ບໍລິຫານ​ຈັດການ

ວິທະຍາ​ໄລ​ລັດຕະນະ​ບໍລິຫານ​ທຸລະ​ກິດ

ຫຼັກສູດ​ປະລິນຍາ​ຕີ 4 ປີ

ການບໍລິຫານ​ຈັດການ ໝາຍ​ເຖິງ​ການປະຕິບັດ ຫຼື ຄຸ້ມ​ຄອງ​ວຽກງານ​ທາງ​ດ້ານ​ບໍລິຫານທົ່ວໄປ ເຊັ່ນ: ການຈັດການບໍລິຫານອົງກອນ,​ ການວາງ​ແຜນ, ການສັ່ງ​ການ, ການຄວບ​ຄຸມ​ ແລະ ອື່ນໆ. ການບໍລິຫານຈັດການ ມີ​ຄວາມ​ສຳຄັນຕໍ່​ການພັດທະນາວຽກງານຕ່າງໆຂອງອົງກອນ ເນື່ອງຈາກວ່າທຸກວຽກງານຈໍາຕ້ອງມີຜູ້ນຳພາບໍລິຫານທີ່ດີ ເພື່ອໃຫ້ວຽກດັ່ງກ່າວບັນລຸເປົ້າໝາຍທີ່ຕັ້ງໄວ້. ​ນອກຈາກ​ນີ້, ຍັງ​ເວົ້າ​ເຖິງ​ການຈັດ​ຕັ້ງ​ປະຕິບັດ​ກ່ຽວກັບ​ການບໍລິຫານ ແລະ ພັດທະນາບຸກຄະລາ​ກອນໃຫ້ມີປະສິດທິພາບຍິ່ງຂຶ້ນ.

ສາຂານີ້​ຮຽນກ່ຽວກັບ ​ຫຼັກການ​ບໍລິຫານ​ໂດຍ​ທົ່ວ​ໄປເຊິ່ງຈະໄດ້ສຶກສາເຖິງລັກສະນະ​ຕ່າງໆຂອງ​ຜູ້​ບໍລິຫານ, ທິດ​ສະ​ດີກາ​ນຈູງ​ໃຈ, ການວາງ​ແຜນການ​ບໍລິຫານ​ທຸລະ​ກິດ, ການ​ບໍລິຫານ​ສຳນັກງານ-ອົງການ, ການ​ບໍລິຫານ​ບຸກຄະລາ​ກອນ, ການ​ບໍລິຫານ​ທຸລະ​ກິດ​ຂະໜາດນ້ອຍ, ບໍລິຫານ​ການ​ຜະລິດ, ການ​ບໍລິຫານ​ການທ່ອງທ່ຽວ-​ໂຮງ​ແຮມ, ການບໍລິຫານການຕະຫຼາດ ເຊັ່ນ:  ການ​ຜະລິດ ​ແລະ ການ​ໃຫ້​ບໍລິການ. 

ວິທີ​ການ​ສິດສອນ ​ປະກອບ​ມີ ​ພາກ​ທິດ​ສະ​ດີ​ ແລະ ພາກ​ປະຕິບັດ​ຕົວ​ຈິງ​ຄຽງຄູ່ກັນໄປ ​ເຊັ່ນ: ການ​ລົງ​ຝຶກ​ງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​, ພາ​ກລັດ ​ແລະ ​ບໍລິສັດ​ຕ່າງໆທີ່ກ່ຽວຂ້ອງ​. ນອກ​ນັ້ນ, ມີການ​ກຳນົດ​ຫົວ​ຂໍ້ເຮັດ​ບົດ​ສະ​ເໜີ ​ແລະ ການ​ຂຽນບົດ​ວິ​ເຄາະ​ທຸລະ​ກິດ, ການ​ເຮັດ​ບົດລາຍງານ​ ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ ​ແລະ ຈາກ​ການ​ໄປ​ທັດສະນະ ​ສຶກສາ​ຕາມ​ສະຖານທີ່​ຕ່າງໆ ທັງພາຍ​ໃນ ແລະ ຕ່າງປະ​ເທດ. ນອກ​ນີ້, ຍັງ​ມີ​ການ​​ເຄື່ອນ​ໄຫ​ວນອກຫຼັກສູດ​ ເຊັ່ນ: ກິລາ ​ແລະ ສີລະ​ປະ​ອື່ນໆ ອີກ​ດ້ວຍ.

