ສ້າງຄູພູມີສາດ

ຄະນະສຶກສາສາດ

ປະລິນຍາຕີ 4ປີ

​ສາຂາສ້າງຄູພູມີສາດ ໝາຍເຖິງການສຶກສາປະສົມປະສານກັນລະຫວ່າງພື້ນຖານທາງດ້ານພູມີສາດ ແລະ ສຶກສາສາດ ເຊີ່ງມີຈຸດປະສົງ ເພື່ອໃຫ້ເຂົ້າໃຈຫຼັກການ ແລະ ທິດສະດີການສິດສອນທາງດ້ານພູມີສາດ. ສາຂານີ້ມີຄວາມສໍາຄັນ ໃນການສ້າງຄູທີ່ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບພູມີສາດ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ ອັນເປັນພື້ນຖານອັນຕົ້ນຕໍໃນການສ້າງລະບົບການສຶກສາທີ່ມີປະສິດທິພາບ ເຊິ່ງຈະຊ່ວຍໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຈະເລີນກ້າວໜ້າ. 

ສາຂາ​ນີ້ຮຽນກ່ຽວກັບ ລັກສະນະທາງພູມີສາດ ຂອງທະວີບ ແລະ ພາກພື້ນຕ່າງໆໃນໂລກ, ໃນນັ້ນຈະໄດ້ສຶກສາກ່ຽວກັບ ລັກສະນະທາງກາຍະພາບຂອງພື້ນທີ່, ພູມີອາກາດ, ໂຄງສ້າງປະຊາກອນ, ສະພາບທາງດ້ານເສດຖະກິດ, ສັງຄົມ, ການເມືອງ ແລະ ວັດທະນະທໍາ. ນອກນີ້, ຍັງໄດ້ສຶກສາກ່ຽວກັບທັກສະການສອນ ເຊັ່ນ: ການວາງແຜນການສອນ, ວິທີການສິດສອນ, ໂຄງສ້າງ ແລະ ອົງປະກອບຂອງຫຼັກສູດການຮຽນ-ການສອນ, ການສ້າງ ແລະ ພັດທະນາຫຼັກສຸດ ເປັນຕົ້ນ. 

ການສິດສອນແມ່ນເນັ້ນໜັກໃສ່ການຮຽນຮູ້ທາງດ້ານທິດສະດີ ຜ່ານການບັນຍາຍພາຍໃນຫ້ອງຮຽນເປັນຫຼັກ. ນອກນີ້ ນັກສຶກສາຈະໄດ້ຮຽນຮູ້ໃນຮູບແບບການປະຕິບັດຕົວຈິງ ເຊັ່ນ: ການສ້າງສື່ການສອນທາງດ້ານພູມີສາດ (ຝຶກແຕ້ມແຜນທີ່) ແລະ ຝຶກທັກສະການສອນອື່ນໆ ເຊັ່ນ: ການວາງແຜນການສອນ, ການກຽມການສອນ, ການຝຶກສອນ ທີ່ໂຮງຮຽນສາມັນແຫ່ງຕ່າງໆ ເຊິ່ງນັກສຶກສາຈະໄດ້ມີການຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການເພື່ອພັດທະນາທັກສະການສອນໃຫ້ດີຂຶ້ນ. 

ຄວາມຮູ້​ພື້ນຖານ​ ທາງດ້ານວິຊາ ​ພູມີສາດ, ປະຫວັດສາດ ແລະ ສຶກສາພົນລະເມືອງ. ມີຄວາມສົນໃຈໃນການຮຽນຮູ້ກ່ຽວກັບຈຸດພິເສດທາງດ້ານພູມີສາດຂອງພື້ນທີ່ຕ່າງໆໃນໂລກ. ນອກຈາກນີ້ ຄວນເປັນຄົນທີ່ກ້າສະແດງອອກ,​ ມີພາວະຄວາມເປັນຜູ້ນໍາ, ມີຄວາມມັກຮັກໃນອາຊີບຄູ ແລະ ມີຄວາມສົນໃຈຢາກພັດທະນາລະບົບການສຶກສາໃຫ້ມີຄວາມຈະເລີນກ້າວໜ້າ.   

