ການ​ບໍລິການ​ການ​ເດີນທາງ ​ແລະ ການທ່ອງທ່ຽວ







​ສະ​ຖາ​ບັນ​ການທ່ອງທ່ຽວ ​ແລະ ການ​ໂຮງ​ແ​ຮມ​ແຫ່ງ​ຊາດ










ຫຼັກສູດຊັ້ນ​ກາງ 2 ປີ















ການ​ບໍລິການ​ການ​ເດີນທາງ ​ແລະ ການທ່ອງທ່ຽວ​ ແມ່ນການ​ໃຫ້​ບໍລິການພື້ນຖານດ້ານທ່ອງ​ທ່ຽວ ແລະ ການອໍານວຍຄວາມ ສະດວກໃນການເດີນທາງ ລະຫວ່າງທ່ອງທ່ຽວ ​ເຊິ່ງການບໍລິການດັ່ງກ່າວ ມີ​ຄວາມ​ສຳຄັນ​ໃນ​ການ​ພັດທະນາ​ ການ​ບໍລິການ​ໃນ ຂະແໜງອຸດ​ສາຫະ​ກຳການທ່ອງ​ທ່ຽວ ທີ່ເປັນແຫຼ່ງລາຍຮັບໃຫ້ແກ່ປະເທດ. ດັ່ງນັ້ນ, ການບໍລິການດັ່ງກ່າວ ຈຶ່ງມີຄວາມຈໍາເປັນ ທີ່​ຈະຕ້ອງພັດທະນາ ໃຫ້​ມີ​ຄຸນ​ນະພາ​ບຕາມມາດ​ຕະຖານ​ສາກົນ ເພື່ອ​ດຶງດູດ​ນັກ​ທ່ອງ​ທ່ຽວທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະເທດ.

 









ສາຂາ​ນີ້​ແມ່ນ​ຈະ​ໄດ້ຮຽນ ​ກ່ຽວ​ກັບ ​ພື້ນຖານດ້ານ​ການ​ບໍລິການ​ລູກ​ຄ້າ, ການເສີມສ້າງທັກ​ສະການ​ສື່ສານ​ຢ່າງ​ມື​ອາຊີບ,​ ການ​ບໍລິການ​ຈອງ​ທີ່​ພັກ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ, ການ​ຄິດ​ໄລ່ ​ແລະ ການວາງ​ແຜນ​ໂປຣ​ແກຣມ​ການນໍາທ່ຽວ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ ​ພູ​ມສາດ​ດ້ານ​ການທ່ອງທ່ຽວ, ທັກ​ສະດ້ານການນໍາໃຊ້ພາ​ສາ​ອັງກິດ​ສຳລັບ​ການທ່ອງທ່ຽວ, ພື້ນຖານ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ ​ແລະ ​ໂປຣ​ແກຣມ​ການ​ໃຫ້ການ​ບໍລິການ​ ທາງ​ດ້ານ​ການທ່ອງທ່ຽວ​ຮູບແບບຕ່າງໆ.













ການສິດສອນ ແມ່ນຈະມີການ​ບັນຍາຍທາງທິດສະດີ ທີ່ກ່ຽວຂ້ອງກັບຫຼັກການ ແລະ ວິທີການຕ່າງໆ ໃນການໃຫ້ບໍລິການ ໃນການເດີນທາງ ແລະ ທ່ອງທ່ຽວ, ວິທີການແກ້ໄຂບັນຫາ ຫຼື ຮັບມືກັບເຫດການສຸກເສີນໃນລະຫວ່າງການໃຫ້ບໍລິການ; ການ​ຄົ້ນ​ຄວ້າ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ; ການ​ເຮັດ​ວຽກ​ກຸ່ມ, ການ​ສາທິດ​ການ​ບໍ​ລິ​ການ ​ແລະ ການປຸງ​ແຕ່ງ​ອາຫານ ​ແລະ ​ເຄື່ອງ​ດື່ມ ລວມທັງ​ລົງ​ປະ​ຕິ​ບັດ​ຕົວ​ຈິງ​ຕາມ​ຮ້ານ​ອາຫານ, ໂຮງ​ແ​ຮມ​ ຫຼື ສະຖານທີ່ໃຫ້ບໍລິການ ດ້ານການເດີນທາງ ແລະ ທ່ອງທ່ຽວ.​ 





ຄວາມຮູ້ພື້ນຖານດ້ານພາສາຕ່າງປະເທດ, ການ​ນຳ​ໃຊ້​ຄອມ​ພິວ​ເຕີ, ພູມສາດ, ປະຫວັດສາດ ແລະ ຄວາມຮູ້ຮອບຕົວ. ມີຄວາມສົນໃຈທາງ​ດ້ານ​ການ​ໃຫ້​ບໍລິການ​ທ່ອງ​ທ່ຽວ ແລະ ມັກທ່ອງທ່ຽວ. ເປັນຄົນກ້າ​ສະ​ແດງ​ອອກ, ມີ​ວາທະ​ສິນ, ອັດທະຍາ​ໄສ​ດີ ແລະ ມີ​ຄວາມ​ອົດທົນ​ສູງ. ມີທັກສະໃນການເວົ້າຈາ ແລະ ການນໍາສະເໜີ ຂໍ້ມູນໃຫ້ແກ່ບຸກຄົນອື່ນ.  







