ໄຟຟ້າເຕັກນິກ

ໂຮງຮຽນເຕັກນິກລາວ-ເຢຍລະມັນ

  • ຊັ້ນກາງ (9+3) ​ແລະ (12+2) 
  •  ຊັ້ນສູງ (12+2+1) 

ໄຟຟ້າເຕັກນິກ ໝາຍເຖິງ ໄຟຟ້າທີ່ມີການຈັດການຢ່າງເປັນລະບົບ ແລະ ມີແບບແຜນ ຕາມມາດຕະຖານທີ່ກຳນົດໄວ້. ເນື່ອງຈາກວ່າທຸກໆຂົງເຂດໃນທົ່ວປະເທດ ມີຄວາມຕ້ອງການໃນການນຳໃຊ້ໄຟຟ້າຫຼາຍ​ເຊັ່ນ ໃນຄົວເຮືອນ, ອາຄານ, ຖະໜົນຫົນທາງ ແລະ ໂຮງຈັກໂຮງງານຕ່າງໆ. ຊ່າງໄຟຟ້າເຕັກນິກ ຈຶ່ງມີໜ້າທີ່ສຳຄັນໃນການເປັນຊ່າງຕິດຕັ້ງວົງຈອນໄຟຟ້າໃຫ້ມີຄວາມປອດໄພ, ເປັນລະບົບລະບຽບ ແລະ ຖືກຕ້ອງ. 

ສາຂານີ້ຮຽນກ່ຽວກັບ ການສ້ອມແປງລະບົບໄຟຟ້າ, ການຕິດຕັ້ງວົງຈອນໄຟຟ້າໃນອາຄານ ຫຼື ໂຮງຈັກໂຮງງານ. ນັກສຶກສາຈະໄດ້ຮຽນກ່ຽວ​ກັບ ການຕິດຕັ້ງສ້ອມແປງເຄື່ອງ​ໃຊ້ໄຟຟ້າຕ່າງໆເຊັ່ນ: ເຄື່ອງທຳຄວາມເຢັນ, ຕູ້​ເຢັນ​, ຈັກຊັກ​ເຄື່ອງ, ເຄື່ອງຈັກໄຟຟ້າ ແລະ ອື່ນໆ. ນອກຈາກນັ້ນ, ນັກສຶກສາ ຍັງຈະໄດ້ຮຽນກ່ຽວກັບ ການວິເຄາະບັນຫາຂໍ້ຜິດພາດດ້ານການຈັດລະບົບໄຟຟ້າ ແລະ ການຫາວິທີທາງແກ້ໄຂບັນຫາລະບົບ​ໄຟຟ້າ​ທີ່​ຂັດຂ້ອງ.

ວິທີການສອນຂອງສາຂາວິຊານີ້ແມ່ນເນັ້ນໃສ່ການນຳເອົາທິດສະດີພື້ນຖານ ກ່ຽວກັບໄຟຟ້າເຕັກນິກ ເຂົ້າໃນການປະຕິບັດຕົວຈິງ ໂດຍຜ່ານການນຳໃຊ້ອຸປະກອນທົດລອງເຊັ່ນ: ອຸປະກອນຈຳລອງ ສຳລັບ ລະບົບໄຟຟ້າຕົວຈິງກໍ່ຄື ແຜງວົງຈອນໄຟຟ້າ, ໝໍ້ໄຟ ແລະ ອື່ນໆ ເຊິ່ງຈະມີຄູອາຈານເປັນຜູ້ສາທິດວິທີການ ແລ້ວໃຫ້ນັກຮຽນເປັນຜູ້ປະຕິບັດຕາມ ພ້ອມທັງປະເມີນຜົນການເຮັດວຽກຂອງລະບົບໄຟຟ້າ. ນອກນັ້ນ, ນັກສຶກສາຍັງຈະມີໂອກາດລົງຝຶກງານນອກສະຖານທີ່ຕາມບໍລິສັດໄຟຟ້າອີກດ້ວຍ.