ນັກສຶກສາທີ່ຈົບຈາກສາຂານີ້ ຈະມີຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານພູມີສາດ; ມີຄວາມສາມາດ ແລະ ຄວາມຊໍານານໃນການສິດສອນ ແລະ ຖ່າຍທອດຄວາມຮູ້ດັ່ງກ່າວໃຫ້ແກ່ນັກຮຽນ ໂດຍສະເພາະໃນຊັ້ນມັດທະຍົມຕອນປາຍ; ແລະ ມີທັກສະໃນການວາງແຜນການສິດສອນ, ສ້າງຫຼັກສູດ ແລະ ສ້າງສື່ການຮຽນ-ການສອນທີ່ແທດເໝາະກັບນັກຮຽນໃນແຕ່ລະໄວ.  

​ນັກສຶກສາສາມາດປະກອບອາຊີບ ເປັນຄູສອນວິຊາພູມີສາດໃນຊັ້ນມັດທະຍົມສຶກສາ. ນອກຈາກນີ້, ຍັງສາມາດເປັນນັກວິຊາ ການໃນການພັດທະນາການສຶກສາ ໃນອົງການທີ່ກ່ຽວຂ້ອງໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຕ່າງໆ​ ເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ພະແນກ ແລະ ຫ້ອງການສຶກສາ ແລະ ກິລາ ຂັ້ນແຂວງ ແລະ ເມືອງ ເປັນຕົ້ນ. 

ໝວດວິຊາ​​ພື້ນຖານວິສຊາສະເພາະ

  1. ເຕັກໂນໂລຊີການສຶກສາ
  2. ວັດ-ປະເມີນຜົນການສຶກສາ
  3. ການວິໄຈພາກປະຕິບັດ
  4. ວິທີວິໄຈການສຶກສາ
  5. ສຶກສາສາດທົ່ວໄປ
  6. ບໍລິຫານການສຶກສາ
  7. ຈິດຕະວິທະຍາພັດທະນາການ
  8. ວິເຄາະຫຼັກສູດສ້າງຄູ

ປະສົບການວິຊາຊີບຄູ

ໝວດວິຊາ​ສະ​ເພາະ​

  1. ພູມີສາດປະເທດລາວ
  2. ພູມີສາດກາຍະພາບທົ່ວໄປ
  3. ທໍລະນີສັນຖານວິທະຍາ
  4. ພູມີອາກາດ ແລະ ອຸຕຸນິຍົມວິທະຍາ
  5. ປັດຕະພີວິທະຍາ
  6. ອຸທົກວິທະຍາ
  7. ແຜນທີ່ວິທະຍາ ແລະ ເຕັກນິກຮູບສາຍ
  8. ການແຕ້ມແຜນທີ່
  9. ພູມີສາດທະວີບອາຊີ
  10. ພູມີສາດທະວີບເອີລົບ
  11. ພູມີສາດທະວີບອາຟຣິກາ
  12. ພູມີສາດທະວີບອາເມລິກາ
  13. ພູມີສາດອົດສະຕຣາລີ
  14. ພູມີສາດພາກພື້ນອາຊີອາຄະເນ ແລະ ກຸ່ມອາຊຽນ
  15. ພູມີສາດປະຊາກອນກັບການພັດທະນາເສດຖະກິດ-ສັງຄົມ
  16. ພູມີສາດຕົວເມືອງ ແລະ ຊົນນະບົດ
  17. ພູມີສາດການເມືອງ
  18. ພູມີສາດການພັດທະນາ
  19. ພູມີສາດວັດທະນະທໍາ
  20. ພູມີສາດການຕັ້ງຖິ່ນຖານ
  21. ພູມີສາດເສດຖະກິດ-ສັງຄົມລາວ
  22. ພູມີສາດເສດຖະກິດໂລກ
  23. ການຈັດສັນພື້ນທີ່ ແລະ ກິດຈະການທາງເສດຖະກິດຂອງມະນຸດ
  24. ພູມີສາດການທ່ອງທ່ຽວ
  25. ມະນຸດກັບສິ່ງແວດລ້ອມ