ເຕັກໂນໂລຊີຂໍ້ມູນຂ່າວສານຫຼື IT

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສູດປະລິນຍາຕີ 4 ປີ

ເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື Information Technology (IT)ໝາຍເຖິງການປະຍຸກໃຊ້ເຕັກໂນໂລຊີເຂົ້າໃນການປະມວນຜົນແລະຈັດການຂໍ້ມູນໃຫ້ມີປະສິດທິພາບ, ຊັດເຈນ ແລະ ວ່ອງໄວ. IT ມີຄວາມສຳຄັນຫຼາຍໃນການອໍານວຍຄວາມສະດວກໃຫ້ແກ່ການດຳລົງຊີວິດນັບຕັ້ງແຕ່ການຈັດເກັບຂໍ້ມູນໃນໂທລະສັບມືຖືຈົນເຖິງການພັດທະນາໂປຣແກຣມເພື່ອຈັດການ ແລະ ບໍລິຫານຂໍ້ມູນຂະໜາດໃຫຍ່ ແລະ ຊັບຊ້ອນ ເຊັ່ນ: ລະບົບທະນາຄານ, ຕະຫຼາດຫຼັກຊັບ ເປັນຕົ້ນ.

ສາຂາວິຊານີ້ເປັນການຮຽນກ່ຽວກັບການຈັດການບໍລິຫານຂໍ້ມູນຂ່າວສານໃຫ້ມີປະສິດທິພາບ ເຊິ່ງກວມເອົາການຮັບ-ສົ່ງ, ການແປງ, ການຈັດເກັບ ແລະ ການຄົ້ນຫາຂໍ້ມູນ. ນອກນັ້ນ, ຍັງຈະໄດ້ຮຽນກ່ຽວກັບການອອກແບບເວັບໄຊ, ການຂຽນໂປຣແກຣມ, ການຕິດຕັ້ງເຄືອຂ່າຍຄອມພິວເຕີໃນອົງກອນ, ການສ້າງຖານຂໍ້ມູນ, ການຈັດການໂຄງການທາງຊອຟແວຣ໌, ການບໍລິຫານທຸລະກິດຂໍ້ມູນຂ່າວສານ, ການເຮັດທຸລະກິດທາງອິນເຕີເນັດ, ການສ້າງແອັບພຼີເຄຊັ່ນ, ອອກແບບກຣາບຟິກ ແລະອື່ນໆ.

ວິທີ​ການ​ສິດສອນປະກອບ​ມີ​ທິດ​ສະ​ດີ​ ຄຽງຄູ່ກັບການປະຕິບັດໃນຫ້ອງທົດ​ລອງໂດຍ​ມີ​ອາຈານນໍາພາ​ເພື່ອເຝິກຊ້ອມ ​ແລະ ​ແກ້ໄຂບັນຫາຕົວຈິງໂດຍອີງໃສ່​ທິດ​ສະ​ດີ​ຂອງແຕ່ລະວິຊາ. ນັກສຶກສາຈະ​ໄດ້ເຮັດບົດລາຍງານ ​ແລະ ນໍາ​ສະ​ເໜີ ກ່ຽວກັບການອອກແບບ ແລະ ວິເຄາະໂຄງການຊອຟແວຣ໌ທີ່ນຳໃຊ້ໄດ້ຈິງທັງໃນຮູບແບບກຸ່ມ ແລະ ດ່ຽວ.  ນອກນັ້ນ​ຍັງ​ຈະ​ມີ​ໂອກາດ​​ໄປ​ຝຶກ​ງານຢູ່​ຕ່າງປະ​ເທດ ​ແລະ ​ມີ​ການ​ຂຽນ​ບົດ​ໂຄງການ​ຈົບ​ຊັ້ນ ​ໂດຍ​ວິ​ເຄາະ​ກໍລະນີ​ສື​ກສາ​ດ້ານ IT ຂອງ​ບໍລິສັດຕ່າງໆ.

ຄວາມຮູ້ພື້ນຖານທາງດ້ານວິຊາຄະນິດສາດແລະ ຟີຊິກທົ່ວໄປ. ນອກນີ້ຄວນມີຄວາມສົນໃຈທາງດ້ານເຕັກໂນໂລຊີ, ຕິດຕາມຂໍ້ມູນຂ່າວສານກ່ຽວກັບITຢູ່ເລື້ອຍໆ.​ເປັນ​ຄົນໃສ່ໃຈໃນລາຍລະອຽດ,ມັກຄວາມທ້າທາຍໃນການແກ້ໄຂບັນຫາ, ມັກທົດລອງໃນສິ່ງໃໝ່ໆ, ມັກໃນການຄິດໄລ່ ແລະ ມີຄວາມອົດທົນ.

