ຂໍ້ມູນຂ່າວສານທາງດ້ານພູມສັນຖານ

ວິທະຍາໄລເຕັກນິກສັບພະວິຊາ

ຫຼັກສູດ ຊັ້ນສູງ 3 ປີ

ຂໍ້ມູນຂ່າວສານທາງດ້ານພູມສັນຖານ ໝາຍເຖິງການນຳໃຊ້ຂໍ້ມູນຂ່າວສານ ​ແລະ ​ລະ​ບົບ​ໂປຣ​ແກຣມ​ເຂົ້າ​ໃນ​ວຽກ​ງານທາງດ້ານ​ການ​ສຳ​ຫຼວດພູມສັນຖານ. ​ສາ​ຂາ​ນີ້ ​ມີ​ຄວາມ​ສຳ​ຄັນ​ໃນ​​​ການອຳ​ນວຍ​ຄວາມສະ​ດວກ​ໃຫ້​ແກ່​ການ​ເກັບ​ກຳ​ຂໍ້​ມູນ​ທາງ​ດ້ານ​ພູມ​ສັນ​ຖານ​ທີ່​ຈຳ​ເປັນ​​ໃນ​ການ​ອອກ​ແບບ​ທາງດ້ານວິ​ສະ​ວະ​ກຳ, ການ​ສຳ​ຫຼວດ​ໜ້າ​ດິນ ​ແລະ ​ລະ​ດັບ​ນ້ຳ​ໂດຍ​ນຳໃ​ຊ້​ໂປຣ​ແກ​ຣມ ​ແລະ ການອອກແບບດ້ານສະ​ຖາ​ປັດ​ຕະ​ຍະ​ກຳ ເຊັ່ນ​ ການ​ອອກ​ແບບ​ອາ​ຄານ​ ແລະ ຜັງເມືອງໃຫ້​ສອດ​ຄ່ອງ​ກັບ​ພື້ນ​ທີ່​ພູມ​ສັນ​ຖານ. 

ສຶກສາກ່ຽວກັບສາມດ້ານໃຫຍ່ຄື: ດ້ານພູມສັນຖານ, ດ້ານໄອທີ ແລະ ດ້ານວິສະວະ​ກໍາ​ສະຖາປັດຕະຍະ​ກໍາ ​ເຊິ່ງລວມມີ: ການສຶກສາລັກສະນະຂອງພື້ນດິນ, ການນໍາໃຊ້ທີ່ດິນ ແລະ ສິ່ງປຸກສ້າງ; ລະບົບຄອມພິວເຕີ ແລະ ໂປຣແກຣມຕ່າງໆ ເຊັ່ນ: ລະບົບຄອມພິວເຕີກຣາບຟິກ, ໂປຣແກຣມແຕ້ມແບບ; ເຄື່ອງມື ແລະ ວິທີການເກັບກໍາຂໍ້​ມູນ​, ການ​ສ້າງ​ຖານ​ຂໍ້​ມູນ​ພູມ​ສັນ​ຖານ​ດ້ວຍ​​ໂປຣ​ແກ​ຣມ. ນອກ​ນີ້ ​ຍັງ​ສຶກສາ​ກ່ຽວ​ກັບ​ ພື້ນ​ຖານ​ການ​ສຳ​ຫຼວດ, ວັດ​ແທກ ແລະ ການ​ອອກ​ແບບ​ວາງ​ແຜນ​ການ​ກໍ່​ສ້າງ​ອີກ​ດ້ວຍ.

ເນັ້ນໃຫ້ນັກສຶກສາລົງປະ​ຕິ​ບັດ​ຕົວ​ຈິງ​ໂດຍ​ການລົງເກັບກຳຂໍ້ມູນທາງດ້ານພູມສັນຖານກັບຊຸມຊົນເມືອງ, ຊຸມຊົນ​ຊົນ​ນະ​ບົດ ແລະ ອົງກອນຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ. ຫຼັງຈາກນັ້ນນັກສຶກສາຈະໄດ້​ນຳເອົາຂໍ້ມູນດ້ານຕ່າງໆເຫຼົ່ານັ້ນມາວິເຄາະ ເຊັ່ນ: ວິເຄາະການນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ, ວິເຄາະດ້ານສິ່ງແວດລ້ອມ, ​ການວິເຄາະດ້ານການສຳຫຼວດອອກແບບ, ວິເຄາະດ້ານປ່າໄມ້, ​ວິເຄາະດ້ານອຸດສາຫະກຳ ແລະ ອື່ນໆ.

​ຄວາມ​ຮູ້​ພື້ນ​ຖານທາງດ້ານ​ຄະນິດສາດ ໂດຍສະເພາະແມ່ນ ເລຂາຄະນິດ ແລະ ໄຕມູມມິຕິ, ພູມສາດ, ພາສາອັງ​ກິດ ແລະ ທັກ​ສະ​ພື້ນ​ຖານ ​ໃນ​ການ​ນຳ​ໃຊ້​ຄອມ​ພິວ​ເຕີ. ມີຄວາມສົນໃຈ​ໃນການຊອກຮູ້ ແລະ ຄົ້ນຄວ້າ​ກ່ຽວກັບເຕັກໂນໂລຊີໃໝ່ໆ; ສົນໃຈໃນ​ການ​ຊອກ​ຮູ້​ກ່ຽວ​ກັບ​ພູມ​ສາດ​, ​ມັກ​ແຕ້ມ​ຮູບ, ແຕ້ມ​ກ່າຍ​, ມັກ​ຄົ້ນ​ຄວ້າ​ຂໍ້​ມູນທາງດ້ານ​ພູມ​ສັນ​ຖານ.

