ໄຟຟ້າ

ວິທະຍາໄລເຕັກນິກສັບພະວິຊາ

ຫຼັກສູດ ຊັ້ນກາງ ລະບົບ 9+3, 12+2 ແລະ ຊັ້ນສູງ ລະບົບ 12+2+1,5 ແລະ 12+3

ພະລັງງານໄຟຟ້າ ແມ່ນພະລັງງານຮູບແບບໜຶ່ງ ທີ່ບໍ່ສາມາດ​ເບິ່ງ​ເຫັນ​ດ້ວຍ​ຕາ​ເປົ່າ, ບໍ່ສາມາດ​ຈັບບາຍ​ໄດ້ ​ແລະ ມີ​ຢູ່​ທຸກ​ແຫ່ງ​ອ້ອມ​ຮອບ​ຕົວ​ເຮົາ. ໄຟຟ້າ ມີຄວາມສຳຄັນຕໍ່ກັບການພັດທະນາເສດຖະກິດ ແລະ ສັງຄົມ ເນື່ອງຈາກສາມາດ​ນໍາ​ໃຊ້ ພະລັງງານ​ໄຟຟ້າ​ເຂົ້າ​ໃນທຸກຂະແໜງການ ບໍ່ວ່າຈະເປັນ ຂະແໜງອຸດສາຫະກຳ, ກະສິກໍາ, ການແພດ, ການສື່ສານ, ໂທລະຄົມມະນາຄົມ; ອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ແລະ ຍັງສ້າງລາຍໄດ້ໃຫ້ແກ່ປະເທດຢ່າງຫຼວງຫຼາຍ.

ສຶກສາ 3 ໝວດຫຼັກ: ໄຟຟ້າທົ່ວໄປ, ໄຟຟ້າສະຖານີ ແລະ ຕາຂ່າຍ; ໄຟຟ້າພະລັງງານນໍ້າ. ໝວດໄຟຟ້າທົ່ວໄປຮຽນກ່ຽວກັບການຜະລິດໄຟຟ້າຈົນເຖິງການຊົມໃຊ້ໄຟຟ້າ. ໄຟຟ້າສະຖານີ ແລະ ຕາຂ່າຍ ຮຽນກ່ຽວກັບໂຄງປະກອບສ້າງ, ຫຼັກການເຮັດວຽກ, ຕິດຕັ້ງ ແລະ ບຳລຸງຮັກສາສ້ອມແປງສະຖານີ ແລະ ຕາຂ່າຍໄຟຟ້າ. ໄຟຟ້າພະລັງງານນ້ຳ ສຶກສາ ຂັ້ນຕອນການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳໂດຍກົງ, ໂຄງ​ປະກອບ​ສ້າງ ​ແລະ ອຸປະກອນ​ຫຼັກຂອງ​ເຂື່ອນ, ການ​ນໍາ​ໃຊ້ ​ແລະ ບໍາລຸງ​ຮັກສາ​ເຂື່ອນ.

ວິທີ​ການ​ສິດສອນ ​ປະກອບດ້ວຍພາກທິດສະດີ ເພື່ອນໍາໃຊ້ເຂົ້າໃນການຝຶກພາກປະຕິບັດ​ຕົວ​ຈິງ, ​ເຊິ່ງນັກສຶກສາຈະໄດ້ຝຶກຕັ້ງແຕ່ຂັ້ນພື້ນຖານເຊັ່ນ: ການຕໍ່ອຸປະກອນໄຟຟ້າ, ການຕິດຕັ້ງໄຟຟ້າ, ການຄວບຄຸມໄຟຟ້າ, ການນຳໃຊ້ ແລະ ສ້ອມແປງເຄື່ອງຈັກ ແລະ ອຸປະກອນໄຟຟ້າ, ເຊິ່ງການຝຶກປະຕິບັດຕົວຈິງແມ່ນຈະດໍາເນີນຢູ່ພາຍໃນສະຖານທີ່ການຮຽນ-ການສອນ. ນອກນີ້ນັກສຶກສາ ຍັງຈະໄດ້ມີການລົງ​ຝຶກງານ ຕາມໜ່ວຍງານທີ່ກ່ຽວຂ້ອງພາຍນອກ ອີກດ້ວຍ. 

ມີຄວາມຮູ້ພື້ນຖານ ທາງດ້ານ ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ; ເປັນຄົນ ມັກ​ການ​ເຮັດ​ວຽກຕົວ​ຈິງ ​ແລະ ຄິດ​ຢ່າງ​ເປັນ​ລະບົບ ​ແລະ ມີຄວາມສົນໃຈ ກ່ຽວກັບໄຟຟ້າ ແລະ ລະບົບການປະຕິບັດງານຂອງໄຟຟ້າ, ຕົ້ນກຳເນີດຂອງພະລັງງານໄຟຟ້າ, ການນຳໃຊ້ພະລັງງານໄຟຟ້າຢ່າງຖືກວິທີ ກໍ່ຄື ໃຫ້ປອດໄພ ແລະ ປະຢັດ. 

