ການຈັດການ​ສິ່ງ​ແວດ​ລ້ອມ

ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ  

ປະລິນຍາຕີ 4 ປີ

ການຈັດການສິ່ງແວດລ້ອມ ໝາຍເຖິງການຄຸ້ມຄອງ, ບໍລິຫານ ແລະ ຈັດການ ຊັບພະຍາກອນທໍາມະຊາດ ໃຫ້ຢູ່ໃນສະພາບທີ່ສົມບູນ, ມີການນໍາໃຊ້ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ. ຊັບພະຍາກອນທໍາມະຊາດເປັນສິ່ງທີ່ມີຢູ່ຢ່າງຈໍາກັດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການດໍາລົງຊີວິດຂອງຄົນ, ສັດ ແລະ ພືດ, ເພື່ອໃຫ້ມີການອະນຸລັກ ແລະ ປົກປັກຮັກສາໄວ້ໃຫ້ຄົນຮຸ່ນຕໍ່ໄປ ຈຶ່ງຈໍາເປັນ ທີ່ຈະຕ້ອງມີການຈັດການສິ່ງແວດລ້ອມທີ່ດີ ເພື່ອຮັກສາໄວ້ ແລະ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ.

ສາຂາວິຊາ​ນີ້ຮຽນກ່ຽວກັບ ​ນິຕິກຳ ທີ່ກ່ຽວຂ້ອງກັບ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການວິເຄາະບັນຫາສິ່ງແວດລ້ອມ, ການປະເມີນຄວາມສ່ຽງ ຫຼື ຜົນກະທົບຈາກໂຄງການພັດທະນາ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,  ບັນຫາຄວາມເຊື່ອມໂຊມທາງສິ່ງແວດລ້ອມ ແລະ ການຂາດແຄນຊັບພະຍາກອນ ໂດຍມີຈຸດປະສົງເພື່ອຊອກຫາວິທີແກ້ໄຂບັນຫາ, ຟື້ນຟູ, ປັບປຸງ, ຄຸ້ມຄອງ ແລະ ຈັດສັນສິ່ງແວດລ້ອມໃຫ້ຢູ່ໃນສະພາວະສົມດຸນ ແລະ ສົມບູນທີ່ສຸດ. 

ນັກສຶກສາຈະໄດ້​ຮຽນຮູ້ທິດສະດີທີ່ກ່ຽວຂ້ອງກັບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ບັນຫາທີ່ເກີດຂຶ້ນຕົວຈິງໃນປະຈຸບັນ ຜ່ານກໍລະນີສຶກສາໃນຮູບແບບຕ່າງໆ ແລ້ວນໍາສະເໜີຜົນຂອງການສຶກສາພ້ອມທັງເຮັດບົດລາຍງານ. ມີການລົງພາກປະຕິບັດຕົວຈິງເຊັ່ນ: ທົດລອງເຮັດປຸ໋ຍຊີວະພາບ, ສໍາຫຼວດວັດແທກພື້ນທີ່, ວິເຄາະວິໄຈ ຫຼື ບໍາບັດນໍ້າເສຍ, ຈັດການຂີ້ເຫຍື້ອ. ມີການທັດສະນະສຶກສາຢູ່ໂຮງງານອຸດສາຫະກໍາ ແລະ ສະຖານທີ່ໆມີຜົນກະທົບທາງສິິ່ງແວດລ້ອມ ຫຼື ທີ່ມີການຈັດການສິ່ງແວດລ້ອມທີ່ດີ. 

ຄວາມຮູ້​ພື້ນຖານ ​ທາງດ້ານ​ວິທະຍາສາດ​ທໍາມະຊາດ, ສິ່ງ​ແວດ​ລ້ອມ ​ແລະ ວິີທີການປະ​ເມີນ​ຜົນ. ຕ້ອງເປັນຄົນ ຮອບຄອບ, ມັກຄົ້ນຄິດ ແລະ ຊ່າງສັງເກດ. ມີທັກສະ ໃນການຈັດການ, ວາງແຜນ, ແກ້ໄຂ ແລະ ຄຸ້ມຄອງວຽກງານຢ່າງເປັນລະບົບ​. ມີຄວາມສົນໃຈ ໃນການຮຽນຮູ້ແບບແຜນວິທີການພັດທະນາທີ່ ເປັນມິດກັບສິ່ງແວດລ້ອມ ​ແລະ ສັງຄົມ. 

