ບັນ​ນາ​ຮັກສາ​ດ ​ແລະ ສາຣະ​ສົນ​ເທດ​ສາດ

ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສຸດ ປະລິນຍາຕຼີ 4 ປີ

ບັນ​ນາ​ຮັກສາ​ດ ​ແລະ ສາຣະ​ສົນ​ເທດສາດໝາຍ​ເຖິງ ​ການ​ຄຸ້ມ​ຄອງ ​ແລະ ຈັດການຂໍ້​ມູນ ເຊິ່ງມີຄວາມສໍາຄັນ, ເນື່ອງ​ຈາກຂໍ້​ມູນໄດ້​ມີ​ບົດບາດໃນ​ທຸກໆຂະ​ແໜງການ. ດັ່ງນັ້ນ, ຈຶ່ງມີຄວາມຮຽກຮ້ອງຕ້ອງການໃຫ້ມີການຈັດການ ​ແລະ ການຈັດ​ເກັບຂໍ້​ມູນໃຫ້​ເປັນ​ລະ​ບົບ​​ໂດຍ​ການນໍ​າ​ໃຊ້​ເຕັກ​ໂນ​​ໂລ​ຊີ​ທີ່ທັນ​ສະ​ໄໝ, ສາມາດອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ ​ແລະ ນໍາ​ໃຊ້ຂໍ້​ມູນເຂົ້າໃນວຽກງານ​ການສຶກສາ ກໍ່ຄືການພັດທະນາ​ເສດຖະກິດ-​ສັງຄົມ​​. 

ວິຊາ​ນີ້ຮຽນກ່ຽວກັບ ວຽກງານບັນນາຮັກສາດ ​ແລະ ​ຫ້ອງ​ສະໝຸດລວມມີ: ການຈັດ​ແຟ້​ມ, ການຄົ້ນຫາ, ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຈັດການສິ່ງພິມ ແລະ ຫ້ອງສະໝຸດແຕ່ລະ​ປະ​ເພດ​​ເຊັ່ນ: ຫ້ອງ​ສະໝຸດ​ໂຮງຮຽນ, ວິທະຍາ​ໄລ, ຊຸມ​ຊົນ ​ແລະ ອື່ນໆ; ນອກນີ້, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບ ວຽກງານສາ​ຣະສົນ​ເທດ​ສາດ ແລະ ການໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສາຣະ​ສົນ​ເທດໃຫ້​ເໝາະກັບ​ອົງ​ກອນ ອີກທັງຈະໄດ້ສຶກສາກ່ຽວກັບ ວຽກງານການ​ບໍລິຫານ​ຫ້ອງການ ​ແລະ ວຽກງານ​ເລຂານຸການ.

ວິທີ​ການ​ສິດສອນ​ລວມມີ ການຮຽນທິດ​ສະ​ດີຄຽງຄູ່​ໄປ​ກັບ​ການ​ປະຕິບັດ​ຕົວ​ຈິງ​ ເຊິ່ງລວມມີ​ການ​ປະຕິບັດວຽກງານ​ໃນ​ຫ້ອງ​ອ່ານ​ຂອງ​ພາກ​ວິຊາ ​ແລະ ຫໍສະໝຸດກາງ ຂອງມະຫາວິທະຍາໄລແຫ່ງຊາດ, ການ​ຂຽນບົດ​ລາຍ​ງານ​ເປັນບຸກຄົນ ​ແລະ ​ເປັນ​ກຸ່ມ ກ່ຽວກັບລາຍວິຊາທີ່ກ່ຽວຂ້ອງ, ​ການ​​ຝຶກ​ງານ​​ໃນ​ສະຖານ​ຕ່າງໆເຊັ່ນ: ຫ້ອງການ, ສໍານັກງານ, ​ ຫ້ອງ​ອ່ານ ແລະ ຫ້ອງ​ສະໝຸດ ເຊິ່ງຫຼັງຈາກສໍາເລັດການລົງຝຶກງານ, ນັກສຶກສາຈະໄດ້​ລາຍ​ງານ ແລະ ນໍາ​ສະ​ເໜີ​ຜົນ​ການ​ຝຶກ​ງານ. ​

ຄວາມ​ຮູ້​ພື້ນຖານວິຊາ​ສັງຄົມສາດ, ຄະນິດສາດ ແລະ ພາສາຕ່າງປະ​ເທດ; ເປັນ​ຄົນ​ມັກ​ການ​ອ່ານ ແລະ ​ໃສ່​ໃຈ​ໃນ​ລາຍ​ລະອຽດ; ມີ​ຄວາມ​ສົນ​ໃຈ​ໃນ​ການ​ອະນຸລັກ​ຮັກສາ​ສິ່ງ​ພິມ ​ແລະ ຂໍ້​ມູນ, ວຽກງານ​ບໍລິຫານ​ຫ້ອງການ, ວຽກງານ​ເອກະສານ, ວຽກງານ​ເລຂານຸການ, ວຽກງາ​ນຖານ​ຂໍ້​ມູນ ​ແລະ ​ເຕັກ​ໂນ​ໂລ​ຊີເປັນຕົ້ນ.

