ວິທະຍາ​ສາດການປະມົງ

ຄະນະ​ກະ​ເສດ​ສາດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ການປະມົງ ແມ່ນ ບັນດາກິດຈະກໍາທີ່ຕິດພັນກັບການລ້ຽງ, ການຊອກຫາ ແລະ ອະນຸລັກຮັກສາ ສັດນໍ້າໃນແຫຼ່ງນໍ້າ ເພື່ອຈຸດປະສົງ ການບໍລິໂພກ ແລະ ການຄ້າ.  ການປະມົງ ມີຄວາມສໍາຄັນຕໍ່ການຄຸ້ມ​ຄອງການນໍາໃຊ້ຊັບພະຍາກອນສັດນໍ້າ ໃຫ້ເກີດຜົນປະໂຫຍດ ແລະ ມີຄວາມຍືນຍົງທີ່ສຸດ, ການສ້າງກິດຈະກໍາຫາລາຍໄດ້, ການຄໍ້າປະກັນ ສະບຽງອາຫານ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ແລະ ຍັງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ປະເທດຊາດ.

ສຶກສາ​ຢູ່ 2 ສາຂາ​ທີ່​ສໍາຄັນ​ຄື: 1) ວິທະຍາ​ການ​ໃນ​ການ​ລ້ຽງ ​ແລະ ຂະຫຍາຍ​ພັນ​ສັດ​ນໍ້າ​ຈືດ ​ປະກອບ​ມີ​ວິຊາ​ຕົ້ນຕໍ ​ເຊັ່ນ: ​ໂພ​ຊະນາ​ການ​ສັດ​ນໍ້າ, ຫຼັກການຈັດ​ການ​ການ​ລ້ຽງສັດ​ນໍ້າ, ຫຼັກການ​ລ້ຽງ ​ແລະ ຂະຫຍາຍ​ພັນ​ສັດ​ນໍ້າ, ການ​ລ້ຽງປາ​ແບບ​ປະສົມ​ປະສານ, ພະຍາດ ​ແລະ ຫຼັກການ​ໃນ​ການ​ປ້ອງ​ກັນ ​ແລະ ອື່ນໆ. 2) ວິທະຍາສາດ​ການ​ປະມົງ​ໃນ​ແຫຼ່ງນໍ້າ​ ປະກອບ​ມີ​ວິຊາ​ຕົ້ນຕໍ ​ເຊັ່ນ: ການ​ສໍາ​ຫຼວດສັດ​ນໍ້າ​ໃນ​ແຫຼ່ງນໍ້າ​ທໍາ​ມະ​ຊາດ (​ຄວາມ​ຮູ້​ເບື້ອງຕົ້ນກ່ຽວກັບປາ, ອະນຸກົມ​ວິ​ຖານ, ຊີວະ​ວິທະຍາ​ທາງ​ການ​ປະມົງ, ປະຊາກອນ​ສັດ​ນໍ້າ ​ແລະ ພຶດຕິ​ກໍາ​ປາ) ​ແລະ ການ​ຄຸ້ມ​ຄອງ​ແຫຼ່ງທໍາ​ການ​ປະມົງ ​ເຊັ່ນ: ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທາງ​ການ​ປະມົງ ​ເປັນຕົ້ນ. 

ການສິດສອນປະກອບມີທັງ ການບັນຍາຍທາງດ້ານທິດສະດີໃນຫ້ອງຮຽນ, ມີການສໍາມະນາ ລະຫວ່າງອາຈານ ແລະ ນັກສຶກສາ ແລະ ມີການຄົ້ນຄວ້າຂຽນບົດລາຍງານ.  ນອກນັ້ນ, ຍັງມີການສິດສອນ ຜ່ານການລົງປະຕິບັດຕົວຈິງ ເພື່ອໃຫ້ນັກສຶກສາ ເຫັນໄດ້ ແລະ ຮຽນຮູ້ຕົວຈິງທາງດ້ານເຕັກນິກການລ້ຽງ ແລະ ວິທະຍາສາດການປະມົງ ໃນຟາມລ້ຽງສັດນໍ້າ, ແຫຼ່ງນໍ້າທໍາມະຊາດ, ອ່າງເກັບນໍ້າ ແລະ ມີການທົດລອງໃນຫ້ອງທົດລອງ.

ຄວນມີພື້ນຖານຄວາມຮູ້ ດ້ານ ຄະນິດສາດ, ພູມສາດ, ເຄມີສາດ ແລະ ຊີວະສາດ.  ເປັນຄົນ ທີ່ມີຄວາມອົດທົນ ແລະ ມີຄວາມມັກ ​ແລະ ສົນໃຈ ໃນດ້ານຊີວະນາໆພັນ ເປັນຕົ້ນ ແມ່ນ ສັດນໍ້າຊະນິດຕ່າງໆ,​ ການຄຸ້ມຄອງ ແລະ ອະນຸລັກສັດນໍ້າ, ການປ່ຽນແປງຂອງສະພາບອາກາດ ແລະ ສິ່ງແວດລ້ອມ ທີ່ມີຜົນກະທົບຕໍ່ກັບແຫຼ່ງນໍ້າ ກໍ່ຄື ສັດນໍ້າ.  

