ເອເລັກໂຕຣນິກ



ວິທະຍາໄລເຕັກນິກປາກປ່າສັກ

 

ຫຼັກສຸດ ຊັ້ນກາງ 2 ປີ ແລະ ຊັ້ນສູງ 3 ປີ



ເອເລັກໂຕນິກ ໝາຍເຖິງເຕັກໂນໂລຊີທີ່ກ່ຽວຂ້ອງກັບວົງຈອນໄຟຟ້າທີ່ປະກອບດ້ວຍອຸປະກອນໄຟຟ້າຕ່າງໆ ທີ່ມີຄວາມສາມາດໃນການຄວບຄຸມການໄຫຼຂອງເອເລັກຕຣອນ ເຮັດໃຫ້ສາມາດຂະຫຍາຍສັນຍານເພື່ອການສື່ສານທາງພາບ ແລະ ສຽງ ເຊັ່ນ: ໂທລະສັບ, ວິທະຍຸ, ໂທລະທັດ. ເອເລັກໂຕນິກ ຖືເປັນເຕັກໂນໂລຊີທີ່ມີຄວາມສໍາຄັນ ແລະ ໄດ້ຖືກນໍາໃຊ້ຢ່າງແຜ່ຫຼາຍ ໃນເຄື່ອງໃຊ້ໄຟຟ້າໃນຊີວິດປະຈໍາວັນ, ການສື່ສານຂໍ້ມູນໂທລະຄົມມະນາຄົມ ແລະ ໃນອຸດສະຫະກໍາການຜະລິດຕ່າງໆ.



ສາຂານີ້ຮຽນກ່ຽວກັບພື້ນຖານອຸປະກອນເຄື່ອງໃຊ້ອີເລັກໂຕນິກ ນັບຕັ້ງແຕ່ບັນດາອົງປະກອບ ແລະ ລະບົບການເຮັດວຽກຂອງມັນ ພ້ອມທັງວິທີການຕິດຕັ້ງ, ການນໍາໃຊ້ ແລະ ການຄວບຄຸມອຸປະກອນດັ່ງກ່າວ, ໂດຍມີຈຸດປະສົງເພື່ອສ້ອມແປງ (ແປງຮາດແວຣ໌) ເຄື່ອງໃຊ້ອີເລັກໂຕນິກ ຕ່າງໆ ເຊັ່ນ: ໂທລະທັດ, ວິທະຍຸ, ເຄື່ອງຫຼິ້ນຊີດີ ແລະ ຄອມພິວເຕີ ເປັນຕົ້ນ. ນອກຈາກນີ້ ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ພື້ນຖານລະບົບໄຟຟ້າ ແລະ ຄອມພິວເຕີ ອີກດ້ວຍ.



ວິທີການສິດສອນ ແມ່ນເນັ້ນໃສ່ພາກປະຕິບັດຕົວຈິງໂດຍມີການປຽບທຽບກັບທິດສະດີ ຫຼື ນໍາໃຊ້ທິດສະດີເພື່ອມາອະທິບາຍ. ການຮຽນແມ່ນຈະຮຽນພາຍໃນຫ້ອງປະຕິບັດງານເປັນຫຼັກ ເຊິ່ງໃນນັ້ນນັກສຶກສາຈະໄດ້ສຶກສາຈາກເຄື່ອງມື ແລະ ອຸປະກອນອີເລັກໂຕນິກຕົວຈິງ ເພື່ອສຶກສາລະບົບການເຮັດວຽກ, ອົງປະກອບ ແລະ ວິທີການຕິດຕັ້ງ. ນັກສຶກສາຍັງຈະໄດ້ຝຶກງານ ນໍາໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ບໍລິສັດສ້ອມແປງຄອມພິວເຕີ, ສະຖານີໂທລະພາບ, ສະຖານີວິທະຍຸກະຈາຍສຽງ ເປັນຕົ້ນ.

