ສິລະ​ປະພາ​ບພິມ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ສິລະ​ປະພາ​ບພິມ ​ໝາຍ​ເຖິງ ຮູບ​ພາບ​ສິລະ​ປະ​ທີ່​ເກີດ​ຈາກ​ການ​ພິມ ດ້ວຍ​ແມ່ພິມ, ໝາຍ​ວ່າ​ແມ່ພິມ 1 ​ສາມາດ​ໃຊ້​ພິມ ​ຜົນງານ​ຮູບ​ພາບ​ໄດ້​ຫຼາຍໆຮູບ​ທີ່​ຄື​ກັນ. ວິຊາ​ພາບ​ພິມ​ເປັນ​ຂະ​ແໜງໜຶ່ງທີ່​ມີ​ຄວາມ​ສຳຄັນ, ບໍ່​ສະ​ເພາະ​ແຕ່​ການ​ສ້າງ​ງານ​ສິລະ​ປະ​ເທົ່າ​ນັ້ນ ແຕ່ຍັງ​ລວມ​ໄປ​ເຖິງ​ການ​ພິມ​ໃນ​ຮູບ​ແບບ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ສັງຄົມ​ເຊັ່ນ: ພິມ​ສະກີ​ນກາ​ເສື້ອ​ຜ້າ, ປະດັບ​ປະດາ​ ແລະ ສື່ ​ປ້າຍ​ໂຄສະນາ ຕ່າງໆ.

ວິຊາ​ນີ້ຮຽນກ່ຽວກັບ ການ​ອອກ​ແບບ, ການ​ສ້າງ​ແມ່ພິມດ້ວຍຮູບ​ແບບ​ຕ່າງໆ​ເຊັ່ນ: ​ແມ່ພິມໄມ້, ​ແມ່ພິມ​ພຼາສຕິກ, ​ແມ່ພິມ​ໂລຫະ ​ແລະ ອື່ນໆ ເຊິ່ງເຮົາສາມາດນໍາເອົາແມ່ພິມດັ່ງກ່າວ ​ໄປ​ພິມ​ລົງ​ໃສ່​ວັດ​ສະດຸ​ຕ່າງໆຕາມທີ່​ຕ້ອງການ​ເຊັ່ນ: ​ເຈ້ຍ, ​ແຜ່ນ​ແພ, ​ເສື້ອ​ຜ້າ, ປ້າຍໂຄສະນາ ​ເຫຼົ່າ​ນີ້​ເປັນ​ຕົ້ນ. ​

​ວິທີການສອນຂອງສາຂາວິຊານີ້ ແມ່ນປະກອບມີການຮຽນທິດສະດີ​ການ​ແຕ້ມເປັນ​ພື້ນຖານ, ການ​ອອກ​ແບບ, ການຈັດ​ພາບ​, ການ​ສ້າງຮູບ​ແບບ​ຂອງ​ແມ່ພິມ ແລະ ຮຽນພາກ​ປະຕິບັດ​ຕົວ​ຈິງ ເປັນຕົ້ນແມ່ນ ການ​ສ້າງ​ແມ່ພິມ, ການ​ນຳ​ໃຊ້​ວັດ​ສະດຸ ອຸປະກອນ​ໃນ​ການ​ພິມ, ການ​ນຳ​ໃຊ້​ເຄື່ອງພິມ​ເຂົ້າ​ໃນ​ການ​ຜະລິດຜົນ​ງານ​ຕົວ​ຈິງ​ໃນ​ຂັ້ນ​ສຸດ​ທ້າຍ ​​ໂດຍ​ແຕ່ລະ​ຂັ້ນຕອນ​ ແມ່ນ​ຈະ​ມີ​ອາຈານ​ປະຈຳ​ວິຊາ ຊ່ວຍ​ໃຫ້​ຄຳ​ແນະນຳ​ ຢ່າງ​ເປັນ​ລະບົບ ​ເພື່ອ​ຊ່ວຍ​​ໃຫ້​ງ່າຍໃນ​ການ​ຮຽນຮູ້ ຂອງ​ນັກສຶກສາ.

