ການໂຮງແຮມ-ທ່ອງ​ທ່ຽວ

ວິທະຍາໄລເຕັກນິກປາກປ່າສັກ



​ຫຼັກສູດຊັ້ນ​ສູງ 3 ປີ



ການໂຮງແຮມ-ທ່ອງ​ທ່ຽວ ໝາຍເຖິງ ການໃຫ້ບໍລິການທາງດ້ານການ​ທ່ອງ​ທ່ຽວ ​ແລະ ທີ່ພັກອາໄສ​, ​ແລະ ຄວາມ​ສຳພັນ​ລະຫວ່າງ​ການ​ບໍລິການ​ສອງ​ດ້ານນີ້. ສາຂານີ້ ມີຄວາມສຳຄັນໃນການສະໜັບສະໜູນໃຫ້ແກ່ຂະແໜງການທ່ອງທ່ຽວເຊິ່ງກຳລັງ ຂະຫຍາຍ ຕົວໃນ ສປປ ລາວ ເຊິ່ງຕ້ອງມີການຈັດການ ແລະ ການບໍລິການທີ່​ໄດ້​ຄຸນ​ນະພາ​ບສາມາດຕອບ​ສະໜອງຄວາມ​ຕ້ອງການ ທາງ​ດ້ານ​ການທ່ອງທ່ຽວ, ປະກອບສ່ວນ​ໃນ​ການ​ພັດທະນາເສດຖະກິດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.



ສາຂານີ້ຮຽນກ່ຽວກັບການບໍລິຫານທາງດ້ານທີ່ພັກ ແລະ ການ​ທ່ອງ​ທ່ຽວປະ​ເພດ​ຕ່າງໆ ​ແລະ ການບໍລິການລູກຄ້າທີ່ຖືກຕ້ອງ ແລະ ມີປະສິດທິພາບ. ອີກທັງຍັງໄດ້ຮຽນຮູ້ຄວາມສຳພັນລະຫວ່າງທຸລະກິດໂຮງແຮມ ແລະ ທຸລະກິດທ່ອງທ່ຽວ ພ້ອມທັງ ການປະສານງານພາຍໃນອົງກອນ ແລະ ທຸລະກິດທີ່ກ່ຽວຂ້ອງເຊັ່ນ: ບໍລິສັດທ່ອງທ່ຽວ, ​ໂຮງ​ແຮມ-ຮ້ານ​ອາຫານ ​ແລະ ຍັງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບບັນດາສະຖານທີ່ທ່ອງທ່ຽວຕ່າງໆ ບໍ່ວ່າຈະເປັນທາງດ້ານທຳມະຊາດ, ປະຫວັດສາດ ຫຼື ວັດທະນະທຳ.



ຮຽນທິດສະດີໃນຫ້ອງຮຽນ ແລະ ເນັ້ນການປະຕິບັດຕົວຈິງໃນການໃຫ້ບໍລິການດ້ານການໂຮງແຮມ ແລະ ການ​ທ່ອງ​ທ່ຽວ ເຊັ່ນ: ຮຽນວິທີການປຸງແຕ່ງອາຫານ, ການແກະສະຫຼັກໝາກໄມ້, ການຈັດໂຕະອາຫານ, ການປຸງແຕ່ງເຄື່ອງດື່ມລາວ ແລະ ຕ່າງປະເທດ ແລະ ​ຮຽ​ນ​ຮູ້​ທັກ​ສະ​ການ​ເປັນ​ຜູ້​ນຳ​ທ່ຽວ. ນອກນັ້ນ, ຍັງມີການເຮັດບົດລາຍງານໂດຍນຳໃຊ້ຂໍ້ມູນຈາກເອກະ ສານຄົ້ນຄວ້າ ແລະ ຈາກການລົງພາກປະຕິບັດຕົວຈິງ ເຊັ່ນ: ການຝຶກງານກັບບັນດາໂຮງແຮມ ​ແລະ ​ບໍ​ລິ​ສັດ​ນຳ​ທ່ຽວ​ຕ່າງໆ.



​ຄວາມ​ຮູ້​ພື້ນ​ຖານພາສາອັງ​ກິດ, ມີ​ທັກ​ສະການປຸງແຕ່ງອາຫານ ແລະ ເຄື່ອງດື່ມ; ເປັນຄົນ ມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ມີ​ຄວາມ​ສົນ​ໃຈໃນວຽກ​ງານການບໍລິການ ​ແລະ ການທ່ອງທ່ຽວ. 



ມີຄວາມຮູ້ການຕະຫຼາດ, ການໂຮງແຮມ ​ແລະ ​ການ​ທ່ອງ​ທ່ຽວ ເຊັ່ນ: ການສ້າງຊື່ສຽງ ແລະ ການດຶງດູດລູກຄ້າເຂົ້າມາໃຊ້ບໍລິການ; ໄດ້ທັກສະດ້ານການບໍລິຫານ​ຈັດການທຸລະກິດນຳ​ທ່ຽວ ​ແລະ ໂຮງແຮມ; ທັກສະພາສາຕ່າງປະເທດທີ່​ໃຊ້​ເຂົ້າ​ໃນ​ການ​ບໍລິການ​ການ​ທ່ອງທ່ຽວ; ​ສາມາດນໍາໃຊ້ເຕັກໂນໂລຊີການສື່ສານໃນຂົງເຂດທຸລະກິດໂຮງແຮມ ແລະ ການພົວພັນວຽກ ນໍາຄົນທີ່ມາຈາກຫຼາກຫຼາຍວັດທະນະທຳ.

ສາມາດປະກອບອາຊີບເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ພະນັກງານນຳທ່ຽວ; ເປັນເລຂານຸການ ແລະ ຜູ້ຈັດການພະແນກຕ່າງໆໃນໂຮງແຮມ; ເປັນພະນັກງານປຸງແຕ່ງອາຫານ. ນອກຈາກນັ້ນ, ຍັງສາມາດ ໄປປະກອບທຸລະກິດໂຮງແຮມ ແລະ ​ນຳ​ທ່ຽວຂອງຕົນເອງໄດ້ອີກ.



    • ໝວດວິຊາເຕັກນິກ
    • ວິທີ​ວິ​ໄຈສຳລັບ​ໂຮງ​ແຮມ
    • ແນະນຳ​​ໂຄງການ​ຈົບ​ຊັ້ນ
    • ໝວດທິດສະດີວິຊາສະເພາະ
    • ປະຫວັດສາດສໍາລັບການທ່ອງທ່ຽວ
    • ຄວາມຮູ້ພື້ນຖານກ່ຽວກັບໂຮງແຮມ-ເຮືອນພັກ
    • ການວາງແຜນການທ່ອງທ່ຽວ
    • ກົດໝາຍທຸລະກິດ ແລະ ກົດໝາຍການທ່ອງທ່ຽວ
    • ຄວາມຮູ້ເບື້ອງຕົ້ນກ່ຽວກັບການໂຮງແຮມ
    • ນະໂຍບາຍການທ່ອງທ່ຽວລາວ
    • ການຄຸ້ມຄອງການທ່ອງທ່ຽວ
    • ການທ່ອງທ່ຽວອາຊຽນ-ສາກົນ
    • ການບໍລິການນໍາທ່ຽວ (ນໍາທ່ຽວ, ປະຖົມພະຍາບານ)
    • ການບໍລິການໃນໂຮງແຮມ (ການບໍລິການສ່ວນໜ້າ)
    • ພາສາ​ອັງກິດ ສຳລັບ​​ໂຮງ​ແຮມ ​ແລະ​ ການ​ທ່ອງ​ທ່ຽວ