ຄວາມຮູ້ພື້ນຖານທາງດ້ານວິຊາຟີຊິກສາດ ໂດຍສະເພາະກ່ຽວກັບໄຟຟ້າ ເຊັ່ນ: ຄວາມຕ້ານທານ, ແຮງໄຟ ແລະ ວິຊາຄະນິດສາດ. ຄວນມີຄວາມສົນໃຈດ້ານການສ້ອມແປງ ແລະ ການນໍາໃຊ້ເຄື່ອງອີເລັກ ໂຕນິກຕ່າງໆ ແລະ ການຮຽນຮູ້ກ່ຽວກັບລະບົບການເຮັດວຽກຂອງບັນດາອຸປະກອນອີເລັກໂຕນິກ. ເປັນຄົນດຸໝັ່ນ ແລະ ໃສ່ໃຈໃນລາຍລະອຽດ.



ເຂົ້າໃຈຫຼັກການກ່ຽວກັບໄຟຟ້າ ແລະ ອີເລັກໂຕນິກ. ສາມາດ ຕິດຕັ້ງ, ສ້ອມແປງ, ນໍາໃຊ້ ແລະ ຄວບຄຸມ ເຄື່ອງອີເລັກໂຕນິກຕ່າງໆ ເຊັ່ນ: ໂທລະທັດ, ເຄື່ອງຂະຫຍາຍສຽງ (ເຊັ່ນ ຕິດຕັ້ງເຄື່ອງສຽງໃນງານສັງສັນຕ່າງໆ). ນອກຈາກນີ້ ຍັງສາມາດຕິດຕັ້ງຈານດາວທຽມໂທລະທັດ ແລະ ເປີດຮ້ານສ້ອມແປງ ອີກດ້ວຍ.



ເປັນພະນັກງານຝ່າຍເຕັກນິກ ທີ່ເຮັດວຽກກ່ຽວກັບການຄວບຄຸມລະບົບ ແລະ ສ້ອມແປງເຄື່ອງອີເລັກໂຕນິກ, ພະນັກງານຄວບຄຸມເຄື່ອງສຽງ  ຫຼື ພະນັກງານຕິດຕັ້ງເສົາສັນຍານ ທີ່ໜ່ວຍງານທັງພາກລັດ ແລະ ເອກະຊົນ ເຊັ່ນ: ບໍລິສັດໂທລະຄົມມະນາຄົມ, ຄ້າຍ ເພງ, ສະຖານີວິທະຍຸກະຈາຍສຽງ ແລະ ສະຖານີໂທລະພາບ ເປັນຕົ້ນ. 



  1. ພື້ນຖານຊ່າງອູດສາຫະກໍາ
  2. ວັດແທກໄຟຟ້າ -ອີເລັກໂຕນິກ
  3. ເຕັກນິກດີຈິຕອລ
  4. ອີເລັກໂຕນິກສື່ສານ
  5. ແຕ້ມແບບພື້ນຖານ
  6. ຄອມພິວເຕີພື້ນຖານ
  7. ວີິທະຍາການອີເລັກໂຕນິກ 
  8. ຄະນິດສາດຊ່າງອີເລັກໂຕນິກ
  9. ເຕັກນິກ (CD,VCD,DVD)
  10. ປະຕິບັດຊ່າງອີເລັກໂຕນິກ 
  11. ຄອມພິວເຕີຫ້ອງການ
  12. ເຕັກນິກເຄື່ອງຂະຫຍາຍສຽງ ແລະ ຕິດຕັ້ງ
  13. ເຕັກນິກໂທລະພາບ
  14. ປະກອບ ແລະ ຕິດຕັ້ງຄອມພິວເຕີ
  15. ເຕັກນິກຄວບຄຸມອັດຕະໂນມັດ
  16. ຄອມພິວເຕີອິນເຕີເນັດ
  17. ຄອມພິວເຕີເນັດເວີກ
  18. Programming 
  19. ໄມໂຄຣໂປຣເຊັດເຊີ ແລະ ໄມຄອນໂທນເລີ
  20. ທຸລະກິດພື້ນຖານ KAB
  21. ໂປຣແກຣມນໍາສະເໜີ
  22. ວິເຄາະ ແລະ ອອກແບບວົງຈອນ
  23. ກວດສອບເຄື່ອງໃຊ້ໄຟຟ້າ-ອີເລັກໂຕນິກ