ສຳຫຼວດວັດແທກ ແລະ ຄຸ້ມຄອງທີ່ດິນ

ວິທະຍາໄລເຕັກນິກສັບພະວິຊາ

ຫຼັກສູດ ຊັ້ນກາງ 2 ປີ; ຊັ້ນສູງ  3 ປີຫຼື 1,5 (ລະບົບ​ຕໍ່​ເນື່ອງ); ປະລິນຍາຕີ 2 ປີ (ລະບົບຕໍ່ເນື່ອງ)

ການສໍາຫຼວດວັດແທກ ແລະ ຄຸ້ມຄອງທີ່ດິນ ໝາຍເຖິງການສໍາຫຼວດການນໍາໃຊ້ທີ່ດິນ ຜ່ານການວັດແທກ ໂດຍມີຈຸດປະສົງເພື່ອ ຈັດສັນ ແລະ ຄຸ້ມຄອງ ການນໍາໃຊ້ທີ່ດິນໃນທົ່ວປະເທດ. ວິຊານີ້ມີຄວາມສໍາຄັນ ຕໍ່ກັບວຽກງານການຈັດສັນ ແລະ ພັດທະນາ ທີ່ດິນ ເປັນຢ່າງຍິ່ງ ເພາະມັນໄດ້ພົວພັນກັບກິດຈະກໍາການກໍ່ສ້າງ, ການອອກໃບຕາດິນແລະ ສ້າງແຜນທີ່ ອັນເປັນເຄື່ອງມືສໍາຄັນ ແກ່ການຕິດຕາມ ແລະ ຄຸ້ມຄອງການນໍາໃຊ້ທີ່ດິນໃຫ້ສອດຄ່ອງ ແລະ ແທດເໝາະກັບແຜນຍຸດທະສາດການພັດທະນາຂອງປະເທດ. 

ສາຂາວິຊາສຳຫຼວດວັດແທກ ແລະ ຄຸ້ມຄອງທີ່ດິນນີ້ ແມ່ນວິຊາທີ່ຮຽນຮູ້ກ່ຽວກັບການສຳຫຼວດວັດແທກ ພື້ນທີ່ດິນ ເພື່ອສ້າງແຜນທີ່ພູມສັນຖານ, ການປະເມີນລາຄາທີ່ດິນ ແລະ ຊັບສິນ, ການວັດແທກຕອນດິນ ແລະ ການສ້າງແຜນທີ່ໃບຕາດິນ, ການຂຶ້ນທະບຽນ ແລະ ຈົດທະບຽນທີ່ດິນ ແລະ ການແຕ້ມແຜນທີ່ໂດຍໃຊ້ໂປຣແກຣມຕ່າງໆທາງຄອມພິວເຕີ.

ຮູບແບບການຮໍ່າຮຽນໃນສາຂານີ້ແມ່ນເນັ້ນໃສ່ການລົງປະຕິບັດຕົວຈິງໂດຍອີງໃສ່ທິດສະດີ ເຊິ່ງພາກທິດສະດີ ຈະປະກອບດ້ວຍ ການຮຽນຮູ້ກ່ຽວກັບກົດໝາຍຕ່າງໆທີ່ພົວພັນກັບທີ່ດິນ ແລະ ພູມສາດທໍາມະຊາດ ເປັນຫຼັກ. ສ່ວນພາກປະຕິບັດຕົວຈິງ ຈະໄດ້ຮຽນກ່ຽວກັບ ການແຕ້ມ ແລະ ສ້າງແຜນທີ່, ການນຳໃຊ້ກ້ອງລະດັບ, ກ້ອງມຸມ, ລະບົບພາບຖ່າຍທາງອາກາດ, ການຂຶ້ນທະບຽນ ແລະ ຈົດທະບຽນທີ່ດິນ, ການພິສູດຫຼັກຖານ ແລະ ການສໍາຫຼວດຄວາມເລິກຂອງນໍ້າ ແລະ ຊົນລະປະທານ ເປັນຕົ້ນ.

