ການໂຮງແຮມ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ສາຂາການໂຮງແຮມ ແມ່ນສາຂາທີ່ຮຽນກ່ຽວກັບການໃຫ້ບໍລິການທຸລະກິດທາງດ້ານທີ່ພັກອາໄສ ເຊັ່ນ: ໂຮງແຮມ, ຣີສອດ, ບ້ານພັກ ແລະ ອຶ່ນໆ. ສາຂານີ້ມີຄວາມສຳຄັນ ໃນການສະໜັບສະໜຸນໃຫ້ແກ່ຂະແໜງການທ່ອງທ່ຽວ ເຊິ່ງເປັນທຸລະກິດໜຶ່ງທີ່ກໍາລັງຈະເລີນເຕີບໃຫຍ່ຂະຫຍາຍຕົວໃນ ສປປ ລາວ, ສະນັ້ນຈຶ່ງໄດ້ມີການຈັດຕັ້ງການຮຽນ-ການສອນ ເພື່ອພັດທະນາວິທີການຈັດການ ແລະ ການບໍລິການ ເພື່ອທີ່ຈະສາມາດສະໜັບສະໜູນເສດຖະກິດ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ.

ວິຊານີ້ຮຽນກ່ຽວກັບຫຼັກການບໍລິຫານທີ່ພັກປະເພດຕ່າງໆ ເຊັ່ນ:  ການວາງແຜນ, ການຈັດຕັ້ງ, ການຄວບຄຸມອຸດສາຫະກໍາໂຮງແຮມ, ການບໍລິຫານລາຍຮັບ ແລະ ທ່າອ່ຽງໃນການຂະຫຍາຍຕົວຂອງອຸດສາຫະກໍາໂຮງແຮມ; ຫຼັກການການບໍລິການລູກຄ້າ, ຄວາມສຳພັນລະຫວ່າງທຸລະກິດໂຮງແຮມ ແລະ ທຸລະກິດທ່ອງທ່ຽວ ແລະ ການປະສານງານພາຍໃນອົງກອນ ແລະ ທຸລະກິດທີ່ກ່ຽວຂ້ອງ ເຊັ່ນ: ບໍລິສັດທ່ອງທ່ຽວ ຫຼື ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ.

ວິທິການສິດສອນແມ່ນປະກອບມີການຮຽນທິດສະດີພາຍໃນຫ້ອງຮຽນ ແລະ ເນັ້ນໜັກການຝຶກປະຕິບັດຕົວຈິງ, ໃນນັ້ນລວມມີ: ການໃຫ້ບໍລິການດ້ານການໂຮງແຮມ, ການຈັດໂຕະອາຫານ, ການຮຽນວິທີການປຸງແຕ່ງອາຫານ, ແກະສະຫຼັກໝາກໄມ້, ການປຸງແຕ່ງເຄື່ອງດື່ມລາວ ແລະ ຕ່າງປະເທດ. ນອກນັ້ນຍັງມີການເຮັດບົດລາຍງານໂດຍນຳໃຊ້ ຂໍ້ມູນຈາກເອກະສານຄົ້ນຄວ້າ ແລະ ຈາກການລົງພາກປະຕິບັດຕົວຈິງ ເຊັ່ນ: ການຝຶກງານນຳບັນດາໂຮງແຮມຕ່າງໆ.

ນັກສຶກສາຄວນເປັນຜູ້ທີ່ມີຄວາມສົນໃຈ ໃນການຮຽນພາສາຕ່າງປະເທດ. ມີຄວາມມັກຮັກ ໃນວຽກການບໍລິການ, ໃນການປຸງແຕ່ງອາຫານ ແລະ ເຄື່ອງດື່ມ. ເປັນຄົນມີມະນຸດສຳພັນດີ ແລະ ມີຄວາມຮັບຜິດຊອບສູງ, ມີຄຸນະທຳ ແລະ ດຸໝັ່ນ, ເປັນຄົນໃສ່ໃຈໃນລາຍລະອຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ນັກສຶກສາທີ່ຈົບຈາກສາຂານີ້ ຈະມີທັກສະທາງດ້ານການຕະຫຼາດການໂຮງແຮມ ເຊັ່ນ: ການສ້າງຊື່ສຽງ ແລະ ການດຶງດູດລູກຄ້າເຂົ້າມາໃຊ້ບໍລິການ, ການຈັດການທຸະກິດໂຮງແຮມ. ນອກນີ້ ຍັງຈະມີຄວາມຮູ້ກ່ຽວກັບພາສາຕ່າງປະເທດ, ສາມາດນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສື່ສານໃນຂົງເຂດທຸລະກິດໂຮງແຮມ ແລະ ການພົວພັນວຽກນໍາຄົນທີ່ມາຈາກຫຼາກຫຼາຍວັດທະນະທຳ.

