ເຕັກໂນໂລຊີສິ່ງແວດລ້ອມ 

ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ  

ປະລິນຍາຕີ 4 ປີ

ເຕັກໂນໂລຊີສິ່ງແວດລ້ອມ ໝາຍເຖິງການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງ ແລະ ຈັດການສິ່ງແວດລ້ອມ ເພື່ອການພັດທະນາທີ່ຍືນຍົງ ແລະ ມີຜົນກະທົບຕໍ່ກັບສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ. ສາຂານີ້ມີຄວາມສໍາຄັນເນື່ອງຈາກ ມັນ​ໄດ້​ນໍາ​ໃຊ້ເຕັກໂນໂລຊີທີ່​ທັນ​ສະ​ໄໝ ມາ​ເປັນ​ເຄື່ອງມື​​ໃນ​ການຮັກສາສິ່ງແວດລ້ອມ ແລະ ຈັດການກັບບັນຫາສິ່ງແວດລ້ອມ ທີ່ເກີດຂື້ນຈາກການກະທໍາຂອງມະນຸດ ແລະ ກິດຈະກໍາຕ່າງໆຂອງການພັດທະນາ​ ເຊັ່ນ: ມົນລະພິດທາງອາກາດ, ທາງນໍ້າ, ຂີ້ເຫຍື້ອ…

ສາຂາວິຊານີ້ຮຽນກ່ຽວກັບ ການນໍາໃຊ້ບັນດາເຕັກນິກ ຫຼື ວິທີການຕ່າງໆ ເຂົ້າໃນການບຳບັດ, ຟື້ນຟູ, ຫຼຸດຜ່ອນ ແລະ ຈັດການ ກັບບັນຫາ ຫຼື ຜົນກະທົບຕ່າງໆທີ່ເກີດຂຶ້ນກັບສິ່ງແວດລ້ອມ. ນອກນັ້ນ ນັກສຶກສາ ຍັງຈະໄດ້ຮຽນກ່ຽວກັບບັນດາອຸປະກອນ ທີ່ໃຊ້ເຂົ້າໃນການຈັດການບັນຫາ​ສິ່ງ​ແວດ​ລ້ອມ​ຕ່າງໆ, ການອອກແບບຮູບແບບຂອງອຸປະກອນດັ່ງກ່າວ, ວິທີສ້າງ ແລະ ນໍາໃຊ້ ເຕັກໂນໂລຊີຕ່າງໆ ເຂົ້າໃນການຈັດການກັບບັນຫາສິ່ງແວດລ້ອມໃຫ້ມີປະສິດທິພາບ.

ມີການບັນຍາຍທິດສະດີ 60% ແລະ ປະຕິບັດ​ຕົວ​ຈິ​ງ 40% ໂດຍ​ຂື້ນ​ກັບ​ລາຍ​ວິຊາ ​ເຊັ່ນ: ​ໃນ​ວິຊາ​ຂະ​ບວນການ​ຜະລິດ​ກະສິກໍາ​ສະອາດ ນັກ​ສຶກສາ ຈະ​ໄດ້​ລົງ​ເບີ່​ງສະຖານ​ທີ່​ຕົວ​ຈິງ​ ເພື່ອ​ເບິ່ງ​ເຕັກນິກ​​ກະສິກໍາ​ອີນຊີ ​ແລະ ສໍາພາດ​ຜູ້ກ່ຽວ​ຂ້ອງ​ເພື່ອ​​ເກັບ​ກໍາ​ຂໍ້​ມູນ. ມີ​ການ​ລົງ​ທັດສະນະ​ສຶກສາ​ທີ່​ໂຮງງານ ແລະ ຕົວ​ເມືອງ ​ເພື່ອ​ສຶກສາ​ເຖິງການ​ຈັດການ ​ແລະ ບໍາບັດ​ນໍ້າ​ເສຍ ແລະ ບັນຫາ​ສິ່​ງ​ແວດ​ລ້ອມ​ທີ່​ເກີດ​ຂື້ນ​ຈາກ​ການ​ເພີ່​ມຂື້ນ​ຂອງ​ປະຊາກອນ ເປັນຕົ້ນ; ແລະ ມີ​ການ​ເຮັດ​ບົດ​ລາຍ​ງານ ​ແລະ ນໍາ​ສະ​ເໜີ​ຂໍ້​ມູນ.

ຄວາມຮູ້ພື້ນຖານ ດ້ານຄະນິດສາດ, ເຄມີສາດ, ຟີຊິກສາດ, ຊີວະສາດ. ມີທັກສະໃນການນຳສະເໜີຜົນງານ, ຄິດໄລ່ ແລະ ອອກແບບ. ເປັນຄົນ ມີຄວາມຄິດລິເລີ່ມ, ສ້າງສັນ ແລະ ມັກນໍາໃຊ້ເຕັກໂນໂລຊີ.  ມີຄວາມສົນໃຈ ໃນການປະດິດສ້າງເຄື່ອງມື, ການອອກແບບ, ວາງແຜນ, ຄົ້ນຄວ້າ, ວິເຄາະຫາເຫດ ແລະ ຜົນ, ມີໃຈຮັກຢາກປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ. 