ມີ​ຄວາມ​ຮູ້ ​ແລະ ສາມາດ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ເຂົ້າ​ໃນ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ກັບ​ການ​ລ້ຽງ ​ແລະ ຂະຫຍາຍ​ພັນ​ສັດ​ນໍ້າ; ມີ​ຄວາມ​ຮູ້ ​ແລະ ​ສາມາດ​ສໍາ​ຫຼວດ ​ແລະ ປະ​ເມີນ​ສັດ​ນໍ້າໃນ​ແຫຼ່ງນໍ້າ​ທໍາ​ມະ​ຊາດ ທີ່​ອາດ​ເກີດ​ຜົນ​ກະທົບ​ຈາກ​ຫຼາຍໆກິດຈະ​ກໍາ ​ເພື່ອ​ຊອກ​ຫາ​ວິທີ​ການ​ໃນ​ການ​ຄຸ້ມ​ຄອງໃຫ້​ມີ​ຄວາມ​ຍືນ​ຍົງ​ໃນ​ການ​ນໍາ​ໃຊ້ ​ແລະ ຮັກສາ​ຄວາມ​ອຸດົມສົມບູນ​ຂອງ​ລະບົບ​ນິ​ເວດ​ແຫຼ່ງນໍ້າ.

ເປັນຜູ້ປະກອບການທຸລະກິດ ທາງດ້ານການລ້ຽງປາ ແລະ ການຂະຫຍາຍພັນປາ.  ເປັນນັກວິຊາການ, ນັກຄົ້ນຄວ້າ ແລະ ນັກວິເຄາະ-ປະເມີນຜົນດ້ານການປະມົງ ຕາມສະຖາບັນການສຶກສາ, ຂະແໜງການວິທະຍາສາດການປະມົງ, ອົງການຮັກສາຊັບພະຍາກອນນໍ້າ ແລະ ເຂື່ອນໄຟຟ້າ ທີ່ມີການພັດທະນາ ດ້ານການປະມົງ. 

ໝວດວິຊາພື້ນຖານວິຊາສະເພາະ

  1. ເຄມີອົງຄະທາດ
  2. ຊີວະເຄມີ
  3. ສະຖິຕິກະສິກໍາ
  4. ສັດຕະວັດສາດ
  5. ພືດສາດ
  6. ສັງຄົມວິທະຍາຊົນນະບົດ
  7. ນິເວດວິທະຍາ
  8. ວິທະຍາສາດດິນ
  9. ກະເສດຊົນ
  10. ສີລະສາດສັດ
  11. ສີລະສາດພືດ
  12. ສາລີລະສາດສັດ
  13. ອຸຕຸນິຍົມວິທະຍາກະສິກໍາ
  14. ການວາງແຜນ-ຄຸ້ມຄອງໂຄງການ
  15. ກໍາມະພັນທົ່ວໄປ
  16. ຈຸລະຊີວະວິທະຍາ

ໝວດວິຊາສະເພາະ

  1. ນະໂຍບາຍກະສິກໍາ
  2. ພັດທະນາ ແລະ ສົ່ງເສີມ
  3. ລະບົບການລ້ຽງສັດ
  4. ລະບົບການຜະລິດກະສິກໍາ
  5. ອຸດສາຫະກໍາການແປຮູບສັດນໍ້າ
  6. ຫຼັກການໂພຊະນາການສັດນໍ້າ
  7. ຊີວະວິທະຍາທາງການປະມົງ
  8. ຫຼັກການຈັດການຟາມໃນການລ້ຽງປາ
  9. ພຶດຕິກໍາປາ
  10. ອະນຸກົມວິທານຂອງປາ
  11. ປະຊາກອນທາງສັດນໍ້າ
  12. ຄຸນນະພາບນໍ້າທາງການປະມົງ
  13. ຫຼັກການລ້ຽງ ແລະ ຂະຫຍາຍພັນສັດນໍ້າ
  14. ການຈັດການປະມົງໃນອ່າງເກັບນໍ້າ
  15. ອາຫານ ແລະ ການໃຫ້ອາຫານປາ
  16. ພະຍາດ ແລະ ການປ້ອງກັນພະຍາດຂອງປາ
  17. ການຈັດການຊັບພະຍາກອນນໍ້າທາງການປະມົງ 
  18. ຫຼັກການນິເວດວິທະຍາທາງນໍ້າ
  19. ການລ້ຽງສັດນໍ້າແບບປະສົມປະສານ