ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ 

ວິທະຍາ​ໄລ​ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ

​ລະດັບ​ການ​ສຶກສາ​ຊັ້ນ​ກາງ (9+​3); ຊັ້ນສູງ (12+3)

​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ໝາຍ​ເຖິງ ການປະຍຸກໃຊ້ເຕັກໂນໂລຊີ ເຂົ້າໃນການປະມວນຜົນ  ແລະ  ຈັດການຂໍ້ມູນໃຫ້ມີປະ ສິດທິພາບ,  ຊັດເຈນ  ແລະ  ວ່ອງໄວ.  ສາຂາ​ນີ້ມີຄວາມສຳຄັນຫຼາຍ ​ເນື່ອງ​ຈາກ​ມັນ​ສາມາດ​ນໍາ​ໃຊ້​ເພື່ອ​ອໍານວຍ​ຄວາມ​ສະ ດວກ​ໃນ​ການດຳລົງຊີວິດ ​ແລະ ການ​ເຮັດ​ວຽກຕ່າງໆຂອງ​ຫ້ອງການ​ ​ໃຫ້​​ເປັນ​ລະບົບ ​ແລະ ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸ​ດ ​ເຊັ່ນ: ການພັດທະນາໂປຣແກຣມເພື່ອຈັດການຖານ​ຂໍ້​ມູນ ​ເພື່ອຄຸ້ມ​ຄອງ​ຫ້ອງການ ​ເຊັ່ນ: ຖານ​ຂໍ້​ມູນ​ເງິນ​ເດືອນ​ຂອງ​ພະນັກງານ.

ສາຂານີ້ ສຶກສາກ່ຽວກັບ ຄວາມ​ຮູ້​ພື້ນຖານ​ກ່ຽວກັບ​ຄອມ​ພິວ​ເຕີ; ຊອຟແວຣ໌ ຂອງລະບົບ ເຊັ່ນ ລະບົບ OS (Operating System); ອຸປະກອນຕ່າງໆຂອງຄອມພິວເຕີ (Hardware) ​ແລະ ການ​ບໍາລຸງ​ຮັກສາຄອມ​ພິວ​ເຕີ ຂັ້ນພື້ນຖານ; ພາສາ​ຕ່າງໆ ທາງ​ຄອມ​ພິວ​ເຕີ​ເປັນຕົ້ນແມ່ນ C ແລະ  Java ​ເພື່ອ​ໃຫ້​ນັກຮຽນ​ເຂົ້າ​ໃຈ​ພື້ນຖານ​ຂອງ​ການ​ຂຽນຖານ​ຂໍ້​ມູນ; ພື້ນຖານ​ການ​ອອກ​ແບບ ​ເວັບ​ໄຊ໌; ນອກ​ນີ້, ຍັງ​ຈະ​ໄດ້​ຮຽນກ່ຽວກັບຄວາມ​ຮູ້​ພື້ນຖານ​ໃນ​ການ​ຄຸ້ມ​ຄອງ​ຫ້ອງການ, ທຸລະ​ກິດ ​ແລະ ບັນຊີ.

ວິທີ​ການ​ສິດສອນ​ ສໍາລັບ​ຊັ້ນກາງ ມີ ພາກທິດສະດີ 40% ແລະ ພາກປະຕິບັດ​ຕົວ​ຈິງ ​60%, ຊັ້ນສູງ ມີ ພາກທິດສະດີ 50% ແລະ ພາກປະຕິບັດ​ຕົວ​ຈິງ 50%. ​​ໂດຍນໍາ​ໃຊ້​ທິດ​ສະ​ດີ​ທີ່​ໄດ້​ຮຽນມາ ມາ​ປະຕິບັດ​ຕົວ​ຈິງ​ໃນ​ຫ້ອງ​ທົດ​ລອງເຊັ່ນ: ມອບ​ໃຫ້​ນັກ​ສຶກສາ​ ພິມ​ເອກະສານ ​ແລະ ຈັດ​ໜ້າ​ເອກະສານ; ​​ນໍາ​ໃຊ້ ໂປຣ​ແກຣມຕ່າງໆ ​ເຊັ່ນ: Microsoft Access ​ເພື່ອ​ຝຶກ​ການສ້າງ​ຖານ​ຂໍ້​ມູນ​​​, ມີການຝຶກງານ​ໃນ​ຫ້ອງການທາງ​ພາກ​ລັດ ​ແລະ ບໍລິ​ສັດ​ຕ່າງໆ ທີ່​ກ່ຽວຂ້ອງກັບ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ.

