ອອກແບບຕົກແຕ່ງ 

ຄະນະວິຊາ​ສະຖາປັດຕະຍະກຳສາດ​, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາ​ຕີ 4 ປີ

​ສາຂາວິຊາ​ການອອກແບບຕົກແຕ່ງ ເປັນສາຂາຮຽນໜຶ່ງຂອງຄະນະສະຖາປັດຕະຍະກໍາສາດ ທີ່ໄດ້ລົງເລິກກ່ຽວກັບການສຶກສາດ້ານສິລະປະການອອກແບບ,​ທັດ​ສະ​ນີ​ຍະ​ພາບ​ທັງ​ພາຍ​ໃນ​ແລະ​ພາຍນອກ ເພື່ອ​ໃຫ້​ເກີດ​ຄວາມ​ສວຍ​ງາມ ແລະ ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ຜູ້​ຊົມ​ໃຊ້ ແລະ ຈຸດປະສົງຫຼັກຂອງໃນການສ້າງນັກວິຊາການດ້ານການອອກແບບຕົກແຕ່ງພາຍໃນ ແລະ ພູມິທັດໃນເຂດອ້ອມຮອບອາຄານ ເຊັ່ນ: ປະເພດອາຄານທີ່ຢູ່ອາໄສ ແລະ ອາຄານສາທາລະນະທົ່ວໄປ​. ​

ວິຊາ​ນີ້ຮຽນ​ກ່ຽວ​ກັບການອອກ​ແບບ​ຕົກ​ແຕ່ງທັງ​ພາຍ​ໃນ ​ແລະ ​ພາຍນອກ​. ນັກ​ສຶກ​ສາ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ ການ​ໃຊ້​ຄວາມ​ຄິດ​ຈິນ​ຕະ​ນາ​ການ​ທີ່​ມີ​ຄວາມຫຼາກຫຼາຍຮູບ​ແບບ ແລະ ແປກ​​ໃໝ່ເຂົ້າ​ໃນ​ການ​ອອກ​​ແບບລວດ​ລາຍ​ຕ່າງໆ ການ​ປະ​ສົມ​ປະ​ສານ​ຮູບແບບ​ທ້ອງ​ຖິ່ນ ແລະ ຮ່ວມ​ສະ​ໄ​ໝ ​ແລ້ວ​ນຳ​ມາ​ໃສ່​ພື້ນ​ຜິວ​ອາ​ຄານ ຫຼື ຕົກ​ແຕ່ງ​ດ້ວຍວັດ​ສະ​ດຸ​ຕ່າງໆ. ນອກ​ຈາກ​ນີ້, ນັກ​ສຶກ​ສາ​ຍັງ​ຈະ​ໄດ້​​ໃຊ້​ຄວາມຮູ້​​ທາງ​ດ້ານ​ວິ​ທະ​ຍາ​ສາດ ແລະ ວິ​ທະ​ຍາ​ການ​ຕ່າງໆ ຢ່າງ​ມີ​ສິລະ​ປະເຂົ້າ​ໃນ​ການ​ອອກ​ແບບ​ຕົກ​ແຕ່ງ​.​

ວິ​ທີ​ການ​ສິດສອນ​ຂອງ​ພາກ​ວິຊາອອກແບບຕົກແຕ່ງນີ້ແມ່ນອີງໃສ່ລະບົບໜ່ວຍກິດເປັນການສອນທິດສະດີ ແລະ ປະຕິບັດໂຄງການໄປພ້ອມໆກັນ ນອກນັ້ນ ຍັງໄດ້ນໍາພານັກສຶກສາລົງຝຶກງານສໍານັກງານ, ຫ້ອງການ ແລະ ສະໜາມກໍ່ສ້າງທັງພາກລັດ ແລະ ເອກະຊົນ ພ້ອມທັງນໍາພານັກສຶກສາໄປທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ.​ ຫຼັກສູດປະລິນຍາຕີການອອກແບບຕົກແຕ່ງໃຊ້ເວລາການສຶກສາເປັນເວລາ 4 ປີ ຫຼື ບໍ່ຕໍ່າກວ່າ 8 ພາກຮຽນ. 

ນັກຮຽນ​ທີ່​ຈະ​ເຂົ້າມາ​ຮຽນ​ໃນ​ສາຂາ​ນີ້ ​ຕ້ອງເປັນຄົນ​ທີ່​ມີ​ຄວາມ​ກະຕືລືລົ້ນ​​ໃນ​ການ​ຮຽນຮູ້, ​ເປັນ​ຄົນ​ທີ່​ມີ​ຄວາມ​ສົນ​ໃຈ, ຕັ້ງ​ໃຈ ​ແລະ ຄວາມ​ມຸ້ງໝັ້ນຢາກຮຽນຮູ້ພາສາ​ອັງກິດ​​ເຊິ່ງສາມາດ​ນໍາ​ໃຊ້​ໄດ້​ໃນ​ທຸກ​ຂົງ​ເຂດ​ທຸລະ​ກິດ.ນອກ​ນັ້ນ ຕ້ອງ​ເປັນ​ຄົນ​ທີ່​ມີ​ພອນ​ສະຫວັນ​ໃນ​ຕົວ ​ເຊັ່ນ:ມີ​ມະມຸດ​ສໍາພັນ​ດີ, ຄວາມກ້າ​ສະ​ແດງ​ອອກ ​ແລະ ຄວາມ​ສາມາດ​ໃນ​ການ​ຕໍ່​ລອງ​ເຈລະຈາ​ເປັນຕົ້ນ.

