ພາສາ​ຝຣັ່ງ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ພາສາ​ຝຣັ່ງ ​ແມ່ນ ​ພາສາໜຶ່ງ ທີ່ມີ​ອິດທິພົນ ​ແລະ ​ເປັນ​ທີ່​ນິຍົມ​ຂອງຫຼາຍປະ​ເທດ​ໃນ​ໂລກ ລວມທັງ​ປະ​ເທດ​ລາວ ເຊິ່ງ​ໄດ້ຖືກນຳ​ໃຊ້​ມາຕັ້ງ​ແຕ່ ອະດີດ ຈົນ​ເຖິງ​ປັດຈຸ​ບັນ​ ເຂົ້າໃນຫຼາຍ​ຂົງ​ເຂດ​ວຽກງານ ເຊັ່ນ: ​ລັດຖະບານ, ການ​ແພດ ​ແລະ ກົດໝາຍ-ກົດລະບຽບບ້ານ​ເມືອງ. ພາສາ​ຝຣັ່ງ ມີ​ບົດບາດ​ສຳຄັນ ເນື່ອງຈາກ ມັນເປັນ​ພາ​​ຫະ​ນະ​ໃນ​ການ​ຄົ້ນ​ຄວ້າ​ ເພື່ອ​ນຳ​ເອົາ​ເຕັກ​ນິກວິ​ທະ​ຍາ​​ສາດ ແລະ ​ວິ​ທະ​ຍາ​ການທີ່​ກ້າວ​ໜ້າຈາກ​ຕ່າງ​ປະ​ເທດ ເຂົ້າໃນ​ການພັດທະນາ ແລະ ສົ່ງ​ເສີມ​ເສດ​ຖະກິດຂອງ​​ຊາດ. 

ສາຂາ​ນີ້ ສຶກສາບັນດາຄວາມ​ຮູ້ພື້ນຖານ​ກ່ຽວກັບພາສາ​ຝຣັ່ງ ທີ່​ໃຊ້​ໃນ​ການ​ຕິດຕໍ່ສື່ສານ​ ເປັນຕົ້ນ​ແມ່ນ ການ​ເວົ້າ, ການ​ອອກສຽງ, ການ​ຂຽນ ​ແລະ​ ໄວຍະກອນ​; ຄວາມ​ຮູ້​ພື້ນຖານກ່ຽວກັບ​ພາສາ​ຝຣັ່ງສະ​ເພາະ​ດ້ານ ​ເຊັ່ນ: ພາສາ​ຝຣັ່ງສຳລັບ​ການທ່ອງທ່ຽວ, ພາສາ​ຝຣັ່ງສຳລັບ​ທຸລະ​ກິດ ​ແລະ ການ​ແປ. ນອກຈາກ​ນີ້, ນັກ​ສຶກສາ​ຍັງ​ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ ​ວັນນະຄະດີ, ວັດທະນະທໍາ, ຮີດຄອງ​ປະ​ເພນີ, ອະລິຍະທຳ​ ​ແລະ ຮູບ​ແບບ​ຊີວິດການ​ເປັນ​ຢູ່​ ຂອງ​ຄົນ​ຝຣັ່ງ ອີກ​ດ້ວຍ. 

ວິ​ທີ​ການ​ສິດສອນ​ຂອງ​ພາກ​ວິຊາ​ນີ້ແມ່ນ ອີງ​ໃສ່​ທັງ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ​ກໍ​ຄື  ການ​ຮ່ວມ​ກິດຈະກຳ​ງານ​ບຸນ​ຝຣັ່ງ​ໂກ​ໂຟນີ ​ໃນນັ້ນ ນັກສຶກສາຈະໄດ້ມີການສະ​ແດງລະຄອນ, ຮ້ອງ​ເພງ, ​ອ່ານ​ກາບກອນ​ພາສາ​ຝຣັ່ງ,​ ແຂ່ງຂັນ​ຕອບ​ຄຳ​ຖາມ​ວິທະຍາສາດ ແລະ ອື່ນໆ. ນອກຈາກນີ້ ຍັງມີການໄປທັດສະນະສຶກສາ; ມີ​ໂອກາດໄປຮຽນແລກປ່ຽນ ຢູ່ປະເທດກຳປູເຈຍ ແລະ ຫວຽດນາມ ແລະ ມີໂອກາດສອບເສັງເອົາທຶນ ເພື່ອໄປສຶກສາຕໍ່ ໃນລະດັບປະລິນຍາໂທຈາກສະຖານທູດຝຣັ່ງອີກດ້ວຍ.

