ຈັກກົນໂຮງງານ 



ວິທະຍາໄລເຕັກນິກປາກປ່າສັກ



ຫຼັກສູດ ຊັ້ນກາງ 2 ປີ



ຈັກກົນໂຮງງານ ໝາຍເຖິງ ລະບົບເຄື່ອງຈັກກົນໃນໂຮງງານ ຫຼື ອຸປະກອນຕ່າງໆ ທີ່ນໍາໃຊ້ເຂົ້າໃນຂະບວນການຜະລິດ ໂດຍຜ່ານຂັ້ນຕອນ-ວິທີການແປຮູບຢ່າງເປັນລະບົບ. ປະຈຸບັນ, ຂະແໜງອຸດສາຫະກໍາ ເປັນຕົ້ນແມ່ນໂຮງງານ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ລັດຖະບານ ຈຶ່ງໄດ້ມຸ້ງເນັ້ນສະໜັບສະໜູນ ໃຫ້ຄົົນຫັນມາຮຽນ ສາຍວິຊາຊີບອາຊີວະ ເພື່ອຕອບສະໜອງຄວາມຕ້ອງ ການດ້ານ ບຸກຄະລາກອນທີ່ມີຄວາມຮູ້ ແລະ ຊໍານິຊໍານານດ້ານກົນຈັກ ແລະ ເພື່ອຫຼຸດຜ່ອນການຈ້າງແຮງງານຈາກຕ່າງປະເທດ. 



ສາຂາ​ນີ້ຮຽນກ່ຽວກັບ ການຈອດ ແລະ ການຊ່ຽນ (ການໂປ້, ການກົບ, ການກັດ, ການເຈາະ, ການເຈຍລະໄນ) ໂລຫະ ແລະ ເຄື່ອງປະດັບ ແລະ ການຄວບຄຸມການເດີນຂອງເຄື່ອງຈັກ ພ້ອມທັງຮຽນຮູ້ວິທີການສ້ອມແປງ, ການປະດິດ ແລະ ການປ່ຽນຮູບ ອຸປະກອນ ຫຼື ເຄື່ອງໃຊ້ຕ່າງໆ ບໍ່ວ່າຈະເປັນເຄື່ອງກົນຈັກໃນໂຮງງານ ຫຼື ໂຮງຊ່ຽນ, ເຄື່ອງໃຊ້ໄຟຟ້າອີເລັກໂຕນິກ ແລະ ເຄື່ອງຍົນ ເປັນຕົ້ນ ລວມໄປເຖິງ ການຊ່ຽນອຸປະກອນທີ່ເຮົາປະດິດຂຶ້ນໃໝ່ ແລະ ເຄື່ອງອາໄຫຼ່ທີ່ຫັກ ຫຼື ເປ່ເພ ທີ່ເຮົາບໍ່ສາມາດຫາຊື້ໄດ້. 



ສໍາລັບສາຂານີ້ ຈະເນັ້ນໃສ່ການຮຽນຮູ້ທິດສະດີເປັນພື້ນຖານ ແລ້ວນໍາໃຊ້ເຂົ້າໃນການປະຕິບັດຕົວຈິງເຊິ່ງ ຈຸດປະສົງ ຫຼັກ ຂອງການຮຽນຮູ້ໃນພາກປະຕິບັດນີ້ ແມ່ນກໍ່ເພື່ອໃຫ້ນັກສຶກສາ ຮູ້ວິທີການ ແລະ ຂັ້ນຕອນຕ່າງໆ ໃນການປະດິດ ຫຼື ສ້ອມແປງອຸປະກອນ ໂດຍຜ່ານການລົງມືປະຕິບັດວຽກງານຕົວຈິງໃນຫ້ອງປະຕິບັດງານ. ນອກນັ້ນ,  ນັກສຶກສາ ຍັງຈະໄດ້ຮຽນວິທີການແຕ້ມແບບ, ການຖູຕະໄບ, ການວັດແທກ ແລະ ການຊ່ຽນອຸປະກອນ ອີກດ້ວຍ.

ຄວາມຮູ້ພື້ນຖານ ດ້ານ ຄະນິດສາດ, ເຄມີສາດ, ຟີຊິກສາດ ແລະ ຄອມພິວເຕີ. ເປັນຄົນ ມີຫົວຄິດປະດິດສ້າງ,  ມີຄວາມອົດທົນ ແລະ ມີຄວາມຕັ້ງໃຈສູງ,ໃສ່ໃຈໃນລາຍລະອຽດ ແລະ ມັກອອກແຮງງານ. ມີຄວາມສົນໃຈພິເສດ ກ່ຽວກັບ ການປະດິດ ແລະ ສ້ອມແປງອຸປະກອນ. ສິ່ງທີ່ສໍາຄັນ ເປັນຄົນທີ່ມີຄວາມອົດທົນ ເພາະວ່າວຽກງານດັ່ງກ່າວເປັນວຽກທີ່ຕ້ອງການຄວາມລະອຽດອ່ອນ. 

ມີທັກສະດ້ານການສ້ອມແປງ ແລະ ປະດິດອຸປະກອນເຄື່ອງໃຊ້; ຮູ້ຈັກການຊ່ຽນ ດ້ວຍວິທີຕ່າງໆ, ການກຽວນອກ-ກຽວໃນ ແລະ ດັດແປງ ອຸປະກອນເຄື່ອງຫັດຖະກໍາ ແລະ ກົນຈັກຕ່າງໆ ເປັນຕົ້ນແມ່ນ ອາໄຫຼ່ລົດ, ເຄື່ອງຈັກ ຫຼື ແກນອິ້ວເງິນ-ຄໍາ ເປັນຕົ້ນ; ຮູ້ວິທີການຄວບຄຸມການເດີນຂອງເຄື່ອງຈັກ ແລະ ວິທີການແຕ້ມແບບ, ການວັດແທກ ແລະ ການຊ່ຽນໂລຫະເປັນຕົ້ນ. 



ດໍາເນີນທຸລະກິດເປັນຂອງຕົນເອງ ເປັນຕົ້ນແມ່ນການເປີດ ໂຮງຊ່ຽນ ຫຼື ໂຮງກຶງ, ຮ້ານສ້ອມແປງ ເຄື່ອງຈັກ-ລົດຍົນ ຫຼື ຮ້ານຂາຍອຸປະກອນອາໄຫຼ່ຕ່າງໆ; ເປັນນາຍຊ່າງກົນຈັກ; ເປັນນາຍຊ່າງບໍາລຸງຮັກສາເຄື່ອງຈັກຈະໜາດໃຫຍ່; ເປັນນາຍຊ່າງກວດສອບການເຮັດວຽກ ຂອງ ຈັກກົນໃນໂຮງງານຕ່າງໆ;  ເປັນເຈົ້າໜ້າທີ່ຄວບຄຸມການຜະລິດ ແລະ ເປັນຜູ້ຊ່ວຍວິສະວະກອນ. 



ໝວດວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ໄຟຟ້າ 
  2. ພື້ນຖານເຕັກນິກ 
  3. ຄວາມປອດໄພ 
  4. ການວັດແທກ
  5. ຈັນຍາບັນຊ່າງ
  6. ແຕ້ມແບບ

ໝວດໝວດເຕັກນິກວິຊາສະເພາະ

      1. ເລກຊ່າງ 
      2. ການຊ່ຽນ
      3. ການກົບ
      4. ການກັດ
      5. ການເຈຍລະ​ໄນ
      6. ການເຈາະ
      7. ຈັດຕັ້ງຄຸ້ມຄອງ
      8. ແຕ້ມແບບຄອມພິວເຕີ