ຈັກກົນໂຮງງານ

ໂຮງຮຽນເຕັກນິກລາວ-ເຢຍລະມັນ

ຫຼັກສູດ ຊັ້ນກາງ 2 ປີ (12+2) 

ຫຼັກສູດ ຊັ້ນສູງຕໍ່​ເນື່ອງ 1 – 1.5 ປີ (12+2+1 ຫຼື 1.5)

ນາຍຊ່າງຈັກກົນ ແມ່ນນາຍຊ່າງທີ່ຜະລິດເຄື່ອງມືອຸປະກອນເຄື່ອງຈັກເພື່ອຮັບໃຊ້ເຂົ້າໃນໂຮງຈັກໂຮງງານຕ່າງໆ. ສາຂານີ້ມີຄວາມສຳຄັນເນື່ອງຈາກ ຂະແໜງອຸດສາຫະກຳຂອງປະເທດເຮົາກຳລັງມີການພັດທະນາ ແລະ ຂະຫຍາຍຕົວຢ່າງວ່ອງໄວ ຈຶ່ງມີຄວາມຮຽກຮ້ອງຕ້ອງການໃຫ້ມີບຸກຄະລາກອນທາງດ້ານນີ້ ເພື່ອໃຫ້ປະເທດເຮົາສາມາດຜະລິດ    ເຄື່ອງມື ເພື່ອມາຮັບໃຊ້ໃນຂະແໜງການດັ່ງກ່າວເອົາເອງ ແລະ ທັ່ງຊ່ວຍຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດອີກດ້ວຍ.

ສາຂາ ຈັກກົນໂຮງງານ ແມ່ນການສຶກສາກ່ຽວກັບການຜະລິດສ້າງບັນດາ ຊິ້ນສ່ວນ, ອຸປະກອນ, ອາໄຫຼ່ ຂອງເຄື່ອງຈັກ ແລະ ​ການ​ຄວບຄຸມ​ເຄື່ອງ​ຈັກ​ຕ່າງໆໃນໂຮງງານ. ນັກສຶກສາຍັງຈະໄດ້ຮຽນຮູ້ການໃຊ້ເຄື່ອງອຸປະກອນໃນການຜະລິດເຄື່ອງມືຕ່າງໆ ຈົນໄປເຖິງການສ້ອມແປງ, ຄົ້ນຄິດ ແລະ ອອກແບບ ນະວັດຕະກໍາໃໝ່ໆທີ່ກ່ຽວກັບຈັກກົນ.

ແມ່ນຈະເນັ້ນທິດສະດີພຽງແຕ່ 30% ສ່ວນອີກ 70% ແມ່ນຈະເນັ້ນການປະຕິບັດຕົວຈິງ​ ​ໂດຍນັກສືກສາຈະໄດ້ນໍາໃຊ້ບົດ ຮຽນທີ່ໄດ້ຮຽນໃນຫ້ອງຮຽນ ເພື່ອມາປະຕິບັດຕົວຈິງໃນການຜະລິດ ອຸປະກອນ ​ເຊັ່ນ: ກ່ອນ​ຜະລິດ​ເຟືອງ ນັກ​ສຶກສາ​ຈະ​ໄດ້ ​ຄິດ​ໄລ່​ຄໍານວນ​, ອອກ​ແບບ ​ເຟືອງ ​ແລະ ຈັດການ​ວາງໜ້າວຽກວ່າ​ອັນ​ໃດຄວນ​ເຮັດ​ກ່ອນ ​ແລະ ຫຼັງເປັນຕົ້ນ; ມີ​ການເຮັດບົດລາຍງານເປັນໄລຍະ; ແລະ ພ້ອມ​ນັ້ນ ນັກສຶກສາຍັງຈະໄດ້ລົງຝຶກງານນຳບັນດາໂຮງງານຂອງ​ທັງ​ພາກ​ລັດ ​ແລະ ເອກະຊົນທີ່ກ່ຽວຂ້ອງ.

ຄວາມຮູ້ພື້ນຖານ ດ້ານວິຊາຄິດໄລ່ເຊັ່ນ: ຄະນິດສາດ, ເຄມີສາດ, ຟີຊິກສາດ, ຄອມພິວເຕີ, ວິຊາແຕ້ມຮູບ; ມີທັກສະ ໃນການນຳໃຊ້ອຸປະກອນສ້ອມແປງ; ມີພື້ນຖານໃນການສ້ອມແປງເຄື່ອງມື ຫຼື ສ້ອມແປງລົດຍິ່ງເປັນການດີ; ເປັນຄົນ ມັກອອກແຮງງານ, ຊອກຮູ້ສຶກສາເອົາເອງ, ດຸໝັ່ນຂະຫຍັນພຽນ; ແລະ ມີຄວາມສົນໃຈ ໃນອາຊີບນາຍຊ່າງ ແລະ ການຜະລິດອຸປະກອນເຄື່ອງມື.

ສາມາດຜະລິດຊິ້ນສ່ວນອຸປະກອນຕ່າງໆຂອງເຄື່ອງຈັກ; ມີທັກສະ ແລະ ຄວາມສາມາດໃນການສ້ອມແປງ ແລະ ບໍາລຸງຮັກສາເຄື່ອງຈັກ; ມີຄວາມສາມາດໃນການອອກແບບ ແລະ ຄົ້ນຄິດ ນະວັດຕະກຳໃໝ່ໆກ່ຽວກັບຈັກກົນໄດ້; ແລະ ມີຄວາມຮູ້ຄວາມສາມາດໃນການຄວບຄຸມເຄື່ອງຈັກຕ່າງໆໃນໂຮງຈັກໂຮງງານ.

ເປັນນາຍຊ່າງ ແລະ ພະນັກງານຜະລິດອຸປະກອນກົນຈັກຕາມໂຮງງານຜະລິດຊິ້ນສ່ວນ ແລະ ໂຮງງານຕ່າງໆທີ່ກ່ຽວຂ້ອງກັບຈັກກົນ ທັງໃນພາກລັດ ແລະ ບໍລິສັດເອກະຊົນຕ່າງໆ. ນອກຈາກນີ້ ນັກສຶກສາຍັງສາມາດປະກອບທຸລະກິດສ່ວນຕົວເຊັ່ນ ເປີດໂຮງກຶງໂຮງຊ່ຽນຕ່າງໆ.

  1. ພື້ນຖານຊ່າງອຸດສາຫະກຳ
  2. ແຕ້ມແບບພື້ນຖານ
  3. ເຕັກນິກຄວບຄຸມ
  4. ຈັດວາງໂຮງຊ່າງ
  5. ໄຮໂດຣລິກ
  6. ນິວເມຕິກ
  7. ກົນລະສາດ
  8. ວັດສະດຸຊ່າງ
  9. ກວດສອບວັດສະດຸ
  10. ແຕ້ມແບບດ້ວຍຄອມພິວເຕີ CAD
  11. ຄອມພິວເຕີ
  12. CNC Software
  13. CNC Operator
  14. ບໍາລຸງ​ຮັກສາ​ເຄື່ອງ​ຈັກ
  15. ປະຕິບັດ​ໂຮງ​ຊ່າງ

ບ. ວັດນາກ, ຖະໜົນ ທ່າເດື່ອ, ກິໂລແມັດທີ 3, ນະຄອນຫຼວງວຽງຈັນ

ໂທ. 021 312432