ໄຟຟ້າ​​ເຕັກນິກ

ວິທະຍາໄລເຕັກນິກປາກປາສັກ

 

ຫຼັກສູດຊັ້ນກາງ 2 ປີ ແລະ ຊັ້ນສູງ 3 ປີ 5 ເດືອນ 



ໄຟຟ້າ ແມ່ນພະລັງງານ​​ທີ່ສຳຄັນ ທີ່ນຳໃຊ້ເຂົ້າໃນການດຳລົງຊີວິດ ແລະ ການຜະລິດອຸດສາຫະກຳ. ການຜະລິດພະລັງງານໄຟຟ້າ ເພື່ອຕອບສະໜອງໃຫ້ແກ່ການຊົມໃຊ້ ຈຶ່ງເປັນຂະແໜງໜຶ່ງ ທີ່ປະກອບສ່ວນເຂົ້າ​​ໃນການພັດທະນາຂະແໜງອຸດສາຫະກຳ, ການຜະລິດກະສິກໍາ ແລະ ບໍລິການ ເວົ້າລວມກໍ່ຄຶເສດຖະກິດ ດັ່ງນັ້ນວິຊາການຫຼາຍດ້ານທີ່ກ່ຽວກັບໄຟຟ້າ ເຊັ່ນ: ການຕິດຕັ້ງລະບົບໄຟຟ້າ, ການຄວມຄຸມເຄື່ອງຈັກໄຟຟ້າ ລວມເຖິງການສ້ອມແປງເຄື່ອງໃຊ້ໄຟຟ້ານີ້ ຈຶ່ງມີຄວາມສຳຄັນ ​​ແລະ ຕ້ອງການໃນສັງຄົມ.



ສາຂານີ້ ສຶກສາລົງເລິກກ່ຽວກັບ ລະບົບໄຟຟ້າ ກວມເອົາ ການອອກແບບ ແລະ ຕິດຕັ້ງ​​​ໄຟຟ້າໃນອາຄານ ແລະ ໄຟຟ້າກໍາລັງ ກໍຄື ລະບົບໝໍ້ແປງ; ລະບົບການຄວາມຄຸເຄື່ອງຈັກໄຟຟ້າ ແລະ ລະບົບຄວບຄຸມມໍເຕີໃນໂຮງງານ ເຊິ່ງເປັນພື້ນຖານ​​ໃຫ້ແກ່ການຄວບຄຸມດ້ວຍລະບົບຄອມພິວເຕີ. ນອກນັ້ນຍັງຈະໄດ້ສຶກສາກ່ຽວກັບ ການຕິດຕັ້ງລະບົບເຄື່ອງເຢັນ ເຊັ່ນ ແອເຢັນ, ຕູ້ເຢັນ ແລະ ຮຽນຮູ້ກ່ຽວກັບການສ້ອມແປງລະບົບເຄື່ອງເຢັນ ແລະ ເຄື່ອງໃຊ້ໄຟຟ້າຕ່າງໆເຊັ່ນ: ເຄື່ອງຈັກຊັກຜ້າ ແລະ ໂທລະພາບ. 



ການສິດສອນຂອງ ສາຂາວິຊານີ້ ປະກອບມີ ການບັນລະຍາຍທາງດ້ານທິດສະດີ ແລະ ເນັ້ນ​​ໃສ່ການຈັດຕັ້ງປະຕິບັດຕົວຈິງ ຜ່ານວິທີການສາທິດ ແລະ ນຳໃຊ້ອຸປະກອນຕົວຈິງໃນຫ້ອງທົດລອງ, ຫ້ອງສໍາລັບເດີນສາຍໄຟ ແລະ ຫ້ອງຄວບຄຸມເຄື່ອງຈັກ ເຊັ່ນ: ນັກສຶກສາຈະໄດ້ນໍາໃຊ້ທິດສະດີທີ່ຮຽນ ເຂົ້າໃນການອອກແບບ, ຄິດໄລ່ ແລະ ຕິດຕັ້ງໄຟຟ້າດ້ວຍວິທີການຕ່າງໆ. ນອກນີ້ຍັງ ຮຽນຈາກການ​​ແຍກສິ້ນສ່ວນ, ປະກອບ ແລະ ສ້ອມແປງອຸປະກອນໄຟຟ້າຕົວຈິງ. 

