ການ​ເງິນ-ການ​ທະນາຄານ

ວິ​ທະຍາ​ໄລ​ສຸດ​ສະກະ

ຊັ້ນສູງ 3 ປີ (ອາດ​ມີການ​ປ່ຽນ​ແປງ ​ມີ​ລະດັບ ປະລິນຍາ​ຕີ 4 ປີ)

ການ​ເງິນ-ການ​ທະນາຄານ ໝາຍ​ເຖິງ ວຽກ​ງານ​​ໃນ​ຂະ​ແໜງການ​ທີ່​ກ່ຽວກັບການ​ໃຫ້​ບໍລິການ​ທາງ​ດ້ານ​ການ​ເງິນ ​ເຊັ່ນ: ​​ສະ​ຖາ​ບັນ​ການ​ເງິນ-ການ​ທະນາຄານ, ການ​ບໍລິຫານ​​​ສິນເຊື່ອ, ຕະຫຼາດການ​ເງິນ, ຕະຫຼາດ​​ທຶນ ​​ແລະ ອື່ນໆ. ​​ປັດ​ຈຸ​ບັນ ການ​ເງິນ-ການ​ທະນາຄານ​ໄດ້​ມີ​ການຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ແລະ ກວ້າງ​ຂວາງພໍ​ສົມຄວນ​ ເຊິ່ງມີ​ບົດບາດສຳຄັນ​ໃນ​​ການ​ຈັດຫາ​​ແຫຼ່ງ​ທຶນ​​ ​ແລະ ອໍານວຍ​ຄວາມ​ສະດວກ​ດ້ານ​ທຸລະ​ກໍາ​ດ້ານ​ການ​​ເງິນ​ໃຫ້​ແກ່ ບຸກຄົນ ​ແລະ ຫົວໜ່ວຍທຸລະ​ກິດ.

ວິຊາ​ນີ້ຮຽນ​ກ່ຽວ​ກັບ​ພາບ​ລວມຂອງ​ການ​ເງິນ ​ແລະ ການ​ທະນາຄານ, ການ​ບັນຊີ, ວິທີ​ການ​ຄິດ​ໄລ່​ດອກ​ເບ້ຍ, ຮຸ່ນກູ້ ​ແລະ ພັນທະບັດ. ນອກ​ນັ້ນ, ຍັງ​ສຶກສາ​ກ່ຽວ​ກັບການ​ບໍລິການ​ຂອງ​ທະນາຄານ ​ເປັນຕົ້ນ​ແມ່ນ ການ​ຮັບ​ຝາກ​ເງິນ, ຂະ​ບວນການ​ປ່ອຍ​ກູ້ ​ແລະ ການປ່ອຍ​ສິນ​ເຊື່ອ; ​ລະບົບ​ການ​ບໍລິຫານ-ດໍາ​ເນີນ​ງານ​ຂອງ​ທະນາຄານ ​ແລະ ສະ​ຖາ​ບັນ​ການ​ເງິນ​ຕ່າງໆ; ການ​ກໍາ​ນົດ​ນະ​ໂຍບາຍ​ທາງ​ການ​ເງິນ, ການ​ບໍລິຫານ​ການ​ຈັດ​ຫາ​ເງິນ​ທຶນ ແລະ ການ​ບໍລິຫານ​ການ​ໃຊ້​ເງິນທຶນ ຫຼື ລົງທຶນ.

ວິທີ​ການ​ສິດສອນ​ຂອງ​ສາຂາວິຊາ​ນີ້ ​ແມ່ນ​ອີງ​ໃສ່​​ພາກ​ທິດ​ສະ​ດີເປັນຫຼັກ ​ແລະ ຍັງມີພາກປະຕິບັດ​ຕົວ​ຈິງ. ນອກ​ນັ້ນ, ຍັງ​ມີ​ການຮຽນ​ຈາກກໍລະ​ນີສຶກສາ ​ເຊັ່ນ: ສຶກສາກ່ຽວກັບ​ການ​ເງິນລະຫວ່າງປະ​ເ​​ທດ​ ເປັນ​ຕົ້ນ​ແມ່ນ ຂອງປະ​ເທດ​ກຸ່ມ​ອາຊຽນ​ ແລະ ຍັງ​ມີ​ການ​ໄປ​ທັດສະນະ​ທຸກໆປີ​ຢູ່​ຕາມ​ໜ່ວຍ​ງານ ​ແລະ ​ສະ​ຖານ​ທີ່ ​ທີ່​ກ່ຽວ​ຂ້ອງ​ກັບ​ວິ​ຊາ​ຮຽນ. ສໍາລັບ​ນັກ​ສຶກສາ​ປີ​ສຸດ​ທ້າຍ ​ແມ່ນ ຈະ​ໄດ້​​​ຮັບ​ໂອກາດ​ໄປ​ລົງ​ຝຶກ​ງານ​ຕາມ​ທະນາຄານ​ລັດ ​ແລະ ​ເອກະ​ຊົນຕ່າງໆ.

