​ການບໍລິການອາຫານ ​ແລະ ​ເຄື່ອງ​ດື່ມ 





ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ​ແຫ່ງ​ຊາດ​ລາວ










ຫຼັກສູດຊັ້ນ​ກາງ 2 ປີ













ການ​ບໍລິການອາຫານ ​ແລະ ​ເຄື່ອງ​ດື່ມ ໝາຍເຖິງ ການໃຫ້ບໍລິການດ້ານອາຫານ ​ແລະ ​ເຄື່ອງ​ດື່ມ ​​​ເຊິ່ງລວມ​ເອົາ ຮູບ​ແບບ, ມາດຕະຖານ, ວິທີ​ການ ​ແລະ ອື່ນໆທີ່​ກ່ຽວຂ້ອງ​. ​ອຸດສາຫະກໍາ​ດ້ານ​ນີ້ ​​ແມ່ນໜຶ່ງ​ໃນ​ຂະ​ແໜງການ​ບໍລິການ​ທີ່​​ສ້າງ​ວຽກ​ເຮັດ​ງານທໍາ ​ແລະ ​ສ້າງລາຍ​ໄດ້​ໃຫ້​ແກ່​ປະ​ເທດ. ​ສາຂາ​ນີ້ ຍັງ​ຊຸກຍູ້​ໃຫ້ການບໍລິການອາຫານ ​ແລະ ​ເຄື່ອງ​ດື່ມ ມີຄວາມສະ​ອາດ, ຖືກ​ຫຼັກ​ອະນາ​ໄມ ​ແລະ ສອດຄ່ອງ​ຕາມມາດຕະຖານ​ສາກົນ ​ເຊິ່ງສິ່ງ​ເຫຼົ່ານີ້ຍັງ​ຊ່ວຍ​ສົ່ງ​ເສີມຂະ​ແໜງການທ່ອງທ່ຽວໃຫ້​ເຂັ້ມ​ແຂງ.









ສາຂານີ້ ສຶກສາ​ລົງ​ເລິກ​ກ່ຽວກັບຂອບ​ເຂດ​ການ​ບໍລິການ​ທາງ​ດ້ານ​ອາຫານ ​ແລະ ຮ້ານ​ອາຫານ, ການ​ບໍລິການ​ລູກ​ຄ້າ, ການ​ບໍລິຫານ​ຈັດການ ​ແລະ ການ​ຕະຫຼາດ ​ເປັນຕົ້ນ​ແມ່ນ ຄວາມ​ຮູ້ ​ແລະ ທັດສະນະ​ໃນ​ການ​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ ພ້ອມ​ຫຼັກສຸຂະ​ອະນາ​ໄມ​ໃນ​ການ​ໃຫ້​ບໍລິການ; ຮຽນຮູ້​ວິທີ​ການ​ເສີ​ບອາຫານ​ແບບ​ປະ​ເພດ​ຕ່າງໆ ​ໂດຍ​ສະ​ເພາະ​ຮູບ​ແບບ​ສາກົນ ​ເຊັ່ນ​: ​ແບບ ອາ​ເມຣິກາ, ຝຣັ່ງ ​ແລະ ອັງກິດ. ນອກ​ນັ້ນ ຍັງ​ຮຽນກ່ຽວກັບ ການ​ປຸງ​ແຕ່ງ​ເຄື່ອງ​ດື່ມ Cocktail ​ແລະ Mocktail.











ການສິດສອນ ລວມມີທັງການບັນລະຍາຍທາງທິດສະດີ ​ແລະ ລົງມືປະຕິບັດ​ຕົວ​ຈິງ. ມີ​ການ​ນໍາ​ໃຊ້​ ການ​ຮຽນ-ການ​ສອນ ຫຼາຍຮູບ​ແບບ ​ເພື່ອ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ເຖິງ​ບັນຫາ, ກໍາ​ໄດ້​ເນື້ອ​ໃນ​ບົດຮຽນໄດ້​ຢ່າງ​ຄົບ​ຖ້ວນ ​ແລະ ສາມາດ​ຕໍ່ຍອດ​ບົດຮຽນທີ່​ໄດ້​ຮຽນມາ​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​. ມີ​ການ​ລົງ​ຝຶກ​ງານ​​ເພື່ອ​ສຶກສາວຽກງານ​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ ​​ເປັນຕົ້ນແມ່ນ ການຈັດ​ໂຕະ​ອາຫານ, ການ​ເສີ​ບ ​ແລະ ອື່ນໆ ​ໃນ​ຮ້ານ​ອາຫານ​ຂອງ​ໂຮງຮຽນ ທີ່​ມີ​ມາດຕະຖານ​ການ​ບໍລິການ​ແບບ​ສາກົນ. ​



