ພາສາ ແລະ ວັດທະນະທຳລາວ

ຄະນະ​​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ປະລິນຍາຕິ 4 ປີ

ພາສາ ແລະ ວັດທະນະທຳລາວ ແມ່ນພາກສ່ວນໜຶ່ງຂອງວັດທະນະທໍາແຫ່ງຊາດລາວ. ດັ່ງນັ້ນ, ການສຶກສາກ່ຽວກັບສາຂາວິຊານີ້ຈຶ່ງມີພາລະບົດບາດສຳຄັນ ແລະຈໍາເປັນ ໃນການສ້າງຄວາມ​ສະຫງວນຮັກທາງດ້ານ​ພາສາ​ ​ແລະ ວັນນະຄະດີ​ປະຈຳ​ຊາດ. ການ​ອະນຸລັກ, ປັບປຸງ ແລະເສີມຂະຫຍາຍ ມໍລະດົກ ສິລະປະ​ວັດ​ທະນະ​ທຳ​ອັນ​ດີງາມຂອງ​ຊາດ ກໍ​ຄື​ຂອງ​ປະຊາຊົນ​ບັນດາ​ເຜົ່າໃຫ້ມີຄວາມຈະເລີນກ້າວໜ້າ ແລະຍືນຍົງຄຽງຄູ່ກັບຄົນລາວຕະຫຼອດໄປ  ພ້ອມທັງສາມາດເຜີຍແຜ່ໄປສູ່ສາກົນ. 

ສາຂາ​ວິຊານີ້ ​ສຶກສາລົງເລິກ​ກ່ຽວ​ກັບທິດ​ສະ​ດີ​ທາງດ້ານພາສາ​ສາດ ແລະ ວັນນະຄະດີ ໂດຍສະເພາະແມ່ນພາສາ​ລາວ, ວັນນະຄະ​ດີ ແລະ ວັດທະນະທຳ​ລາວ. ໃນນັ້ນ, ​ນັກສຶກສາຈະ​ໄດ້​ສຶກສາ​ ​ຕົ້ນກຳ​ເນີ​ດ, ວິວັດທະນາ​ການ ຂອງ​ພາສາ​ລາວ ແລະວັນນະຄະດີລາວ ໃນ​ແຕ່​ລະ​ຍຸກ​ສະ​ໄໝ ແລະ ​ແຕ່ລະ​ທ້ອງ​ຖິ່ນ​ພາຍ​ໃນ​ປະ​ເທດ​ລາວ. ພ້ອມດຽວກັນ ກໍຍັງ​ໄດ້​ຮຽນຮູ້ກ່ຽວກັບການ​ຂຽນ​ບົດ​ຄວາມ, ບົດ​ປະພັນ, ບົດເລື່ອງ, ບົດ​ວິພາກ, ແລະ ກາບກອນ​ຕ່າງໆ.

​ການ​ສອນ​ ​ແມ່ນ​ເນັ້ນໃສ່ການ​ຄົ້ນ​ຄວ້າທິດ​ສະ​ດີ​ທາງດ້ານພາສາ​ສາດ ແລະ ວັນນະຄະດີ ພາຍໃນຫ້ອງຮຽນເປັນຫຼັກ. ນອກ​ນັ້ນ, ຍັງ​ມີ​ກິດຈະກຳ​ປະກອບ​ການ​ສອນ ເພື່ອເສີມສ້າງທັກສະໃຫ້ແກ່ນັກສຶກສາ ​ເຊັ່ນ: ການ​ຝຶກຂຽນ​ ແລະການວິ​​ໄຈບົດ​ປະ​ເພ​ດຕ່າງໆ, ບົດ​ວິ​ໄຈ​ກ່ຽວ​ກັບ​ການ​ນຳ​ໃຊ້ ​ພາສາ​ທ້ອງ​ຖິ່ນ ແລະພາສາ​ລາວ​​ເດີ​ມ. ສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ກຽ​ມພາສາ​ລາວ​ ເພື່ອ​ສຶບຕໍ່ຮຽນລະດັບ​ປະລິນຍາ​ຕີໃນ​ສາຂາຕ່າງໆ​ ​ແມ່ນຈະໄດ້​ນຳ​ໃຊ້​ຫ້ອງ​ຟັງສຽງເພື່ອອຳນວຍ​ຄວາມ​ສະດວກ. 

ຄວາມ​ຮູ້​ພື້ນຖານ ກ່ຽວກັບພາສາລາວ, ຫຼັກ​ພາສາ​ລາວ, ວັນນະຄະດີລາວ ແລະ ວັດທະນະທຳ​ລາວ. ມີ​ຄວາມ​ສະຫງວນ​ຮັກ​ກ່ຽວ​ກັບ​ການ​ຮຽນ​ຮູ້, ສຶກສາ, ຄົ້ນຄວ້າ ພ້ອມທັງມີ​ຄວາມ​ສົນ​ໃຈ ​ແລະ ຄວາມຕັ້ງ​ໃຈ ໃນການ​ເສີມ​ຂະຫຍາ​ຍບົດບາດ​ຂອງ​ພາສາ​ລາວ, ວັນນະຄະດີ ​ແລະ ວັດທະນະທຳ​ຂອງ​ຊາດ​ລາວ.

