ເຄມີສິ່ງແວດລ້ອມ 

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ເຄມີສິ່ງແວດລ້ອມ ໝາຍເຖິງປະກົດການທາງເຄມີ ແລະ ຊີວະເຄມີ ທີ່ເກີດຂຶ້ນໃນທໍາມະຊາດ. ໃນປັດຈຸບັນ ປະຊາກອນໄດ້ມີການຂະຫຍາຍຕົວ, ຄົນເຮົາຈຶ່ງໄດ້ຄິດຄົ້ນຫາວິທີທາງໃນການພັດທະນາເຕັກໂນໂລຊີ, ກະສິກໍາ ແລະ ອຸດສາຫະກໍາ ເພື່ອເພີ່ມກໍາລັງການຜະລິດ ແລະ ຕອບສະໜອງປັດໄຈສີ່ ເຊິ່ງໄດ້ສ້າງຜົນກະທົບ ແລະ ສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມ ເປັນຕົ້ນແມ່ນຂີ້ເຫຍື້ອ ແລະ ທາດເຄມີ ສາຂານີ້ຈຶ່ງມີຄວາມສໍາຄັນເພື່ອການຈັດການ ແລະ ຄຸ້ມຄອງສິ່ງແວດລ້ອມ ຢ່າງມີປະສິດທິພາບ. 

ວິຊານີ້ແມ່ນຮຽນ ກ່ຽວກັບ ການນໍາໃຊ້ເຄມີ ເຂົ້າໃນການຈັດການ ແລະ ຄຸ້ມຄອງສິ່ງແວດລ້ອມ ເພື່ອຊ່ວຍແກ້ໄຂບັນຫາ ແລະ ກຽມພ້ອມຮັບມືກັບບັນຫາສິ່ງແວດລ້ອມ, ປະກົດການ ການປ່ຽນແປງທາງເຄມີ ແລະ ສານເຄມີທີ່ມີຢູ່ໃນສິ່ງແວດລ້ອມ (ນໍ້າ, ອາກາດ ແລະ ດິນ), ປະຕິກິລິຍາ ແລະ ຜົນທີ່ເກີດຈາກກິດຈະກໍາຂອງມະນຸດ ຫຼື ສິ່ງທີ່ມີຊີວິດ, ມົນລະພິດທາງສິ່ງແວດລ້ອມ, ວິທະຍາສາດສິ່ງແວດລ້ອມ, ການປະເມີນຜົນກະທົບ ແລະ ບັນຫາສິ່ງແວດລ້ອມ ແລະ ການກວດສອບສິ່ງແວດລ້ອມ. 

ນັກສຶກສາຈະໄດ້ຮຽນທິດສະດີ ຜ່ານການບັນຍາຍຈາກຄູອາຈານ ແລະ ນັກສໍາມະນາກອນ, ນໍາໃຊ້ສື່ການສອນ  ແລະ ການຍົກເອົາປະເດັນບັນຫາສິ່ງແວດລ້ອມ, ບຸກຄົນ-ສິ່ງທີ່ມີຊີວິດ ທີ່ໄດ້ຮັບຜົນກະທົບຈາກການນໍາໃຊ້ສານເຄມີ ໃນສິ່ງແວດລ້ອມ ມານໍາໃຊ້ເປັນກໍລະນີສຶກສາ; ມີການລົງທັດສະນະສຶກສາ ແລະ ຮຽນພາກປະຕິບັດຕົວຈິງ ເຊັ່ນ: ການວິເຄາະວິໄຈບັນຫາມົນລະພິດ ແລະ ທາດເຈືອປົນ, ການບໍາບັດ, ການແກ້ໄຂ ແລະ ການກວດສອບຄຸນນະພາບທາງເຄມີ ໃນສິ່ງແວດລ້ອມ.

ຄວາມຮູ້ພື້ນຖານ ດ້ານເຄມີສາດ, ຊີວະສາດ ແລະ ຊີວະວິທະຍາ, ພາສາອັງກິດ ແລະ ຟີຊິກສາດ; ເປັນຄົນ ມັກຄົ້ນຄວ້າ, ມັກສັງເກດ ແລະ ຊອກຫາວິທີການແກ້ໄຂບັນຫາ, ມີຄວາມລະອຽດ ແລະ ເຮັດວຽກແບບເປັນລະບົບ. ມີຄວາມສົນໃຈພິເສດ  ດ້ານການປົກປັກຮັກສາສິ່ງແວດລ້ອມ ແລະ ວິເຄາະ ແລະ ວິໄຈ ທາດເຄມີ.  