ທັກສະໃນການວິເຄາະ ແລະ ພິຈາລະນາບັນຫາ, ການນໍາໃຊ້ເຄື່ອງມື ແລະ ວິທີການໃນການແກ້ໄຂບັນຫາສິ່ງແວດລ້ອມ; ຮູ້ຂັ້ນຕອນ ແລະ ວິທີການປ້ອງກັນບັນຫາສິ່ງແວດລ້ອມ​, ການຈັດການສິ່ງແວດລ້ອມ, ການວາງ​ແຜນ​ພັດທະນາ, ການຄຸ້ມຄອງ ແລະ ການປົກປັກຮັກສາສິ່ງແວດລ້ອມ; ຮູ້ວິທີການປະເມີນ ແລະ ຫຼຸດຜ່ອນ ຜົນກະທົບທີ່ ອາດຈະເກີດຂຶ້ນກັບສິ່ງແວດລ້ອມ.  

​ສາມາດປະກອບອາຊີບໃນໜ່ວຍງານທີ່ກ່ຽວຂ້ອງກັບ ການຄຸ້ມຄອງ-ອະນຸລັກສິ່ງແວດລ້ອມ, ການພັດທະນາໂຄງການ, ການບໍລິຫານຈັດການດ້ານສິ່ງແວດລ້ອມ ແລະ ການປະເມີນຜົນກະທົບທາງສິ່ງແວດລ້ອມ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງຕ່າງໆທີ່ກ່ຽວຂ້ອງ, ບໍລິສັດ ຫຼື ໂຮງງານກະສິກໍາ, ໂຄງການພັດທະນາ ຫຼື ອົງການຈັດຕັ້ງສາກົນ ເປັນຕົ້ນ. 

ໝວດວິຊາ​​ພື້ນຖານວິຊາສະ​ເພາະ

  1. ນິ​ເວດ​ວິທະຍາ
  2. ວິທະຍາສາດສິ່ງແວດລ້ອມ
  3. ກິດຈະກໍາການພັດທະນາໃນລາວ
  4. ລະບົບສາລະສົນເທດທາງພູມີສາດ ແລະ ໂທລະສໍາຜັດ
  5. ແຜນທີ່ ແລະ ການສໍາຫຼວດພາກສະໜາມ
  6. ຈະລິຍະທໍາສິ່ງແວດລ້ອມ
  7. ມະນຸດກັບສິ່ງແວດລ້ອມ
  8. ການສື່ສານດ້ານສິ່ງແວດລ້ອມ
  9. ການຜະລິດສະອາດ
  10. ການທ່ອງທ່ຽວນິເວດ

ໝວດວິຊາ​ສະ​ເພາະ​ລົງ​ເລິກ

  1. ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ
  2. ມົນ​ລະ​ພິດ ສິ່ງ​ແວດ​ລ້ອມ
  3. ລະບົບການຄຸ້ມຄອງສິ່ງແວດລ້ອມ
  4. ການວາງແຜນພັດທະນາຕົວເມືອງແບບປະສົມປະສານ
  5. ຊັບພະຍາກອນນໍ້່າ ແລະ ສິ່ງແວດລ້ອມ
  6. ກົດໝາຍສິ່ງແວດລ້ອມ
  7. ການກໍານົດນະໂຍບາຍສິ່ງແວດລ້ອມ
  8. ຊັບພະຍາກອນ​ປ່າໄມ້ ​ແລະ ສິ່ງ​ແວດ​ລ້ອມ
  9. ຫຼັກການຈັດການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
  10. ​ເສດຖະສາດ​ສິ່ງ​ແວດ​ລ້ອມ
  11. ການວາງແຜນຄຸ້ມຄອງໂຄງການ
  12. ການຄຸ້ມຄອງປ່າສະຫງວນ ແລະ ເຂດອະນຸລັກຊີວະນາໆພັນ
  13. ການປະເມີນຜົນກະທົບສິ່ງແວດລ້ອມ
  14. ການຈັດການສິ່ງເສດເຫຼືອ
  15. ການສໍາຫຼວດຊັບພະຍາກອນທໍາມະຊາດໂດຍໃຊ້ພາບຖ່າຍຈາກດາວທຽມ
  16. ການກະສິກໍາ ແລະ ສິ່ງແວດລ້ອມ
  17. ການບໍລິຫານອົງກອນ
  18. ການວາງແຜນນໍາໃຊ້ທີ່ດິນ
  19. ການຈັດການອ່າງໂຕ່ງ
  20. ການອຸດສາຫະກໍາ ແລະ ຂຸດຄົ້ນບໍ່ແຮ່
  21. ການບໍລິຫານ ແລະ ແກ້ໄຂຂໍ້ຂັດແຍ່ງ
  22. ການຈັດການດິນບໍລິເວນນໍ້າ
  23. ການກຽມການປ້ອງກັນ ແລະ ບັນເທົາໄພພິບັດ