ພູມສາ​ດ ​ແລະ ພູມີສາລະ​ສົນ​ເທດ​ສາດ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ພູມີສາດ ແລະ ພູມີສາລະສົນເທດສາດ ແມ່ນຂະແໜງການທີ່ສຶກສາກ່ຽວກັບ ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ພູມີ​ສາດ. ເຕັກໂນໂລຊີ, ​ຫຼັກການ, ການຄົ້ນຄວ້າວິ​ໄຈ ແລະ ການນໍາໃຊ້​ຂໍ້​ມູນ​ຂ່າວສານດ້ານ​ພູ​ມີ​ສາດ ທີ່ມີຄວາມສໍາຄັນ​ຕໍ່ການ​ພັດທະນາ​ຕົວເມືອງ, ໂຄງລ່າງພື້ນຖານ ແລະ ເສດຖະກິດ-ສັງຄົມ ລວມມີ: ການວາງ​ຜັງ​ເມືອງ, ການວິເຄາະພື້ນທີ່ ເຊັ່ນ: ຄວາມສ່ຽງຂອງໄພນ້ຳຖ້ວມ, ການ​ວັດ​ແທກ​-​ສ້າງຫົນ​ທາງ, ​ກໍານົດ​ຈຸດ​ພິກັດເທິງ​ແຜນ​ທີ່​ສໍາລັບ​ການວາງ​ສາຍ​ໄຟຟ້າ, ການ​ຈັດການ​ສິ່ງ​ແວດ​ລ້ອມ ແລະ ອື່ນໆ​. 

ສຶກສາກ່ຽວກັບລັກສະນະທາງດ້ານພູມີສາດ ເຊັ່ນ: ໂຄງສ້າງຂອງໂລກ ແລະ ທໍລະນີ, ພູມສັນຖານ, ພຸມອາກາດ, ສະພາບແວດລ້ອມ ແລະ ຊັບພະຍາກອນທຳມະຊາດທີ່ມີຜົນກະທົບຕໍ່ການດຳລົງຊີວິດ ແລະ ເສດຖະກິດຂອງຄົນໃນທ້ອງຖິ່ນ. ສຶກສາດ້ານພູມີສາລະສົນເທດສາດ ເຊັ່ນ: ການສໍາຫຼວດພູມສັນຖານຂອງປະເທດ, ລະບົບການເກັບກໍາ- ຖອດຂໍ້ມູນຈາກດາວທຽມ, ແປງຂໍ້ມູນພາບຖ່າຍຈາກດາວທຽມເປັນແຜນທີ່, ວິ​ເຄາະ​ຂໍ້​ມູນ​ດ້ານ​ພື້ນທີ່-​ວິທີ​ການ​ອອກ​ແບບ​ ​ແລະ ສ້າງ​ແຜນ​ທີ່ ເປັນຕົ້ນ. 

ວິທີ​ການ​ສິດສອນແມ່ນ​​ເນັ້ນ​ໃສ່ການ​ຮຽນກ່ຽວກັບທິດ​ສະ​ດີຄຽງຄູ່​ກັບການປະຕິບັດ​ຕົວ​ຈິງ​​. ໃນນັ້ນນັກສຶກສາຈະໄດ້ປະຕິບັດຕົວຈິງດ້ວຍການ ລົງ​ວັດ​ແທກ​ສໍາ​ຫຼວດຂໍ້​ມູນ​, ຈັບ​ຈຸດ​ພິກັດ, ນໍາ​ໃຊ້ຊອຟແວຣ໌​ເຂົ້າ​ໃນ​ການ​ສ້າງ​ແຜນ​ທີ່. ມີການຂຽນບົດ​ລາຍ​ງານ​ທັງ​ແບບ​ກຸ່ມ ​ແລະ ບຸກຄົນ. ນອກນີ້​ ນັກສຶກສາຍັງຈະໄດ້ໄປ​ທັດສະນະ​ສຶກສາ ແລະ ລົງຝຶກງານ​ໃນອົງກອນທີ່ກ່ຽວຂ້ອງ ເຊັ່ນ​: ກົມ​ແຜນ​ທີ່, ກົມ​ພັດທະນາ​ທີ່​ດິນ, ກົມ​ປ່າ​ໄມ້, ກົມ​ອຸຕຸນິຍົມ​ວິທະຍາ, ​ສູນ​ຄົ້ນຄວ້າ​ທີ່​ດິນ ແລະ ເຂື່ອນ​ໄຟຟ້າ ເປັນຕົ້ນ. ​ 

ຄວາມ​ຮູ້​ພື້ນຖານ ທາງດ້ານ​ພູມີ​ສາດ, ​​ຄະນິດສາດ ​ແລະ ຄອມ​ພິວ​ເຕີ;  ເປັນ​ຄົນ ມີ​ຄວາມ​ອົດທົນ, ມັກ​ສັງ​ເກດ ແລະ ວິ​ເຄາະ. ມີ​ຄວາມ​ສົນ​ໃຈ​ ໃນການເຮັດວຽກພາກ​ສະໜາມ, ການ​ສ້າງ​ແຜນ​ທີ່, ການສຶກສາກ່ຽວກັບ​ການ​ກໍາ​ເນີ​ດ, ສ່ວນ​ປະກອບຂອງໜ່ວຍ​ໂລກ, ທີ່​ຕັ້ງ, ຂະໜາດ, ຮູບ​ຮ່າງ​ ​ແລະ ລັກສະນະ​ຂອງ​ພູມ​ສັນຖານ​ຕ່າງໆ ເຊັ່ນ: ທະວີບ, ທະ​ເລ ​ແລະ ມາ​ຫາ​ສະໝຸດ. ​

