ພາສາ​ອັງກິດ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

​ພາສາ​ອັງກິດ​​ ແມ່ນພາສາ​ຕ່າງປະ​ເທດທີ່ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ ​ແລະ ​ມີ​ບົດບາດ​ສຳຄັນ​ໃນ​ການນຳ​ໃຊ້​ຕິດ​ຕໍ່​ສື່ສານ ​ໂດຍສ​ະ​ເພາະ​ແມ່ນວຽກງານ​​ໃນ​ຂົງ​ເຂດ​ພົວພັນ​ສາກົນ​. ​ປັດຈຸບັນ, ຂໍ້​ມູນ​ທາງ​ດ້ານ​ວິຊາ​ການ ​ແລະ ຂ່າວສານ​ຕ່າງໆ ສ່ວນໃຫຍ່ແມ່ນໄດ້ມີ​ການ​ເຜີຍ​ແຜ່ໃນ​ຮູບ​ແບບ​ພາສາ​ອັງກິດ.  ດັ່ງ​ນັ້ນ, ຄວາມ​ຮູ້ທາງ​ດ້ານພາສາ​ອັງກິດ​ຈຶ່ງມີຄວາມສໍາຄັນໃນການ​ຊ່ວຍ​ເປີດ​ໂລກ​ກະທັດ​ໃນ​ການ​ຮັບຮູ້​ຂໍ້​ມູນ​ຂ່າວສານ​ທີ່​ສຳຄັນ ​ແລະ ຈຳ​ເປັນ​ໃນ​ກາ​ນປະຕິບັດ​ວຽກ​ງານ ​ແລະ ການ​ດຳລົງ​ຊີວິດ​ປະຈຳ​ວັນ. 

ສາຂາ​ນີ້ ​ຮຽນກ່ຽວກັບ​ຄວາມ​ຮູ້​ທົ່ວ​ໄປ​ດ້ານການ​ອ່ານ, ຂຽນ, ຟັງ, ​ເວົ້າ ແລະ ໄວຍະກອນ ພາສາ​ອັງກິດ; ຮຽນ​ຮູ້​ຄຳ​ສັບ​ພາສາ​ອັງກິດ, ຕົ້ນ​ກຳ​ເນີ​ດ ​ແລະ ວິວັດທະນາ​ການ​ຂອງ​ພາສາ​ອັງກິດ. ນອກຈາກ​ນັ້ນ, ນັກ​ສຶກສາ​ຍັງ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ວັດທະນະ​ທຳ ​ແລະ ວິຖີ​ຊີວິດ​​ຂອງຄົນໃນ​ບັນດາປະ​ເທດ​ທີ່​ນຳ​ໃຊ້​ພາສາ​ອັງກິດ ໂດຍ​ຈະໄດ້ມີ​ການຮຽນ​ຮູ້​ການ​ນຳ​ໃຊ້​ພາສາ​ອັງກິດຢ່າງ​ຖືກຕ້ອງ​ໃນຊີວິດ​ປະຈຳ​ວັນ ​ແລະ ​ການ​ເຮັດວຽກງານ​ຕົວ​ຈິງ ລວມທັງ ສຶກສາວັນນະກຳ​ພາສາອັງກິດ ເປັນຕົ້ນ.

ການສິດສອນຂອງສາຂາ​ນີ້​ແມ່ນ​ລວມມີ​ທັງ​ການ​ຮຽນ​ແບບ​ຫ້ອງ​ລວມ ​ແລະ ສຳ​ມະ​ນາ. ​ໃນ​ນັ້ນ, ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ ເຊັ່ນ: ການ​ສະ​ແດງ​ລະຄອນ​ຕາມບົດ​ວັນນະຄະດີ​ອັງກິດ, ການ​ຂຶ້ນ​ສະ​ເໜີບົດຮຽນ​ເປັນ​ກຸ່ມ, ການ​​ແປ​ພາສາ​ໂດຍ​ທີ່​ອາຈານ​ຈະ​ຈັດ​ກຸ່ມ​ໃຫ້​ນັກຮຽນ ​ເຊິ່ງຈະ​ມີ 2-3 ຄົນ​ຕໍ່​ກຸ່ມ, ​ແລ້ວ​ຈະ​ໃຫ້​ແຕ່ລະຄົນ​ປ່ຽນກັນ​ເປັນ​ນາຍ​ແປ​ພາສາທັງ​ລາວ ​ແລະ ​ອັງກິດ​ໄປ​ພ້ອມໆກັນ ​ເຊິ່ງສິ່ງ​ນີ້​ຈະ​​ເປັນ​ການຊ່ວຍ​ສົ່ງ​ເສີມທັກ​ສະ​ໃນ​ການ​ນຳ​ໃຊ້​ພາສາ​ອັງກິດ​ຢ່າງ​ແທ້​ຈິງ.