ຄວາມຮູ້​ພື້ນຖານ​ ທາງ​ດ້ານ​ການ​ຄິດ​ໄລ່​ສະຖິຕິ, ຄະນິດສາດ, ​ເສດຖະສາດ ​ແລະ ​ການ​ບໍລິຫານ ​ເພື່ອ​ຈະກ້າວ​ໄປເປັນ​ຜູ້​ບໍລິຫານ​ທີ່ມີປະສິດທິພາບ ແລະ ​ເປັນ​ແບບຢ່າງ​ທີ່​ດີໃຫ້​ຄົນ​ອື່ນ. ​ມີ​ຄວາມສົນໃຈ ທາງດ້ານການບໍລິຫານຈັດການ, ມີທັກສະຄວາມເປັນຜູ້ນໍາ, ຄວາມສາມາດໃນການປົກຄອງອົງກອນ, ມີຄວາມ​ມຸ່ງ​ຫວັງ​ທີ່​ຈະ​ພັດທະນາ​ວຽກງານ​ບໍລິຫານ ແລະ ກ້າຄິດກ້າສະແດງອອກ.​ 

ພາຍຫຼັງທີ່​ຈົບ​ຈາກ​ພາກ​ວິຊາ​ນີ້​ນັກສຶກສາຈະ​ມີຄວາມ​ຮູ້ – ຄວາມ​ເຂົ້າ​​ໃຈ​ກ່ຽວກັບ​ພື້ນຖານ​ບໍລິຫານ​ທຸລະ​ກິດ ​ແລະ ການ​ບໍລິຫານ​ບຸກຄະລາ​ກອນ​, ​ເຊິ່ງຄວາມ​ຮູ້​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນຫຼາຍບໍ່​ວ່າ​ຈະ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນໜ້າທີ່​ວຽກງານ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ລວມ​ໄປ​ເຖິງ​ການ​ປະກອບ​ທຸລະ​ກິດ​ສ່ວນ​ຕົວ.

​ເປັນ​ນັກ​ບໍລິຫານ​ອົງກອນ, ບຸກຄະລາ​ກອນ,​ ​ບໍລິຫານ​ໂຄງການ​, ​ເຈົ້າໜ້າທີ່​ພາສີ​ອາກອນ. ​ນອກນີ້, ນັກສຶກສາຍັງ​ສາມາດ​ປະກອບ​ອາຊີບ​ໄດ້ໃນ​ທຸກໆກະຊວງ ​ເພາະວ່າ​ການ​ບໍລິຫານ​ແມ່ນ​ຈຳ​ເປັນ​ໃນ​ທຸກຂະ​ແໜງການ ແລະ ຍັງເປັນ​ຜູ້​ບໍລິຫານ​ທາງ​ດ້ານ​ແນວ​ຄິດ, ພະນັກງານວິຊາການ​ໃຫ້​ແກ່​ບໍລິ​ສັດ​, ທະນາຄານ ຫຼື ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆອີກ​ດ້ວຍ.

ໝວດວິຊາ​ຄວາມຮູ້​ພື້ນຖານ

  1. ຄະນິດສາດ
  2. ​ເສດຖະສາດ 
  3. ພື້ນຖານສະຖິຕິ
  4. ຄອມ​ພິວ​ເຕີ
  5. ຫຼັກການ​ບັນຊີ
  6. ຫຼັກການ​ເສດຖະສາດ
  7. ວິທະຍາສາດ​ສິ່ງ​ແວດ​ລ້ອມ
  8. ລາວ​ສຶກສາ
  9. ຕັກ​ກະ​ວິທະຍາ

ໝວດວິຊາ​ສະ​ເພາະ​ລົງ​ເລິກ

  1. ​​​ເລກ​ທຸລະ​ກິດ
  2. ສະຖິຕິ​ທຸລະ​ກິດ
  3. ​ເສດຖະສາດ​ຈຸ​ລະ​ພາກ
  4. ​ເສດຖະສາດ​ມະຫາ​ພາກ
  5. ການ​ຄ້າ​ສາກົນ
  6. ການ​ເງິນ​ທຸລະ​ກິດ
  7. ບັນຊີ​ສາກົນ
  8. ບັນຊີ​ວິ​ສາ​ຫະກິດ
  9. ການ​ເມືອງ  – ການ​ປົກຄອງ
  10. ກົດໝາຍທຸລະ​ກິດ
  11. ຫຼັກການ​ຄວາມ​ເປັນ​ຜູ້ນຳ
  12. ຫຼັກການ​ຕະຫຼາດ
  13. ພາສີ​ອາກອນ
  14. ການ​ບໍລິຫານ​ທຸລະ​ກິດ
  15. ການ​ຕະຫຼາດສາກົນ
  16. ລະບົບ​ການ​ຈັດການ​ຂໍ້​ມູນ
  17. ການ​ບໍລິຫານ​ບຸກຄະລາ​ກອນ