ເຕັກໂນໂລຊີລົດຍົນ

ໂຮງຮຽນເຕັກນິກລາວ-ເຢຍລະມັນ

ຊັ້ນກາງ 3 ປີ (9 + 3) ແລະ 2 ປີ (12 + 2)

ຊັ້ນສູງຕໍ່ເນື່ອງ 1 ປີ; 1.5 ປີ (ພາກຄໍ່າ)

ສາຂາເຕັກໂນໂລຊີລົດຍົນ ເປັນສາຂາທີ່ວ່າດ້ວຍການສຶກສາກ່ຽວກັບເຕັກນິກຕ່າງໆໃນການສ້ອມແປງ, ຮັກສາ ແລະ ນໍາໃຊ້ລົດຍົນ. ສາຂານີ້ມີຄວາມສໍາຄັນ ເນື່ອງຈາກລົດຍົນແມ່ນພາຫະນະ ທີ່ໄດ້ຖືກນໍາໃຊ້ເຂົ້າໃນການອໍານວຍຄວາມສະດວກໃຫ້ແກ່ການເດີນທາງ ແລະ ການຂົນສົ່ງສິ່ງຂອງຢ່າງຫຼວງຫຼາຍ ອັນໄດ້ເຮັດໃຫ້ອຸດສາຫະກໍາລົດຍົນມີການຂະຫຍາຍຕົວຫຼາຍ ​​ເຊິ່ງຄຽງຄູ່​ກັບ​​ການຊົມໃຊ້​ດັ່ງກ່າວ ກໍ່ຄື​ຄວາມຈໍາເປັນທີ່ຈະຕ້ອງໄດ້ມີການບໍາລຸງຮັກສາ ແລະ ສ້ອມແປງ ທີ່ຖືກວິທີ.

ສາຂານີ້ ​ຮຽນ​ກ່ຽວກັບ ​ການ​ເຮັດ​ວຽກຂອງ​ພາກສ່ວນ​ຕ່າງໆຂອງ​ລົດຍົນ; ການສ້ອມແປງລົດຍົນ ເປັນ​ຕົ້ນ​ແມ່ນ ລົດ ຈັກ ​ແລະ ລົດເບົາ; ການນໍາໃຊ້ເຄື່ອງມືສ້ອມແປງລົດຍົນ​; ສຶກສາເຖິງໂຄງສ້າງຂອງລົດຍົນ ແລະ ການເຮັດວຽກຂອງ ແຕ່ລະສ່ວນປະກອບຂອງລົດຍົນ ນັບຕັ້ງແຕ່ ຄັນເບຼກ ຈົນໄປເຖິງ ຈັກລົດ ແລະ ໝໍ້ໄຟ ແລະ ຍັງ​ຈະ​ໄດ້​ສຶກສາກ່ຽວກັບ​ການ​ຄິດ​ໄລ່​ເຕັກນິກ, ການ​ອອກ​ແບບ, ການ​ປະກອບ, ຈັນ​ຍາ​ບັນ​ນາຍ​ຊ່າງ ​ແລະ ມາດ​ຕະຖານກ່ຽວກັບ​ສິ່ງ​ແວດ​ລ້ອມ.

ວິທີ​ການ​ສິດສ​ອນ ແມ່ນຈະເນັ້ນທິດສະດີພຽງແຕ່ 30%, ສ່ວນອີກ 70% ແມ່ນຈະເນັ້ນ​ໃສ່ການປະຕິບັດຕົວຈິງ ​​​ໂດຍນັກສືກສາ ຈະໄດ້ນໍາໃຊ້ບົດຮຽນທິດສະດີທີ່ໄດ້ຮຽນໃນຫ້ອງຮຽນ ເຂົ້າໃນການສ້ອມແປງ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນກັບລົດ ເຊິ່ງຈະເນັ້ນ​ໃສ່ລົດຈັກ ແລະ ລົດເບົາ ເປັນຫຼັກ ​ເຊັ່ນ: ການ​ສ້ອມ​ແປງ​ແອ​ລົດ, ການ​ເຮັດ​ສີ​ລົດ ​​ແລະ ອື່ນໆ. ນອກຈາກ​ນີ້ ນັກສຶກສາຈະໄດ້ລົງ​ຝຶກງານ ນຳບັນດາບໍລິສັດເອກະຊົນທີ່ກ່ຽວຂ້ອງກັບລົດຍົນ ​​ເຊິ່ງຈະໄດ້​ຝຶກ​ຫັດ​ສ້ອມ​ແປງ​ລົດ​ຕົວ​ຈິງ. 

