ສ້າງຄູພາສາລາວ – ວັນນະຄະດີ

ຄະນະ​ ສຶກສາສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາ​ຕີ 4 ປີ

ພາສາ​ລາວ ​ແລະ ວັນນະຄະດີ ​​ເປັນ​ເຄື່ອງມື​ສໍາລັບ​ການ​ສື່ສານ ​ແລະ ​​​ເປັນ​ເອກະລັກ​ທີ່​ບົ່ງ​ບອກ​ຄວາມ​ເປັນ​ຊາດ ນັບຕັ້ງ​ແຕ່​ອະ​ດີດ​ຈົນ​ເຖິງ​ປັດຈຸ​ບັນ. ພາສາ​ລາວ, ວັນນະຄະດີ ​ແລະ ປະຫວັດສາດ ນັ້ນພົວພັນຄຽງຄູ່​ກັນ ດັ່ງນັ້ນ ການ​ສອນ​ວິຊາ​ນີ້ ຈະ​ຊ່ວຍ​ສົ່ງ​ເສີມ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ ເຖິງ​ຄວາມ​ເປັນ​ມາ​ຂອງ​ຊາດ​ລາວ ບໍ່ວ່າ​ຈະ​ເປັນ​ທາງ​ດ້ານ​ວັດທະນະ​ທໍາ, ສະພາບ​ທາງ​ສັງ ຄົມ, ຮີດຄອງ​ປະ​ເພນີ ​ແລະ ອື່ນໆ ທີ່​ໄດ້​ຖືກ​ຖ່າຍ​ທອດ​ຜ່ານພາສາ ​ແລະ ບົດ​ປະພັນ​ວັນນະຄະດີ​ປະ​ເພດ​ຕ່າງໆ.

ສາຂາວິຊາ​ນີ້ຮຽນ 3​ ດ້ານ​ຫຼັກ ຄື: (1) ຄວາມ​ຮູ້​ກ່ຽວກັບພາສາ​ລາວ ​ເຊັ່ນ: ກົກ​ເຄົ້າ ​ແລະ ການ​ກໍາ​ເນີ​ດຂອງ​ພາສາ, ພາສາ​ບາ​ລີ-ສັນສະກິດ, ​ຕົວ​ອັກສອນລາວ, ໄວຍາກອນ​ລາວ ​ແລະ ການ​ນໍາ​ໃຊ້​ພາສາ​ລາວ​ຢ່າງຖືກຕ້ອງ; (2) ຄວາມ​ຮູ້​ກ່ຽວກັບ​ວັນນະຄະດີ​ເຊັ່ນ: ວິທີ​​ວິ​ເຄາະ, ອະທິບາຍ ​ແລະ ​ໄຈ້​ແຍກ​ຕົວ​ລະຄອນ, ທິດ​ສະ​ດີ​ວັນນະຄະດີ, ວັນນະຄະດີ​ລາວ ​ແລະ ຕ່າງປະ​ເທດ; ແລະ (3) ຄວາມ​ຮູ້​ກ່ຽວກັບ​ການ​ສອນ ​ເຊັ່ນ: ວິທີ​ການ​ສິດສອນ ​ແລະ ການ​ປະ​ເມີນ​ຜົນ​ການ​ຮຽນການ​ສອນ ​ເປັນຕົ້ນ.

ວິທີ​ການ​ສິດສອນ​ປະກອບມີ ການຮຽນທິດ​ສະ​ດີ ຄຽງຄູ່​ໄປ​ກັບ​ການ​ປະຕິບັດ​ຕົວ​ຈິງ​ ເຊິ່ງລວມມີ​ ການຕີ​ລາຄາ, ວິ​ເຄາະ ​ແລະ ຂຽນບົດ​ລາຍ​ງານກ່ຽວກັບ​ວັນນະຄະດີ​ລາວ ​ແລະ ຕ່າງປະ​ເທດ, ​ການໃຫ້​ທັດສະນະ​ຕົນ​ເອງ​ຕໍ່ຕົວ​ລະຄອນ​ໃນ​ວັນນະຄະດີ. ນອກນີ້ ຍັງມີການຝຶກ​ການແຕ່ງ​ບົດ​ສອນ ​ແລະ ສະ​​ແດງ​ທັກ​ສະ​ການ​ຮຽນ-ການ​ສອນພາຍ​ໃນ​ຫ້ອງ​ຮຽນ ​​​​ໂດຍ​ນັກ​ສຶກສາ​ຈະມີ​ສ່ວນ​ຮ່ວມ​ໃນການປະ​ເມີນ​ຜົນການສອນ​​ເຊິ່ງກັນ​ ແລະ ​ກັນ​​. ພ້ອມທັງລົງ​ຝຶກ​ງານ​ໃນ​ໂຮງຮຽນ​ມັດທະຍົມ​ສຶກສາ​ຕອນ​ປາຍ.