ຮູ້ວິທີການເຮັດບົດວິໄຈ ແລະ ການວິເຄາະທາດ; ຮູ້ວິທີການນໍາໃຊ້ອຸປະກອນການທົດລອງ; ສາມາດວິເຄາະ ແລະ ກວດສອບເພື່ອເອົາໄປທຽບກັບມາດຕະຖານສາກົນ; ມີທັກສະໃນການສຳຫຼວດ ແລະ ການເກັບຕົວຢ່າງເພື່ອສຶກສາ ແລະ ວິເຄາະຂໍ້ມູນ; ມີຄວາມສາມາດໃນການກວດສອບຄຸນນະພາບຂອງຊັບພະຍາກອນໃນສິ່ງແວດລ້ອມ ເຊັ່ນ: ດິນ, ເຄມີ, ນໍ້າ ແລະ ອາກາດ. 

  • ທາງເລືອກໃນການປະກອບອາຊີບ

ເປັນນັກຄົ້ນຄວ້າ ແລະ ວິໄຈເຄມີດ້ານສິ່ງແວດລ້ອມ, ນັກປະເມີນຜົນກະທົບ, ນັກພັດທະນາຊຸມຊົນ ຫຼື ສິ່ງແວດລ້ອມ, ແລະເປັນທີ່ປຶກສາໃນຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ບັນດາຫ້ອງການກະຊວງຕ່າງໆ, ໂຮງງານອຸດສາຫະກໍາ, ບໍລິສັດທີ່ປຶກສາດ້ານການຄວບຄຸມມົນລະພິດສິ່ງແວດລ້ອມ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ກ່ຽວຂ້ອງ. 

ໝວດວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ເຕັກນິກກົນຈັກ 
  2. ພື້ນຖານຊີວະເຄມີ 
  3. ຄວາມປອດໄພທາງເຄມີ 
  4. ພິດວິທະຍາສິ່ງແວດລ້ອມ 
  5. ເຄມີສິ່ງແວດລ້ອມ 
  6. ສຶກສາເງົາກະຈາຍ
  7. ຄວາມຮູ້ພື້ນຖານກ່ຽວກັບລະບົບຖານຂໍ້ມູນ
  8. ນິເວດວິທະຍາຂອງແຫຼ່ງນໍ້າ
  9. ວິເຄາະຄຸນນະພາບນໍ້າ ແລະ ການບໍາບັດນໍ້າເປື້ອນ ແລະ ທົດລອງ
  10. ເຄມີສິ່ງແວດລ້ອມຂອງດິນ ແລະ ທົດລອງ 
  11. ມົນລະພິດທາງອາດກາດ ແລະ ການຄວບຄຸມມົນລະພິດທາງອາກາດ 
  12. ການຈັດການຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ
  13. ມົນລະພິດທາງສຽງ ແລະ ການສັ່ນສະເທືອນ

ໝວດໝວດເຕັກນິກວິຊາສະເພາະ

  1. ວິເຄາະໂດຍໃຊ້ເຄື່ອງມື 
  2. ພາກສະໜາມ 
  3. ການຈັດການຄຸນນະພາບສິ່ງແວດລ້ອມ ແລະ ກົດໝາຍສິ່ງແວດລ້ອມ 
  4. ການປະເມີນຜົນກະທົບສິ່ງແວດລ້ອມ 
  5. ຫຼັກການວິໄຈທາງສິ່ງແວດລ້ອມ 
  6. ມົນລະພິດຂອງດິນ ຈາກການໃຊ້ປຸ໋ຍເຄມີ 
  7. ກົນລະສາດບໍາບັດນໍ້າເປື້ອນ 
  8. ເຕັກໂນໂລຍີການນໍາໃຊ້ທາດອົງຄະທາດ ທີ່ເສຍແລ້ວມາໃຊ້ເປັນປະໂຫຍດຄືນໃໝ່ 
  9. ເຄມີອຸດສາຫະກໍາ ແລະ ສິ່ງແວດລ້ອມ