ຄວາມຮູ້ພື້ນຖານ ດ້ານຄອມພິວເຕີ, ຄະນິດສາດ ​ແລະ ລົດຍົນ; ມີຄວາມມັກຮັກ ໃນການນຳໃຊ້ອຸປະກອນ ສ້ອມແປງ ​ແລະ ການສ້ອມແປງເຄື່ອງມື, ​ມີພື້ນຖານການສ້ອມແປງລົດຍົນຍິ່ງເປັນການດີ; ເປັນຄົນມັກອອກແຮງງານ, ມັກສຶກສາດ້ວຍຕົນເອງ, ດຸໝັ່ນຂະຫຍັນພຽນ; ມີຄວາມສົນໃຈ ໃນການສ້ອມແປງລົດຈັກ, ລົດເບົາ, ການຕົກແຕ່ງລົດ ​ແລະ ການເຮັດວຽກຂອງລົດຍົນ.

ຮູ້​ການ​ນໍາ​ໃຊ້​ອຸປະກອນ​ສ້ອມ​ແປງ​ລົດຍົນ; ສາມາດ​ວິ​ເຄາະ​ບັນຫາ​ທີ່​ເກີດ​ຂຶ້ນກັບ​ລົດຍົນ; ຮູ້​ວິທີ​ການ​ໃນ​ການສ້ອມແປງເຄື່ອງຈັກ ແລະ ລະບົບຕ່າງຂອງລົດຍົນເຊັ່ນ: ລະບົບເບຼກ, ລະບົບສົ່ງກຳລັງ, ລະບົບບັງຄັບລ້ຽວ, ລະບົບກັນສັ່ນສະເທືອນ, ລະບົບໄຟຟ້າໃນລົດຍົນ ແລະ ລະບົບຄວບຄຸມຕ່າງໆເປັນຕົ້ນ ​ແລະ ວິທີ​ການ​ທີ່​ເໝາະສົມ​ໃນ​ການບໍາລຸງ​ຮັກສາ​ລົດຍົນ

ສາມາດ​ປະກອບ​ອາຊີບ​ເປັນ​ນາຍ​ຊ່າງ ​​ລົດຈັກ ​ແລະ ລົດ​ເບົາ ​ເຊັ່ນ: ເປັນພະນັກງານສ້ອມແປງເຄື່ອງຈັກ, ສ້ອມ​ແປງ​ລະບົບ​ສົ່ງ​ກໍາລັງ, ສ້ອມ​ແປງ​ລະບົບ​​ເບຼກ, ສ້ອມ​ແປງ​ລະບົບ​ແຂວນ​ລໍ້, ບໍລິການ​ລໍ້, ຢາງ, ບໍລິການ​ລະບົບ​ປັບ​ອາກາດ, ສ້ອມ​ແປງ​ໂຕ​ຖັງ, ບໍລິການ​ລະບົບ​ໄຟຟ້າ​ລົດຍົນ ຕາມສູນ​ໃຫ້​ບໍລິການ​ສ້ອມ​ແປງ ​ແລະ ບໍລິສັດເອກະຊົນຕ່າງໆທີ່​ກ່ຽວຂ້ອງ​ກັບ​ລົດຍົນ. 

ວິຊາຄວາມຮູ້ພື້ນຖານຂອງວິຊາສະເພາະ

  1. ໝວດວິຊາຄວາມສາມາດພື້ນຖານ
  • ພື້ນຖານຊ່າງອຸດສາຫະກຳ
  • ແຕ້ມແບບພື້ນຖານ
  • ເຕັກນິກຄວບຄຸມ
  • ຈັດວາງໂຮງຊ່າງ
  • ໄຮໂດຣລິກ
  • ເທີໂມໄດນາມິກ
  • ກົນລະສາດ
  • ວັດສະດຸຊ່າງ
  • ກວດສອບວັດສະດຸ
  • ແຕ້ມແບບດ້ວຍຄອມພິວເຕີ
  • ແຕ້ມແບບວິສະວະ​ກໍາ
  • ຄອມພິວເຕີ
  1. ໝວດວິຊາສະເພາະ
  • ພື້ນຖານຊ່າງລົດຍົນ
  • ຊ່ວງລ່າງ
  • ໄຟຟ້າລົດຍົນ
  • ແອລົດຍົນ
  • ບຳລຸງຮັກສາລົດຍົນ
  • ເຄື່ອງຈັກລົດຍົນ
  • ຕົວຖັງ ແລະ ສີລົດຍົນ

 

ບ. ວັດນາກ, ຖະໜົນ ທ່າເດື່ອ, ກິໂລແມັດທີ 3, ນະຄອນຫຼວງວຽງຈັນ

ໂທ. 021 312432