ລະບົບການຈັດສົ່ງສິນຄ້າ

ວິທະຍາໄລເຕັກນິກປາກປ່າສັກ

ຄະນະບໍລິຫານທຸລະກິດ



ລະດັບການສຶກສາຊັ້ນສູງ, ໄລຍະເວລາ 3 ປີ



ລະບົບການຈັດສົ່ງສິນຄ້າ ເປັນການລວບລວມເອົາວຽກງານໃນການຈັດຊື້ວັດຖຸດິບ, ການຜະລິດ, ການຂາຍ ແລະ ການກະຈາຍສິນຄ້າໃຫ້ດຳເນີນໄປຢ່າງ​ເປັນ​ລະບົບ​ຕ່ອງ​ໂສ້. ລະບົບການຈັດສົ່ງສິນຄ້າ​ ເປັນ​ປັດ​​ໄຈ​ສຳຄັນ​ໃນການຂະຫຍາຍຕົວ​ທາງ​ດ້ານ​ເສດຖະ ກິດເຊິ່ງສາມາດອຳນວຍຄວາມສະດວກ​​ໃນ​ການ​ເຊື່ອມ​ຕໍ່​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນອກ​ນັ້ນ, ​ລະບົບ​ການຈັດ​ສົ່ງ​ສິນຄ້າ​ທີ່​ດີ​ຍັງ​ຊ່ວຍຫຼຸດ​ຕົ້ນ​ທຶນ​ການ​ຜະລິດ ​ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້​ຢ່າງ​ມີ​ປະສິດທິພາບ.



ສາຂາ​ນີ້ຮຽນກ່ຽວກັບວິທີການຄິດໄລ່ຈຳນວນ ແລະ ເວລາໃນການຂົນສົ່ງສິນຄ້າ ເພື່ອເຮັດໃຫ້ສິນຄ້າໄປເຖິງມືລູກຄ້າໄດ້ຢ່າງວ່ອງໄວທີ່ສຸດ. ສາຂານີ້ ຍັງຈະໄດ້ຮຽນກ່ຽວກັບການວິເຄາະ, ການວາງແຜນປະຕິບັດງານ, ການແກ້ໄຂບັນຫາດ້ວຍຫຼັກການ ແລະ ເຫດຜົນເພື່ອໃຫ້ວຽກງານສຳເລັດຕາມເປົ້າໝາຍ. ນອກນັ້ນ, ວິຊານີ້ຍັງຮຽນຮູ້ກ່ຽວກັບການບໍລິຫານສາງ, ການຄ້າອີເລັກໂຕນິກ ແລະ ໂປຣແກຣມຂໍ້ມູນຂ່າວສານທີ່ນຳໃຊ້ເຂົ້າໃນການບໍລິຫານການຂົນສົ່ງ ແລະ ການຈັດຊື້ໃນລະດັບສາກົນ.



ວິທີການສິດສອນລວມມີ ການສອນທິດສະດີລະບົບການຂົນສົ່ງ ແລະ ການຈໍລະຈອນແຈກຢາຍສິນຄ້າທີ່ມີປະສິດທິຜົນເພື່ອຍົກສູງມາດຕະຖານການຄ້າພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນຍັງມີການທັດ​ສະ​ນະ ​ແລະ ລົງຝຶກງານ​ໃນສະຖານທີ່ປະກອບການທີ່ມີໜ່ວຍງານຂົນສົ່ງ ແລະ ການຈໍລະຈອນສິນຄ້າ ເຊັ່ນ: ບໍລິສັດເບຍລາວ, ບໍລິສັດນ້ຳຫວານລາວ, ບໍລິສັດບໍລິການຂົນສົ່ງ ແລະ ການຈໍລະຈອນສິນຄ້າ ຫຼື ໂລຈິສຕິກຕ່າງໆ ​ເພື່ອໃຫ້ນັກສຶກສາມີຄວາມກຽມພ້ອມໃນການເຮັດວຽກຕົວຈິງ