ຄວາມ​ສາມາດ​ໃນ​ການ​ບໍລິຫານ​ຫ້ອງການ, ການ​ຂຽນ​ເອກະສານ​ທາງ​ລັດຖະການ, ການ​ເຮັດ​ວຽກ​ເປັນ​ເລຂານຸການ, ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຫ້ອງ​ສະໝຸດ, ການ​ສົ່ງ​ເສີມ​ການ​ອ່ານ, ການ​ຈັດ​ກອງ​ປະຊຸມ, ສາມາດ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີຕ່າງໆ​​ເຊັ່ນ: ການ​ສ້າງ​ຖານ​ຂໍ້​ມູນ ​ແລະ ​ເວັບ​ໄຊ​ທ໌ ເຂົ້າ​ໃນ​ການ​ຈັດການ​ກັບ​ຂໍ້​ມູນ ​ແລະ ການຮັກສາ​ເອກະສານ.

​​ເປັນ​ນັກ​ບັນ​ນາ​ຮັກສາ​ດ (ພະນັກງານ​ຫ້ອງ​ສະໝຸດ), ພະນັກງານ​ບໍລິຫານ​ຫ້ອງການ, ​ເລຂານຸການ, ພະນັກງານສະໜອງຂໍ້​ມູນ, ພະນັກງານ​ອະນຸລັກ​​ຊັບພະຍາກອນ​ວັດທະນາ​ທໍາ​ໃນ​ອົງ​ກອນ​ຕ່າງໆ​ເຊັ່ນ: ກະຊວງ​ຖະ​ແຫຼງຂ່າວ​ ​ແລະ ວັດທະນະ​ທໍາ; ຫໍສະໝຸດຕ່າງໆ​ເຊັ່ນ: ຫໍສະໝຸດ​ແຫ່ງ​ຊາດ; ຫໍສະໝຸດຊຸມ​ຊົນ; ບັນດາຫໍພິພິດ​ຕະພັນ​ ​ແລະ ອື່ນໆ.

ໝວດຄວາມຮູ້ພື້ນຖານວິຊາສະເພາະ

  1. ຄວາມ​ຮູ້​ພື້ນຖານ​ບັນ​ນາ​ຮັກສາ​ດ ​ແລະ ສາຣະ​ສົນ​ເທດ​ສາດ
  2. ຄວາມ​ຮູ້​ພື້ນຖານທາງ​ການ​ຈັດການ
  3. ຄວາມ​ຮູ້​ພື້ນຖານກ່ຽວກັບ​ວຽກງານເອກະສານ​ວິທະຍາ
  4. ການຮຽນຮູ້ສາຣະສົນເທດ
  5. ຈິດຕະວິທະຍາ​ການ​ບໍ​ລິ​ການ
  6. ການຮຽນດ້ວຍຕົນເອງກຸ່ມຫ້ອງສະໝຸດປະຊາຊົນ
  7. ຈະຣິຍະທໍາສໍາລັບວິຊາຊີບ
  8. ຄອມ​ພິວ​ເຕີ​ກັບລະບົບ​ສາຣະສົນ​ເທດ
  9. ສາຣະສົນເທດກັບສັງຄົມ
  10. ຊັບພະຍາກອນສາຣະສົນເທດ
  11. ​ພາສາ​ສໍາລັບວຽກງານ​ບັນ​ນາ​ຮັກສາ​ດ ​ແລະ ​ສາຣະສົນ​ເທດສາດ
  12. ການ​ວິ​ໄຈ​ທາງ​ບັນນາ​ຮັກສາ​ດ ​ແລະ ​ສາຣະສົນ​ເທດສາດ
  13. ການສຶກສາການໃຊ້ສາຣະສົນເທດ
  14. ການ​ເກັບ​ມ້ຽນ ​ແລະ ການຄົ້ນຄືນ​ຫາສາຣະສົນ​ເທດ
  15. ສາຣະສົນເທດທາງວັດທະນະທໍາ
  16. ການບໍລິການສາຣະສົນເທດ

ໝວດວິຊາ​ສະ​ເພາະ

  1. ການ​ບໍລິຫານ-​ຄຸ້ມ​ຄອງ​ຫໍສະໝຸດ
  2. ການຈັດຫາຊັບພະຍາກອນສາຣະສົນເທດ
  3. ການ​ຄວບ​ຄຸມ​ບັນ​ນາ​ນຸກົມ
  4. ການ​ປົກ​ປັກ​ຮັກສາ​ວັດ​ສະ​ດຸ​ສາຣະສົນ​ເທດ
  5. ການ​ສົ່ງ​ເສີມ​ການ​ບໍລິການ​ ແລະ ວາລະສານ-ໜັງສື​ພິມ
  6. ລະບົບ​ຖານ​ຂໍ້​ມູນ
  7. ການ​ສື່ສານ​ຂໍ້​ມູນ ​ແລະ ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ
  8. ຫ້ອງ​ສະໝຸດດິຈິ​ຕອລ
  9. ການຄົ້ນຫາສາຣະສົນ​ເທດອອນລາຍ
  10. ການບໍລິຫານເອກະສານ
  11. ການ​ຂຽນ​ເອກະສານ​ທາງ​ລັດຖະການ
  12. ການເກັບຮັກສາເອກະສານ
  13. ​ເຕັກ​ໂນ​ໂລ​ຊີ​ການຈັດ​ເກັບ​ເອກະສານ
  14. ວຽກງານ​ເລຂານຸການ
  15. ດັດຊະນີ ​ແລະ ສາຣະສົນ​ເທດ
  16. ການ​ບໍລິຫານ​ຫ້ອງການ
  17. ເຕັກໂນໂລຊີໃນວຽກງານຫ້ອງການ