ຄູ​ພາສາ​ອັງກິດ

ຄະນະສຶກສາສາດ

ປະລິນຍາຕີ 4ປີ

ພາສາ​ອັງ​ກິດ​ເປັນພາສາທີ່ທຸກຄົນໃນທົ່ວໂລກໃຊ້ໃນການສື່ສານໃນທົ່ວທຸກຂົງເຂດ ແລະ ຂະແໜງວຽກງານ. ພາສາອັງກິດມີຄວາມສຳຄັນຫຼາຍໂດຍສະເພາະໃນ ສປປ ລາວ ທີ່ກຳລັງຢູ່ໃນຊ່ວງເສດຖະກິດກຳລັງຂະຫຍາຍຕົວ ແລະ ພັດທະນາ​ພ້ອມທັງມີການລົງທຶນຈາກຕ່າງປະເທດ. ພາສາອັງກິດຍັງມີບົດບາດສຳຄັນຢູ່ໃນບັນດາວຽກງານຕ່າງໆທັງພາກລັດ ແລະ ເອກະຊົນ. ສະນັ້ນ, ຄູ​ພາສາ​ອັງກິດ​ຈຶ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ກຽມພ້ອມສົ່ງເສີມເຂົ້າໃນການຊຸກຍູ້ການພັດທະນາຂອງປະເທດ.

ວິຊາ​ນີ້​ຮຽນກ່ຽວກັບ​ຄວາມ​ຮູ້​ພື້ນຖານ​ດ້ານ​ພາສາ​ອັງ​ກິດ​ເຊັ່ນ: ການ​ອ່ານ, ຂຽນ, ຟັງ ​ແລະ ​ເວົ້າ. ນອກຈາກ​ນັ້ນ, ນັກ​ສຶກສາ​ຍັງ​ຈະ​ໄດ້​ຮຽນກ່ຽວກັບ​ການ​ແຕ່ງ​ບົດ​ສອນ, ທິດ​ສະ​ດີ​ທັກ​ສະການ​ສອນ ​ແລະ ວິທີ​ການ​ສິດສອນ. ​ເຊິ່ງທັກ​ສະ​ເຫຼົ່ານີ້ ຖື​ເປັນ​ພື້ນຖານທີ່ສຳຄັນຫຼາຍສຳລັບການສຶກສາພາຍໃນສາຂາຄູພາສາອັງກິດ.ນອກຈາກການຮຽນ4ທັກສະແລ້ວນັກສຶກສາຍັງຈະໄດ້ຮຽນຮູ້ເຖິງຈັນຍາບັນການເປັນຄູ ແລະ ວິທີການສ້າງແຮງບັນດານໃຈໃຫ້ນັກສຶກສາ.

ວິທີ​ການ​ສິດສອນ​ຂອງ​ສາຂາ​ນີ້​ແມ່ນ​ລວມມີ​ທັງ​ການ​ຮຽນ​ແບບ​ຫ້ອງ​ລວມ ​ແລະ ສຳ​ມະ​ນາ. ​ໃນ​ນັ້ນ, ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ເຊັ່ນ: ການ​ສອນ​ທົດ​ລອງ,ການສອນເປັນກຸ່ມ,ການໄປສັງເກດການສອນຢູ່ຕາມໂຮງຮຽນມັດທະຍົມ​ຕອນປາຍ ແລະ ການລົງຝຶກງານສອນຕາມຊັ້ນມັດທະຍົມຕອນປາຍ ພ້ອມທັງນຳຜົນທີ່ໄດ້ຮັບມາຂຽນບົດລາຍງານ. ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການອອກແບບບົດສອນ ແລະ ລົງຝຶກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.

ຄວາມ​ຮູ້​ພື້ນຖານ​ທາງ​ດ້ານ​ພາສາ​ອັງກິດ ແລະ​ ວິ​ຊາ​ສາຍ​ສັງ​ຄົມ​ທົ່ວ​ໄປ, ​ເປັນ​ຄົນມັກ​ຮັກໃນ​ການ​ສິດ​ສອນ, ມີ​ອັດ​ທະຍາ​ໄສ​ດີ, ມີ​ຄວາມ​ອົດທົນ​ສູງ , ເປັນຄົນມີລະບຽບວິໄນ ແລະ ມີ​ຄວາມ​ກະຕືລື​ລົ້ນ, ມີ​ຄວາມ​ສົນ​ໃຈຢາກຮຽນຮູ້ພາ​ສາ​ອັງ​ກິດ ທາງ​ດ້ານ​ທິດ​ສະ​ດີ​ ແລະ ຮຽນ​ຮູ້​ດ້ວຍ​ຕົນ​ເອງ ​ແລະ ​ສົນ​ໃຈ​ຢາກພັດທະນາ​ຕົນ​ເອງ​ຕະຫຼອດ​ເວລາ.

ນັກສຶກສາທີ່​ຈົບ​ຈາກ​ພາກ​ວິຊາ​ນີ້​ຈະ​ມີຄວາມ​ຮູ້​ລົງ​ເລິກດ້ານ​​ການ​ນຳ​ໃຊ້​ພາສາ​ອັງກິດ ​ເຊັ່ນ: ການ​ຟັງ, ຂຽນ, ອ່ານ ​ແລະ ​ເວົ້າ. ມີທັກສະໃນການວິເຄາະຫຼັກສູດ, ການອອກແບບວິທີການສຶກສາ ແລະ ຍັງສາມາດຖ່າຍທອດຄວາມຮູ້ໄດ້. ນອກຈາກນັ້ນ, ນັກສຶກສາຍັງສາມາດວາງແຜນ, ແຕ່ງ ແລະ ອອກແບບບົດສອນແລະບົດສອບເສັງນຳອີກ.

​ເປັນ​ຄູ​ສອນ​ຢູ່​ໂຮງຮຽນມັດທະຍົມ​ຕອນ​ປາຍ ຫຼື ຕໍ່າ​ກວ່າ ຫຼື ​ເປັນ​ຄູ​ສອນ​ຢູ່​ຕາມ​ສູນ​ສອນ​ພາສາ​ອັງກິດ​ຕ່າງໆ. ປະກອບອາຊີບ​ທີ່ກ່ຽວຂ້ອງກັບ​ການ​ສຶກສາ​ເຊັ່ນ: ​ເປັນ​ພະນັກງານ​ຢູ່​ຕາມ​ຫ້ອງການ​ສຶກສາ​ເມືອງ, ຫ້ອງການ​ສຶກສາ​ແຂວງ, ສຳນັກງານ ​ແລະ ອົງການ​ຕ່າງໆ, ​ເຮັດ​ວຽກກັບ​ໂຄງການ​ກ່ຽວກັບ​ການ​ສຶກສາ, ​ເຮັດ​ວຽກທົ່ວ​ໄປ​ກ່ຽວກັບ​ເອກະ​ຊົນ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ.

  1. General English 
  2. Reading 
  3. Pronunciation
  4. Listening 
  5. Critical reading 
  6. Composition writing 
  7. Method 
  8. Business 
  9. Grammar
  10. Translation and interpretation 
  11. Academic writing 
  12. Public speaking 
  13. Western and ASEAN culture 
  14. ESP
  15. Literature 
  16. Report and thesis writing 
  17. Phonetic