ຈັດສັນຄຸ້ມຄອງປ່າໄມ້

ຄະນະ​​ວິທະຍາສາດປ່າໄມ້, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ການຈັດສັນຄຸ້ມຄອງປ່າໄມ້ ແມ່ນການສຶກສາກ່ຽວກັບໂຄງສ້າງເຂດທີ່ຢູ່ອາໄສ ແລະ ການຄຸ້ມຄອງຂັ້ນພື້ນຖານຂອງປ່າ, ສັດ ແລະ ພືດ. ຮຽນຮູ້ກ່ຽວກັບການອອກແບບ ແລະ ຟື້ນຟູປ່າທຳມະຊາດ, ການສຳຫຼວດເພື່ອຂຸດຄົ້ນ ແລະ ຢັ້ງຢືນປ່າໄມ້. ສາຂານີ້ ມີຄວາມສຳຄັນໃນການ​ຄຸ້ມ​ຄອງ​ ແລະ ນຳ​ໃຊ້​ໄມ້ ແລະ ເຄື່ອງປ່າຂອງດົງ ລວມ​ໄປ​ເຖິງ​ການ​ລ່າສັດປ່າ​ໃຫ້​ມີ​​ລະ​ບຽບ​ແບບແຜນ, ພ້ອມທັງປູກຈິດສຳນຶກ ໃຫ້ຮູ້ຈັກ ຮັກສາ ​ແລະ ຟື້ນຟູປ່າໄມ້ໃຫ້ມີເນື້ອທີ່ເພີ່ມຂຶ້ນ. 

ສາຂານີ້ ຮຽນກ່ຽວກັບ ການສຳຫຼວດ ແລະ ຈັດສັນປ່າ ໂດຍຈະໄດ້ຮຽນຮູ້ກ່ຽວກັບ ສາມໜ່ວຍວິຊາຫຼັກຄື: (1) ໜ່ວຍວິຊາ ຊີວະວິທະຍາ – ຮຽນຮູ້ກ່ຽວກັບສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ໂຄງສ້າງ ແລະ ລະບົບນິເວດ; (2) ໜ່ວຍວິຊາ ວະນະວັດວິທະ ຍາ – ການຮຽນຮູ້ກ່ຽວກັບການປູກປ່າກ້າເບ້ຍ, ຟື້ນຟູທຳມະຊາດ ແລະ ການຂະຫຍາຍເຄື່ອງປ່າຂອງດົງ; ແລະ (3) ໜ່ວຍວິຊາ ວາງແຜນຈັດສັນປ່າ – ຮຽນຮູ້ກ່ຽວກັບການວາງແຜນຈັດສັນປ່າ, ວັດແທກໄມ້, ຂຸດຄົ້ນ ແລະ ການຢັ້ງຢືນປ່າໄມ້. 

ວິທີການສິດສອນປະກອບມີ 2 ພາກສ່ວນຄື: ພາກທິດສະດີ ໂດຍຈະໄດ້ສຶກສາຜ່ານການບັນຍາຍ ແລະ ສຳມະນາ ໂດຍເອົາ ນັກສຶກສາເປັນໃຈກາງ ເຊິ່ງນັກສຶກສາ ສາມາດປຶກສາຫາລືກັນ ເພື່ອຊອກຮູ້ໂດຍມີອາຈານເປັນຜູ້ໃຫ້ຂໍ້ມູນ. ນອກນີ້ ຍັງມີການ ຂຽນບົດລາຍງານວິຊາການ ທີ່ກ່ຽວຂ້ອງກັບເນື້ອໃນຂອງລາຍວິຊາ. ໃນພາກສ່ວນທີ່ສອງ, ນັກສຶກສາຈະໄດ້ປະຕິບັດຕົວຈິງ ໃນການເຮັດບົດວິໄຈ ຂັ້ນພື້ນຖານ ເຊັ່ນ: ການຮຽນກ້າແກ່ນ, ການປູກຕົ້ນໄມ້, ການວິໄຈຊະນິດພັນພືດ ແລະ ອື່ນໆ. 