 

ມີຄວາມຮູ້ພື້ນຖານ ທາງດ້ານຟິຊິກສາດ, ເຄມີສາດ ແລະ ຄະນິດສາດ; ມີຄວາມສົນໃຈ ກ່ຽວກັບ ເຄື່ອງໃຊ້ໄຟຟ້າ ແລະ ລະບົບໄຟຟ້າ ໂດຍສະເພາະ​​ເຕັກນິກການຕິດຕັ້ງ ແລະ ຄວບຄຸມລະບົບໄຟຟ້າ; ເປັນຄົນ ​​ໃສ່ໃຈໃນລາຍລະອຽດ, ມັກຄວາມທ້າທາຍ, ມັກການເຮັດວຽກນອກສະຖານທີ່, ມັກການປະຕິບັດຕົວຈິງ ແລະ ມີຄວາມອົດທົນສູງ.

 

ພາຍຫຼັງຮຽນຈົບ, ນັກສຶກສາ ຈະມີຄວາມສາມາດໃນການອອກແບບ ແລະ ຕິດຕັ້ງລະບົບໄຟຟ້າໃນອາຄານ ແລະ ການວາງຕາໜ່າງເຄືອຂ່າຍສາຍໄຟຟ້າ. ສາມາດສ້ອມແປງເຄື່ອງໃຊ້ໄຟຟ້າປະເພດຕ່າງໆ ລວມທັງລະບົບເຄື່ອງເຢັນຕ່າງໆ. ນັກສຶກສາຈະມີຄວາມຮູ້ທາງດ້ານການຄວມຄຸມເຄື່ອງຈັກໄຟຟ້າ ແລະ ເຄື່ອງຈັກທີ່ຄວມຄຸມໂດຍລະບົບຄອມພິວເຕີ. 

 

ສາມາດປະກອບອາຊີບເປັນນັກວິຊາການອອກແບບ ແລະ ຕິດຕັ້ງລະບົບໄຟຟ້າ; ເປັນນັກວິຊາການຄວບຄຸມເຄື່ອງຈັກ ຕາມໂຮງງານອຸດສາຫະກຳ, ເຂື່ອນໄຟຟ້າ ແລະ ສະຖານນີໄຟຟ້າ ຕ່າງໆ; ​​​ເປັນວິຊາການທາງດ້ານລະບົບເຄື່ອງເຢັນ ແລະ ການສ້ອມແປງເຄື່ອງໃຊ້ໄຟຟ້າ ແລະ ຍັງສາມາດ ເປັນເຈົ້າຂອງກິດຈະການທາງດ້ານ ການຕິດຕັ້ງ ແລະ ການສ້ອມແປງລະບົບໄຟຟ້າ.



  1. ພື້ນຖານການຊ່າງອຸດສາຫະກຳ
  2. ແຕ້ມແບບພື້ນຖານ
  3. ຄອມພິວເຕີພື້ນຖານ
  4. ຈັດວາງໂຮງຊ່າງ
  5. ຄວາມປອດໄພ
  6. ພື້ນຖານອີເລັກໂຕນິກ
  7. AutoCAD
  8. ທຸລະກິດພື້ນຖານ
  9. ສະຖິຕິ
  10. ທິດສະດີໄຟຟ້າໄຟຟ້າ
  11. ພື້ນຖານການຂຽນໂປຣແກຣມ 
  12. ໄຟຟ້າໃນອາຄານ
  13. ເລກຊ່າງ
  14. ວັດແທກໄຟຟ້າ
  15. ແຕ້ມແບບໄຟຟ້າ
  16. ຄວບຄຸມເຄື່ອງຈັກໄຟຟ້າ
  17. ເຂື່ອນ ແລະ ສະຖານີໄຟຟ້າ
  18. ລະບົບເຄື່ອງເຢັນ
  19. ຕາຂ່າຍໄຟຟ້າ
  20. ປະເມີນລາຄາ
  21. ສ້ອມແປງເຄື່ອງໃຊ້ໄຟຟ້າ