ການວາງ​ແຜນ​ພັດທະນາ​ສິ່ງ​ແວດ​ລ້ອມ

ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ  

ປະລິນຍາຕີ 4 ປີ

​ການວາງ​ແຜນ​ພັດທະນາ​ສິ່ງ​ແວດ​ລ້ອມ ໝາຍ​ເຖິງ ຂະບວນການຕັດສິນໃຈ ໃນການວາງແຜນ ແລະ ການພິຈາລະນາຢ່າງ​ຖີ່​ຖ້ວນ ໃນການນໍາໃຊ້ ແລະ ຄຸ້ມຄອງຊັບພະຍາກອນທຳ​ມະ​ຊາດ ແລະ ແກ້ໄຂບັນ​ຫາສິ່ງແວດລ້ອມ ທີ່ເກີດຈາກ ບັນດາກິດຈະກໍາ ຂອງການພັດທະນາ​. ສາຂານີ້ມີຄວາມສໍາຄັນ ເນື່ອງຈາກມັນໄດ້ສຶກສາເຖິງປັດໄຈທີ່ກ່ຽວພັນກັບການພັດທະນາ ເຊັ່ນ: ການເມືອງ, ເສດຖະກິດ ແລະ ສັງຄົມ ເພື່ອ​ຄົ້ນ​ຄິດ ແລະ ວາງແຜນ ຟື້ນຟູ ແລະ ຄຸ້ມຄອງສິ່ງ​ແວດ​ລ້ອມ​ໃຫ້ມີການພັດທະນາ ​ແບບ​ຍືນ​ຍົງ. ​

ສາຂານີ້ຮຽນກ່ຽວກັບ ທິດສະດີ​ການວາງແຜນການພັດທະນາທາງດ້ານສິ່ງແວດລ້ອມ ໃນນີ້ນັກສຶກສາຈະໄດ້ສຶກສາ ກ່ຽວກັບຜົນກະທົບທາງສິ່ງແວດລ້ອມທີ່ເກີດຈາກການພັດທະນາຕ່າງໆ, ສາ​ເຫດ ​ແລະ ວິທີ​ການປ້ອງ​ກັນໄພພິບັດ, ​ຍຸດທະສາດການປະເມີນຜົນກະທົບສິ່ງແວດລ້ອມ, ການພັດທະນາຕົວເມືອງ ແລະ ຊົນນະບົດໃໝ່. ນອກນີ້ຍັງຈະໄດ້ສຶກສາກ່ຽວກັບການພັດທະນາແບບຍືນຍົງ ​ທີ່ກວມເອົາ ການພັດທະນາທາງດ້ານ​ເສດຖະກິດ, ສັງຄົມ ​ແລະ ສິ່ງແວດລ້ອມ​ໄປ​ພ້ອມໆກັນ.

ການສິດສອນແມ່ນໄດ້ເນັ້ນໃສ່ ການຮຽນຮູ້ທາງດ້ານ ທິດສະດີ ເປັນຫຼັັກ ເປັນຕົ້ນແມ່ນ ທິດສະດີການພັດທະນາ, ສິ່ງແວດລ້ອມສຶກສາ ແລະ ທິດສະດີ ຮູບແບບການພັດທະນາເປັນຕົວເມືອງ ແລະ ຊົນນະບົດໃໝ່. ນອກນັ້ນ ນັກສຶກສາຍັງຈະໄດ້ຮຽນຮູ້ ໃນຮູບແບບ ການປະຕິບັດຕົວຈິງ ເຊັ່ນ: ການລົງທັດສະນະສຶກສາເຊີງພື້ນທີ່ ຢູ່ຕາມ​ ໂຮງງານອຸດສາຫະກໍາ, ​ເຂື່ອນ​ໄຟ​ຟ້າ ຫຼື ພື້ນທີ່ຕ່າງໆ ທີ່ມີຄວາມຕ້ອງການ ການວາງແຜນພັດທະນາທາງດ້ານສິ່ງແວດລ້ອມ.

ຄວາມຮູ້​ພື້ນຖານ​ ທາງດ້ານວິຊາ ​ພູມີສາດ, ປະຫວັດສາດ, ວິທະຍາສາດ​ສັງຄົມ, ສິ່ງ​ແວດ​ລ້ອມ ​ແລະ ການວາງ​ແຜນ; ເປັນຄົນ ມີການວາງແຜນໃນການເຮັດວຽກຢ່າງເປັນລະບົບ. ​ມີຄວາມສົນໃຈໃນການຮຽນຮູ້ແບບແຜນວິທີການພັດທະນາ ທີ່ເປັນມິດກັບສິ່ງແວດລ້ອມ ​ແລະ ສັງຄົມ ແລະ ມັກຄົ້ນຫາ ວິທີການຕ່າງໆ ທີ່ກໍ່ໃຫ້ເກີດມີການປ່ຽນແປງ ທີ່ດີ.

