ກົນຈັກໜັກ

ວິທະຍາໄລເຕັກນິກ​ລາວ​ເຢຍລະ​ມັນ

ຊັ້ນກາງ 2 ປີ (12 + 2)

ກົນຈັກໜັກ ແມ່ນປະເພດເຄື່ອງຈັກຂອງພາຫະນະ ທີ່ຮັບໃຊ້ເຂົ້າໃນວຽກງານຂຸດຄົ້ນ ແລະ ກໍ່ສ້າງ ເຊັ່ນ: ລົດບັນທຸກ, ລົດຈົກ, ລົດດຸດ ແລະ ລົດເກດ ເປັນຕົ້ນ. ສາຂານີ້ມີຄວາມສໍາຄັນ ເນື່ອງຈາກໃນປັດຈຸບັນ ໄດ້ມີການນໍາໃຊ້ເຄື່ອງຈັກເຂົ້າໃນທຸກຂົງເຂດອຸດສາຫະກໍາຢ່າງຫຼວງຫຼາຍ ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີຊ່າງຊໍານານງານ ທີ່ສາມາດນໍາໃຊ້, ສ້ອມແປງ ແລະ ບໍາລຸງຮັກສາ ເຄື່ອງຈັກດັ່ງກ່າວ ເພື່ອເຮັດໃຫ້ສາມາດດໍາເນີນງານໄດ້ຢ່າງມີປະສິດທິພາບ, ວ່ອງໄວ ແລະ ໄດ້ມາດຕະຖານ. 

ສາຂາ​ນີ້ ​ສຶກສາກ່ຽວກັບຄວາມ​ຮູ້​ຕ່າງໆທີ່​ເປັນ​ອົງ​ປະກອບ​ຂອງເຄື່ອງກົນຈັກໜັກ​ ທີ່ໃຊ້ເຂົ້າ​ໃນວຽກງານຂຸດຄົ້ນ ແລະ ກໍ່ສ້າງ ເປັນຕົ້ນ​ແມ່ນ ລົດບັນທຸກ, ລົດຈົກ, ລົດຕັກ, ລົດດຸດ ແລະ ລົດເກດ​ ເຊິ່ງໃນນັ້ນ ນັກສຶກສາຈະໄດ້ຮຽນຮູ້ຕັ້ງແຕ່ ໂຄງສ້າງຂອງເຄື່ອງຈັກ ແລະ ລະບົບ​ທີ່​ກ່ຽວຂ້ອງ​ກັບ​ການທໍາງານຕ່າງໆຂອງເຄື່ອງຈັກ, ວິທີການນໍາໃຊ້ ​ແລະ ​ເຕັກນິກ​ໃນ​ການສ້ອມແປງເຄື່ອງຈັກດັ່ງກ່າວ ​ແລະ ວິທີ​ການ​ໃນ​ການ​ບໍາລຸງ​ຮັກສາ ​ເພື່ອ​ເພີ່ມ​ອາຍຸ​ການ​ໃຊ້​ງານ​ຂອງເຄື່ອງຈັກ ໃຫ້ໄດ້ຍາວນານ.

ວິທີ​ການ​ສິດສອນ​ຂອງ​ສາຂາ​ນີ້ ລວມມີ​ການ​ຮຽນທິດສະດີພຽງແຕ່ 40% ສ່ວນອີກ 60% ແມ່ນຈະເນັ້ນ​ໃສ່ການຮຽນຈາກ​ພາກປະຕິບັດຕົວຈິງ​ເຊັ່ນ: ນັກຮຽນຈະໄດ້ມີການປະກອບ ແລະ ສ້ອມແປງເຄື່ອງຈັກໜັກ ​ເຊິ່ງຈະ​ນໍາ​ໃຊ້​ຫຼັກການ ​ສິດສອນ​ແບບ 4 ຂັ້ນຕອນ​ ​ເຊັ່ນ: ອາຈານ​ອະທິບາຍ​, ສາທິດ, ຕິດຕາມ, ກວດກາ​​ໂດຍ ນັກຮຽນ ​ເຮັດ​ຕາມ ​ແລະ ​ຝຶກ​ແອບ. ນັກຮຽນຈະໄດ້ລົງ​ຝຶກງານນໍາບໍລິສັດຕ່າງໆທີ່ກ່ຽວຂ້ອງ ​ແລະ ສາມາດຝຶກງານພາຍໃນໂຮງຮຽນກໍ່ໄດ້.