​ຄວາມ​ຮູ້ພື້ນຖານ​ດ້ານ ຄະນິດສາດ, ພາສາ​ອັງກິດ ​ແລະ ຄອມ​ພິວ​ເຕີ​ພື້ນຖານ; ເປັນ​ຄົນ ​ທີ່​ມີ​ຄວາມ​ອົດທົນ, ມັກ​ຄວາມ​ກ້າວໜ້າ, ມີ​ຄວາມ​ຄິດ​ສ້າງສັນ,​ໃສ່​ໃຈ​ໃນ​ລາຍ​ລະອຽດ; ມີ​ທັກ​ສະ​ ໃນ​ການ​ແກ້​ໄຂ​ບັນຫາ ​ແລະ ຄິດ​ຢ່າງ​ເປັນ​ລະບົບ; ​ແລະ ມີຄວາມສົນໃຈ ​ໃນ​ການ​ເຮັດ​ວຽກຂອງຄອມ​ພິວ​ເຕີ, ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວສານ ​ແລະ ການ​ຈັດການ​ກັບ​ຂໍ້​ມູນ.   

ມີ​ພື້ນຖານ​ໃນ​ການ​ຂຽນ ​ແລະ ອອກ​ແບບ ​ເວັບ​ໄຊ໌ ​ແລະ ນໍາ​ໃຊ້​ ຄອມ​ພິວ​ເຕີ​ກຣາບຟິກ ​ເຊັ່ນ: ຕົກ​ແຕ່ງ​ຮູບ​ພາບ 3 ມິ​ຕິ; ຮູ້​ຂັ້ນຕອນ ​ແລະ ວິທີ​ການ​ ​ແລະ ສາມາດ​ນໍາ​ໃຊ້​ພາສາ​ທາງ​ຄອມ​ພິວ​ເຕີ ​​ເຂົ້າ​ໃນ​ການ​ສ້າງ​ຖານ​ຂໍ້​ມູນ; ​ແລະ ຮູ້​ວິທີ​ການ​ໃນ​ການ​ຂຽນ ​ໂປຣແກຣມການ​ບໍລິຫານ​ວຽກງານ​ສໍາລັບ​ວິ​ສາ​ຫະກິດ​ຂະໜາດກາງ ​ແລະ ຂະໜາດນ້ອຍ. 

ສາມາດປະກອບອາຊີບ​ເປັນ​ ຜູ້​ຂຽນ​ໂປຣ​ແກຣມ ​ແລະ ​ເປັນວິຊາ​ການ​ດ້ານ​ເຕັກ​ໂນ​ໂລ​ຊີຂໍ້​ມູນຂ່າວສານ ໃນບັນດາພາກ​ລັດ, ພາກເອກະຊົນ, ແລະ ອົງການຕ່າງໆທີ່​ກ່ຽວຂ້ອງກັບ​ຂໍ້​ມູນ​ເຊັ່ນ: ກະຊວງ ​ແລະ ທະນາຄານ; ​ເປັນ​ຜູ້​ບໍລິຫານ​ສູນ​ຄອມ​ພິວ​ເຕີຂະໜາດນ້ອຍ.  ​ນອກຈາກ​ນີ້ ຍັງສາມາດປະກອບອາຊີບເປັນອາຈານສອນ ແລະ ເປີດທຸລະກິດເປັນຂອງຕົນເອງ.

  1. ມະນຸດ​ສໍາພັນ
  2. ພາສາ​ອັງກິດ​ທົ່ວ​ໄປ
  3. ພາສາ​ຫວຽດນາມ
  4. ​ຝຶກ​ພິມ
  5. ພື້ນຖານ​ຊ່າງ​ໄຟຟ້າ
  6. ຄອມ​ພິວ​ເຕີ​ພື້ນຖານ
  7. ທົດ​ລອງ​ໄຟຟ້າ
  8. ພື້ນຖານ​ການ​ບັນຊີ
  9. ລະບົບ​ປະຕິບັດ​ການ
  10. ເລີ່ມຕົ້ນທຸລະກິດ SYB
  11. ຖານ​ຂໍ້​ມູນ
  12. ຄອມ​ພິວ​ເຕີ​ຫ້ອງການ
  13. ເຄືອຂ່າຍຄອມພິວເຕີ – ອິນເຕີເນັດ
  14. ປະກອບຕິດຕັ້ງ PC
  15. ອອກ​ແບບ ​ແລະ ສ້າງ​ຖານ​ຂໍ້​ມູນ
  16. ​ເຕັກນິກ​ດິຈິ​ຕອລ
  17. ອານ​ກໍ​ຣິດ
  18. ອຸປະກອນ​ເຊື່ອມ​ຕໍ່ຄອມ​ພິວ​ເຕີ
  19. ອອກ​ແບບ​ເວັບ​ໄຊ໌
  20. ​ໂຄງ​ສ້າງ​ຄອມ​ພິວ​ເຕີ
  21. MS Visual basic
  22. Programming
  23. ກຣາບຟິກດີ​ຊາຍ Graphic Design
  24. ການ​ຂຽນ​ໂປຣແກຣມ​ໃນ​ມື​ຖື
  25.