ
    1. ຈິດຕະວິທະຍາແນະແນວໂຮງຮຽນ
    2. ການແນະແນວອາຊີບ
    3. ທິດສະດີ ແລະ ເຕັກນິກການໃຫ້ຄໍາປຶກສາ
    4. ຈິດຕະວິທະຍາການໃຫ້ຄໍາປຶກສາ
    5. ພຶດຕິກໍາອົງກອນ
    6. ຈິດຕະວິທະຍາການສຶກສາ
    7. ຈິດຕະວິທະຍາໃນຊີວິດປະຈໍາວັນ
    8. ຈິດຕະວິທະຍາທຸລະ​ກິດ
    9. ບໍລິຫານ​ຊັບພະຍາກອນ​ມະນຸດ
    10. ຈິດຕະວິທະຍາສັງຄົມ
    11. ຈິດຕະວິທະຍາບໍລິຫານບຸກຄົນ
    12. ຈິດຕະວິທະຍາການທົດສອບ
    13. ຈິດຕະວິທະຍາການຈູງໃຈ
    14. ວິທີການສອນຈິດຕະວິທະຍາ
    15. ຈິດຕະວິທະຍາບຸກຄະລິກະພາບ ແລະ ການປັບຕົວ
    16. ຈິດຕະວິທະຍາບໍລິຫານໃນຊັ້ນຮຽນ
    17. ຈິດຕະວິທະຍາຊຸມຊົນ
    18. ຈິດຕະວິທະຍາອຸດສາ​ຫະກໍາ
    19. ຈິດຕະວິທະຍາຄອບຄົວ
    20. ຈິດຕະວິທະຍາການບໍລິການ
    21. ພາວະຜູ້ນໍາ
    22. ບໍລິການຂໍ້ມູນຂ່າວສານທາງຈິດຕະວິທະຍາ
    23. ຈິດຕະວິທະຍາການທ່ອງທ່ຽວ