ຄວາມ​ຮູ້​ພື້ນຖານ ​ພາສາ​ຝຣັ່ງ ຫຼື ພາສາ​ອັງກິດ; ເປັນຄົນ ທີ່ມີ​ໃຈມັກ ຫຼື ມີ​ຄວາມ​ສະຫງວນ​ຮັກ ແລະ ມີຄວາມຕັ້ງ​ໃຈ​ໃນ​ການ​ຮຽນ​ຮູ້, ສຶກສາ, ຄົ້ນຄວ້າ ກ່ຽວກັບພາສາ, ວິຖີຊີວິດ ແລະ ວັດທະນະທໍາ ຂອງປະເທດຝຣັ່ງ ແລະ ຂອງບັນດາປະເທດອື່ນໆ ທີ່ນໍາໃຊ້ພາສາຝຣັ່ງ;  ​ແລະ ມີ​ຄວາມ​ສົນ​ໃຈ​ໃນຄວາມ​ກ່ຽວພັນ​ລະຫວ່າງ ພາສາ, ປະຫວັດສາດ ​ແລະ ວັດທະນະ​ທໍາ.

ມີທັກສະ ໃນການ​ອ່ານ, ຂຽນ, ​ເວົ້າ ​ແລະ ຟັງ ພາສາຝຣັ່ງ; ສາມາດ​ສື່​ສານ​ກັບ​ຄົນ​ທີ່​ນຳ​ໃຊ້​ພາສາ​ຝຣັ່ງ​ໄດ້; ສາມາດອອກສຽງ ແລະ ນໍາໃຊ້ໄວຍະກອນຂອງພາສາຝຣັ່ງຢ່າງຖືກຕ້ອງ; ສາມາດສົມທຽບ ​ແລະ ວິ​ເຄາະ ​ດ້ານ​ວັດທະນາ​ທຳ, ການ​ເມືອງ,                ​ເສ​ດຖະກິດ ​ແລະ ສັງຄົມ ຂອງ​ປະ​ເທດ​ຝຣັ່ງ ​ແລະ ​ລາວ; ​ແລະ ສາມາດນໍາໃຊ້ ພາສາຝຣັ່ງ ເຂົ້າໃນການແປ ແລະ ນໍາທ່ຽວ. 

​​ເປັນ​ນັກ​ແປ​ພາສາ, ​ເປັນ​ຜູ້​ປະສານ​ງານ​ລະຫວ່າງ​ລາວ ກັບ ຝຣັ່ງ, ​ເປັນ​ພະນັກງານ​ນຳ​ທ່ຽວ, ​ເປັນ​ອາຈານ​ສອນ​ພາສາ​ຝຣັ່ງ,ສາມາດ​ເຮັດ​ວຽກ​ໃນກ​ະຊວງ​ການ​ຕ່າງປະ​ເທດ, ສະຖາບັນການສຶກສາ ທີ່ໃຊ້ພາສາຝຣັ່ງໃນການສິດສອນ, ສະຖານທູດ​ຝຣັ່ງ ​ແລ​ະ ອົງ​ກອນ​ຝຣັ່ງ​ໂກ​ໂຟນີ (ເຊັ່ນ: ອົງການ AUF* ແລະ ສູນ​ພາສາ​ຝຣັ່ງ)​.

ໝວດຄວາມ​ຮູ້​ພື້ນຖານວິຊາ​ສະ​ເພາະ

  1. ຝຶກ​ອອກສຽງ
  2. ສັດທະ​ສາດ
  3. ໄວ​ຍະກ​ອນ
  4. ພາສາ​ສາດ​ຝຣັ່ງ​ເບື້ອງຕົ້ນ
  5. ພາສາ​ອັງກິດ
  6. ອະລິຍະ​ທໍາ​ຝຣັ່ງ
  7. ວັນນະຄະດີ​ຝຣັ່ງ
  8. ການ​ແປ
  9. ພາສາ​ຝຣັ່ງສະ​ເພາະ​ດ້ານ​ເບື້ອງຕົ້ນ
  10. ຄວາມ​ຮູ້​ພື້ນຖານ​ດ້ານ​ວິຊາ​ຊີບ

ໝວດວິຊາ​ສະ​ເພາະ

  1. ພາສາ​ຝຣັ່ງທົ່ວ​ໄປ
  2. ການ​ເວົ້າ
  3. ການ​ຂຽນ
  4. ພາສາ​ຝຣັ່ງການທ່ອງທ່ຽວ
  5. ພາສາ​ຝຣັ່ງທຸລະ​ກິດ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277