ມີຄວາມເຂົ້າໃຈກ່ຽວກັບຫຼັກການ​ນຳ​ໃຊ້ພາສາລາວ, ສາມາດວິເຄາະ, ​​ໄຈ້​ແຍກ ​ກ່ຽວກັບພາສາ ແລະ ວັນນະຄະດີລາວ​ຢ່າງ​ຖືກຕ້ອງ; ມີທັກ​ສະ ​ໃນ​ການ​ຂຽນ​ບົດ​ປະ​ເພດ​ຄຳ​ຮ້ອຍ​​ແກ້ວ ແລະ ຮ້ອຍ​ກອງ ແລະ ມີຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງກວ້າງ​ຂວາງ​ຕໍ່ກັບ​ເນື້ອ​​ໃນ​ວັນນະຄະດີລາວ ​ແລະ ວັດທະນາທຳ​​ໃນ​ການ​ດຳລົງ​ຊີວິດ​ຂອງ​ຄົນລາວ.

ເປັນ​ນັກ​ຂຽນ, ນັກ​ແຕ່ງບົດຄວາມ ແລະ ກາບກອນຕ່າງໆ, ນັກປະພັນ, ​ບັນນາທິການ​ ໃນ​ຫ້ອງກາ​ນສຳນັກງານໜັງສືພິມ ແລະ ວາລະສານ​ຕ່າງໆ, ​​ເປັນ​ນັກຄົ້ນຄວ້າກ່ຽວ​ກັບ​ ພາສາ​ລາວ​-ວັນນະຄະດີລາວ ແລະ ​ເປັນ​ນັກວິ​ຊາ​ການທາງດ້ານພາສາສາດ ໃນໜ່ວຍງານທັງພາກລັດ ແລະ ເອກະຊົນທີ່​ກ່ຽວຂ້ອງ.

  • ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ
  1. ວັດທະນະທຳ​ລາວ
  2. ໂຫລາ​ສາດ​ລາວ ​ແລະ​ ອ່ານ​ຈາລຶກ
  3. ແພ່ງ​ພື້ນ​ເມືອງ
  4. ປະຫວັດສາດ​ລາວ
  5. ພາສາສາດພື້ນຖານ
  6. ວິວັດທະນາ​ການ​ພາສາ​ລາວ
  7. ຕັກ​ກະ​ວິທະຍາ​ທາງ​ພາສາ
  8. ທິດ​ສະ​ດີ​ວັນນະຄະດີ
  • ໝວດວິຊາສະເພາະ
  1. ອັກຂະຫຼະວິທະຍາ
  2. ວັດຈະນະ​ສຶກສາ
  3. ອັກສອນ​​​ທຳ​ລາວ-ບາ​ລີ
  4. ວາ​ກະ​ຍະ​ສຳພັນ
  5. ສັນທະ​ສາດ
  6. ພາສາ​​ເພື່ອ​ການ​ສື່ສານ
  7. ພາສາ​ລາວ​ນຳ​ໃຊ້​ໂດຍ​ສັງ​ເຂ​ບ
  8. ບາ​ລີ-ສັນສະກິດ​ໃນ​ພາສາ​ລາວ
  9. ປະຫວັດ​ຕົວ​ອັກສອນ ​ແລະ​ ອັກສອນ​ລາວ​ເດີມ
  10. ການ​ຂຽນ
  11. ຫຼັກການ​ປະລິວັດ​ໜັງສື
  12. ອັດຖະ​ສາດ
  13. ພາສາ​ສາດ​ສັງຄົມ
  14. ພາສາ​ຖິ່ນ​ຕະກູນ​ໄຕ​
  15. ຫຼັກການ ​ແລະ​ ສິລະ​ປະການ​ເວົ້າ
  16. ປະຫວັດວັນນະຄະດີ​ລາວ
  17. ວັນນະຄະດີປາກ​ເປົ່າ
  18. ວັນນະຄະດີ​ພື້ນ​ເມືອງ
  19. ວັນນະຄະດີ​ລ້ານ​ຊ້າງສະ​ໄໝຮຸ່ງ​ເຮືອງ
  20. ວັນນະຄະດີ​ລ້ານ​ຊ້າງສະ​ໄໝຊຸດ​ໂຊມ
  21. ວັນນະຄະດີ​​ຄຳ​ສອນ
  22. ວັນນະຄະດີ​ປັດຈຸບັນ
  23. ວັນນະຄະດີ​ວິຈານ
  24. ປະພັນ​ສິນ
  25. ວັນນະຄະດີ​ການ​ລະຄອນ
  26. ລູຊິນ ​ແລະ​ ບົດ​ປະພັນ ອາ​ກຸຍ
  27. ກັອກກີ ​ແລະ​ ບົດ​ປະພັນ ​ແມ່

ມະຫາວິທະຍາໄລແຫ່ງຊາດ

ໂທ 021 740 277