ສ້າງຄູປະຫວັດສາດ 

ຄະນະສຶກສາສາດ

ປະລິນຍາຕີ 4ປີ

ວິຊາ​ປະຫວັດສາດ ໝາຍ​ເຖິງ​ການ​ສຶກສາ​ອະດີດ​ຂອງ ມະນຸດ, ສັງຄົມມະນຸດ​ ​ແລະ ສິ່ງ​ແວດ​ລ້ອມ​​ທີ່ກ່ຽວ​ຂ້ອງກັບ​ການ​ປ່ຽນ​​ແປງ​ຂອງ​ສັງຄົມມະນຸດ, ຄວາມ​ຄິດ ​ແລະ ຄວາມ​ເຊື່ອ ທີ່​ເຮັ​ດ​ໃຫ້​ເກີດ​ມີພຶດຕິ​ກຳ​ຕ່າງໆ​ທີ່​​ເກີດ​ຂຶ້ນ​​ແລ້ວໃນ​ອະດີດ. ສາ​ຂາ​ວິຊານີ້​ມີຄວາມສໍາຄັນ ເນື່ອງຈາກປະຫວັດສາດຖືເປັນຫຼັກຖານຢັ້ງຢືນ ເຖິງວິວັດທະນາການຂອງວິທະຍາສາດ ແລະ ສັງຄົມ ນັບຕັ້ງແຕ່ອະດີດ ເພື່ອໃຫ້ເຮົາເຂົ້າໃຈກ່ຽວກັບປັດຈຸບັນ ​ແລະ ສາມາດໝູນໃຊ້ ເຂົ້າໃນການປະດິດສ້າງເຕັກໂນໂລຊີສະໄໝໃໝ່​ໄດ້.

ສາຂາ​ວິຊາ​​ສຶກສາລົງເລິກກ່ຽວ​ກັບ​ປະຫວັດສາດ​ ທີ່ກ່ຽວພັນກັບບັນດາຫົວຂໍ້ຕ່າງໆ ເຊັ່ນ: ວັດຖູບູຮານ, ບູຮານສະຖານ, ເຫດການປະຫວັດສາດ, ການຂະຫຍາຍຕົວ ແລະ ວິວັດທະນາການຂອງມະນຸດ ແລະ ສັງຄົມມະນຸດ, ການດໍາລົງຊີວິດ ແລະ ການພັວພັນສາກົນ ຂອງມະນຸດໃນຍຸກສະໄໝຕ່າງໆ. ​ ນອກ​ນັ້ນ ນັກສຶກສາຍັງຈະໄດ້ຮຽນກ່ຽວກັບວິຊາຄູ ເຊັ່ນ: ວິທີການສິດສອນວິຊາປະຫວັດສາດໂດຍສະເພາະ, ການວິໄຈ, ການວັດ ແລະ ປະເມີນຜົນການສຶກສາ ເປັນຕົ້ນ.

ວິທີການສິດສອນ ແມ່ນ​ຈະເນັ້ນໜັກໃສ່ການຮຽນທິດສະດີເປັນຫຼັກ. ໃນນັ້ນ, ຈະໄດ້ມີການນໍາເອົາເຫດການທີ່ສໍາຄັນທີ່ເກີດຂຶ້ນໃນອະດີດເພື່ອມາເປັນກໍໍລະນີສຶກສາ ແລະ ສົມທຽບລະຫວ່າງອະດີດ ແລະ ປັດຈຸບັນ, ມີການຕັ້ງຄໍາຖາມພາຍໃນຫ້ອງຮຽນເພື່ອໃຫ້ນັກສຶກສາໄດ້ຄົ້ນຄິດ ແລະ ສົນທະນາ. ​​ ນັກສຶກສາຈະໄດ້ເຮັດວຽກເປັນກຸ່ມ ໃນການເຮັດບົດລາຍງານ ແລະ ຈະໄດ້ລົງທັດສະນະສຶກສາຕາມບັນດາສະຖານທີ່ບູຮານ ເພື່ອສຶກສາປະຫວັດຄວາມເປັນມາ ເຊັ່ນ: ວັດພູຈຳປາສັກ ເປັນຕົ້ນ.