ຫຼັງຈາກຈົບການສຶກສາແລ້ວ ນັກສຶກສາສາມາດປະກອບອາຊີບ ເປັນພະນັກງານຕ້ອນຮັບ, ພະນັກງານໃຫ້ບໍລິການ, ຜູ້ຈັດການ ແລະ ເລຂານຸການ ໃນພະແນກຕ່າງໆໃນໂຮງແຮມ. ນອກນີ້ ນັກສຶກສາຍັງສາມາດປະກອບອາຊີບເປັນພະນັກງານປຸງແຕ່ງອາຫານ ຫຼື ສາມາດໄປປະກອບທຸລະກິດທາງດ້ານໂຮງແຮມ ແລະ ທີ່ພັກອາໄສອື່ນໆຂອງຕົນເອງໄດ້ອີກ.

ໝວດຄວາມຮູ້ພື້ນຖານວິຊາສະເພາະ

  1. ປະເພນີ ແລະ ວັດທະນະທຳລາວ
  2. ບໍລິຫານທຸລະກິດເບື້ອງຕົ້ນ
  3. ເສດຖະສາດເບື້ອງຕົ້ນ
  4. ກົດໝາຍທຸລະກິດ ແລະກົດໝາຍການທ່ອງທ່ຽວ
  5. ຄວາມຮູ້ເບື້ອງຕົ້ນກ່ຽວກັບການໂຮງແຮມ
  6. ນະໂຍບາຍການທ່ອງທ່ຽວລາວ
  7. ສຶກສາອາຊຽນ
  8. ການປະຖົມພະຍາບານ
  9. ວິທີທາງສະຖິຕິ
  10. ຈິດຕະວິທະຍາບໍລິການ
  11. ພາສາ​ອັງກິດ ສຳລັບ​​ໂຮງ​ແຮມ
  12. ພາສາ​ຕ່າງປະເທດ ສຳລັບ​​ໂຮງ​ແຮມ

ໝວດວິຊາ​ສະ​ເພາະ

  1. ການບໍລິການສ່ວນໜ້າໂຮງແຮມ
  2. ການເຮືອນ
  3. ການບັນຊີການໂຮງແຮມ
  4. ການຕະຫຼາດສຳລັບການໂຮງແຮມ
  5. ການບໍລິຫານຊັບພະຍາກອນມະນຸດ
  6. ການ​ຈັດການ​ທຸລະ​ກິດ​ການ​ປະຊຸມ
  7. ການບໍລິຫານໂຮງແຮມ
  8. ການ​ເງິນທາງການໂຮງແຮມ
  9. ບໍລິຫານຣີສອດ ແລະ ສະປາ
  10. ສິລະປະການປຸງແຕ່ງອາຫານ
  11. ສິລະ​ປະການ​ຕົບ​ແຕ່ງອາຫານ
  12. ການບໍລິການອາຫານ ແລະ ເຄື່ອງດື່ມ
  13. ການຄວບຄຸມຕົ້ນທຶນອາຫານ ແລະ ເຄື່ອງດື່ມ
  14. ການຈັດການພັດຕະຄານ
  15. ຈັນຍາບັນສຳລັບທຸລະກິດບໍລິການ
  16. ການຈັດການສິ່ງແວດລ້ອມໃນໂຮງແຮມ
  17. ວິທີ​ວິ​ໄຈ ທາງການໂຮງແຮມ