ຄວາມຮູ້ພື້ນຖານ ດ້ານວິຊາວິທະຍາສາດ​ທໍາ​ມະ​ຊາດ ເຊັ່ນ: ຄະນິດສາດ, ຟິຊິກສາດ ​ແລະ ການແຕ້ມຮູບ; ມີຄວາມມັກຮັກ ໃນການສ້ອມແປງເຄື່ອງມືໃດໜຶ່ງ ​ແລະ ການຕິດຕັ້ງອຸປະກອນຕ່າງໆ; ເປັນຄົນ ມັກອອກແຮງງານ, ມີຄວາມອົດທົນ, ມັກຊອກຮູ້, ຊອກສຶກສາດ້ວຍຕົນເອງ ແລະ ມີຄວາມດຸໝັ່ນຂະຫຍັນພຽນ.

ມີຄວາມຮູ້ກ່ຽວກັບ​ຊິ້ນສ່ວນ​ປະກອບ​ຕ່າງໆຂອງ​ກົນ​ຈັກໜັກ ​ແລະ ມີ​ຄວາມ​ເຂົ້າ​ໃຈ ​ກ່ຽວກັບ ລະບົບ​ການ​ເຮັດ​ວຽກຂອງ​ກົນ​ຈັກໜັກຂອງ​ພາຫະນະ​ປະ​ເພດ​ຕ່າງໆ; ມີີຄວາມຮູ້ພື້ນຖານ ກ່ຽວກັບ ການຄວບຄຸມ ແລະ ນໍາໃຊ້ເຄື່ອງກົນຈັກໜັກເຂົ້າໃນວຽກງານຂຸດຄົ້ນ ແລະ ກໍ່ສ້າງ; ສາມາດຄິດໄລ່ສ້ອມແປງກົນຈັກໜັກ ​ແລະ ຮູ້​ວິທີ​ການ​ທີ່​ເໝາະສົມ​ໃນ​ການ​ບໍາລຸງ​ຮັກສາ​ກົນ​ຈັກໜັກ. 

ສາມາດປະກອບ​ອາຊີບ​ເປັນ​ວິຊາ​ການ ​ແລະ ນາຍຊ່າງ​ທາງ​ດ້ານ​ກົນ​ຈັກໜັກ ທີ່ບັນຈຸເຂົ້າໃນສັງກັດຕ່າງໆ ບໍ່ວ່າຈະເປັນ ບໍລິສັດທີ່​ນໍາ​ເຂົ້າ, ຈໍາໜ່າຍ, ຜະລິດ​ ຫຼື ມີ​ການ​ນໍາ​ໃຊ້ກົນ​ຈັກໜັກ ​ເຊັ່ນ: ບໍລິສັດ RMA, ບໍລິສັດພູເບ້ຍມາຍນິ້ງ ແລະ ບໍລິສັດຕ່າງໆທີ່​ກ່ຽວຂ້ອງ. ນອກ​ນີ້ ຍັງສາມາດປະກອບທູລະກິດສ່ວນຕົວທີ່​ກ່ຽວກັບ​ການແປງລົດ ແລະ ກົນຈັກຕ່າງໆ.

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

ໂຮງຮຽນເຕັກນິກລາວ-ເຢຍລະມັນ ກໍາລັງຢູ່ໃນໄລຍະພັດທະນາຫຼັກສູດກົນຈັກໜັກ ດັ່ງນັ້ນ ຈຶ່ງບໍ່ທັນມີຕົວຢ່າງລາຍວິຊາຮຽນ. ສ່ວນລາຍວິຊາຄວາມຮູ້ທົ່ວໄປ ແລະ ພື້ນຖານວິຊາສະເພາະ ແມ່ນນໍາໃຊ້ຫຼັກສູດດຽວກັບ ສາຂາເຕັກໂນໂລຊີລົດຍົນ