ມີຄວາມຮູ້ພື້ນຖານດ້ານວິຊາຄະນິດສາດ ແລະ ຟີຊິກສາດ. ມີທັກສະ ໃນການພົວພັນກັບຄົນ, ການອອກແບບ ຫຼື ແຕ້ມແຜນທີ່ ແລະ ສາມາດປັບຕົວເຂົ້າກັບສະຖານະການຕ່າງໆ. ເປັນຄົນ ມີຄວາມອົດທົນສູງ, ມີມະນຸດສຳພັນດີ ແລະ ມັກພະຈົນໄພ. ມີຄວາມສົນໃຈໃນການສຳຫຼວດວາງແຜນ, ການສ້າງແຜນທີ່ ແລະການບໍລິຫານຈັດການທີ່ດິນ. 

ສ້າງແຜນຜັງ-ແຜນທີ່ດ້ວຍມື ແລະ ດ້ວຍຄອມພິວເຕີ; ສາມາດສຳຫຼວດວັດແທກພື້ນທີ່, ອ່ານແຜນທີ່ ແລະ ພາບຖ່າຍທາງອາກາດ;ຮູ້ວິທີການວາງແຜນ, ອອກແບບ ແລະ ກໍ່ສ້າງຂົວ-ທາງ, ຊົນລະປະທານ, ເຂື່ອນໄຟຟ້າ ແລະ ອື່ນໆ.

ພາຍຫຼັງຮຽນຈົບນັກສຶກສາສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮ່ຳຮຽນມາເຂົ້າປະກອບອາຊີບ ເປັນ ນັກບໍລິຫານ ແລະວັດແທກ, ນັກສຳຫຼວດ, ນັກປະເມີນຄິດໄລ່ລາຄາ ແລະ ຈັດສັນທີ່ດິນ, ນັກສຳຫຼວດແຜນທີ່, ນັກສຳຫຼວດທາງແລະ ປະກອບອາຊີບໃນຂະແໜງການຄຸ້ມຄອງບໍລິຫານປ່າໄມ້, ຊົນລະປະທານ, ກໍ່ສ້າງ, ທີ່ດິນ ແລະ ອື່ນໆ. 

ໝວດວິຊາເຕັກນິກ:

  1. ຄອມພິວເຕີວິສະວະກໍາ
  2. ພື້ນຖານພາບຖ່າຍທາງອາກາດ
  3. ການສ້າງແຜນທີ່ດ້ວຍພາບຖ່າຍທາງອາກາດ
  4. ກົດໝາຍທີ່ດິນ
  5. ຄຸ້ມຄອງໂຄງການ
  6. ພູມສາດທຳມະຊາດ
  7. ໄຟຟ້າອີເລັກໂຕນິກ
  8. ສິ່ງແວດລ້ອມ
  9. ຫຼັກການບໍລິຫານ
  10. ເສດຖະສາດວິສະວະກຳ
  11. ພາບຖ່າຍດາວທຽມ
  12. ການວິເຄາະຂໍ້ມູນ ດ້ວຍໂປຣແກຣມ ເອສ໌ພີເອສ໌ໆ
  13. ທໍລະນີພູມສັນຖານ 

ໝວດວິຊາວັດແທກ:

  1. ການແຕ້ມແຜນທີ່
  2. ພື້ນຖານວັດແທກ
  3. ການສໍາຫຼວດຄວາມເລິກນໍ້າ ແລະ ຊົນລະປະທານ 
  4. ເຕັກນິກສໍາຫຼວດແລວທາງ 
  5. ສໍາຫຼວດຈຸດຄວບຄຸມ 
  6. ການນໍາໃຊ້ GPS
  7. ຂຶ້ນທະບຽນ ແລະ ຈົດທະບຽນທີ່ດິນ 
  8. ພິສູດຫຼັກຖານ 
  9. ສຶກສາຊຸມຊົນ 
  10. ປະເມີນລາຄາ 
  11. ຕະຫຼາດທີ່ດິນ 
  12. ການຈັດການຂໍ້ຂັດແຍ່ງ 

ບ. ​ໂສກ​ປ່າ​ຫຼວງ,

ໂທ 021 312 420 ຫຼຶ 021 313 303