ການຕະຫຼາດ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕຼີ 4 ປີ

ການຕະຫຼາດໝາຍເຖິງ ກິດຈະກໍາຕ່າງໆທີ່ມີຈຸດປະສົງເພື່ອກໍ່ໃຫ້ເກີດມີການເຄື່ອນຍ້າຍສິນຄ້າ ຫຼື ການບໍລິການ ຈາກຜູ້ຜະລິດ ໄປສູ່ຜູ້ບໍລິໂພກ ຫຼື ຜູ້ໃຊ້ບໍລິການ ເພື່ອໃຫ້ເກີດຄວາມພໍໃຈ.ສາຂານີ້ມີຄວາມສໍາຄັນ ເນື່ອງຈາກໃນປັດຈຸບັນ ມີການແຂ່ງຂັນທາງດ້ານທຸລະກິດຫຼາຍຂຶ້ນ ຈຶ່ງມີຄວາມຈໍາເປັນໃນການນໍາໃຊ້ເຄື່ອງມືທາງການຕະຫຼາດເຂົ້າໃນການເພີ່ມປະສິດທິພາບໃນການດໍາເນີນທຸລະກິດ ເພື່ອການຢູ່ລອດຂອງທຸລະກິດ ກໍ່ຄືການຮັກສາລູກຄ້າເກົ່າ, ເພີ່ມລູກຄ້າໃໝ່ ແລະ ຮັກສາສ່ວນຄອງການຕະຫຼາດ.

ສາຂາວິຊາ​ນີ້​ຮຽນກ່ຽວກັບບັນດາປະເພດຂອງການຕະຫຼາດ, ການບໍລິຫານການຕະຫຼາດ, ນະ​ໂຍບາຍ​ການ​ຕະຫຼາດ​ ແລະ ບັນດາເຄື່ອງມືທາງດ້ານການຕະຫຼາດ ເຊັ່ນ: ​ການ​​ໂຄສະນາ​, ການປະຊາສຳພັນ, ຍຸດທະສາດດ້ານຜະລິດຕະພັນ ແລະ ລາຄາ (ການພັດທະນາຜະລິດຕະພັນ, ການກໍານົດລາຄາ), ການບໍລິຫານກາຍີ່ຫໍ້ຜະລິດຕະພັນ ແລະ ອື່ນໆ. ນອກຈາກນີ້ ຍັງໄດ້ຮຽນກ່ຽວກັບທິິດສະດີ ແລະ ເຄື່ອງມືໃນການວິໄຈທາງການຕະຫຼາດ, ການສຶກສາພຶດຕິກໍາຂອງຜູ້ບໍລິໂພກ ແລະ ອື່ນໆ. ​

ວິທີ​ການ​ສຶກສາ​ແມ່ນ​ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມໆກັນ​ເຊັ່ນ: ການ​ລົງ​ຝຶກ​ງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ນຳພາ​ກລັດ ​ແລະ ບັນດາ​ບໍລິສັດເອກະຊົນ​ຕ່າງໆ, ການ​ເຮັດ​ບົດລາຍງານ​ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ​ໃນ​ແຕ່​ລະວິ​ຊາ​ ແລະ ການສຶກສາຈາກກໍລະນີສຶກສາ. ນອກຈາກ​ນັ້ນ, ນັກ​ສຶກສາ​ຍັງ​ຈະ​ໄດ້​ສ້າງສື່ທາງການຕະຫຼາດ ໂດຍສະເພາະສື່ໃນການຂາຍ ເຊັ່ນ: ການຂາຍສິນຄ້າທາງເຟສບຸກ ແລະ ເວັບໄຊ ເປັນຕົ້ນ.

ຄວາມ​ຮູ້​ພື້ນຖານ​ ທາງ​ດ້ານຄະນິດສາດ, ສະຖິຕິ ​ແລະ ການ​ບໍລິຫານ. ເປັນຄົນທີ່ມີຄວາມຄິດສ້າງສັນ ແລະ ຈິນຕະນາການສູງ, ມີຄວາມກະຕືລືລົ້ນ, ເປັນນັກສັງເກດການ, ສາມາດວິເຄາະ ແລະ ໄຈ້ແຍກບັນຫາໄດ້. ມີຄວາມ​ສົນ​ໃຈ​ທາງ​ດ້ານ​ການ​​ໂຄສະນາ, ມັກ​ຮຽນ​ຮູ້​ສິ່ງ​ໃໝ່ໆທີ່​ເກີດ​ຂຶ້ນ​ຮອບ​ຕົວ ​ແລະ ມັກວິ​ເຄາະສະຖານະ​ການ​ເສດຖະກິດ​ສັງຄົມ​ໃນ​ຍຸກ​ປັດຈຸ​ບັນ​.

