ຄູພາສາຝຣັ່ງ

ຄະນະສຶກສາສາດ

ປະລິນຍາຕີ 4ປີ

ຄຳວ່າ “ ຄູ ” ແມ່ນມີຄວາມໝາຍສຳຄັນຫຼາຍໃນແຕ່ລະປະເທດໃນໂລກ ເພາະຄູເປັນຜູ້ສິດສອນ ​ແລະ ສ້າງ​ບຸກຄະລາ​ກອນ​​ເພື່ອ​ຮັບ​ໃຊ້​ສັງຄົມ. ​ເຊັ່ນ​ດຽວກັນ​ກັບຄູ​ພາສາ​ຝຣັ່ງ ທີ່​ໃຫ້ຄວາມ​ຮູ້​ ແລະ ຄວາມສາມາດ​ດ້ານວິຊາຊີບຄູໃນສາຂາ​ພາສາ​ຝັ່ຣງ​ແກ່​ນັກ​ສຶກສາທີ່ມີຄວາມຕ້ອງການປະກອບອາຊີບຄູເຊິ່ງນຳໃຊ້ພາສາຝຣັ່ງປະກອບໃນການສິດສອນ. ຄູພາສາຝຣັ່ງ ມີບົດບາດສຳຄັນຫຼາຍໃນການຍົກລະດັບຄວາມສາມາດດ້ານພາສາຕ່າງປະເທດ ກໍຄື ພາສາຝຣັ່ງ ໃຫ້ທຽບເທົ່າກັບສາກົນ.

ວິຊາ​ນີ້ຮຽນ​ກ່ຽວ​ກັບພາສາຝຣັ່ງທີ່ນຳໃຊ້ເຂົ້າໃນການປະກອບອາຊີບຄູ ເຊິ່ງຄວາມຮູ້ຫຼັກ ແມ່ນ ຄວາມຮູ້ພື້ນຖານພາສາຝຣັ່ງທົ່ວໄປ ( ການອ່ານ, ການຂຽນ, ການຟັງ, ການເວົ້າ, ຫຼັກໄວຍາກອນ, ອະລິຍະທຳ, ວັດທະນະທຳ, ວັນນະຄະດີ). ນອກນັ້ນ,ນັກສຶກສາຍັງຈະໄດ້ສຶກສາກ່ຽວກັບຈັນຍາບັນໃນອາຊີບຄູ, ວິທີການສອນ, ແຕ່ງບົດສອນ ແລະ ວິທີການຊັກຈູງກະຕຸ້ນຄວາມຢາກຮຽນແກ່ນັກສຶກສາ.

ວິ​ທີ​ການ​ສິດສອນ​ຂອງ​ສາຂາວິຊາຄູພາສາຝຣັ່ງ ແມ່ນ ອີງ​ໃສ່ພາກ​ທິດ​ສະ​ດີ ແລະ ​ພາກ​ປະຕິບັດ​ຕົວ​ຈິງໂດຍກຳນົດເອົານັກສຶກສາເປັນໃຈກາງໃນການສິດສອນ, ການແຕ່ງບົດສອນ ເຊັ່ນ: ການສະເໜີຫົວຂໍໃດໜຶ່ງເພື່ອໃຫ້ນັກສຶກສາສົນທະນາແລກປ່ຽນຄວາມຄິດເຫັນພາຍໃນຫ້ອງ, ມີການນຳໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ, ມີການຫຼີ້ນເກມທີ່ກ່ຽວຂ້ອງກັບບົດຮຽນ. ນອກນັ້ນ, ນັກສຶກສາຈໄດ້ເຝິກແຕ່ງບົດສອນ, ສອນຊ່ວຍ ແລະ ທົດລອງການສິດສອນພາຍໃນຫ້ອງຮຽນອີກດ້ວຍ.

ນັກຮຽນ​ທີ່​ຈະ​ເຂົ້າມາ​ຮຽນ​ໃນ​ສາຂາ​ນີ້ ​ແມ່ນ ຕ້ອງເປັນຄົນ​ທີ່​ມີຄວາມກະຕືລື່ລົ້ນຮຽນຮູ້, ຄົ້ນຄ້ວາ, ມັກຮັກໃນອາຊີບຄູ, ເປັນຄົນມີອັດຕະຍະໃສ-ມະນຸດສຳພັນດີ, ມີຄວາມອົດທົນຕໍ່ແຮງກົດດັນຕ່າງໆ ພ້ອມທັງສາມາດປັບຕົວເຂົ້າກັບສະພາແວດລ້ອມໄດ້ດີ. ຄວນມີຄວາມຮູ້ດ້ານພາສາຕ່າງປະເທດ ກໍຄື ພາສາຝຮັ່ງ ແລະ ພາສາອັງກິດຍິ່ງເປັນການດີໃນການສຶກສາຮໍ່າຮຽນ.

ຄວາມ​ສາມາດຫຼັງຈາກ​ຮຽນ​ຈົບ ​ແມ່ນມີ 4 ທັກສະຂອງການສື່ສານ (ເວົ້າ, ຟັງ, ອ່ານ ແລະ ຂຽນ) ພາສາຝຣັ່ງ, ທັກສະພື້ນຖານຂອງການແປ. ນອກນັ້ນນັກສຶກສາທີ່ຈົບໄປຍັງມີຄວາມຮູ້, ຄວາມສາມາດໃນການນຳໃຊ້ພາສາຝຣັ່ງເຂົ້າໃນການສິດສອນ, ເປັນຄົນທີ່ມີຫົວຄິດປະດິດສ້າງ ພ້ອມທັງມີຄວາມຮັບຜິດຊອບຕໍ່ອາຊີບຂອງຕົນ.

ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບ ​ແມ່ນ​ສາມາ​ດ​ປະກອບ​ອາຊີບ​ໃນຫຼາຍຂົງ​ເຂດວຽກງານ​ ​ເຊັ່ນ : ຄຸສອນພາສາຝຣັ່ງຕາມໂຮງຮຽນຕ່າງໆ ໃນຊັ້ນມັດທະຍົມຕອນຕົ້ນຕອນ ຕອນປາຍ ແລະ ໃນມະຫາວິທະຍາໄລ. ນອກນັ້ນຍັງສາມາດປະກອບອາຊີບທີ່ ທະນາຄານ, ກະຊວງການຕ່າງປະເທດ, NGOs, ສູນພາສາຝຣັ່ງ ແລະ ບັນດາອົງການຈັດຕັ້ງຝຮັ່ງໂກໂຟນີຕ່າງໆ.