ຄວາມຮູ້ພື້ນຖານ ດ້ານການ​​ແຕ້ມ​ຂັ້ນ​ຕົ້ນ, ສິລະປະຂັ້ນພື້ນຖານ ແລະ ຄະນິດສາດ. ເປັນຄົນ ມັກ​ສັງ​ເກດ ຊອກ​ຮູ້​ຮ່ຳຮຽນ, ມັກຄົ້ນຄວ້າ​ຫາ​ສິ່ງ​ໃໝ່ໆ, ມີ​ແນວ​ຄິດ​ອິດສະຫຼະ​ເປັນ​ຂອງ​ຕົວ​ເອງ ​ແລະ ທີ່​ສຳຄັນ​ຕ້ອງ​ເປັນ​ຄົນ​ທີ່​ມີ​ຄວາມ​ອົດທົນ. ມີທັກສະ ໃນການແຕ້ມຮູບ ແລະ ອອກແບບຮູບພາບປະເພດຕ່າງໆ ແລະ ທີ່ສໍາຄັນ ຕ້ອງມີຄວາມສົນໃຈເປັນພິເສດ ກ່ຽວກັບ ສີລະປະພາບພິມ.

​​ສາມາດ​ອອກ​ແບບສື່​ສິລະ​ປະ ແລະ ສື່​ໂຄສະນາຕ່າງໆ, ຮູ້​ບໍລິຫານ​ຂັ້ນຕອນ​ການ​ເຮັດວຽກ​ ໃນ​ດ້ານ​ການເຮັດພາບພິມ​ຢ່າງ​ເປັນ​ລະບົບ ແລະ ຮູ້ວິທີການນໍາໃຊ້ອຸປະກອນ ແລະ ເຕັກນິກຕ່າງໆ ເຂົ້າໃນການສ້າງແມ່ພິມ ແລະ ການພິມພາບພິມແຕ່ລະປະເພດ.

ເປັນນັກ​ອອກ​ແບບພາບພິມ, ​ເປັນ​ຜູ້​ຜະລິດ​ສິລະ​ປະ​ດ້ານ​ການ​ພິມ, ​ເປັນ​ພະນັກງານ​ໃນ​ໂຮງພິມ, ສາມາດ​ເຮັດ​ກິດຈະການ​ດ້ານ​ການ​ພິມ​ດ້ວຍ​ຕົນ​ເອງ, ​ເປັນ​ອາຈານ​ສອນ​, ​ເປັນ​ພະນັກງານຕາມ​ສຳນັກງານ​ອົງການ​ທີ່​ກ່ຽວຂ້ອງກັບການອອກແບບ, ການສ້າງ, ການນຳໃຊ້ ແລະ ການພັດທະນາ ພາບພິມ ຫຼື ສື່ພິມປະເພດຕ່າງໆເປັນຕົ້ນ. 

  1. ພາສາລາວ 
  2. ພາສາຕ່າງປະເທດ 
  3. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  4. ທິດສະດີວັດທະນະທໍາ 
  5. ເສດຖະສາດການເມືອງ 
  6. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  7. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  8. ດົນຕີພື້ນເມືອງ
  9. ດົນຕີສາກົນ
  10. ພູມສາດ
  11. ການແຕ້ມຂັ້ນ 
  12. ອົງປະກອບສິນ 
  13. ສະຖາປັດຕະຍະກໍາ
  14. ສີລະປະພື້ນເມືອງ
  15. ວິຊາຮ່າງພາບ
  16. ທິດສະດີສິລະປະ
  17. ສີລະປະລາຍລາວ
  18. ຄອມພິວເຕີ
  19. ທັດສະນີຍະພາບ
  20. ປະຫວັດສາດສີລະປະ
  21. ບູຮານຄະດີ
  22. ທິດສະດີຄວາມງາມ
  23. ສິລະປະພາບພິມ 1,2,3
  24. ໂຄງການສີລະປະນິພົນ
  25. ສີລະປະນິພົນ