ວິທະຍາສາດສິ່ງແວດລ້ອມ

ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ  

ປະລິນຍາຕີ 4 ປີ

ວິທະຍາສາດສິ່ງແວດລ້ອມ ໝາຍເຖິງວິທະຍາສາດ ທີ່​ສຶກສາກ່ຽວກັບບັນດາກົດເກນ ແລະ ປະກົດການທາງສິ່ງແວດລ້ອມ.  ​ເນື່ອງ​ຈາກວ່າຊັບພະຍາກອນທໍາມະຊາດ ເປັນປັດ​ໄຈພື້ນຖານ​ໃນການດໍາລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ, ສາຂາວິຊານີ້ ຈຶ່ງມີຄວາມສໍາຄັນ​ຍິ່ງ​ໃນການຊ່ວຍຮັກສາຄວາມ​ສົມ​ດູນ ແລະ ​​ຍືນ​ຍົງ​​ຂອງລະ​ບົບ​ນິ​ເວດ ແລະ ຊັບພະຍາກອນທໍາມະຊາດ ພ້ອມ​ຍັງຊ່ວຍຫຼຸດຜ່ອນຜົນກະທົບທາງສິ່ງແວດລ້ອມ ທີ່ເກີດຂຶ້ນຈາກກິດຈະກໍາຕ່າງໆຂອງມະນຸດ​ອີກ​ດ້ວຍ.

ຮຽນກ່ຽວກັບ​ 4 ກຸ່ມວິຊາຫຼັກ ​​ຄື: (1) ວິທະຍາສາດ​ທໍາ​ມະ​ຊາດ (ເຄມີ​ສາດ, ຊີວະສາດ, ຟີຊິກສາດ); (2) ສິ່ງແວດລ້ອມທາງກາຍະພາບ ​(ກົດເກນການເໜັງຕີງ ແລະ ປະກົດການຂອງດິນ, ນໍ້າ, ອາກາດ); (3) ສິ່ງແວດລ້ອມທາງຊີວະພາບ ​(ຄວາມ​ກ່ຽວພັນ​ຂອງ​ສິ່ງ​ທີ່​ມີ​ຊີວິດ ​ແລະ ທໍາ​ມະ​ຊາດ, ອົງ​ປະກອບທາງດ້ານເຄມີ-ຊີວະ); ​ແລ​ະ (4) ກຸ່ມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ການປ້ອງກັນມົນລະພິດທາງສິ່ງແວດລ້ອມ (ມົນລະພິດທາງນໍ້າ, ອາກາດ, ການວິໄຈຄຸນນະພາບນໍ້າ ແລະ ພິດວິທະຍາ). 

ເນັ້ນໃສ່ການຮຽນຮູ້ໂດຍອີງໃສ່ບົດຮຽນ ແລະ ບັນຫາຕົວ​ຈິງເປັນຫຼັກ ໂດຍຜ່ານການແລກປ່ຽນ, ສົນທະນາຄວາມຄິດເຫັນ ຕະຫຼອດ​ເຖິງ​ການນໍາສະເໜີບົດລາຍງານທີ່ໄດ້ຈາກການຄົ້ນຄວ້າ. ມີການຟັງບັນຍາຍທິດສະດີ ແລະ ທົດລອງຕົວຈິງ ເຊັ່ນ: ວິໄຈ ​ແລະ ວິເຄາະຄຸນນະພາບນໍ້າ, ອາກາດ ​ແລະ ດິນ; ລົງພາກສະໜາມ​ເພື່ອສັງ​ເກດ ແລະ ເກັບກໍາຂໍ້ມູນຕົວຢ່າງ ຈາກໂຮງງານ, ເຂດອະນຸລັກ ແລະ ເຂດທີ່ໄດ້ຮັບຜົນກະທົບທາງສິ່ງແວດລ້ອມ; ​ແລະ ລົງ​ເຝິກ​ງານ​ໃນ​ຫ້ອງການ​ຕ່າງໆທີ່​ກ່ຽວຂ້ອງ.  

ພື້ນຖານວິຊາ ຄະນິດສາດ, ຊີວະສາດ, ເຄມີສາດ, ພູມີສາດ; ມີທັກສະ ໃນການວິເຄາະ ແລະ ຊອກຮູ້ບັນຫາ, ມີ​ທັກ​ສະ​ໃນ​ການຊັ່ງຊາລະຫວ່າງເຫດ ແລະ ຜົນ. ເປັນຄົນ ຊ່າງສັງເກດ, ຮັກທໍາມະຊາດ ແລະ ມັກການຄົ້ນຄວ້າ-ວິໄຈ. ມີຄວາມສົນໃຈ ດ້ານວິທະຍາສາດທໍາມະຊາດ ແລະ ວຽກງານການອະນຸລັກປົກປັກຮັກສາສິ່ງແວດລ້ອມ.

