ເສດຖະ​ເສດ​ປ່າ​ໄມ້ ​ແລະ ​ເຕັກໂນ​ໂລ​ຊີ​ປຸງ​ແຕ່ງ​ໄມ້

ຄະນະ​​ວິທະຍາສາດປ່າໄມ້, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ເສດຖະ​ສາດ​ປ່າ​ໄມ້ ​ໝາຍເຖິງການສຶກສາກ່ຽວ​ກັບການຜະລິດ, ການແບ່ງປັນ, ການແລກປ່ຽນ, ແລະ ການບໍລິໂພກ ສິີນຄ້າ ແລະ ການບໍລິການປ່າໄມ້  ​ເປັນ​ຕົ້ນ​ແມ່ນ ການ​ວິ​ເຄາະ​ເສດຖະກິດ​ການ​ລົງທຶນ​ໃນ​ຂະ​ແໜງ​ປ່າ​ໄມ້, ​ການ​ຄຸ້ມ​ຄອງ​ທຸລະ​ກິດ, ການ​ຕະຫຼາດ​ດ້ານ​ປ່າ​ໄມ້, ການຕະຫຼາດກາກບອນ ແລະ ລະບົບການຊື້ຂາຍ​. ​ເຕັກ​ໂນ​ໂລ​ຊີປຸງ​ແຕ່ງ​ໄມ້​ໝາຍເຖິງການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ ຫຼື ວິທີ​ການ​ໃໝ່ໆ ເຂົ້າ​ໃນການ​ປຸງ​ແຕ່ງຜະລິດຕະພັນ​ໄມ້ ​ເພື່ອ​ການ​ນຳ​ໃຊ້​ວັດຖຸ​ດິບ​​ໄມ້​ຢ່າງ​ມີ​ປະສິດທິພາບ ​ແລະ ຍືນ​ຍົງ.

ສາຂາວິຊານີ້ຮຽນກ່ຽວກັບຄວາມຮູ້ພື້ນຖານດ້ານປ່າໄມ້ ແລະ ສິ່ງແວດລ້ອມ ແລະ ຈະໄດ້ລົງເລິກວິຊາສະເພາະທາງດ້ານ ເສດຖະສາດປ່າໄມ້ ແລະ ເຕັກໂນ​ໂລ​ຊີ​ປຸງ​ແຕ່ງ​ໄມ້ເຊັ່ນ: ທຸລະກິດປ່າໄມ້, ການຕະຫຼາດຜະລິດ​ຕະພັນໄມ້, ການປະເມີນເສດຖະກິດຊັບພະຍາກອນປ່າໄມ້, ການວິເຄາະການລົງທຶນຂອງໂຄງການປ່າໄມ້, ການອອກແບບຜະລິດຕະພັນໄມ້, ຂະບວນການຜະລິດ, ເຄື່ອງຈັກທີ່ໃຊ້ໃນການປຸງ​ແຕ່ງໄມ້, ປະເພດ ແລະ ຄຸນສົມບັດຂອງໄມ້ ແລະ ການຮັກສາເນື້ອໄມ້.

ນັກສຶກສາຈະໄດ້ຮຽນກ່ຽວກັບທິດສະດີໂດຍຜ່ານການບັນລະຍາຍ ແລະ ສໍາມະນາ. ນອກຈາກນັ້ນ ຍັງຈະໄດ້ລົງປະຕິບັດຕົວຈິງໃນການດໍາເນີນການສຶກສາ​ຄົ້ນຄວ້າ​ຂຽນບົດ​ລາຍ​ງານ​ດ້ວຍ​ຕົວ​ເອງຕາມຫົວຂໍ້ວິຊາການທີ່ກ່ຽວຂ້ອງ ພ້ອມທັງທົດ​ລອງ​ພາກ​ປະຕິບັດ​ໃນ​ຫ້ອງ​ທົດ​ລອງ​ໄມ້, ທັດສະນະ​ສຶກສາ ​ແລະ ຝຶກ​ງານ​ຕາມ​ໂຮງງານ​ປຸງ​ແຕ່ງ​ໄມ້, ປ່າ​ທົດ​ລອງ​ (ຢູ່ເມືອງສັງທອງ) ແລະ  ສະຖານີ​ຄົ້ນ​ຄວ້າ​ປ່າ​ໄມ້ຂອງກະຊວງກະສິກໍາ ແລະ ປ່າໄມ້ ເປັນຕົ້ນ. 

ຄວາມຮູ້ພື້ນຖານ ດ້ານຄະນິດສາດ, ຊີວະສາດ, ຟີຊິກສາດ ແລະ ພືດສາດ. ມີຄວາມສົນໃຈໃນການສຶກສາກ່ຽວກັບໄມ້ ແລະ ໂຄງສ້າງຂອງເນື້ອໄມ້ຊະນິດຕ່າງໆ, ການ​ປຸງ​ແຕ່ງ​ຜະລິດຕະພັນ ໂດຍສະເພາະແມ່ນຜະລິດຕະພັນໄມ້, ການລົງທຶນ ແລະ ການຕະຫຼາດຂອງຂະແໜງການປຸງແຕ່ງ ແລະ ປ່າໄມ້. ເປັນຄົນມີ ຫົວຄິດປະດິດສ້າງ ແລະ ມີຄວາມອົດທົນສູງ. 