ຮູ້ວິທີການ​ສື່ສານ​ຢ່າງ​ມີ​ປະສິດ​ທິ​ພາບ, ​ການ​ໃຫ້​ບໍລິການ​ຕາມ​ມາດຕະຖານ​ສາກົນ, ​ການ​ແກ້​ໄຂ​ບັນຫາ​ສະ​ເພາະ​ໜ້າ, ການ​ບໍລິຫານດ້ານການບໍລິການ, ລະບົບ ແລະ ວິທີການ​ຈອງການບໍລິການແບບ​ປີ້ ແລະ ລະບົບອອນລາຍ. ມີທັກ​ສະ​ໃນ​ການ​ເວົ້າ ແລະ ການສະ​ແດ​ງກິລິຍາ​ມາລະຍາດ​ທີ່​ເໝາະ​ສົມຕໍ່ຜູ້ໃຊ້ບໍລິການ, ​ການເຮັດ​ວຽກ​ເປັນ​ກຸ່ມ ແລະ ການ​ໃຊ້​ພາສາ​ອັງກິດ​ສຳລັບ​ການທ່ອງທ່ຽວ. 



​ເປັນຜູ້​​ໃຫ້​ບໍລິການ​ທາງ​ດ້ານ​ການເດີນທາງ ແລະ ​ທ່ຽວ​ທ່ອງ​ ທັງໃນ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເຊັ່ນ: ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ຽວທ່ອງ, ອົງການ​ທ່ອງ​ທ່ຽວສາກົນ, ບໍລິສັດ​ນຳ​ທ່ຽວ, ຮ້ານອາຫານ, ໂຮງແຮມ; ສາມາດດຳ​ເນີນ​ທຸລະ​ກິດ​ທາງ​ດ້ານ​ການທ່ອງທ່ຽວເປັນຂອງຕົວເອງ; ​ເປັນຕົວ​ແທນ​ຈຳໜ່າຍ​ປີ້, ຈອງທີ່​ພັກ ແລະ ສະຖານທີ່ທ່ອງທ່ຽວ. 





ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການທ່ອງທ່ຽວ ​ແລະ ​ການໂຮງ​ແຮມ

ພາສາ​ອັງກິດ​ສໍາລັບ​ການທ່ອງທ່ຽວ

ທັກ​ສະການ​ສື່ສານ​ຢ່າງ​ມື​ອາຊີບ

ຄອມ​ພິວ​ເຕີ

ການ​ບໍລິການ​ລູກ​ຄ້າ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ທີ່​ພັກ​ແຮມ

ພູມ​ສາດ​ດ້ານ​ການທ່ອງທ່ຽວ

ການ​ແກ້​ໄຂ​ບັນຫາ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ບໍລິຫານ

ການ​ຈອງ​ປີ້ ​ແລະ ລະບົບ​ການ​ຈອງ

ການບໍລິ​ການ​ເດີນທາງ ​ແລະ ການທ່ອງທ່ຽວ

ການ​ຄິດ​ໄລ່​ໃນ​ຂະ​ແໜງການທ່ອງທ່ຽວ ​ແລະ ​ການໂຮງ​ແຮມ

ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ຕະຫຼາດ

ການ​ຈັດ​ງານ​ປະຊຸມ, ການ​ສ້າງ​ແຮງ​ຈູງ​ໃຈ, ສໍາ​ມະ​ນາ ​ແລະ ງານ​ວາງສະ​ແດງ MICE

ການ​ປະກອບ​ທຸລະ​ກິດ

ສຶກສາສະພາບ​ການ​ທີ່​ພົ້ນ​ເດັ່ນ​ໃນ​ຂະ​ແໜງການທ່ອງທ່ຽວ ​ແລະ ການ​ໂຮງ​ແຮມ



ສະຖານທີ່ : ວິທະຍາເຂດ ວິທະຍາໄລເຕັກນິກປາກປ່າສັກ

ນະຄອນຫຼວງວຽງຈັນ