ເອເລັກໂຕນິກ

ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

ຊັ້ນສູງ 3 ປີ (12+3); ຊັ້ນກາງ 3 ປີ (9+3) 

         ຊັ້ນກາງ 2 ປີ (12+2) 

ເອເລັກໂຕນິກ ໝາຍເຖິງເຕັກໂນໂລຊີທີ່ກ່ຽວຂ້ອງກັບວົງຈອນໄຟຟ້າທີ່ປະກອບດ້ວຍອຸປະກອນໄຟຟ້າຕ່າງໆ ທີ່ມີຄວາມສາມາດໃນການຄວບຄຸມການໄຫຼຂອງອີເລັກຕຣອນ ເຮັດໃຫ້ສາມາດຂະຫຍາຍສັນຍານເພື່ອການສື່ສານທາງພາບ ແລະ ສຽງ ເຊັ່ນ: ໂທລະສັບ, ວິທະຍຸ, ໂທລະທັດ. ອີເລັກໂຕນິກຖືເປັນເຕັກໂນໂລຊີທີ່ມີຄວາມສໍາຄັນ ແລະ ໄດ້ຖືກນໍາໃຊ້ຢ່າງແຜ່ຫຼາຍ ໃນເຄື່ອງໃຊ້ໄຟຟ້າໃນຊີວິດປະຈໍາວັນ, ການສື່ສານຂໍ້ມູນໂທລະຄົມມະນາຄົມ ແລະ ໃນອຸດສາຫະກໍາການຜະລິດຕ່າງໆ.

ສາຂານີ້ຮຽນກ່ຽວກັບການສ້ອມແປງເຄື່ອງອີເລັກໂຕນິກຕ່າງໆ ເຊັ່ນ: ໂທລະທັດ, ເຄື່ອງຫຼິ້ນຊີດີ, ຄອມພິວເຕີ ແລະ ອື່ນໆ; ການຄວບຄຸມອຸປະກອນອີເລັກໂຕນິກປະເພດໄມໂຄຣຄອນໂທຣເລີ (ອຸປະກອບຄວບຄຸມຂະໜາດນ້ອຍທີ່ມີຄວາມສາມາດຄ້າຍຄືກັບລະບົບຄອມພິວເຕີ) ເຊັ່ນ: ການສ້າງປ້າຍໄຟໂຄສະນາ ໂດຍເນັ້ນໃສ່ການຮຽນຊອຟແວຣ໌ເຊັ່ນ: ພາສາ Assembly ແລະ ພາສາ C; ລະບົບໄຟຟ້າພາຍໃນ ແລະ ນອກອາຄານ; ລະບົບໄຟຟ້າອຸດສາຫະກໍາ ແລະ ລະບົບສື່ສານໂທລະຄົມມະນາຄົມ.

ວິທີການສິດສອນ ແມ່ນປະກອບດ້ວຍພາກທິດສະດີໂດຍຜ່ານການບັນຍາຍ ແລ້ວຫຼັງຈາກນັ້ນແມ່ນຈະໄດ້ມີການນໍາພານັກສຶກສາລົງພາກປະຕິບັດຕົວຈິງໃນຫ້ອງທົດລອງໂດຍນັກສຶກສາຈະໄດ້ຝຶກປະຕິບັດວິຊາຕ່າງໆ  ເຊັ່ນ: ການຂຽນໂປຣແກຣມ, ການຕິດຕັ້ງໄຟຟ້າໃນ ແລະ ນອກອາຄານ, ການຕິດຕັ້ງຈານດາວທຽມໂທລະທັດແລະ ການສ້ອມແປງເຄື່ອງອີເລັກໂຕນິກຕ່າງໆ ເຊັ່ນ: ໂທລະທັດ (ນັບຕັ້ງແຕ່ຈໍຂາວດໍາ ຈົນເຖິງຈໍ LCD), ເຄື່ອງຂະຫຍາຍສຽງ, ເຄືື່ອງຫຼິ້ນ DVDແລະ ຄອມພິວເຕີເປັນຕົ້ນ. 