ສາມາດ​​ວິ​ໄຈ ​ແລະ ພິສູດ​ເນື້ອ​ໄມ້​ແຕ່ລະ​ຊະນິດ, ອອກ​ແບບ​​ ແລະ ປຸງ​ແຕ່ງຜະລິດ​ຕະພັນ​ໄມ້, ຄວບ​ຄຸມ​ຄຸນ​ນະພາ​ບການ​ຜະລິດ​ອຸດ​ສາະຫະ​ກຳ​ໄມ້; ສາມາດເຮັດການວິ​ເຄາະ​ທາງ​ດ້ານ​ເສດຖະ​ເສດ, ການ​ລົງທຶນ​ໃນ​ຂະ​ແໜງປ່າ​ໄມ້ ​ ແລະ ຕະຫຼາດ​ຜະລິດ​ຕະພັນ​ໄມ້,  ຮູ້ວິທີການນໍາ​ໃຊ້​ເຄື່ອງ​ຈັກ​ເຂົ້າ​ໃນ​ການ ​ຂຸດ​ຄົ້ນ​ໄມ້ ​ແລະ ປຸງ​ແຕ່ງ​ຜະລິດ​ຕະພັນໄມ້, ຮູ້​ວິທີ​ການປຸງ​ແຕ່ງ​ຜະລິດ​ຕະພັນໄມ້ ​ເປັນ​ຕົ້ນ​ແມ່ນ ​ໄມ້​ແປ​ຮູ​ບ, ​ເຟີ​ນິ​ເຈີໄມ້, ​ໄມ້​ປະກອບ, ​ເຈ້ຍ ​ແລະ ການ​ອົບ​ໄມ້​​.

ເປັນນັກ​ວິຊາ​ການ​ຢູ່​ອົງການ​ພາກ​ລັດ ແລະ ເອກະຊົນ​ເຊັ່ນ:​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງກະສິກຳ ​ແລະ ປ່າ​ໄມ້​, ກະຊວງຊັບພະຍາ​ກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຫຼື ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ໄມ້​ເອກະ​ຊົນ; ເປັນນັກ​ວິສະວະກອນ​ໃນບໍລິສັດ​ການ​ຄ້າ ຫຼື ບໍລິສັດ​ທີ່​ປຶກສາ ທາງ​ດ້ານປຸງ​ແຕ່ງ​ໄມ້ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ. 

ໝວດວິຊາພື້ນຖານວິຊາສະເພາະ

  1. ສະຖິຕິ​ວິ​ເຄາະ ​ແລະ ນຳ​ໃຊ້
  2. ພືດ​ສາດ
  3. ​ເຄມີ​ສິ່ງ​ແວດ​ລ້ອມ 
  4. ອຸຕຸນິຍົມ​ວິທະຍາ
  5. ວາງ​ແຜນ ​ແລະ ຄຸ້ມ​ຄອງ​ໂຄງການ
  6. ນິ​ເວດ​ວິທະຍາ​ປ່າ​ໄມ້
  7. ພື້ນຖານ​ວະນະ​ວັດ​ວິທະຍາ
  8. ລະບົບ​ຂໍ້​ມູນ​ຂ່າວສານ​ທາງ​ພູມີສາດ
  9. ປະ​ເມີນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ 
  10. ​ເສດຖະ​​ເສດ​ພື້ນຖານ
  11. ວິ​ທະ​ຍາ​ຕົ້ນ​ໄມ້​ໃຫຍ່
  12. ທົນ​ທານ​ວັດຖຸ
  13. ສຶກສາ​ສິ່ງ​ແວດ​ລ້ອມ 
  14. ວິທະຍາ​ວັດ​ແທກ​ໄມ້ 
  • ໝວດວິຊາສະເພາະ
  1. ສັງຄົມວິທະຍາ
  2. ວິ​ໄຈ ​ແລະ ພິສູດ​ເນື້ອ​ໄມ້
  3. ​ເຄມີ​ໄມ້
  4. ​ແຕ້ມ​ເຕັກນິກ
  5. ຄຸນສົມ​ບັດ​ເນື້ອ​ໄມ້
  6. ສຳ​ຫຼວດ ​ແລະ ​ແຕ້ມ​ແຜນ​ທີ່
  7. ກົນ​ຈັກ​ອຸດ​ສະຫະ​ກຳ​ໄມ້
  8. ການຂຸດ​ຄົ້ນ​ໄມ້
  9. ກົນ​ຈັກຂຸດ​ຄົ້ນ​ໄມ້
  10. ມົນ​ລະພິດ ​ແລະ ປ້ອງ​ກັນ​ໄພ​ແຮງ​ງານ​ໃນ​ໂຮງງານ​ອຸດ​ສະຫະ​ກຳ​ປຸງ​ແຕ່ງ​ໄມ້ 
  11. ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ໄມ້​ແປ​ຮູບ
  12. ​ເຕັກ​ໂນ​ໂລ​ຊີ​ການ​ອົບ​ໄມ້​ແປ​ຮູບ
  13. ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ໄມ້​ປະກອບ
  14. ກາວອຸດສາຫະກຳ​ໄມ້
  15. ການ​ອອກ​ແບບ ​ແລະ ຜະລິດ​ເຟີ​ນີ​ເຈີ
  16. ການ​ຕົກ​ແຕ່ງ​ຜະລິດ​ຕະພັນ​ໄມ້
  17. ​ເສດຖະສາ​ດຊັບພະຍາກອນ​ປ່າ​ໄມ້
  18. ​ເສດຖະສາດ​ອຸດ​ສາຫະ​ກໍາ​ໄມ້ ​ແລະ ການ​ສ້າງ​ແບບ​ຈໍາລອງ​ເສດຖະກິດ
  19. ເສດຖະສາດສະຖາບັນປ່າໄມ້
  20. ການ​ຕະຫຼາດ​ຜະລິດ​ຕະພັນ​ປ່າ​ໄມ້
  21. ການຄຸ້ມ​ຄອງ​ທຸລະ​ກິດ​ປ່າ​ໄມ້

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277