ພາສາ​ເກົາຫຼີ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

​ພາສາ​ເກົາຫຼີ​​ ແມ່ນໜຶ່ງໃນສິ່ງທີ່ບົ່ງບອກເຖິງ​ວັດທະນະທໍາຂອງ​ປະ​ເທດ​ເກົາຫຼີ, ​ການສຶກສາພາສາເກົາຫຼີ ກໍ່ຄືການສຶກສາກ່ຽວກັບວັດທະນະທໍາເກົາຫຼີ ແມ່ນມີ​ຄວາມ​ສຳຄັນຕໍ່​ການສ້າງຄວາມເຂົ້າໃຈອັນດີ ແລະ ທັງເປັນການຊຸກ​ຍູ້ສົ່ງ​ເສີມ​ສາຍ​ພົວພັນທາງ​ດ້ານເສດຖະກິດ – ສັງຄົມ​​ ແລະ ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​​ ລະຫວ່າງ ປະ​ເທດລາວ ​ແລະ ​ປະ​ເທດເກົາຫຼີ ​ໂດຍ​ສະ​ເພາະໃນປັດຈຸບັນ ທີ່ທ່າອ່ຽງທາງດ້ານ​ການ​ຄ້າ ​ແລະ ການ​ລົງທຶນຂອງ​ປະເທດເກົາຫຼີ​ໃນ ສປປ ລາວ ແມ່ນ​ນັບ​ມື້​ນັບ​​​ຂະຫຍາຍຕົວ​ສູງ​ຂຶ້ນ. 

ສາຂາວິຊາ​ນີ້​ຮຽນກ່ຽວກັບ​ຄວາມ​ຮູ້​ພື້ນຖານ​ພາສາ​​ເກົາຫຼີ​ ນັບຕັ້ງແຕ່: ພະຍັນຊະນະ, ສະຫຼະ, ໄວຍາກອນ, ທັກສະພື້ນຖານໃນການນໍາໃຊ້ພາສາເກົາຫຼີເຂົ້າໃນການສື່ສານ ເຊັ່ນ: ການ​ອ່ານ, ຂຽນ, ຟັງ ​ແລະ ​ເວົ້າ, ​ທັກ​ສະ​ໃນ​ການ​ແປ​ພາສາ​​ເກົາຫຼີ ເປັນພາສາລາວ ​ແລະ ພາສາລາວ ເປັນພາສາ​ເກົາຫຼີ. ນອກ​ນັ້ນ, ນັກສຶກສາຍັງ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ວັດທະນະທຳ,ເສດຖະກິດ – ສັງຄົມ, ​ສີລະ​ປະ​ວັນນະຄະດີ ​ແລະ ວິຖີ​ຊີວິດ ຂອງ​ຄົນ​ເກົາຫຼີ. ລວມທັງ​ຮຽນ​ວິທີ​ການ​ສິດສອນ​ ​ແລະ ການ​ຖ່າຍທອດພາສາ​ເກົາຫຼີ.

ວິທີການສິດສອນ​ລວມມີ​ການ​ຮຽນ​​ພາຍໃນ​ຫ້ອງ​ຮຽນໃນນັ້ນນັກສຶກສາຈະໄດ້ຮຽນກ່ຽວ​ກັບ​ຄຳ​ສັບ, ຝຶກທັກ​ສະ​ໃນ​ການ​ອ່ານ,​ ​ຟັງ, ​ຂຽນ ​ແລະ ​ເວົ້າພາສາ​ເກົາຫຼີ ຜ່ານ​ກິດຈະກຳ​ຕ່າງໆ​ໃນ​ຫ້ອງ​ຮຽນ ​ເຊັ່ນ: ການ​ຈຳລອງ​ການ​ສົນທະນາ, ການ​ເບິ່ງ​ວີ​ດີ​ໂອ​ສັ້ນ ​ແລະ ການທົດລອງການ​ແປ​ພາສາ. ນອກນັ້ນ, ​ຍັງມີ​ກິດຈະກຳ​ນອກ​ຫ້ອງ​ຮຽນ​ເຊັ່ນ: ​ການເຮັດວຽກ​ແປ​ພາສາ​ ​ຫຼື ​ວຽກອື່ນໆທີ່ນໍາໃຊ້ພາສາເກົາຫຼີ ​ກັບ​ຄົນ​ເກົາຫຼີ​ຕາມ​ອົງກອນ​ຕ່າງໆ ​ແລະ ຍັງ​ມີ​​ໂອກາດ​ສອບເສັງໄປ​ຮຽນ​ໄລຍະ​ສັ້ນ​ຢູ່​ປະ​ເທດ​ເກົາຫຼີ.  