ຄວາມຮູ້ພື້ນຖານວິຊາ ຄະນິດສາດ ແລະ ພາສາອັງກິດ; ມີທັກສະ ໃນການແກ້ໄຂບັນຫາສະເພາະໜ້າ ແລະ ທັກສະໃນການເຮັດວຽກຮ່ວມກັບຄົນອື່ນ; ມີ​ຄວາມ​ສົນ​ໃຈ ​ທາງ​ດ້ານ​ທຸລະ​ກິດການ​ຄ້າ ​ແລະ ລະບົບ​ການ​ຂົນ​ສົ່ງ​ສິນຄ້າ.​ ນອກຈາກນັ້ນ ຍັງຕ້ອງເປັນຄົນທີ່ມີຄວາມດຸໝັ່ນ, ຫ້າວຫັນ ແລະ ແຂງແຮງ.



ນັກສຶກສາທີ່ຮຽນຈົບສາຂານີ້ ຈະຮູ້ຈັກວິທີການຈັດລະບົບການຈັດການສິນຄ້າພາຍໃນສາງ ແລະ ລະບົບການຂົນສົ່ງຢ່າງມີປະສິດທິ ພາບນັບຕັ້ງ​ແຕ່​ຂັ້ນ​ຕອນ​ການ​ຜະລິດຈົນ​ເຖິງ​ການຈຳໜ່າຍ. ພ້ອມກັນນັ້ນ ຍັງ​ໄດ້​ຝຶກທັກສະໃນການຄິດໄລ່ສິນຄ້າ ແລະ ເວລາທີ່ຈະໃຊ້ໃນການຂົນສົ່ງເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ.

ນັກສຶກສາທີ່ຮຽນຈົບວິຊານີ້ຈະສາມາດປະກອບອາຊີບທາງ​ດ້ານ​ການພັດທະນາ​​ແຜນການການ​ຂົນ​ສົ່ງ ​ແລະ ກະຈາຍສິນຄ້າ, ປະສານ​ງານ ​ແລະ ​ຈັດການກັບຕ່ອງ​ໂສ້​ການ​ຜະລິດສິນຄ້າ, ການ​ຈັດການ​ບໍລິຫານ​ສາງ ​ແລະ ການຕະຫຼາດ ຕາມໜ່ວຍງານລັດ ​ແລະ ເອກະຊົນ. ນອກ​ນັ້ນ​ຍັງ​ສາມາດເປັນ​ເຈົ້າ​ຂອງທຸລະ​ກິດດ້ານ​ການ​ບໍລິການ​​ຂົນ​ສົ່ງ

ໝວດວິຊາຊີບພື້ນຖານ

  1. ພາສາອັງກິດທຸລະກິດ
  2. ເສດຖະສາດຈຸລະພາກ
  3. ເສດຖະສາດມະຫາພາກ
  4. ການເປັນຜູ້ນຳ ແລະ ການບໍລິຫານ
  5. ເລກການຄ້າ
  6. ບັນຊີວິສາຫະກິດ
  7. ພາສີ ແລະ ສ່ວຍສາອາກອນ
  8. ກົດໝາຍທຸລະກິດລາວ
  9. ກົດໝາຍປະກັນໄພຂົນສົ່ງ

ໝວດວິຊາຊີບສະເພາະ

  1. ການແນະນຳໂລຈິສຕິກ ແລະ ການບໍລິຫານຕ່ອງໂສ້ອຸປະທານ
  2. ກົດໝາຍການຂົນສົ່ງ
  3. ລະບົບການຂົນສົ່ງພາຍໃນປະເທດ
  4. ລະບົບການຂົນສົ່ງສິນຄ້າຜ່ານແດນ
  5. ການບໍລິຫານສາງ ແລະ ການບໍລິຫານສູນກາງກະຈາຍສິນຄ້າ
  6. ລະບົບ Logistic System
  7. ແຜນການຂົນສົ່ງ
  8. ໝວດວິຊາຊີບເລືອກ
  9. ການບໍລິຫານທຸລະກິດສາກົນ
  10. ການບໍລິຫານການຕິດຕໍ່ລູກຄ້າ
  11.  E-Commerce

ວິໄຈການບໍລິຫານທຸລະກິດ