ຮູ້ວິທີການສັງເກດ, ຕິດຕາມ ແລະ ເກັບກໍາຂໍ້ມູນ; ວິເຄາະ ​ແລະ ວິໄຈ ບັນຫາ ​ແລະ ສາ​ເຫດ​ຕ່າງໆທາງດ້ານສິ່ງແວດລ້ອມ​ເຊັ່ນ: ມົນ​ລະ​ພິດ​ທາງ​ນໍ້າ ​ແລະ ທາງ​ອາກາດ;  ທີ່ສໍາຄັນ ແມ່ນນັກສຶກສາຈະຮູ້ຈັກວິທີການນໍາໃຊ້ວິທະຍາສາດ ເຂົ້າໃນການຄຸ້ມຄອງ, ບໍລິຫານ-ຈັດການ ແລະ ຊອກ​ຫາ​ວິທີແກ້ໄຂບັນຫາຕ່າງໆດ້ານສິ່ງແວດລ້ອມ. 

​ເປັນ​ນັກວິຊາການ​ດ້ານ​ສິ່ງ​ແວດ​ລ້ອມ ໃນໜ່ວຍງານທີ່ກ່ຽວກັບສິ່ງແວດລ້ອມ ທັງພາກລັດ ແລະ ເອກະຊົນ ​ເຊັ່ນ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງພະລັງງານ ແລະ ບໍ່ແຮ່, ກະ ຊວງສາທາລະນະສຸກ, ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ, ລັດວິສາຫະກິດໄຟຟ້າລາວ, ໂຄງການ ແລະ ອົງການຈັດຕັ້ງອື່ນໆ. 

  • ໝວດວິຊາພື້ນຖານວິຊາສະເພາະ 
  1. ວິທະຍາສາດສິ່ງແວດລ້ອມ
  2. ພູມອາກາດ ແລະ ອຸຕຸນິຍົມວິທະຍາ
  3. ວິທີວິໄຈ
  4. ລະບົບສາລະສົນເທດທາງພູມີສາດ ແລະ ໂທລະສໍາຜັດ
  5. ແຜນທີ່ ແລະ ການສຳຫຼວດພາກສະໜາມ
  6. ອານຸກົມວິຖານ
  7. ການທ່ອງທ່ຽວແບບອານຸລັກ
  8. ຈາລິຍະທຳສິ່ງແວດລ້ອມ
  • ໝວດວິຊາສະເພາະ 
  1. ການປ່ຽນແປງສະພາບດິນຟ້າອາກາດ
  2. ການຈັດການອ່າງໂຕ່ງ
  3. ການອອກແບບນຳໃຊ້ພື້ນທີ່ເບື້ອງຕົ້ນ
  4. ວິທະຍາສາດນ້ຳ
  5. ວິທະຍາສາດດິນ
  6. ມົນລະພິດສິ່ງແວດລ້ອມ
  7. ການກຽມພ້ອມຮັບມືໄພພິບັດ
  8. ການກະສິກຳ ແລະ ສິ່ງແວດລ້ອມ
  9. ການຜະລິດສະອາດ
  10. ກົດໝາຍສິ່ງແວດລ້ອມ
  11. ສິ່ງມີຊີວິດໃນນ້ຳຈືດ
  12. ການຈັດການສິ່ງເສດເຫຼືອ
  13. ເຄື່ອງປ່າຂອງດົງ
  14. ຊີວະພູມີສາດ
  15. ວິໄຈຄຸນນະພາບນໍ້າ
  16. ການປະເມີນຜົນກະທົບສິ່ງແວດລ້ອມ
  17. ຊັບພະຍາກອນແຮ່ທາດ ແລະ ການອຸດສາຫະກໍາ
  18. ເຄມີສິ່ງແວດລ້ອມ
  19. ຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ
  20. ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ
  21. ການວາງແຜນຄຸ້ມຄອງໂຄງການ
  22. ທໍລະນີສັນຖານວິທະຍາ
  23. ດິນບໍລິເວນນໍ້າ
  24. ມະນຸດກັບສິ່ງແວດລ້ອມ
  25. ພະລັງງານທົດແທນ
  26. ພິດວິທະຍາສິ່ງແວດລ້ອມ
  27. ການເຝິກງານວິຊາຊີບ