ພາສາອັງກິດ​ທຸລະ​ກິດ​

ວິທະຍາໄລ ຄອມເຊັນເຕິ

ຊັ້ນສູງ 3 ປີ 

ພາສາ​ອັງກິດທຸລະ​ກິດ ​ແມ່ນ​ພາສາທີ່​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ວຽກງານ​ທຸລະ​ກິດ​ໂດຍ​ກົງ ບໍ່​ວ່າ​ຈະ​ເປັນ​ທຸລະ​ກິດ​ຂະໜາດນ້ອຍ ຫຼື ຂະໜາດ​ໃຫຍ່ ​ເຊິ່ງມີ​ຈຸດປະສົງ​ໃນ​ການ​ພັດທະນາ, ພົວພັນ​ວຽກງານ​ສາກົນ ​ແລະ ສົ່ງ​ເສີມ​ເສດ​ຖະ​ກິດ​​ເພື່ອກຽມພ້ອມ ບຸກຄະລາກອນລາວໃຫ້ມີຄວາມສາມາດໃນເວທີສາກົນ. ພາສາ​ອັງກິດ ມີ​ບົດ​ບາດ​ສໍາຄັນ ​ແລະ ມີ​ອິດ​ທິພົນຫຼາຍ​ໃນ​ແຕ່ລະ​ຂົງ​ເຂດ​ວຽກງານ ຂອງຫຼາຍປະ​ເທດ ລວມທັງ ປະ​ເທດ​ລາວ. 

ສາຂາ​ນີ້ຮຽນ​ກ່ຽວ​ກັບ​ພາສາ​ອັງກິດທີ່​ໃຊ້​ສື່ສານໃນ​ການ​ປະກອບ​ອາຊີບ​ທາງ​ທຸລະ​ກິດ ​ແລະ ການ​ດໍາ​ເນີນ​ທຸລະ​ກິດ ​ເຊັ່ນ: ພາສາ​ອັງກິດສຳລັບຂົງ​ເຂດ​ວຽກງານ​ການທ່ອງທ່ຽວ, ການ​ບໍລິຫານໂຮງ​ແຮມ-ການ​ບໍລິການ, ການປະຊຸມ, ການຂຽນອີເມວ ​ແລະ ການ​ນໍາ​ສະ​ເໜີປະ​ຊາ​ສໍາພັນ​ຕ່າງໆ. ນອກຈາກ​ນີ້ ຍັງ​ຈະ​ໄດ້​ຮຽນພື້ນຖານພາສາອັງກິດ ເຊັ່ນ: ການອ່ານ, ການຂຽນ, ການສົນທະນາ, ການເບິ່ງຮູບເງົາ, ການຕອບຈົດໝາຍ, ຫຼັກການພາສາອັງກິດ, ພື້ນຖານການເຮັດທຸລະກິດ, ການແປພາສາ ແລະ ອື່ນໆ.

ວິ​ທີ​ການ​ສິດສອນ​ຂອງ​ພາກ​ວິຊາ​ພາສາ​ອັງກິດທຸລະ​ກິດ​ນີ້​ ແມ່ນ ອີງ​ໃສ່ພາກ​ທິດ​ສະ​ດີ ແລະ ​ພາກ​ປະຕິບັດ​ຕົວ​ຈິງ ເຊັ່ນ: ຮຽນຈາກປື້ມແບບຮຽນ, ນໍາພານັກສຶກສາເຮັດບົດເຝິກຫັດທີ່ຢູ່ໃນປື້ມແບບຮຽນ, ສົ່ງອີເມວຕົວຈິງ (ສົ່ງໄປຫາອາຈານ),  ນໍາພານັກສຶກສາອ່ານປື້ມປະເພດຕ່າງໆ, ແປພາສາ ແລະ ການສະແດງບົດບາດສົມມຸດໃນສະພາບການຕ່າງໆ ເຊັ່ນ: ໃນການປະຊຸມ. ນອກນັ້ນຍັງມີການໄປທັດສະນະສຶກສາຕາມໂຮງແຮມ ແລະ  ບັນດາບໍລິສັດເອກະຊົນຕ່າງໆ.

ມີຄວາມຮູ້ພື້ນຖານ ດ້ານພາສາອັັງກິດ, ມີທັກສະດ້ານການສື່ສານໃນການພົວພັນວຽກງານ, ມີຄວາມ​ສາມາດ​ໃນການ​ຕໍ່​ລອງ-​ເຈລະຈາ​. ເປັນຄົນ​ກະຕືລືລົ້ນ​​ໃນ​ການ​ຮຽນຮູ້, ມັກເວົ້າ, ກ້າສະແດງອອກ ແລະ ມັກຊອກຮູ້ຮໍ່າຮຽນດ້ວຍຕົນເອງ. ມີຄວາມສົນໃຈພິເສດໃນການຮຽນຮູ້ພາສາຕ່າງປະເທດ.

ມີທັກສະໃນການສື່ສານ (ເວົ້າ, ຟັງ, ອ່ານ ແລະ ຂຽນ) ພາສາອັງກິດໄດ້ດີ; ສາມາດນໍາ​ໃຊ້​ພາສາ​ອັງກິດ​​ທາງ​ທຸລະ​ກິດ ​ເຊັ່ນ: ການຂຽນຈົດໝາຍຕ່າງໆ, ການເຈລະຈາທາງດ້ານທຸລະກິດເປັນພາສາອັງກິດ ພ້ອມທັງທັກສະໃນການນໍາສະເໜີຂໍ້ມູນ (presentation) ​ແລະ ການສະ​ແດງຄວາມ​ຄິດ​ເຫັນຕໍ່ໜ້າສັງ​ຄົມເປັນພາສາອັງກິດອີກດ້ວຍ.

ເປັນຄຸສອນພາສາອັງກິດຕາມໂຮງຮຽນມັດທະຍົມ ແລະ ວິທະຍາໄລເອກະຊົນຕ່າງໆ ຫຼື ປະກອບອາຊີບອື່ນໆທີ່ໃຊ້ພາສາອັງກິດ ເຊັ່ນ: ພະນັກງານຕ້ອນຮັບ, ພະນັກງານສື່ສານ, ຜູ້ປະສານງານ, ເຮັດວຽກພົວພັນຕ່າງປະເທດ, ຮັບຜິດຊອບຮ່າງເອກະສານເປັນພາສາອັງກິດ, ນາຍແປພາສາ ໃນໜ່ວຍງານຕ່າງໆ ເຊັ່ນ: ທະນາຄານ, ກະຊວງການຕ່າງປະເທດ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (NGOs), ໂຮງແຮມ ເປັນຕົ້ນ.