ສາມາດສ້າງເຄື່ອງມື ແລະ ອອກແບບອຸປະກອນທີ່ໃຊ້ເຂົ້າ ໃນການຄວບຄຸມ ​ແລະ ຈັດການກັບບັນຫາສິ່ງແວດລ້ອມ, ຮູ້ວິທີ ການທີ່ຈໍາເປັນແກ່ການປ້ອງກັນ ແລະ ຫຼຸດຜ່ອນປະລິມານສິ່ງເສດເຫຼືອ,  ຮູ້​ວິ​ເຄາະ​ສາ​ເຫດ ​ແລະ ຜົນ​ກະທົບ ທາງດ້ານ​ສິ່​ງ​ແວດ​ລ້ອມ​ທີ່​ເກີດ​ຈາກ​ຂະ​ບວນການ​ຜະລິດ, ຮູ້ສ້າງ​ແບບ​ຈໍາລອງ​ໂຮງງານ, ອຸປະກອນ​ການ​ປ່ອຍ​ນໍ້າ​ເສຍ​ຂອງ​ໂຮງງານເປັນຕົ້ນ.

ປະກອບອາຊີບໃນໜ່ວຍງານ ພາກລັດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບໍລິສັດເອກະຊົນ ຫຼື ປະກອບອາຊີບຂອງຕົນເອງ ທີ່ຕິດພັນກັບສິ່ງແວດລ້ອມ ເຊັ່ນ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ​ກົມ​ກອງທີ່ກ່ຽວພັນ​ກັບ​ການ​ວິ​ເຄາະ ​ແລະ ວິ​ໄຈ​ຄຸນ​ນະພາ​ບນໍ້າ ​ແລະ ມົນ​ລະ​ພິດ​ຕ່າງໆ ແລະ ​ໂຮງງານ​ອຸດ​ສາຫະ​ກໍາ​ ​ໃນ​ໜ່ວຍ​ງານການ​ຈັດ ການ​ກັບ​ສິ່​ງ​ແວດ​ລ້ອມ.

  • ໝວດວິຊາເຕັກນິກ 
  1. ແຜນທີ່ ແລະ ການສໍາຫຼວດພາກສະໜາມ 
  2. ມົນລະພິດທາງອາກາດ ແລະ ການຄວບຄຸມ 
  3. ຂະບວນການຜະລິດອຸດສາຫະກໍາສະອາດ 
  4. ລະບົບສາລະສົນເທດທາງພູມສາດ ແລະ ໂທລະສໍາພັດ 
  5. ການສ້າງແບບຈໍາລອງ ລະບົບແຫຼ່ງນໍ້າ ດ້ານສິ່ງແວດລ້ອມ 
  6. ການວິໄຈຄຸນນະພາບນໍ້າ 
  • ໝວດທິດສະດີ ວິຊາສະເພາະ 
  1. ວິທະຍາສາດ ເຕັກໂນໂລຊີສິ່ງແວດລ້ອມ 
  2. ຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ 
  3.  ຄວາມຮູ້ພື້ນຖານ ກ່ຽວກັບ ເຕັກໂນໂລຊີສິ່ງແວດລ້ອມ 
  4. ການແກ້ໄຂຂໍ້ຂັດແຍ່ງທາງສິ່ງແວດລ້ອມ 
  5. ການນໍາໃຊ້ປະໂຫຍດເຕັກໂນໂລຊີຊີວະ ພາບເບື້ອງຕົ້ນ
  6. ມົນລະພິດທາງອາກາດ ແລະ ການຄວບຄຸມ 
  7. ບັນຫາສັງຄົມ 
  8. ກົດໝາຍສິ່ງແວດລ້ອມ
  9. ມະນຸດສໍາພັນ
  10. ວິທີວິໄຈ
  11. ການບໍລິຫານຄວາມສ່ຽງ ແລະ ການປະເມີນຜົນ
  • ໝວດວິຊາສະເພາະ 
  1. ການຈັດການສິ່ງເສດເຫຼືອ ແລະ ສິ່ງເສດເຫຼືອອັນຕະລາຍ
  2. ແຜນການຝຶກອົບຮົມສິ່ງແວດລ້ອມ 
  3. ລະບົບການຄຸ້ມຄອງສິ່ງແວດລ້ອມ (ລະບົບ ISO 140001) 
  4. ເຕັກໂນໂລຊີໃນການບໍາບັດນໍ້າເສຍ
  5. ຂະບວນການຜະລິດກະສິກໍາສະອາດ 
  6. ເຕັກໂນໂລຊີສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ 
  7. ເຕັກໂນໂລຊີພະລັງງານຊີວະພາບ