ມີຄວາມຮຸ້ໃນການຕິດຕັ້ງ-ກໍ່ສ້າງຕາຂ່າຍໄຟຟ້າ, ຕິດຕັ້ງອຸປະກອນ-ເຄື່ອງຈັກໄຟຟ້າ ແລະ ລະບົບປ້ອງກັນ, ສາມາດບໍລິຫານຄຸ້ມຄອງໄຟຟ້າ ແລະ ນຳໃຊ້ໄຟຟ້າໃຫ້ມີຄວາມປອດໄພ. ສາມາດສໍາຫຼວດ, ອອກແບບການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ, ຄິດໄລ່ອຸປະກອນໃນການກໍ່ສ້າງ ແລະ ຕິດຕັ້ງ, ຄິດໄລ່ຜົນປະໂຫຍດ ແລະ ກໍາລັງງານທີ່ຈະໄດ້ຮັບ ເປັນຕົ້ນ. 

ສາ​ມາດ​ປະກອບອາຊີບເປັນນັກວິຊາການດ້ານໄຟຟ້າໃນບັນດາ​ອົງ​ກອນ ​ແລະ ໜ່ວຍງານ​ການ​ທີ່​ກ່ຽວຂ້ອງ​ ​ເຊັ່ນ: ພະແນກໄຟຟ້າຂັ້ນສູນກາງ ແລະ ທ້ອງຖິ່ນ, ສະຖານີຈ່າຍໄຟຟ້າ ແລະ ຕາຂ່າຍໄຟຟ້າ, ເຂື່ອນໄຟຟ້າພະລັງງານນ້ຳ.​ ນອກ​ຈາກ​ນີ້ ຍັງ​ສາ​ມາດ​​ປະ​ກອບ​ອາ​ຊີບ​ເປັນນາຍ​ຊ່າງຕິດຕັ້ງ​ໄຟ​ຟ້າ​ຕາມໜ່ວຍງານລັດຖະບານ, ເອກະຊົນ ແລະ​ ໂຄງ​ການ​ກໍ່​ສ້າງ​ອື່ນໆ ເປັນຕົ້ນ.

ໝວດວິຊາພື້້ນຖານວິຊາຊີບ

  1. ແຕ້ມແບບ
  2. ຄອມພິວເຕີ
  3. ພື້ນຖານການຊ່າງ
  4. ເຕັກນິກໄຟຟ້າ
  5. ເຕັກນິກຄວາມປອດໄພ
  6. ອາລູມີນຽມ – ແກ້ວ
  7. ຄອມວິສະວະກໍາ
  8. ເຕັກນິກກົນຈັກ
  9. ກົດໝາຍໄຟຟ້າ
  10. ສໍາຫຼວດວັດແທກທົ່ວໄປ
  11. ພາສາອັງກິດດ້ານໄຟຟ້າ
  12. ອີເລັກໂຕນິກ
  13. ພື້ນຖານ PLC
  14. ເຄື່ອງທໍາຄວາມເຢັນ

ໝວດວິຊາສະເພາະ

  1. ຕາຂ່າຍໄຟຟ້າແຮງດັນຕໍ່າ
  2. ຕາຂ່າຍໄຟຟ້າແຮງກາງ
  3. ອຸປະກອນໄຟຟ້າ
  4. ລະບົບປ້ອງກັນໄຟຟ້າ
  5. ນໍາໃຊ້ສ້ອມແປງໄຟຟ້າ
  6. ວັດແທກໄຟຟ້າ
  7. ໂມເຕີໄຟຟ້າ
  8. ຕິດຕັ້ງໄຟຟ້າ
  9. ເຂື່ອນ-ສະຖານີໄຟຟ້າ
  10. ອຸປະກອນສະຖານີໄຟຟ້າ
  11. ຈັກໄຟຟ້າ ​ແລະ ໝໍ້ແປງ
  12. ການຄວບຄຸມສະຖານີ
  13. ໄລ່ລຽງເສດຖະກິດພະລັງງານ
  14. ວິເຄາະວົງຈອນໄຟຟ້າ
  15. ມາດຕະຖານເຕັກນິກໄຟຟ້າ
  16. ໂຄງສ້າງເຮືອນຈັກໄຟຟ້ານໍ້າຕົກ
  17. ກົນລະສາດນໍ້າ
  18. ການບໍລິຫານຈັດການນໍ້າອ່າງໂຕ່ງ

ບ. ​ໂສກ​ປ່າ​ຫຼວງ,

ໂທ 021 312 420 ຫຼຶ 021 313 303