ທັກ​ສະ​ໃນ​ການນໍາ​ໃຊ້​ພາສາ​ລາວຢ່າງ​ຄ່ອງ​ແຄ້ວ​ ​ເພື່ອ​ຊ່ວຍ​ໃຫ້​ສາມາດ​ປຽບທຽບຄວາມ​ແຕກ​ຕ່າງ​ລະຫວ່າງ​ພາສາ​ລາວ ​ແລະ ພາສາ​​ເກົາຫຼີ. ມີ​ຄວາມ​ສົນ​ໃຈ​ທາງ​ດ້ານພາສາ, ​ວັດ​ທະ​ນະ​ທຳ ​ແລະ ວິຖີ​ຊີວິດ ຂອງ​ຄົນເກົາຫຼີ​. ນອກ​ນັ້ນ, ຄວນເປັນຄົນມີ​ຄວາມ​ກ້າ​ສະ​ແດງ​ອອກ ​ແລະ ກ້າຝຶກ​ຊ້ອມ​ການ​ສົນທະນາ​ກັບ​ຄົນ​ຕ່າງປະ​ເທດ​ໂດຍ​ສະ​ເພາະ​ເຈົ້າ​ຂອງ​ພາສາ. 

ນັກສຶກສາຈະ​ສາມາດ​ນຳ​ໃຊ້​ພາສາ​​ເກົາຫຼີ ໄດ້ຢ່າງ​ຄ່ອງ​ແຄ້ວ​​ລວມທັງມີ​ທັກ​ສະໃນການ​ຟັງ, ຂຽນ, ອ່ານ ​ແລະ ​ເວົ້າ. ພ້ອມ​​ນັ້ນ, ຍັງ​ຈະ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ ​ແລະ ວິວັດທະນາ​ການ​ຂອງ​ພາສາ​ເກົາຫຼີ. ນອກ​ນັ້ນ, ​ນັກ​ສຶກສາຍັງຈະມີ​ຄວາມ​ສາມາດ​ໃນການ​​ສ້າງ​ເອກະສານ, ​ແປ​ເອກະສານ​ຈາກ​ພາສາ​ລາວ ​ເປັນ​ພາສາ​ເກົາຫຼີ ​ແລະ ພາສາ​ເກົາຫຼີ ເປັນພາສາ​ລາວ.

​ສາມາດ​ປະກອບ​ອາຊີບ​ເປັນ​ພະນັກງານ​ຮັບ​ຕ້ອນ, ຜູ້​ປະສານ​ງານ, ນາຍ​ແປ​ພາສາ ​ຕາມສຳນັກງານ ​ແລະ ອົງການຈັດ​ຕັ້ງ​​ທັງ​ພາກ​ລັດ, ​ເອກະ​ຊົນ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ. ນອກ​ນັ້ນ, ຍັງ​ສາ​ມາດ​​ປະຕິບັດ​ວຽກ​ງານ​ສະ​ເພາະດ້ານ ທີ່​​ນຳ​ໃຊ້​ພາສາ​​ເກົາຫຼີ ເຊັ່ນ: ວຽກງານ​ດ້ານ​ການ​ພົວພັນຕ່າງປະ​ເທດ, ​ການ​ຄ້າ, ການບໍລິການ​ທາງ​ດ້ານທ່ອງທ່ຽວ-​ໂຮງ​ແຮມ, ​ເລຂານຸການ ເປັນຕົ້ນ.

  1. ການ​ອອກສຽງ
  2. ໄວ​ຍາ​ກອນ
  3. ການ​ແປ
  4. ວັດທະນະທຳ
  5. ວັນນະຄະດີ
  6. ປະຫວັດສາດ
  7. ​ເສດຖະກິດ – ສັງຄົມ
  8. ການ​ເມືອງ – ການ​ປົກຄອງ
  9. ອັກສອນ​ຈີນ
  10. ວິທີ​ການ​ສອນ​
  11. ພາສາເກົາຫຼີ
  12. ການ​ເວົ້າ
  13. ການ​ຟັງ
  14. ການ​ຂຽນ
  15. ການ​ອ່ານ
  16. ພາສາເກົາຫຼີທ່ອງທ່ຽວ
  17. ພາສາເກົາຫຼີເລຂານຸການ
  18. ພາສາເກົາຫຼີການໂຮງແຮມ

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277