ພາສາອັງກິດ

ວິທະຍາໄລ ລາວ-ອາເມລິກາ

ປະລິນຍາຕຼີ 3 ປີ

ພາສາອັງກິດ ເປັນພາສາສາກົນທີ່ມີການນໍາໃຊ້ຫຼາຍໃນລາວ ແລະ ໃນໂລກ ເຊິ່ງໄດ້ຖືກນໍາໃຊ້ເຂົ້າໃນການຕິດຕໍ່ສື່ສານ ແລະ ແລກປ່ຽນຂໍ້ມູນຂ່າວສານ ທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ. ພາສາອັງກິດມີບົດບາດສໍາຄັນ ​​ເນື່ອງ​ຈາກຫຼາຍໆປະເທດໃນໂລກໄດ້ໃຫ້ຄວາມສໍາຄັນຕໍ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືລະຫວ່າງປະເທດ ເຊິ່ງມີຈຸດປະສົງເພື່ອ ການພັດທະນາເຕັກໂນໂລຊີ, ວິທະຍາສາດ-ວິທະຍາການ ກໍ່ຄືການພັດທະນາເສດຖະກິດ-ສັງຄົມຢ່າງຮອບດ້ານ.  

ນັກສຶກສາທີ່ຮຽນສາຂາພາສາອັງກິດທີ່ວິທະຍາໄລລາວ-ອາເມລິກາ ຈະໄດ້ສຶກສາກ່ຽວກັບບັນດາທັກສະພື້ນຖານໃນການສື່ສານເປັນພາສາອັງກິດ ເຊັ່ນ: ທັກສະການເວົ້າ, ຟັງ, ອ່ານ ແລະ ຂຽນ ແລະ ທັກສະການແປພາສາ. ນອກຈາກນີ້, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ປະຫວັດການກໍາເນີດ ແລະ ວິວັດທະນາການຂອງພາສາອັງກິດ; ວັດທະນະທໍາ ແລະ ວັນນະຄະດີພາສາອັງກິດ ແລະ ບັນດາວິຊາທີ່ກ່ຽວຂ້ອງອື່ນໆ ເຊັ່ນ: ສັງຄົມວິທະຍາ, ສິ່ງແວດລ້ອມ ແລະ ວັດທະນະທໍາໂລກ ເປັນຕົ້ນ. 

ວິທີການສິດສອນປະກອບມີ ການຮຽນກ່ຽວກັບທິດສະດີຜ່ານການບັນຍາຍຈາກຄູລາວ ແລະ ຕ່າງປະເທດ ແລະ ການປະຕິ ບັດຕົວຈິງ. ນັກສຶກສາຈະໄດ້ຝຶກທັກສະການເວົ້າ, ອ່ານ, ຂຽນ ແລະ ຟັງ ໂດຍຜ່ານການສົນທະນາກຸ່ມ, ການໂຕ້ວາທີ, ການເຮັດບົດໂຄງການຕ່າງໆຕາມຫົວຂໍ້ທີ່ກ່ຽວພັນກັບແຕ່ລະວິຊາຮຽນ, ການເຮັດບົດລາຍງານ, ການນໍາສະເໜີບົດລາຍງານ ແລະ ບົດໂຄງການ ແບບກຸ່ມ ແລະ ດ່ຽວ, ການສໍາພາດ, ການເລົ່າເລື່ອງ ແລະ ການປະເມີນຜົນເຊິ່ງກັນ ແລະ ກັນໂດຍນັກສຶກສາ.

ຄວາມຮູ້ພື້ນຖານ ທາງດ້ານພາສາອັງກິດ. ເປັນຄົນທີ່ມີຄວາມກ້າສະແດງອອກ, ມີຄວາມສົນໃຈໃນການ ໂອ້ລົມກັບຄົນຕ່າງປະເທດ ແລະ ສຶກສາກ່ຽວກັບວັດທະນະທໍາຕ່າງຊາດ. ມີທັກສະພື້ນຖານໃນການນໍາສະເໜີ (presentation skills), ທັກສະໃນການສໍາພາດ (interviewing skills) ແລະ ທັກສະຂອງການເປັນຜູ້ນໍາ (leadership skills).  