ຄວາມ​ຮູ້​ພື້ນຖານ​ດ້ານ​ ​ວິຊາ​ຄະນິດສາດ, ຄອມ​ພີ​ວ​ເຕີ​ເບື້ອງຕົ້ນ (ການ​ນໍາໃຊ້​ໂປ​ແກ​ຣມ Word, Excel) ​ແລະ ພາສາ​ອັງກິດ; ​ເປັນຄົນ ທີ່ມີ​ຄວາມ​ມັກ​ຮັກ​ດ້ານ​ການ​ບໍລິການ, ມີ​ມະນຸດ​ສຳພັນ​ດີ, ມີ​ຄວາມ​ສາມາດ​ໃນ​ການວາງ​ແຜນ, ວິ​ເຄາະ​ສະຖານະ​ການ, ມີ​ຄວາມ​ຊີ່​ສັດ​ສຸ​ຈະລິດ ​ແລະ ຍຸດຕິ​ທຳ​; ​ແລະ ມີ​ຄວາມ​ສົນ​ໃຈ​ໃນ ການ​ດໍາ​ເນີນ​ງານ​ຂອງການ​ທະນາຄານ.

ນັກ​ສຶກ​ສາ​ຈະ​​ມີຄວາມ​ຮູ້ພື້ນຖານ​ດ້ານວຽກງານ​​ການ​ເງິນ-ການ​ທະນາຄານ ​ເປັນຕົ້ນ​ແມ່ນ ການ​ວິ​ເຄາະ ​ແລະ ຄາດ​ຄະ​ເນມູນຄ່າ​ສິນ​ເຊື່ອ, ການ​ຄິດ​ໄລ່​ດອກ​ເບ້ຍ ​ແລະ ບໍລິການ​ອື່ນໆ ຂອງ​ທະນາຄານ; ຮູ້​ການຄິດ​ໄລ່​ບັນຊີ​. ນອກ​ນັ້ນ, ຍັງສາມາດ​ພັດທະນາ ​ແລະ ສ້າງຕົນເອງ​ໃຫ້​ເປັນ​ຜູ້​ບໍລິຫານທະນາຄານ ​ແລະ ສະ​ຖາ​ບັນ​ການ​ເງິນ​ທີ່​ດີ​.

​ນັກ​ສຶກ​ສາ​ສາ​ມາດ​ປະ​ກອບອາ​ຊີບ​ເປັນ ພະນັກງານ​ຝ່າຍ​ບໍລິການ, ພະນັກງານ​ສິນ​ເຊື່ອ, ພະນັກງານ​ບັນຊີ, ພະນັກງານ​ການ​ເງິນ, ຜູ້​ຊ່ວຍ​ວາງ​ແຜນ​ທາງ​ດ້ານ​ການ​ເງິນ ​ເປັນຕົ້ນ ໃນ​​ວຽກ​ງານທຸກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ການ​​ເງິນ-ການ​ທະນາຄານ​ຕ່າງໆ​ເຊັ່ນ: ​​ທະນາຄານລັດ, ທຸລະ​ກິດ ​ແລະ ສະ​ຖາ​ບັນ​ການ​ເງິນ​ຕ່າງໆ.

  1. ພາສາ​ອັງກິດ
  2. ກົດໝາຍທຸລະ​ກິດ
  3. ພາສີ-ອາກອນ
  4. ບັນຊີ​ພື້ນຖານ
  5. ບັນຊີ​ທະນາຄານ
  6. ບັນຊີ​ທຸລະ​ກິດ
  7. ບັນຊີ​ວິ​ໄຈ
  8. ການ​ເງິນ​ທຸລະ​ກິດ
  9. ການ​ເງິນ​ລະຫວ່າງ​ປະ​ເທດ
  10. ວິ​ເຄາະ​ງົບ​ການ​ເງິນ
  11. ການ​ເງິນ​ການ​ທະນາຄານ
  12. ການ​ບໍລິຫານ​ສິນ​ຊັບ ​ແລ​ະ ຕະຫຼາດຫຼັກຊັບ
  13. ການ​ບໍລິຫານ​ທຸລະ​ກິດ
  14. ການ​ຕະຫຼາດ

ບ້ານ ໂພນພະເນົາ

ໂທ 021 775 222