ສິລະປະພື້ນເມືອງ

ສະຖາບັນ ວິຈິດສິນແຫ່ງຊາດ

ຫຼັກສູດ ອະນຸປະລິນຍາຕີ 3 ປີ

ຫຼັກສູດ ປະລິນຍາຕີ 5 ປີ

ສິນລະປະພື້ນເມືອງ ໝາຍເຖິງ ວັດທະນະທໍາ ອັນເກົ່າແກ່ ເຊິ່ງສືບທອດກັນມາແຕ່ອະດີດ ອັນເປັນຈຸດກໍາເນີດຂອງ ສິລະປະໃນປະຈຸບັນ. ສາຂາສິລະປະພື້ນເມືອງ ມີຄວາມສຳຄັນ ເນື່ອງຈາກເປັນຕົວບົ່ງບອກເຖິງ ເອກະລັກ, ຄວາມເຊື່ອ, ຄ່ານິຍົມ, ສາດສະໜາ, ແລະ ຮູບແບບການດໍາລົງຊີວິດ ຕະຫຼອດຈົນເຖິງອາຊີບ ຂອງຄົນໃນຍຸກສະໄໝນັ້ນໆ. ດັ່ງນັ້ນ ສິລະປະພື້ນເມືອງຈຶ່ງເປັນສາຍເຊື່ອມໂຍງລະຫວ່າງອະດີດ, ປະຈຸບັນ ແລະ ອານາຄົດ ເຊິ່ງມີຄຸນຄ່າແກ່ການຮຽນຮູ້, ສືບທອດ ແລະ ອະນຸຮັກໃຫ້ຄົງຢູ່ຕະຫຼອດໄປ.

ສາຂານີ້ຮຽນ ກ່ຽວກັບ ຄວາມຮູ້ທາງດ້ານສິລະປະພື້ນເມືອງເຊັ່ນ: ປະຫວັດສາດ ແລະ ວັນນະຄະດີ ເພື່ອນໍາໃຊ້ເຂົ້າໃນການການແຕ້ມ, ການປັ້ນ, ການຄວັດ, ການແກະສະຫຼັກຮູບພາບຕ່າງໆ ທີ່ໄດ້ມາຈາກຕົວລະຄອນໃນວັນນະຄະດີ, ລວດລາຍພື້ນເມືອງຕ່າງໆ, ສະຖາປັດຕະຍະກໍາ ແລະ ສິລະປະລາວເດີມ. ນອກນັ້ນ ນັກສຶກສາຍັງຈະໄດ້ຮຽນຮູ້ ກ່ຽວກັບ ການອະນຸລັກກຮັກສາສິລະປະ ແລະ ການປະຕິສັງຂອນສິລະປະ ວັດຖຸບູຮານເກົ່າ ຕາມເຕັກນິກ ແບບຄອງເດີມ​​ (ໃຊ້ຮູບແບບ ວັດສະດຸແບບເກົ່າໃນການສ້ອມແປງ).

ວິທີການສິດສອນ ປະກອບດ້ວຍການຮຽນຮູ້ຈາກທິດສະດີ ແລະ ການປະຕິບັດຕົວຈິງ ເຊັ່ນ: ການຮຽນຮູ້ຈາກຜົນງານເກົ່າ ທີ່ໄດ້ຖືກສ້າງຂຶ້ນໃນສະໄໝກ່ອນ ເປັນຕົ້ນແມ່ນ ສະຖາປັດຕະຍະກໍາບູຮານ ອັນໄດ້ແກ່ ລວດລາຍເສັ້ນໃນການແຕ້ມ, ການແກະສະຫຼັກ,  ການປັ້ນຫຼໍ່ ແລະ ອົງປະກອບເອ້ຍ້ອງຕ່າງໆ ແລ້ວນໍາມາສຶກສາແບບສ້າງຄືນ ຕາມຮູບແບບເກົ່າ ໂດຍໃຫ້ມີຄວາມຄ້າຍຄື ຫຼື ມີການດັດແປງ ແຕ່ໃຫ້ຢູ່ໃນຂອບ ແລະ ເປັນໄປຕາມຄວາມເໝາະສົມ.  