ນັກສຶກສາທີ່​ຈົບ​ຈາກ​ສາຂາ​ນີ້​ຈະມີຄວາມສາມາດໃນການວາງແຜນທາງດ້ານການຕະຫຼາດ, ດໍາເນີນການວິເຄາະ ແລະ ການທົດລອງຕະຫຼາດ, ມີຄວາມສາມາດໃນການສ້າງແຜນການໂຄສະນາ, ສ້າງກາຍີ່ຫໍ້, ການຫຸ້ມຫໍ່ ທີ່ມີເອກະລັກ ແລະ ຈູງໃຈ. ມີທັກສະໃນການນໍາສະເໜີ ເຊັ່ນ: ການໃຊ້ສື່ນໍາສະເໜີ, ການເວົ້າໃນທາງສ້າງສັນ ແລະ ບຸກຄະລິກກະພາບໃນການນໍາສະເໜີ.

​ນັກ​ສຶກສາ​ທີ່​ຮຽນຈົບຈາກສາຂານີ້​ສາມາດ​ປະກອບ​ອາຊີບເປັນ​ນັກການຕະຫຼາດ, ທີ່ປຶກສາທາງດ້ານການຕະຫຼາດ ແລະ ນັກໂຄສະນາ ໃນອົງການຈັດຕັ້ງລັດ ເຊັ່ນ: ​ກະຊວງ​ອຸດ​ສາຫະ​ກຳ ​ແລະ ການ​ຄ້າ,ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫຼື ບໍລິສັດເອກະຊົນຕ່າງໆ.​ເປັນ​ນັກ​ຄົ້ນຄວ້າ ແລະ ວິໄຈດ້ານການຕະຫຼາດ, ເປັນຜູ້ບໍລິຫານ ຫຼື ປະກອບທຸລະກິດຂອງຕົນເອງ.

  1. ຄະນິດສາດ
  2. ການ​ເມືອງ
  3. ​ຈິດຕະວິທະຍາ​ທົ່ວ​ໄປ
  4. ສະຖິຕິ
  5. ​ພາສາ​ອັງກິດ
  6. ຄອມ​ພິວ​ເຕີ
  7. ການ​ບໍລິຫານ​ຫ້ອງການ
  8. ຈັນ​ຍາ​ບັນ​ທາງ​ທຸລະ​ກິດ ​ແລະ ການ​ປົກຄອງ
  9. ຫຼັກການ​ການ​ຕະຫຼາດ
  10. ​ເຕັກນິກ​ປະລິມານ
  11. ການ​ບັນຊີ​ທົ່ວ​ໄປ
  12. ​ເສດຖະສາດ​ຈຸ​ລະ​ພາກ
  13. ​ເສດຖະສາດ​ມະຫາ​ພາກ
  14. ການ​ບໍລິຫານ​ການ​ຕະຫຼາດ
  15. ຍຸດ​ທະ​ສາດ​ດ້ານ​ຜະລິດ​ຕະພັນ ​ແລະ ລາຄາ
  16. ກົດໝາຍທຸລະ​ກິດ
  17. ການ​ເງິນ​ທຸລະ​ກິດ
  18. ການ​ໂຄສະນາ ​ແລະ ສົ່ງ​ເສີມ​ການ​ຂາຍ
  19. ການ​ບໍລິຫານ​ຊັບພະຍາກອນ​ມະນຸດ
  20. ການ​ເງິນ​ທຸລະ​ກິດ
  21. ການ​ຕະຫຼາດລະຫວ່າງ​ປະ​ເທດ
  22. ການ​ບໍລິຫານ​ທະນາຄານ
  23. ການ​ບໍລິຫານ​ຊ່ອງ​ທາງ​ການຈັດ​ຈຳໜ່າຍ
  24. ການ​ວິ​ໄຈ​ຕະຫຼາດ
  25. ການ​ບໍລິຫານ​ທຸລະ​ກິດ​ຂະໜາດນ້ອຍ
  26. ການ​ຕະຫຼາດການ​ບໍລິການ
  27. ການ​ບໍລິຫານ​ຍຸດ​ທະ​ສາດ
  28. ການ​ບໍລິຫານ​​ໂຄງການ
  29. ການ​ຕະຫຼາດທ່ອງ​ທ່ຽວ
  30. ການ​ບໍລິການ​ຂ້າມ​ວັດທະນະ​ທຳ
  31. ການ​ຕະຫຼາດທາງ​ດິຈິ​ຕອລ
  32. ການ​ບໍລິການ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ
  33. ພຶດຕິ​ກຳ​ຜູ້​ບໍລິ​ໂພ​ກ
  34. ລາຍ​ງານ​ທັດສະນະ​ສຶກສາ ​ແລະ ການ​ຝຶກ​ງານ
  35. ບົດ​ໂຄງການ​ຈົບ​ຊັ້ນ