ມີຄວາມຮູ້ພື້ນຖານ ທາງດ້ານວິຊາຟີຊິກສາດ, ຄະນິດສາດ ແລະ ພາສາອັງກິດ. ມີຄວາມສົນໃຈດ້ານວິຊາຊີບ ເຊັ່ນ: ການຊ່າງ, ການສຶກສາຄົ້ນຄວ້າ ແລະ ທົດລອງກ່ຽວກັບເຕັກໂນໂລຊີໃໝ່ໆ. ເປັນຄົນອົດທົນຫ້າວຫັນ, ມີຄວາມຂະຫຍັນບຸກບືນ ແລະ ມີຄວາມຮັບຜິດຊອບສູງ. 

ຮູ້ນໍາໃຊ້ອຸປະກອນອີເລັກໂຕນິກ; ສາມາດວັດແທກ ແລະ ອ່ານຄ່າຕ່າງໆຂອງອຸປະກອນອີເລັກໂຕນິກ; ຮູ້ອອກແບບ ແລະ ແຕ້ມແບບວົງຈອນອີເລັກໂຕນິກ; ຮູ້ສ້ອມແປງ ແລະ ແກ້ໄຂຂໍ້ຂັດຂ້ອງຂອງເຄື່ອງອີເລັກໂຕນິກເຊັ່ນ: ໂທລະທັດ, ເຄື່ອງຂະຫຍາຍສຽງ, ຄອມພິວເຕີ; ສາມາດປະກອບ ແລະ ຕິດຕັ້ງຄອມພິວເຕີ, ຂຽນໂປຣແກຣມຄວບຄຸມຮາດແວຣ໌, ຕິດຕັ້ງໄຟຟ້າໃນ ແລະ ນອກອາຄານ ແລະ ລະບົບໄໄຟໃນອຸດສາຫະກໍາ.

ສາມາດປະກອບອາຊີບເປັນພະນັກງານວິຊາການດ້ານອີເລັກໂຕນິກໃນໜ່ວຍງານທັງພາກລັດ ແລະ ເອກະຊົນ ເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ຫ້ອງການໂທລະຄົມມະນາຄົມ ແລະ ໂທລະພາບ; ສາມາດປະກອບທຸລະກິດ ກ່ຽວກັບການສ້ອມແປງເຄື່ອງໃຊ້ໄຟຟ້າ ຫຼື ຄອມພິວເຕີ, ສ້າງປ້າຍໂຄສະນາ ແລະ ລະບົບຄວບຄຸມໄຟຟ້າຕ່າງໆ ເປັນຂອງຕົນເອງ. 

  1. ພາສາອັງກິດ
  2. ພາສາຫວຽດນາມ
  3. ພື້ນຖານການບັນຊີ
  4. ຟີຊິກສາດ
  5. ແຕ້ມແບບພື້ນຖານ
  6. ຄອມພິວເຕີພື້ນຖານ
  7. ທິດສະດີຊ່າງໄຟຟ້າ
  8. ອອກແບບວົງຈອນດິຈິຕອລ
  9. ພື້ນຖານອີເລັກໂຕນິກ
  10. ເຄືອຂ່າຍຄອມພິວເຕີ + ອິນເຕີເນັດ
  11. ພື້ນຖານໂທລະຄົມ
  12. ອີເລັກໂຕນິກກໍາລັງ
  13. ອຸປະກອນສະຖານີ
  14. ຄອມພິວເຕີຫ້ອງການ
  15. ການປະມວນຜົນສັນຍານພາບທາງດິຈິຕອລ
  16. Computer Programming
  17. ພາສາ C
  18. ພາສາ C++
  19. ທົດລອງໄຟຟ້າ – ອີເລັກໂຕນິກ
  20. ການຕິດຕັ້ງໄຟຟ້າໃນອາຄານ
  21. ແຕ້ມແບບໄຟຟ້າ – ອີເລັກໂຕນິກ ດ້ວຍຄອມພິວເຕີ
  22. ເຕັກນິກການຕິດຕັ້ງເຄື່ອງອີເລັກໂຕນິກ
  23. ໄຟຟ້າກໍາລັງ 1.2
  24. ເຕັກນິກຄວບຄຸມອັດຕະໂນມັດ 1.2.3
  25. ວິເຄາະ ແລະ ອອກແບບວົງຈອນ
  26. ເຊັນເຊີ ແລະ ທຣານສະຕິວເຊີ
  27. ໄມໂຄຣໂປຣເຊັດເຊີ – ໄມໂຄຣຄອນໂທຣເລີ
  28. ປະກອບຕິດຕັ້ງ PC