ນັກຮຽນທີ່ຈະເຂົ້າມາຮຽນໃນສາຂານີ້ ຕ້ອງເປັນຄົນທີ່ມີຄວາມມັກຮັກໃນການອອກແບບ, ຂີດຂຽນ, ມີຄວາມຄິດສ້າງສັນໃນການອອກແບບຕົກ​ແຕ່ງ, ມັກ​ຄິດ, ມັກ​ສັງ​ເກດ, ກະຕືລືລົ້ນໃນການຮຽນຮູ້, ມີຄວາມອົດທົນ ແລະ ມີທັກສະໃນການເຮັດວຽກເປັນທີມເປັນຕົ້ນ.

ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບ ​ແມ່ນ​ສາມາ​ດ​ປະກອບ​ອາຊີບໃນຫຼາຍຂົງ​ເຂດກ່ຽວກັບວຽກງານ​ການອອກແບບຕົກແຕ່ງ, ເປັນສະຖາປະນິດອອກແບບຕົກແຕ່ງພາຍໃນ ແລະ ພາຍນອກອາຄານເຊັ່ນ: ເປັນນັກອອກແບບຕົກ​ແຕ່ງ​ສະ​ຖານ​ທີ່ໃຫ້ກັບບໍລິສັດ,​ ​ອົງການຕ່າງໆທີ່ເຮັດກ່ຽວກັບການອອກແບບ ແລະ ຍັງສາມາດປະກອບອາຊີບເປັນນັກອອກແບບ​ຕົກ​ແຕ່ງອິດສະຫຼະໄດ້ອີກດ້ວຍ.

  1. ໝວດວິຊາ​ສະ​ເພາະ​ພື້ນຖານ
  2. ການ​ແຕ້ມລາຍເສັ້ນ 
  3. ການວາດພາບ ແລະ ປັ້ນ
  4. ການ​ແຕ້ມ​ແບບເຕັກນິກ​
  5. ການນໍາສະເໜີແບບຜະລິດຕະພັນ
  6. ທິດສະດີການນໍາສະເໜີ
  7. ປະຫວັດສາດສິລະປະ
  8. ພື້ນຖານການອອກແບບ
  9. ພາສາອັງກິດສໍາລັບສະຖາປັດຕະຍະກໍາ  
  10. ກຳລັງ​ວັດ​ສະດຸ
  11. ວິທີ​ການ​ກໍ່ສ້າງ 
  12. ກົນລະສາດວັດສະດຸ 
  13. ໂຄງການ​ອອກ​ແບບ​ສະຖາປັດຕະຍະກຳ 
  14. ເກນ ແລະ ແນວຄວາມຄິດການອອກແບບສະຖາປັດຕະຍະກໍາ

ການວາດໂຄງຮ່າງ

  • ໝວດວິຊາ​ສະ​ເພາະ​ລົງ​ເລິກ
  1. ຄວາມສໍາພັນລະຫວ່າງສີ ແລະ ການໃຊ້ສີ 
  2. ການແຕ້ມແບບສະຖາປັດຕະຍະກໍາພາຍໃນ
  3. ວັດສະດຸ ແລະ ອຸປະກອນສໍາລັບການອອກແບບຕົບແຕ່ງພາຍໃນ
  4. ແນວຄວາມຄິດໃນການອອກແບບຕົບແຕ່ງພາຍໃນ
  5. ການນໍາໃຊ້ຄອມພິວເຕີໃນການຕົບແຕ່ງພາຍໃນ 
  6. ຄວບຄຸມສະພາບແວດລ້ອມພາຍໃນອາຄານ
  7. ການອອກແບບພາຍໃນສໍາລັບຄົນພິການ
  8. ການອອກແບບໂຄສະນາ
  9. ເຕັກໂນໂລຊີການອອກແບບການຕົບແຕ່ງພາຍໃນອາຄານ
  10. ການອອກແບບກຣາຟີກໃນການຕົບແຕ່ງພາຍໃນ
  11. ສະຖາປັດຕະຍາກໍາລາວ ແລະ ທ້ອງຖີ່ນ
  12. ການອະນຸລັກ ແລະ ການພັດທະນາ
  13. ຈິດວິທະຍາການອອກແບບສະພາບແວດລ້ອມ
  14. ການອອກແບບພູມິທັດ
  15. ການບໍລິຫານໂຄງການໃນການອອກແບບພາຍໃນ

ໂຄງການອອກແບບຕົກແຕ່ງພາຍໃນ

  • ໝວດວິຊາ​ເລືອກ

ສະພາບອາກາດຮ້ອນ

ການອອກແບບງານສະແດງ

ການອະນຸລັກສິລະປະ

ພັນໄມ້ໃນການຕົກແຕ່ງ

ຊຸມຊົນເມືອງ ແລະ ເຄຫະສະຖານ