ຄວາມຮູ້ພື້ນຖານ ວິຊາຄະນິດສາດ, ເຄມີສາດ ແລະ ການນຳໃຊ້ຄອມພິວເຕີ ເພາະວ່າຈະໄດ້ຮຽນນຳໃຊ້ ໂປຼແກຣມສຳຫຼວດປ່າ ແລະ ທີ່ດິນ. ​ເປັນ​ຄົນ ມັກ​ເຮັດ​ວຽກພາກ​ສະໜາມ; ມີຄວາມສົນໃຈໃນການສຶກສາທາງດ້ານ ຊີວະວິທະຍາ ຫຼື ຂະແໜງການ ອື່ນໆທີ່ກ່ຽວກັບຕົ້ນໄມ້ ແລະ ການສຳຫຼວດວາງແຜນຈັດສັນປ່າ.

ຮູ້​ວິທີ​ການ ປູກປ່າ, ກ້າເບ້ຍ, ການຟື້ນຟູທຳມະຊາດ ເພື່ອຄວາມສົມດູນ ແລະ ຍືນຍົງ; ມີທັກສະໃນການສໍາຫຼວດ ແລະ ວາງແຜນຈັດສັນຊັບພະຍາກອນປ່າໄມ້ຢ່າງຖືກວິທີ; ມີຄວາມຮູ້ໃນການສໍາຫຼວດ, ຢັ້ງຢືນ ​ແລະ ວັດ​ແທກຕົ້ນໄມ້ ​ແລະ ຮູ້​ວິທີ​ການຄຸ້ມຄອງຊີວະນາໆພັນ ​ແລະ ປ່າ​ສະຫງວນ.

ເປັນນັກວິຊາການຄຸ້ມຄອງ ຫຼື ຈັດສັນປ່າ ໄມ້ ແລະ ຊັບພະຍາກອນປ່າໄມ້, ເປັນທີ່ປຶກສາໃນການກ້າເບ້ຍໄມ້, ການ ສຳຫຼວດຈັດສັນຊັບພະຍາກອນນໍ້າ ແລະ ປ້ອງກັນປ່າ ຢູ່ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ເຊັ່ນ:  ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ອົງການພັດທະນາທີ່ກ່ຽວກັບກະສິກຳ, ປ່າໄມ້, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. 

  • ໝວດວິຊາພື້ນຖານວິຊາສະເພາະ
  1. ເຄມີສິ່ງແວດລ້ອມ
  2. ພືດສາດ
  3. ນິເວດວິທະຍາປ່າໄມ້
  4. ວິທະຍາຕົ້ນໄມ້ໃຫຍ່
  5. ຈຸລະຊີວະວິທະຍາ
  6. ອຸຕຸນິຍົມວິທະຍາ
  7. ພື້ນຖານວະນະວັດວິທະຍາ
  8. ສຳຫຼວດປ່າໄມ້
  9. ກົດໝາຍປ່າໄມ້
  10. ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
  • ໝວດທິດສະດີວິຊາສະເພາະ
  1. ວິທະຍາສາດດິນ
  2. ວິທະຍາວັດແທກໄມ້
  3. ນະໂຍບາຍ ແລະ ຍຸດທະສາດປ່່າໄມ້
  4. ຄຸ້ມຄອງຊີວະນາໆພັນ
  5. ເສດຖະສາດປ່າໄມ້
  6. ອະນຸຮັກດິນ
  7. ສຳຫຼວດ ແລະ ແຕ້ມແຜນທີ່
  8. ສະລີລະສາດພືດ
  9. ປ້ອງກັນໄຟປ່າ
  10. ນິຕິກຳປ່າໄມ້
  11. ນະໂຍບາຍ ແລະ ຍຸດທະສາດປ່າໄມ້
  12. ຄຸ້ມຄອງປ່າສະຫງວນ
  13. ການຈັດ​ສັນ​ແຫຼ່ງທ່ອງ​ທ່ຽວທໍາ​ມະ​ຊາດ
  14. ການຈັດ​ສັນ ​ແລະ ຄຸ້ມ​ຄອງ​ປ່າ
  15. ປ່າ​ໄມ້​ສັງຄົມ
  16. ກະສິກໍາ-ປ່າ​ໄມ້
  17. ສໍາ​ຫຼວດຊັບພະຍາກອນ​ປ່າ​ໄມ້
  18. ຄຸ້ມ​ຄອງ​ເຄື່ອງ​ປ່າ​ຂອງ​ດົງ
  19. ຄຸ້ມ​ຄອງ​ທີ່​ດິນ
  20. ຄຸ້ມ​ຄອງ​ປ່າ​ໄມ້​ຊຸມ​ຊົນ
  21. ວິທະຍາ​ແກ່ນ​ໄມ້
  22. ການ​ຢັ້ງຢືນ​ປ່າ​ໄມ້

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277