ຮູ້ວິທີການວາງແຜນ, ຈັດສັນ ແລະ ອອກແບບພື້ນທີ່; ການສໍາຫຼວດ, ວິເຄາະ ແລະ ສ້າງແຜນ ໃນການນໍາໃຊ້ພື້ນທີ່; ການໝູນໃຊ້ທິດສະດີ ເຂົ້າໃນຂະບວນການພັດທະນາ; ແລະ ຮູ້ວິທີການ ຈັດການກັບ ການວາງແຜນນໍາໃຊ້ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຍືນຍົງ ແລະ ມີຜົນປະໂຫຍດສູງສຸດ. 

ເປັນ​ນັກ​ວາງ​ແຜນ​ພັດທະນາສິ່ງແວດລ້ອມ, ຜູ້ປະສານ​ງານໂຄງການ, ​ທີ່ປຶກສາ ຫຼື ນັກວິຊາການ ໃນພາກ​ລັດ ​ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ສິ່ງ​ແວດ​ລ້ອມ ​ເຊັ່ນ: ກະຊວງ​​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ພະ​ແນ​ກ​ ​ແລະ ຫ້ອງ​ການ​ຂັ້ນ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ແລະ ​ຫົວໜ່ວຍທຸລະກິດເອກະຊົນຕ່າງໆ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ໝວດວິຊາ​​ພື້ນຖານວິສຊາສະເພາະ

  1. ສິ່ງແວດລ້ອມສຶກສາ 
  2. ສັງຄົມວິທະຍາ
  3. ເຊື່ອມໂຍງເພື່ອການພັດທະນາ (ການຫັນເປັນສາກົນ ແລະ ສິ່ງແວດລ້ອມ)
  4. ພາສາອັງກິດ
  5. ກົດໝາຍສິ່ງແວດລ້ອມ 
  6. ການບໍລິຫານອົງກອນ ແລະ ບຸກຄະລາກອນ 
  7. ນິເວດວິທະຍາ 
  8. ເສດຖະສາດການເມືອງ ແລະ ການວາງແຜນ
  9. ຄອມພິວເຕີ
  10. ວິທະຍາສາດສິ່ງແວດລ້ອມ 
  11. ການສື່ສານສິ່ງແວດລ້ອມ
  12. ສະຖິຕິ
  13. ການຜະລິດສະອາດ 
  14. ອຸຕຸນິຍົມ ແລະ ອຸທົກກະສາດ
  15. ປະຊາກອນ ແລະ ການພັດທະນາ 

ໝວດວິຊາ​ສະ​ເພາະ​

  1. ຍຸດທະສາດ ການພັດທະນາ 
  2. ການຄຸ້ມຄອງສິ່ງແວດລ້ອມ 
  3. ແຜນທີ່ ແລະ ການສໍາຫຼວດພາກສະໜາມ 
  4. ພູມສາດເສດຖະກິດລາວ 
  5. ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນ 
  6. ການສຶກສາເພື່ອການພັດທະນາແບບ ຍືນຍົງ
  7. ການຈັດການສິ່ງເສດເຫຼືອ ກັບການພັດທະນາ 
  8. ລະບົບສາລະສົນເທດທາງພູມີສາດ ແລະ ໂທລະສໍາຜັດ
  9. ກົດໝາຍເສດຖະກິດ 
  10. ເສດຖະກິດຊົນນະບົດ
  11. ທໍລະນີສາດ ແລະ ສັນຖານວິທະຍາ
  12. ຂະບວນການ ແລະ ເຕັກນິກຂອງນັກພັດທະນາ
  13. ການອອກແບບນໍາໃຊ້ພື້ນທີ່ເບື້ອງຕົ້ນ 
  14. ການວາງແຜນພັດທະນາຊົນນະບົດ 
  15. ຍຸດທະສາດການປະເມີນສິ່ງແວດລ້ອມ 
  16. ການວາງແຜນ ພັດທະນາເປັນຕົວເມືອງ 
  17. ພັດທະນາທ່ອງທ່ຽວສິ່ງແວດລ້ອມ
  18. ທິດສະດີການພັດທະນາ
  19. ເສດຖະກິດຊັບພະຍາກອນທໍາມະຊາດ
  20. ໄພພິບັດ ແລະ ການພັດທະນາ