ຫຼັງຈາກຈົບຈາກສາຂານີ້ ນັກສຶກສາຈະມີ 4 ທັກສະພື້ນຖານໃນການສື່ສານ ກໍ່ຄື ການເວົ້າ, ຟັງ, ອ່ານ ແລະ ຂຽນພາສາອັງກິດ; ທັກສະໃນການແປພາສາອັງກິດເປັນລາວ ແລະ ພາສາລາວເປັນອັງກິດ ແລະ ທັກສະໃນການສອນພາສາອັງກິດ. ສາມາດເຂົ້າໃຈ ແລະ ນໍາໃຊ້ຫຼັກໄວຍາກອນ ແລະ ຄໍາສັບທາງວິຊາການ ເຂົ້າໃນການຂຽນເອກະສານວິຊາການປະເພດຕ່າງໆ. 

ນັກສຶກສາສາມາດປະກອບອາຊີບຕ່າງໆ ທີ່ມີການນໍາໃຊ້ພາສາອັງກິດ ເຊັ່ນ: ທີ່ປຶກສາການທ່ອງທ່ຽວ, ພະນັກງານນໍາທ່ຽວ, ພະນັກງານຮັບຕ້ອນ, ເລຂານຸການ, ນັກແປພາສາ, ພະນັກງານສື່ສານ ແລະ ອື່ນໆ ໂດຍສາມາດເຮັດວຽກໃນໜ່ວຍງານທັງພາກລັດ, ບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນ ແລະ ບັນດາໂຄງການຕ່າງໆ ເປັນຕົ້ນ.  

ປີ 3

  1. ການ​ສື່​ສານ​ໃນ​ບ່ອນ​ເຮັດ​ວຽກ
  2. ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານ​ທຸ​ລະ​ກິດ
  3. ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານເສດ​ຖະ​ກິດ
  4. ພາ​ສາ​ສຳ​ລັບ​ທຸ​ລະ​ກິດ ແລະ ການ​ໂຄ​ສະ​ນາ
  5. ຄວາມ​ຮູ້​ພື້ນ​ຖານ​ການ​ບັນ​ຊີ
  6. ການ​ສື່​ສານ​ທາງ​ດ້ານ​ທຸ​ລະ​ກິດ
  7. ພູມ​ສາດ​ໂລກ
  8. ວັດ​ທະ​ນະ​ທຳ​ໂລກ
  9. ປະ​ສິດ​ທິ​ຜົນ​ການ​ຂຽນ
  10. ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານ​ວັນ​ນະ​ຄະ​ດີ
  11. ທັກ​ສະ​ໃນ​ການ​ອ່ານ

ປີ 4

  1. ວັນ​ນະ​ຄະ​ດີ​ໂລກ 
  2. ສຳ​ນວນ​ພາ​ສາ​ອັງ​ກິດ
  3. ການ​ຂຽນ​ບົດ​ລາຍ​ງານ 
  4. ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ລາວ
  5. ຈິດ​ຕະ​ວິ​ທະ​ຍາ
  6. ການ​ປະ​ຊຸມ​ ການ​ເຈ​ລະ​ຈາ ແລະ ຂໍ້​ຂັດ​ແຍ່ງ
  7. ຫັດ​ແຕ່ງ
  8. ສັງ​ຄົມ​ວິ​ທະ​ຍາ
  9. ກ່ຽວ​ກັບ​ສະ​ພາບ​ການ​ພົ້ນ​ເດັ່ນ​ຂອງ​ໂລກ
  10. ສິ​ລະ​ປະ

ປີ 5

  1. ໂລ​ກາ​ວິ​ວັດ​ສຶກ​ສາ
  2. ສິ່ງ​ແວດ​ລ້ອມ​ສຶກ​ສາ
  3. ການ​ອ່ານ​ເຊີງວິ​ເຄາະ
  4. ຄວາມ​ຮູ້​ພື້​ນ​ຖານ​ການ​ແປ
  5. ຄວາມ​ຮູ້​ພື້ນ​ຖານ​ທາງ​ດ້ານ​ປັດ​ຊະ​ຍາ
  6. ເຕັກ​ນິກ​ການ​ສອນ
  7. ພາ​ສາ​ອັງ​ກິດ​ສຳ​ລັບ​ພົວ​ພັນກັບ​ສາ​ກົນ
  8. ປະ​ຫວັດ​ສາດ​ຂອງ​ພາ​ສາ​ອັງ​ກິດ