ຄວາມຮູ້ພື້ນຖານ ດ້ານວັນນະກໍາ, ວັນນະຄະດີ ແລະ ສິລະປະ; ເປັນຄົນ ທີ່ມີຄວາມອົດທົນ, ລະອຽດອ່ອນ, ມັກສັງເກດ, ມີຄວາມຄິດສ້າງສັນ, ໃຊ້ຈິນຕະນາການ ແລະ ມີຄວາມຕັ້ງໃຈສູງ; ມີຄວາມສົນໃຈ ໃນງານຝີມື, ສົນໃຈພິເສດໃນວຽກງານການອະນຸລັກສິລະປະ ແລະ ມັກຮັກໃນສິລະປະພື້ນເມືອງຄອງເດີມ.

ສາມາດໄຈ້ແຍກ ແລະ ວິເຄາະສິລະປະພື້ນເມືອງ ແລະ ສະໄໝ​​ໃໝ່; ເຂົ້າໃຈຄວາມໝາຍຂອງວິຖີປະຕິບັດ, ການດຳລົງຊີວິດ ແລະ ພູມປັນຍາພື້ນເມືອງ; ສາມາດບູລະນະ, ປະຕິສັງຂອນ ແລະ ອະນຸລັກ ສິລະປະ ແລະ ວັດຖຸບູຮານ; ສາມາດນຳໃຊ້ຄວາມຮູ້ທາງດ້ານສິລະປະພື້ນເມືອງເຂົ້າໃນການສ້າງສັນຜົນງານ ດ້ວຍການ ປັ້ນ, ຄວັດ ແລະ ແກະສະຫຼັກ.

ນັກສຶກສາສາມາດປະກອບອາຊີບເປັນນັກ ສ້າງຜົນງານດ້ານສິລະປະພື້ນເມືອງ, ນັກປະຕິສັງຂອນ, ອາຈານສອນ, ນັກອອກແບບລວດລາຍລາວເດີມ ຫຼື ສິລະປິນອິດສະຫຼະ; ເປັນນັກບູຮານຄະດີ ແລະ ເຮັດວຽກໃນຂະແໜງການ ຫຼື ອົງກອນຕ່າງໆຄື: ກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ, ໂຮງຮຽນວິຈິດສິນ ຫືຼ ບໍລິສັດກໍ່ສ້າງ,  ອອກແບບ ແລະ ຕົກແຕ່ງເປັນຕົ້ນ.

  1. ສິລະປະ ປະຈໍາຊາດ 1,2,3
  2. ທິດສະດີວັດທະນະທໍາ 
  3. ເສດຖະສາດການເມືອງ 
  4. ກົດໝາຍ
  5. ປະຫວັດສາດລາວ ແລະ ປະຫວັດສາດໂລກ
  6. ພຸທປຼັດຊະຍາ ແລະ ສາສະນາຕ່າງໆໃນໂລກ
  7. ຫ້ອງສະໝຸດ ແລະ ວິທີຄົ້ນຄວ້າ
  8. ດົນຕີພື້ນເມືອງ
  9. ດົນຕີສາກົນ
  10. ການແຕ້ມຂັ້ນ 
  11. ອົງປະກອບສິນ 
  12. ສະຖາປັດຕະຍະກໍາ
  13. ສີລະປະພື້ນເມືອງ
  14. ວິຊາຮ່າງພາບ
  15. ທິດສະດີສິລະປະ
  16. ສີລະປະລາຍລາວ
  17. ຄອມພິວເຕີ
  18. ທັດສະນີຍະພາບ
  19. ປະຫວັດສາດສີລະປະ
  20. ບູຮານຄະດີ
  21. ທິດສະດີຄວາມງາມ
  22. ໂຄງການສີລະປະນິພົນ
  23. ສີລະປະນິພົນ