ຄວາມ​ສາມາດ​ໃນ​ການ​ສໍາ​ຫຼວດພື້ນທີ່, ສາມາດອ່ານ, ວິ​ເຄາະ​ ​ແລະ ​ແປ​ຂໍ້​ມູນ​ທາງ​ດ້ານ​ພູມີສາດ, ​ກໍານົດ​ທີ່​ຕັ້ງຂອງໜ່ວຍ​ໂລກ, ແປ​ພາບ​ຖ່າຍ​ທາງ​ອາກາດ, ສ້າງ​-ອ່ານແຜນ​ທີ່ ແລະ ຄໍານວນ​ສະຖິຕິ​ເລື່ອງ​ປະຊາກອນ. ນອກນີ້ຍັງສາມາດ​ນໍາ​ໃຊ້ໂປຣແກຣມທາງດ້ານພູມີສາລະສົນເທດ ​ເຊັ່ນ: Arcview, ArcMap, Erdas MapInfor, Garmin, Google Earth ເປັນຕົ້ນ.

​​​ສາມາດປະກອບອາຊີບເປັນ​ນັກ​ພູ​ມີ​ສາດ, ຜູ້​ອອກ​ແບບ​-ສ້າງແຜນ​​ທີ່, ນັກ GIS (ເຮັດວຽກກ່ຽວກັບຂໍ້ມູນຂ່າວສານທາງພູມີສາດ), ພະນັກງານ​ອຸຕຸນິຍົມ, ນັກອະນຸລັກ​ຊັບພະຍາກ​ອນທໍາ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອມ, ນັກ​ທໍລະນີວິທະຍາ, ພະນັກງານ​ທີ່​ດິນ, ພະນັກງານ​ວັດ​ແທກ​ຂອບ​ເຂດ​ຊາຍ​ແດນ ​​ໃນ​ຫ້ອງການ​ທີ່​ກ່ຽວຂ້ອງ​ກັບ​ທີ່ດິນ ​ແລະ ການ​ສໍາ​ຫຼວດທີ່ດິນ.

ໝວດວິຊາ​ສະ​ເພາະ​ບັງຄັບ

  1. ພູ​ມີ​ສາດ​ກາຍຍະ​ພາບ​ລາວ
  2. ພູ​ມີ​ສາດ​ສັງຄົມ ​ແລະ ​ເສດຖະກິດ​ລາວ
  3. ພູມີ​ສາດ​ທ້ອງ​ຖິ່ນ
  4. ພູມີ​ສາດ​ກາຍະ​ພາບ​ທົ່ວ​ໄປ
  5. ທໍລະນີວິທະຍາ
  6. ທໍລະນີ​ສັນຖານ​ວິທະຍາ
  7. ພູມ​ອາກາດ ​ແລະ ອຸຕຸນິຍົມ​ວິທະຍາ
  8. ປັດຖະພີ​ວິທະຍາ
  9. ການ​ແປ​ຄວາມໝາຍຈາກ​ແຜນ​ທີ່ ​ແລະ ຮູບຖ່າຍ​ທາງ​ອາກາດ
  10. ລະບົບ​ສາຣະສົນ​ເທດ​ທາງ​ພູ​ມີ​ສາດ
  11. ​ໂທລະ​ສໍາ​ພັດ
  12. ລະບົບ​ການ​ກໍານົດ​ຕໍາ​ແໜ່ງ​ເທິງໜ້າ​ໂລກ
  13. ​ເຕັກ​ໂນ​ໂລ​ຊີສາຣະສົນ​ເທດ
  14. ພູ​ມີ​ສາດ​ອາຊີ​ອາຄະ​ເນ-ກຸ່ມ​ອາຊຽນ
  15. ພູມີ​ລັດຖະສາດ
  16. ພູມີ​ສາດ​ປະຊາກອນກັບ​ການ​ພັດທະນາ​ເສດຖະກິດ
  17. ພູມີ​ສາດ​ການທ່ອງທ່ຽວ
  18. ພູມີ​ສາດ​ເສດຖະກິດ​ໂລກ
  19. ການຈັດ​ສັນພື້ນທີ່ ​ແລະ ການວາງ​ແຜນ​ນໍາ​ໃຊ້​ທີ່​ດິນ
  20. ພູມີ​ສາດ​ສິ່ງ​ແວດ​ລ້ອມ

ໝວດວິຊາ​ພື້ນຖານ​ສະ​ເພາະດ້ານ

  1. ການ​ສ້າງ​ຖານ​ຂໍ້​ມູນ
  2. ​ໂຟ​ໂຕ​ແກຣມ​ເມ​ຕຣີ
  3. ວິທີ​ການ​ສະຖິຕິ​ທາງ​ພູມີ​ສາດ
  4. ການ​ສໍາ​ຫຼວດພື້ນທີ່
  5. ຫຼັກການ​ແຕ້ມ​ແຜນ​ທີ່
  6. ​ແຜນ​ທີ່​ວິທະຍາ ​ແລະ ​ເຕັກນິກ​ຮູບ​ສາຍ
  7. ຫຼັກວິທີ​ວິ​ໄຈ
  8. ວິທີ​ການ​ທາງ​ສະຖິຕິ
  9. ພຶດຊະ​ຄະນິດ​ເລຂາ​ທໍາ

ໝວດວິຊາສະເພາະເລືອກ

  1. ອຸທົກວິທະຍາ ແລະ ການຈັດການແຫຼ່ງນໍ້າ
  2. ພູມີສາດທະວີບ
  3. ພູມີສາດຊີວະ
  4. ວິທີການວິເຄາະປະລິມານທາງພູມີສາດ
  5. ພູມີສາດເມືອງ ແລະ ຊົນນະບົດ
  6. ປະຊາກອນ ແລະ ປະຊາກອນສາດ