ຄວາມ​ຮູ້​ພື້ນຖານ ທາງດ້ານວິຊາ​ພາສາລາວ ​ແລະ ວັນນະຄະດີ; ມີ​ທັກ​ສະ ​ດ້ານຫັດ​ແຕ່ງ ​ແລະ ​ການ​ນໍາ​ໃຊ້​ພາສາ; ເປັນ​ຄົນ​ ມັກ​ການ​ອ່ານ, ​ເວົ້າ ແລະ ຟັງ, ມີຄວາມຮັກໃນ​ວັດທະນະ​ທໍາ ​ແລະ ຮີດຄອງ​ປະ​ເພນີ​ລາວ; ມີ​ຄວາມ​ສົນ​ໃຈ ສຶກສາກ່ຽວກັບ ບົດ​ເລື່ອງ, ນິທານ, ກະວີ ​ແລະ ວັນນະຄະດີປະ​ເພດ​ຕ່າງໆ ແລະ ການໃຊ້ສໍານວນຄໍາ​ເວົ້າ, ພ້ອມ​ທັງ​ສົນ​ໃຈ​ໃນການ​ສອນ.

​ມີທັກ​ສະໃນການຟັງ, ​ເວົ້າ, ອ່ານ, ຂຽນ ​ແລະ ​ການ​ນໍາ​ໃຊ້​ພາສາ​ລາວ​ໄດ້​ຢ່າງ​ຖືກຕ້ອງ​, ສາມາດ​ອ່ານໜັງສື​ທໍາ ​ແລະ ພາສາ​ບາ​ລີ, ມີທັກ​ສະ​ໃນ​ການ​ຂຽນຂ່າວ, ທັກ​ສະ​ໃນການ​ວິພາກ, ວິ​ເຄາະ​ວັນນະຄະດີ ​ແລະ ສົມທຽບວັນນະຄະດີ, ມີ​ຄວາມສາມາດ​ໃນ​ການ​ສອນ ​ແລະ ຖ່າຍທອດຄວາມ​ຮູ້ກ່ຽວກັບ​ພາສາ​ລາວ-ວັນນະຄະດີ.

​​ສາມາດປະກອບອາຊີບ ເປັນຄູ​ສອນພາສາ​ລາວ-ວັນນະຄະດີ​ໃນຊັ້ນມັດທະຍົມສຶກສາ ແລະ ວິທະຍາໄລສຶກສາ, ປະ​ຈໍາ​ການ​ຢູ່ຫ້ອງການ ແລະ ​ພະ​ແນ​ກສຶກສາຂັ້ນ​ເມືອງ ​ແລະ ຂັ້ນ​ແຂວງ, ​​ເປັນພິທີ​ກອນ, ​ນັກຂຽນຂ່າວ, ນັກຂຽນບົດ​ຄວາມ ​ໃນ​ຂະ​ແໜງທີ່ກ່ຽວກັບ​ສື່ສານມວນຊົນ ​ເຊັ່ນ: ໜັງສື​ພິມ, ​ໂທລະພາບ, ວາລະສານ ​ແລະ ຂະ​ແໜງການອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ວັດທະນະ​ທໍາ.

ໝວດພື້ນຖານ​ວິຊາ​ສະ​ເພາະ

  1. ​ເຕັກ​ໂນ​ໂລ​ຊີ​ການ​ສຶກສາ
  2. ວັດ-ປະ​ເມີນ​ຜົນ​ການ​ສຶກສາ
  3. ກາ​ນວິ​ໄຈ​ພາກ​ປະຕິບັດ
  4. ວິທີວິໄຈການສຶກສາ
  5. ສຶກສາສາດທົ່ວໄປ
  6. ບໍລິຫານການສຶກສາ
  7. ຈິດຕະວິທະຍາ​ພັດທະນາ​ການ
  8. ວິ​ເຄາະ​ຫຼັກສູດ​ສ້າງ​ຄູ
  9. ປະສົບ​ການ​ວິຊາ​ຊີບ​ຄູ
  10. ວິທີສິດສອນ
  11. ຈິດຕະວິທະຍາສັງຄົມ
  12. ຈິດຕະສຶກສາ ແລະ ການແນະແນວໝວດວິຊາສະເພາະ
    1. ທິດ​ສະ​ດີ​ພາສາ
    2. ວັດຈະນະ​ສຶກສາລາ​ວ
    3. ອັກຂະ​ຫຼະວິ​ທະຍາ
    4. ປະຫວັດສາດ​ຕົວ​ອັກສອນ
    5. ພາສາ​ລາວ​ນໍາ​ໃຊ້​ໂດຍ​ສັງ​ເຂ​ບ
    6. ບາ​ລີ-ສັນສະກິດ
    7. ວາ​ກະ​ຍະ​ສໍາພັນ
    8. ສັນທະ​ສິນ​ສາດ
    9. ອັກສອນ​ທໍາ
    10. ທິດ​ສະ​ດີ​ວັນນະຄະດີ
    11. ວັນນະຄະດີ​ພື້ນ​ເມືອງ
    12. ວັນນະຄະດີ​ລ້ານ​ຊ້າງ​
    13. ວັນນະຄະດີ​ປັດຈຸ​ບັນ
    14. ວັນນະຄະດີ​ໄທ
    15. ວັນນະຄະດີຫວຽດນາມ
    16. ວັນນະຄະດີກໍາປູ​ເຈຍ
    17. ວັນນະຄະດີຈີນ
    18. ວັນນະຄະດີຍີ່ປຸ່ນ
    19. ວັນນະຄະດີອິນ​ເດຍ
    20. ວັນນະຄະດີຣັດເຊຍ
    21. ວັນນະຄະດີຝຣັ່ງ
    22. ວັນນະຄະດີ​ເກຣັກ
    23. ວັນນະຄະດີອັງກິດ