ຄວາມຮູ້​ພື້ນຖານ ​ດ້ານອາຫານ ​ແລະ ພາສາ​ຕ່າງປະ​ເທດ​ຍິ່ງ​ເປັນ​ການ​ດີ; ເປັນຄົນ ທີ່ມັກຄວາມສະອາດ, ຊ່າງສັງເກດ ແລະ ເກັບ​ກຳ​ລາຍ​ລະອຽດໄດ້ດີ; ມີ​ທັກ​ສະ​ ໃນ​ການ​ສື່ສານ, ການ​ແກ້​ໄຂ​ບັນຫາ​ສະ​ເພາະໜ້າ ​ແລະ ມີ​ມະນຸດ​ສໍາພັນ​ດີ; ມີຄວາມສົນໃຈໃນດ້ານ​ອາຫານ, ​ເຄື່ອງ​ດື່ມ​ປະ​ເພດ​ຕ່າງໆ ​ແລະ ມີ​ໃຈ​ຮັກ​ໃນ​ວຽກງານ​ການ​ບໍລິການ.

 





ມີ​ຄວາມ​ຮູ້ ​ແລະ ທັກ​ສະ ​ໃນ​ການ​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ, ມີ​ຄວາມ​ຮູ້​ພື້ນຖານ​​ໃນ​ການ​ບໍລິຫານ​ງານ​ໃນ​ຮ້ານ​ອາຫານ, ມີ​ທັກ​ສະ ແລະ ຄວາມຮູ້​ໃນການ​ແກ້​ໄຂ​ບັນຫາ, ​ແນວ​ຄິດ​ໃນ​ທາງ​ວິ​ເຄາະ, ທັກ​ສະ​ໃນ​ການ​ສື່ສານ​ຢ່າງ​ມີ​ປະສິດທິພາບ ​ແລະ ການ​ເຮັດ​ວຽກ​ເປັນ​ທີ​ມ, ມີ​ທັດສະ​ນະ​ຄະຕິ, ທ່າ​ທາງ ​ແລະ ການ​ປະ​ພຶດ​ແບບ​ມື​ອາຊີບ​ທີ່​ຈະ​ນໍາ​ໄປ​ສູ່​ການ​ບໍລິການ​ທີ່​ດີ​ເລີດ. 

 

ນັກ​ສຶກສາ​ທີ່​ຈົບ​ຈາກ​ສາຂາ​ນີ້ ສາມາດ​ປະກອບ​ອາຊີບ​ ​ໃນ​ຂະ​ແໜງການ ການ​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ ​ເຊັ່ນ: ພະນັກງານ​ເສີ​ບ, ພະນັກງານ​ປຸງ​ແຕ່ງ​ເຫຼົ້າ ຫຼື ພະນັກງານບາຣ໌, ຮອງ​ຜູ້​ຈັດການ, ຜູ້​ຈັດການ ຝ່າຍໆຕ່າງໆ ​ເປັນຕົ້ນ ​​ຢູ່​ໃນ​ຮ້ານ​ອາຫານ, ​ໂຮງ​ແຮມ, ບໍລິສັດ​ຮັບ​ຈັດ​ງານ​ລ້ຽງ, ບາຣ໌ ​ແລະ ອື່ນໆ. 

 




  1. ຄວາມ​ຮູ້​ພື້ນຖານ​ກ່ຽວກັບການທ່ອງ​ທ່ຽວ ​ແລະ ການ​ໂຮງ​​ແຮມ
  2. ພາສາ​ອັງກິດ​ສໍາລັບ​ການທ່ອງທ່ຽວ
  3. ທັກ​ສະການ​ສື່ສານ​ຢ່າງ​ມື​ອາຊີບ
  4. ຄອມ​ພິວ​ເຕີ
  5. ການ​ບໍລິການ​ລູກ​ຄ້າ
  6. ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ປຸງ​ແຕ່ງອາຫານ
  7. ຄວາມ​ຮູ້​ພື້ນຖານ​ກ່ຽວກັບການ​ບໍລິການ​ອາຫານ ​ແລະ ​ເຄື່ອງ​ດື່ມ
  8. ການ​ແກ້​ໄຂ​ບັນຫາ
  9. ພາສາ​ລາວ
  10. ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ບໍລິຫານ


ສະຖານທີ່ : ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ

ນະຄອນຫຼວງວຽງຈັນ ໂທ : 021 263172