ຄວາມຮູ້ພື້ນຖານທາງດ້ານວິຊາຄະນິດສາດແລະ ຟີຊິກທົ່ວໄປ. ນອກນີ້ຄວນມີຄວາມສົນໃຈທາງດ້ານເຕັກໂນໂລຊີ, ຕິດຕາມຂໍ້ມູນຂ່າວສານກ່ຽວກັບITຢູ່ເລື້ອຍໆ.​ເປັນ​ຄົນໃສ່ໃຈໃນລາຍລະອຽດ,ມັກຄວາມທ້າທາຍໃນການແກ້ໄຂບັນຫາ, ມັກທົດລອງໃນສິ່ງໃໝ່ໆ, ມັກໃນການຄິດໄລ່ ແລະ ມີຄວາມອົດທົນ.

ເປັນຜູ້ພັດທະນາລະບົບຊອຟແວຣ໌ (ໂປຣແກຣມ, ແອັບພຼີເຄຊັ່ນ) ແລະ ເຄືອຂ່າຍລະບົບຄອມພິວເຕີ, ເປັນນັກອອກແບບ ແລະ ພັດທະນາເວັບໄຊ, ຜູ້ບໍລິຫານລະບົບຄອມພິວເຕີ, ນັກບຸລະນະຮັກສາບຳລຸງລະບົບIT ໃນທຸກໆອົງກອນທັງພາກລັດ ແລະ ເອກະຊົນ. ນອກນັ້ນ,​ຍັງສາມາດປະກອບອາຊີບເປັນອາຈານສອນ ແລະ ປະກອບທຸລະກິດເປັນຂອງຕົນເອງ.

ໝວດວິຊາພື້ນຖານວິຊາສະເພາະ

  1. ພາສາອັງກິດສຳລັບວິສະວະກຳ
  2. ການຄຸ້ມຄອງວິສະວະກຳ
  3. ວິສະວະກໍາສິ່ງແວດລ້ອມ
  4. ພື້ນຖານອີເລັກໂຕນິກ
  5. ພື້ນຖານລະບົບສື່ສານ
  6. ການວັດແທກ ແລະ ເຄື່ອງວັດແທກໄຟຟ້າ
  7. ການອອກແບບວົງຈອນດິຈິຕອລ ແລະ ໂລຊິກ
  8. ເຕັກໂນໂລຊີຮາດແວຣ໌ ແລະ ຊອຟແວຣ໌
  9. ໂຄງສ້າງຂໍ້ມູນ ແລະ ອັນກໍຣິດທຶມ
  10. ເຕັກໂນໂລຊີເວັບ
  11. ຈາວາໂປຣແກຣມມິ້ງ

ໝວດວິຊາສະເພາະ

  1. ໂປຣແກຣມຄອມພິວເຕີ
  2. ອັອບເຈັກອໍເລັນເຕັດໂປຣແກຣມມິ້ງ
  3. ການບໍລິຫານວິນໂດເຊີເວີ
  4. ການບໍລິຫານລີນຸກເຊີເວີ
  5. ການສື່ສານຂໍ້ມູນ
  6. ພາສາອັງກິດສະເພາະດ້ານ
  7. ເຕັກໂນໂລຊີເຄືອຂ່າຍບໍ່ມີສາຍ
  8. ເຄືອຄ່າຍສໍາລັບບ້ານ ແລະ ທຸລະກິດຂະໜາດນ້ອຍ
  9. ເຄືອຂ່າຍທຸລະກິດຂະໜາດນ້ອຍຫາຂະໜາດກາງ ຫຼື ISP
  10. ລະບົບຖານຂໍ້ມູນ
  11. ລີນຸກເບື້ອງຕົ້ນ
  12. ການຈັດການລະບົບຂໍ້ມູນຂ່າວສານ
  13. ສະຖາປັດຕະຍະກໍາຄອມພິວເຕີ
  14. ເຄືອຂ່າຍຄອມພິວເຕີ
  15. ວິສະວະກຳຊອຟແວຣ໌
  16. ເວັບໂປຣແກຣມມິ້ງ(PHP)
  17. ການຈັດການໂຄງການທາງຊອຟແວຣ໌
  18. ລະບົບ ແລະ ການໃຊ້ງານສື່ປະສົມ
  19. ການບໍລິຫານການເງິນ
  20. ທຸລະກິດໃນອິນເຕີເນັດ
  21. ການວິເຄາະ ແລະ ອອກແບບລະບົບຂໍ້ມູນຂ່າວສານ
  22. ຄວາມປອດໄພຂອງຂໍ້ມູນ
  23. ໂປຣແກຣມມິ້ງສໍາລັບສ້າງໂປຣແກຣມໃຊ້ງານ (VB.Net)
  24. ລະບົບຖານຂໍ້ມູນ 2 (SQL)