ຄວາມ​ຮູ້ພື້ນຖານ ທາງດ້ານວິຊາປະຫວັດສາດ, ພູມີສາດ, ສຶກສາພົນລະເມືອງ ແລະ ຄະນິດສາດ. ມີຄວາມສົນໃຈໃນການຄົ້ນຄວ້າກ່ຽວກັບ ທິດສະດີ, ວິເຄາະໄຈ້ແຍກ ແລະ ສຶກສາກ່ຽວກັບ​ເຫດການປະຫວັດສາດ ແລະ ຄໍາສັບທາງບູຮານຕ່າງໆ, ເຫັນຄຸນຄ່າ ແລະ ໃຫ້ຄວາມສໍາຄັນຕໍ່ເຫດການທີ່ເກີດຂຶ້ນໃນອະດີດ ແລະ ມັກການສົມທຽບລະຫວ່າງອະດີດ ແລະ ປັດຈຸບັນ. 

​ນັກ​ສຶກສາຈະ​ມີຄວາມຮູ້ພື້ນຖານດ້ານປະຫວັດສາດຂອງຍຸກສະໄໝ ແລະ ພື້ນທີ່ຕ່າງໆໃນໂລກ. ມີທັກສະໃນການສອນ, ວິໄຈ, ປະເມີນຜົນການສຶກສາ, ວິເຄາະ ແລະ ວາງແຜນສ້າງຫຼັກສູດການສອນ ເຊັ່ນ: ການຕັດສິນໃຈເລືອກໃຊ້ ແລະ ສ້າງ ສື່ການຮຽນ-ການສອນທາງດ້ານປະຫວັດສາດ. ນອກນີ້, ຍັງຈະມີທັກສະໃນການບໍລິຫານຫໍພິພິທະພັນ ແລະ ການເປັນຜູ້ນໍາທ່ຽວ. 

ນັກ​ສຶກສາ​ສາມາດ​ປະກອບ​ອາຊີບ ເປັນຄຸສອນໃນຊັ້ນມັດທະຍົມຕົ້ນ ຫຼື ປາຍ, ເປັນນັກວິຊາການດ້ານການພັດທະນາ ແລະ ວາງແຜນການສຶກສາ ໂດຍສາມາດເຮັດວຽກໃນພະແນກ ຫຼື ຫ້ອງການສຶກສາຂັ້ນແຂວງ ແລະ ຂັ້ນເມືອງ. ນອກນີ້, ຍັງສາມາດເປັນຜູ້ນໍາທ່ຽວ ແລະ ເປັນພະນັກງານສັງກັດຕາມຫໍພິພິທະພັນຕ່າງໆ ເປັນຕົ້ນ.

ໝວດວິຊາ​​ພື້ນຖານວິສຊາສະເພາະ

  1. ເຕັກໂນໂລຊີການສຶກສາ
  2. ວັດ-ປະເມີນຜົນການສຶກສາ
  3. ການວິໄຈພາກປະຕິບັດ
  4. ວິທີວິໄຈການສຶກສາ
  5. ສຶກສາສາດທົ່ວໄປ
  6. ບໍລິຫານການສຶກສາ
  7. ຈິດຕະວິທະຍາພັດທະນາການ
  8. ວິເຄາະຫຼັກສູດສ້າງຄູ

ປະສົບການວິຊາຊີບຄູ

ໝວດວິຊາສະເພາະ

  1. ປະຫວັດສາດອາເມລິກາ
  2. ປະຫວັດສາດພົວພັັນສາກົນ
  3. ປະຫວັດສາດອາຊີຕາເວັນອອກສ່ຽງໃຕ້
  4. ປະຫວັດສາດອິນເດຍ
  5. ປະຫວັດສາດຈີນ
  6. ປະຫວັດສາດຍີ່ປຸ່ນ
  7. ປະຫວັດສາດລັດເຊຍ
  8. ປະຫວັດສາດເອີຣົບສະໄໝກາງ
  9. ປະຫວັດສາດເອີຣົບສະໄໝໃໝ່-ປັດຈຸບັນ
  10. ປະຫວັດສາດອາຟຣິກກາ
  11. ປະຫວັດສາດລາວບູຮານ-ສະໄໝລາວລ້ານຊ້າງ
  12. ປະຫວັດສາດລາວເສຍເອກະລາດໃຫ້ແກ່ສະຫຍາມ
  13. ປະຫວັດສາດລາວສະໄໝເປັນຫົວເມືອງຂຶ້ນຂອງຈັກກະພັດ
  14. ປະຫວັດສາດລາວສະໄໝປັດຈຸບັນ
  15. ປະຫວັດສາດເຜົ່າພັນວິທະຍາ
  16. ປະຫວັດສາດບູຮານວິທະຍາ
  17. ປະຫວັດສາດແຫຼ່ງອະລິຍະທໍາ
  18. ປະຫວັດສາດສັງຄົມປະຖົມບູຮານ
  19. ປະຫວັດສາດທະວີບ
  20. ຝຶກຫັດວິຊາຊີບຄູ
  21.