ມີທັກ​ສະ​ພື້ນຖານໃນ​ການ​ໃຊ້​ພາສາ​ລາວຢ່າງ​ຄ່ອງ​ແຄ້ວ​​ເສຍ​ກ່ອນ ​​ເຊິ່ງຈະ​ເຮັດ​ໃຫ້​ສາມາດ​ປຽບທຽບຄວາມ​ແຕກ​ຕ່າງ​ລະຫວ່າງ​ພາສາ​ລາວ ​ແລະ ພາສາ​ອັງກິດ ​ເພື່ອຊ່ວຍ​ໃຫ້ການ​ຮຽນ​ມີ​ຄວາມ​ງ່າຍ​ຂຶ້ນ. ຄວນ​ເປັນ​ຄົນ​ທີ່​ກ້າ​ສະ​ແດງ​ອອກ ​​ແລະ ກ້າທີ່ຈະສົນ ທະນາ​ກັບ​ຄົນ​ຕ່າງປະ​ເທດ. ມີ​ຄວາມ​ສົນ​ໃຈ​ໃນ​ການ​​ຄົ້ນຄວ້າ, ຮັບ​ຟັງ ​ແລະ ​ຄົ້ນ​ຄິດ​ກ່ຽວກັບຫຼັກການ​ໃຊ້​ພາສາ​ຢ່າງຖືກຕ້ອງ.

ຈະ​ມີຄວາມ​ຮູ້ດ້ານ​ການ​ນຳ​ໃຊ້ພາສາ​ອັງກິດ ເຊັ່ນ: ທັກ​ສະ ການ​ຟັງ, ຂຽນ, ອ່ານ ​ແລະ ​ເວົ້າ ໄດ້ຢ່າງ​ຄ່ອງ​ແຄ້ວ; ທັກສະໃນການຄົ້ນຄິດແບບເລິກເຊິ່ງໃນເວລາອ່ານເລື່ອງ ແລະ ບົດກາບກອນທີ່ເປັນພາສາອັງກິດ; ທັກສະໃນການພັນລະນາຄົນ, ສະຖານທີ່ ແລະ ສິ່ງຂອງຕ່າງໆ ແລະ ສາມາດນໍາໃຊ້ເຕັກນິກການແປເຂົ້າໃນການແປບົດເລື່ອງ, ເຫດການ ແລະ ປະເດັນຕ່າງໆ.

ເປັນ​ພະນັກງານ​ຮັບ​ຕ້ອນ, ຜູ້​ປະສານ​ງານ, ນາຍ​ແປ​ພາສາ ​ຕາມສຳນັກງານ ​ແລະ ອົງການຈັດ​ຕັ້ງ ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ. ນອກຈາກ​ນັ້ນ, ຍັງ​ສາ​ມາດນຳ​ໃຊ້​​ພາສາ​ອັງກິດ​ເຂົ້າ​ໃນ​ວິຊາ​ສະ​ເພາະທີ່​ຕົນ​ໄດ້​ຮຽນມາ​ເຊັ່ນ: ວຽກງານ​ດ້ານ​ການ​ພົວພັນ​ຕ່າງປະ​ເທດ, ​ເສດຖະກິດ  ​ແລະ ອື່ນໆທີ່​ມີ​ການ​ນຳ​ໃຊ້​ພາສາ​ອັງກິດ​ເປັນຫຼັກ.

  1. ພາສາ​ອັງກິດ​ທົ່ວ​ໄປ 
  2. ​ໄວ​ຍະ​ກອນ
  3. ການ​ເວົ້າ​ໃນ​ທີ່​ສາທາລະນະ
  4. ການ​ຝຶກ​ຊ້ອມ​ການ​ອ່ານ 
  5. ການ​ຝຶກ​ຊ້ອມ​ການ​ຂຽນ 
  6. ການ​​ຝຶກ​ຊ້ອມ​ການ​ອອກສຽງ
  7. ການ​ຮຽນຮູ້​ຄຳ​ສັບ
  8. ການ​ອ່ານ​ວິ​ເຄາະ​ໃຈຄວາມ
  9. ວັດທະນະທຳ ອາຊຽນ ​ແລະ ຕາ​ເວັນ​ຕົກ
  10. ການ​ສົມທຽບວັນນະຄະດີ
  11. ການ​ແປ​ພາສາ
  12. ​ເຄົ້າ​ກຳ​ເນີ​ດຂອງ​ຄຳ​ສັບ
  13. ບົດ​ຫັດ​ແຕ່ງ
  14. ພາສາ​ອັງກິດ​ທຸລະ​ກິດ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277