ຄວາມຮູ້ພື້ນຖານທາງດ້ານຟີຊິກສາດ ແລະ ຄະນິດສາດ. ມີຄວາມສົນໃຈຢາກເປັນຊ່າງໄຟຟ້າເຕັກນິກ ແລະ ມັກການ​ທົດ​ລອງ. ມີຄວາມສົນ​ໃຈ​ໃນການຮຽນຮູ້ ກ່ຽວກັບ ​ລະບົບ​ການ​ເຮັດ​ວຽກ​ຂອງ​ລະບົບໄຟຟ້າ ​ແລະ ກະ​ແສ​ໄຟຟ້າ. ​ເປັນ​ຄົນ​ທີ່ມີຄວາມລະອຽດອ່ອນ ແລະ ລະມັດລະວັງ. ມີທັກສະໃນການເຊື່ອມຕໍ່ ຫຼື ສ້ອມແປງລະບົບໄຟຟ້າ. 

ຮູ້ປະຕິບັດງານຕົວຈິງ ໃນການຕິດຕັ້ງລະບົບໄຟຟ້າໄດ້ຢ່າງຖືກຕ້ອງຕາມມາດຕະຖານຄວາມປອດໄພ; ສາມາດວິເຄາະບັນຫາໃນລະບົບການຕິດຕັ້ງ ຫຼື ລະບົບໄຟຟ້າວ່າມີຂໍ້ຜິດພາດແນວໃດ ແລະ ສາມາດແກ້ໄຂປັບປຸງແນວໃດແດ່ ແລະ ມີທັກສະການນຳໃຊ້ ແລະ ສ້ອມແປງເຄື່ອງ​ໃຊ້ໄຟຟ້າຊະນິດຕ່າງໆ ເປັນຕົ້ນ. 

ເປັນນັກວິຊາການ ຫຼື ຊ່າງສະເພາະ ດ້ານໄຟຟ້າ ໃນການຕິດຕັ້ງສ້ອມແປງລະບົບໄຟຟ້າ. ປະກອບອາຊີບ ໃນຫ້ອງການຕ່າງໆເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ບໍລິສັດໄຟຟ້າ,  ບໍລິສັດຈໍາໜ່າຍ-ສ້ອມແປງເຄື່ອງໃຊ້ໄຟຟ້າ ແລະ ບໍລິສັດຕິດຕັ້ງລະບົບໄຟຟ້າ. ນອກ​ນີ້ ຍັງ​ສາມາດປະກອບທຸລະກິດຂອງຕົນເອງດ້ານການຕິດຕັ້ງສ້ອມແປງ ເຄື່ອງໃຊ້ໄຟຟ້າ ແລະ ລະບົບໄຟຟ້າຕ່າງໆ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

ໝວດວິຊາສະເພາະພື້ນຖານ

  1. ພື້ນຖານຊ່າງອຸດສາຫະກຳ
  2. ຄະນິດສາດຊ່າງ
  3. ວັດສະດຸຊ່າງ
  4. ແຕ້ມແບບພື້ນຖານ
  5. ຄອມພິວເຕີ
  6. ແຕ້ມແບບດ້ວຍຄອມພິວເຕີ
  7. ຈັດວາງໂຮງຊ່າງ

ໝວດວິຊາເຕັກນິກສະເພາະ

  1. ຕິດຕັ້ງໄຟຟ້າ
  2. ​ເອເລັກໂຕນິກ
  3. ສ້ອມແປງເຄື່ອງໃຊ້ໄຟຟ້າ
  4. ເຄື່ອງຈັກໄຟຟ້າ ແລະ ການຄວບຄຸມ
  5. ເຄື່ອງເຢັນ, ເຄື່ອງປັບອາກາດ
  6. ເມຄາໂຕຼນິກ
  7. Home Automation
  8. ລະບຽບພະລັງງານ