ສາຂາ ເຕັກໂນໂລຊີລົດຍົນ



ວິທະຍາໄລເຕັກນິກປາກປາສັກ

 

ຫຼັກສູດຊັ້ນກາງ 2 ປີ 



ເຕັກໂນໂລຊີລົດຍົນ ແມ່ນ ວິທີການນໍາໃຊ້ຂໍ້ມູນກ່ຽວກັບ ກົນຈັກລົດຍົນ ເຂົ້າໃນການດໍາເນີນການສ້ອມແປງ ແລະ ການປະກອບ ສ້າງດ້ານກົນຈັກລົດຍົນ ເພື່ອເຮັດໃຫ້ເຄື່ອງຈັກລົດຍົນສາມາດໃຊ້ການໄດ້. ຍ້ອນລົດຍົນນັບມື້ນັບເພີ່ມຂຶ້ນເປັນຈໍານວນຫຼາຍ, ເຕັກໂນໂລຊີລົດຍົນຈຶ່ງ ມີຄວາມສໍາຄັນໃນການສ້າງພະນັກງານ ໃຫ້ມີຄວາມສາມາດ ແລະ ມີຄວາມຊໍານານສະເພາະດ້ານການສ້ອມແປງ ແລະ ປະກອບສ້າງເຄື່ອງກົນຈັກລົດຍົນ ໂດຍສະເພາະແມ່ນ ລົດໃຫຍ່ ແລະ ລົດຈັກ.



ສາຂານີ້ຮຽນກ່ຽວກັບການປະກອບສ້າງຂອງລະບົບລົດຍົນເຊີ່ງລວມມີທັງລົດໃຫ່ຍ ແລະ ລົດຈັກ, ລະບົບຕ່າງໆ ຂອງລົດຍົນໂດຍລວມເຊັ່ນ ການປະກອບສ້າງຂອງ ຊ່ວງລ່າງ, ລະບົບໄຟຟ້າຂອງລົດຍົນ ແລະ ຊິ້ນສ່ວນປະກອບອື່ນໆຂອງລົດຍົນ ແລະ ວິທີການສ້ອມແປງ ແລະ ບົວລະບັດລົດຍົນ. ນອກຈາກນັ້ນ, ຍັງຮຽນກ່ຽວກັບການປະກອບທຸລະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ສໍາລັບການເປີດບໍລິການສ້ອມແປງລົດຍົນ ອີກດ້ວຍ.



ໃນຫຼັກສູດການສຶກສາ ເຕັກໂນໂລຊີລົດຍົນ ໃນລະດັບຊັ້ນກາງ ແມ່ນ ມີການບັນລະບາຍທາງດ້ານພາກທິດສະດີ 70% ແລະ ມີການປະຕິບັດຕົວຈິງດ້ານ ພາກປະຕິບັດ 30%. ໃນພາກປະຕິບັດຕົວຈິງ ນັກສຶກສາຈະໄດ້ມີການປະຕິບັດການທົດລອງຕົວຈິງ ໃນການສ້ອມແປງດ້ານເຄື່ອງຈັກຂອງລົດຍົນທີ່ມີຢູ່ໃນໂຮງຮຽນ. ນອກຈາກນີ້, ນັກສຶກສາຈະໄດ້ລົງຝຶກງານ ໂດຍສະເພາະແມ່ນ ຢູ່ຕາມບັນດາສະຖານທີ່ ທຸລະກິດສ້ອມແປງລົດຍົນ ຫຼື ອູ່ສ້ອມແປງຂອງ ເອກະຊົນ.

 

ຄວາມຮູ້ພື້ນຖານ ດ້ານ ຄະນິດສາດ ແລະ ຟິຊິກສາດ.  ຄວນເປັນຄົນທີ່ມີຄວາມມັກ ແລະ ສົນໃຈກ່ຽວກັບດ້ານເຄື່ອງກົນຈັກ, ການປະກອບສ້າງຂອງໂຄງສ້າງລົດຍົນ. ນອກນັ້ນ, ນັກສຶກສາຄວນ ເປັນຄົນທີ່ມີສຸຂະພາບແຂງແຮງດີ ເພາະການສຶກສາໃນວິຊາ ດັ່ງກ່າວ ນັກສຶກສາຈະໄດ້ມີການອອກແຮງງານ.

 

ຮູ້ຈັກວິທີການນໍາໃຊ້ຄວາມຮູ້ ແລະ ຂໍ້ມູນດ້ານລະບົບເຄື່ອງຈັກລົດຍົນ ເພື່ອໄປດໍາເນີນການສ້ອມແປງ ແລະ ການປະກອບສ້າງ ຂອງລົດຍົນໄດ້ແບບໂດຍລວມ; ສາມາດຮູ້ຈັກວິທີການປະຊາສໍາພັນ ກັບລູກຄ້າ, ກັບຜູ້ທີ່ໃຊ້ລົດຍົນ ແລະ ມີຄວາມສາມາດພື້ນຖານ ດ້ານການດໍາເນີນທຸລະກິດຂະໜາດນ້ອຍ ອີກດ້ວຍ.

 

ສາມາດປະກອບອາຊີບ ເປັນຜູ້ຊ່ວຍຊ່າງແປງລົດຍົນ ແລະ ເປັນນາຍຊ່າງສ້ອມແປງລົດ ຢູ່ຕາມສະຖານທີ່ສ້ອມແປງລົດຍົນ ເປັນຕົ້ນແມ່ນ ອູ່ສ້ອມແປງລົດຍົນ.  ນອກນັ້ນ ນັກສຶກສາທີ່ຈົບການສຶກສາດັ່ງກ່າວ ຍັງສາມາດປະກອບທຸລະກິດ ເປັນເຈົ້າຂອງ ຮ້ານສ້ອມແປງລົດຍົນ ດ້ວຍຕົນເອງ ອີກດ້ວຍ. 

 

ໝວດວິຊາ​ຊີບພື້ນຖານ

  1. ທຸລະ​ກິດ​ພື້ນຖານ 
  2. ວັດ​ສະດຸ​ຊ່າງ
  3. ​ໄຟຟ້າ​ພື້ນຖານ
  4. ພື້ນຖານ​ເຕັກນິກ 3 ສາຂາ
  5. ຄວາມ​ປອດ​ໄພ
  6. ​ແຕ້ມ​ແບບ​ພື້ນຖານ
  7. ຈັນ​ຍາ​ບັນ

ໝວດວິຊາ​ຊີບ​ສະ​ເພາະ

  1. ຊ່ວງ​ລ່າງ​ລົດຍົນ
  2. ຈັດຕັ້ງຄຸ້ມ​ຄອງ
  3. ​ເລກ​ຊ່າງ​ສະ​ເພາະ
  4. ​ໄຟຟ້າ​ລົດຍົນ
  5. ​ເຄື່ອງ​ຈັກ​ລົດຍົນ
  6. ​ແອ​ລົດຍົນ
  7. ​ແຕ້ມ​ແບບ​ເຕັກນິກ
  8. ຕົບ​ແຕ່ງ​ສີ​ລົດຍົນ
  9. ຄອມ​ພິວ​ເຕີ AutoCAD