ມີທັກສະພື້ນຖານໃນການສຳຫຼວດວັດແທກພູມສັນຖານ; ທັກສະໃນການເກັບກໍາຂໍ້ມູນ, ອອກແບບຖານຂໍ້ມູນທາງດ້ານພູມສັນຖານ ແລະ ສ້າງແຜນທີ່ພູມສັນຖານ ໂດຍການນໍາໃຊ້ລະບົບໂປຣແກຣມຄອມພິວເຕີຕ່າງໆ ເຊັ່ນ: ໂປຣແກຣມ GIS, AutoCAD Land ​ເພື່ອ​ຮັບ​ໃຊ້​ໃນ​ວຽກອອກ​ແບບ​ດ້ານ​ວິສະວະ​ກໍາ ​ແລະ ສະຖາປັດຕະຍະ​ກໍາ. 

ນັກສຶກສາສາມາດປະກອບອາຊີບກ່ຽວກັບການວິໄຈ ແລະ ອອກແບບຖານຂໍ້ມູນ ເພື່ອຮັບໃຊ້ໃນການວຽກງານດ້ານຕ່າງໆເຊັ່ນ: ວຽກງານທາງດ້ານອຸດສາຫະກຳ, ວຽກງານບໍ່ແຮ່, ເຂື່ອນໄຟຟ້າ, ເສັ້ນທາງຄົມມະນາຄົມ, ການນຳໃຊ້ທີ່ດິນ, ເຄຫາຜັງເມືອງ, ຊົນລະປະທານ, ການທ່ອງທ່ຽວທຳມະຊາດ ແລະ ອື່ນໆ ໃນໜ່ວຍງານຂອງລັດ ແລະ ເອກະຊົນ.

ໝວດວິຊາ​ເຕັກນິກ​ທົ່ວ​ໄປ

  1. ຄອມ​ພິວ​ເຕີ​ກຣາບຟິກ
  2. ຫຼັກການ​ບໍລິຫານ
  3. ​ໄຟຟ້າ​ອີ​ເລັກ​ໂຕນິກ
  4. ການ​ສໍາ​ຫຼວດອອກ​ແບບ​ວິສະວະ​ກໍາ
  5. ການ​ອອກ​ແບບ​ວາງ​ແຜນ​ຊຸມ​ຊົນ
  6. ສິ່ງ​ແວດ​ລ້ອມ
  7. ຂໍ້​ມູນ​ການ​ຄຸ້ມ​ຄອງ​ນໍາ​ໃຊ້​ທີ່​ດິນ ​ແລະ ສິ່ງ​ປຸກ​ສ້າງ
  8. ຄວາມ​ຮູ້​ທົ່ວ​ໄປ​ກ່ຽວກັບ​ພູມ​ສັນຖານ
  9. ຄວາມ​ຮູ້​ພື້ນຖານ​ວິຊາ​ວັດ​ແທກ​ແຜນ​ທີ່
  10. ​ເຕັກນິກ​ການ​ຄິດ​ໄລ່​ອອກ​ແບບ​ທາງ​ດ້ານ​ວິສະວະ​ກໍາ
  11. ການ​ບໍລິຫານ​ໂຄງການ
  12. ກໍາມະ​ວິທີ​ການ​ວິ​ໄຈ
  13. ສະຖິຕິ​ສໍາລັບ​ການ​ວິ​ໄຈ

ໝວດວິຊາ​ສະ​ເພາະ

  1. ການ​ສ້າງ​ແຜນ​ທີ່​ພູມ​ສັນຖານ
  2. ພາບ​ຖ່າຍ​ທາງ​ອາກາດ ​ແລະ ດາວ​ທຽມ
  3. ລະບົບ​ການ​ບໍລິຫານ​ຂໍ້​ມູນ
  4. ການ​ນໍາ​ໃຊ້ GPS
  5. ການ​ສຶກສາວິ​ໄຈ ​ແລະ ການ​ປະຕິບັດ​ວິຊາ​ຊີບ
  6. ການ​ອອກ​ແບບ​ວິ​ໄຈ ​ແລະ ວິ​ເຄາະ​ຂໍ້​ມູນ
  7. ລະບົບ​ຂໍ້​ມູນ ​ແລະ ​ໂປຣແກຣມ
  8. ລະບົບ​ຂ່າວສານ ​ແລະ ການ​ສໍາ​ຫຼວດທາງ​ໄກ
  9. ການ​ນໍາ​ໃຊ້ ​ແລະ ພັດທະນາ GIS
  10. ​ໂປຣແກຣມ​ແຕ້ມ​ແບບ​ກິດຈະການ
  11. ການ​ປະ​ເມີນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ອຸດສາຫະກໍາ
  12. ການ​ອອກ​ແບບ​ເວັບ​ໄຊ​້
  13. ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ການ​ອອກ​ແບບ
  14. ​ໂປຣແກຣມມິ​ງ Programming

ບ. ​ໂສກ​ປ່າ​ຫຼວງ,

ໂທ 021 312 420 ຫຼຶ 021 313 303