ສາຂາການຕະຫຼາດ

ວິທະຍາໄລເຕັກນິກປາກປ່າສັກ

 

ຫຼັກສູດຊັ້ນສູງ 3 ປີ

ການຕະຫຼາດ ໝາຍເຖິງຂະບວນການ​ທີ່​ເຮັດ​ໃຫ້​ເກີດ​ການ​ເຄື່ອນ​ຍ້າຍ​ສິນຄ້າ ​ແລະ ບໍລິການ ຈາກ​ຜູ້​ຜະລິດ​ໄປ​​ເຖິງ​ຜູ້​ບໍລິ​ໂພ​ກ. ສາຂາ​ນີ້ ມີ​ຄວາມ​ສໍາຄັນ​ຫຼາຍຕໍ່ຫົວໜ່ວຍທຸລະ​ກິດ ​ເນື່ອງ​ຈາກ ການ​ຕະຫຼາດຈະ​ຊ່ວຍຊູ​ຈຸດ​ເດັ່ນ​ຂອງ​ຜະລິດ​ຕະພັນ ​ແລະ ​ສາມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ການ​ແຂ່ງຂັນ​ຂອງ​ທຸລະ​ກິດ ​ໂດຍ​ສະ​ເພາະ​ໃນ​ຍຸກ​ໂລກາ​ພິວັດ ທີ່ຫົວໜ່ວຍທຸລະ​ກິດຕ້ອງ​ປະ​ເຊີນ​ກັບການ​ແຂ່ງຂັນ​ທັງຈາກຄູ່​ແຂ່ງ​ພາຍ​​ໃນ​ ​ແລະ ຕ່າງປະ​ເທດ.



ສາຂານີ້ຮຽນກ່ຽວກັບຫຼັກການຕະຫຼາດເຊັ່ນ: ການບໍລິຫານທາງດ້ານການຕະຫຼາດ, ການສ້າງຄ່ານິຍົມ ແລະ ຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ, ວິ​ເຄາະ​ໂອກາດ​ທາງ​ການ​ຕະຫຼາດ, ຮຽນຮູ້ການວິ​ໄຈຕະຫຼາດເຊັ່ນ: ວິທີການເຮັດແບບສອບຖາມ ແລະ ພຶດຕິກຳຂອງຜູ້ບໍລິໂພກ, ​ຄວາມ​ຮູ້ ​ແລະ ຍຸດ​ທະ​ສາດ​ໃນ​ການ​ຂາຍ. ນອກນີ້ຍັງຮຽນກ່ຽວກັບການນຳເຂົ້າ-ສົ່ງອອກ, ການບໍລິຫານການເງິນ ​ແລະ ການຕະຫຼາດລະຫວ່າງປະເທດ.



ວິທີການສິດສອນລວມມີການສອນທິດສະດີເປັນສ່ວນໃຫຍ່ ​ໂດຍ​ເນັ້ນ​ໃສ່​ຄວາມ​ຮູ້​ກ່ຽວກັບ​ການ​ຂາຍເຊັ່ນ: ການບໍລິຫານການຂາຍຍ່ອຍ ເປັນຕົ້ນ. ນອກນີ້, ຍັງມີພາກການປະຕິ​ບັດຕົວ​ຈິງ ​ເພື່ອ​ໃຫ້​ນັກຮຽນ​ໄດ້​ຝຶກ​ນໍາ​ໃຊ້​ທິດ​ສະ​ດີ​ທີ່​ຮຽນມາ ​ແລະ ສໍາຜັດ​ບັນຍາກາດ​ການ​ເຮັດ​ທຸລະ​ກິດຕົວ​ຈິງ​ເຊັ່ນ:ການຈັດຕັ້ງກິດຈະ​ກໍາ​ເປັນກຸ່ມຂາຍເຄື່ອງພາຍ​ໃນ​ໂຮງຮຽນທີ່​ຈະ​​ໄດ້​ແຂ່ງຂັນ​ກັນ​ຂາຍ ​ແລະ ມີ​ການລົງຝຶກງານຢູ່ຕາມສະຖານປະກອບການ ​ແລະບໍລິສັດຕ່າງໆ.



ຄວາມຮູ້ພື້ນຖານດ້ານຄະນິດສາດແລະພາສາອັງກິດ;ມີທັກສະໃນການ​ໂນ້ມນ້າວ​ຈິດ​ໃຈ,ແກ້ໄຂບັນຫາສະເພາະໜ້າ ​ແລະ ເຮັດວຽກຮ່ວມກັບຄົນອື່ນ; ​ເປັນ​ຄົນ ມີ​ມະນຸດ​ສໍາພັນ​ດີ, ມັກ​ສັງ​ເກດ, ມີແນວຄິດສ້າງສັນແລະຫ້າວຫັນ; ມີ​ຄວາມ​ສົນ​ໃຈ ​ໃນ​ການ​ຂາຍ, ການ​ສຶກສາ​ພຶດຕິ​ກໍາ​ຜູ້​ບໍລິ​ໂພ​ກ ​ແລະ ການ​ເຮັດ​ທຸລະ​ກິດ.



ຮູ້ວິທີການ, ຍຸດ​ທະ​ສາດ ​ແລະ ທັກ​ສະຕ່າງໆ​ໃນ​ການຂາຍ;ຮູ້ຈັກວິທີວິໄຈຕະຫຼາດ ​ແລະ ການ​ສຶກສາ​ພຶດຕິ​ກໍາ​ຜູ້​ບໍລິ​ໂພ​ກ; ມີ​ຄວາມ​ຮູ້​ກ່ຽວກັບ​ການນຳເຂົ້າ-ສົ່ງອອກສິນຄ້າ ​ແລະ ພື້ນຖານ​ການ​ດໍາ​ເນີນ​ການ​ຕະຫຼາດລະຫວ່າງ​ປະ​ເທດ, ສາມາດອອກແບບກາສິນຄ້າ ​​ແລະ ຈັດ​ວາງ​ຜະລິດ​ຕະພັນ​ໃຫ້​ເໝາະສົມ​ກັບ​ສະຖານ​ທີ່​ວາງ​ຂາຍ.



ສາມາດປະກອບ​ອາຊີບເປັນນັກການຕະຫຼາດ ​ແລະນັກຂາຍ ຢູ່​ຕາມ​ບໍລິສັດ ​ແລະ ຫ້ອງການ​ຕ່າງໆ; ​ເປັນນັກ​ປະຊາ​ສໍາພັນທັງ​ໃນ​ພາກ​ລັດ​ເປັນຕົ້ນ​ແມ່ນກະຊວງແລະອົງການ​ຈັດຕັ້ງສາກົນ​ຕ່າງໆ. ນອກຈາກ​ນີ້, ຍັງ​ສາມາດ​ເຮັດ​ວຽກ​ໃນ​ຂະ​ແໜງການ​ທຸລະ​ກິດ​ຕ່າງໆ ​ແລະ ​ເປັນ​ອາຈານ​ສອນ​ໃນ​ສາຂາດັ່ງກ່າວ ອີກ​ດ້ວຍ.



ໝວດວິຊາຊີບພື້ນຖານ

  1. ພາສາອັງກິດທຸລະກິດ
  2. ເສດຖະສາດຈຸລະພາກ
  3. ເສດຖະສາດມະຫາພາກ
  4. ການບໍລິຫານທຸລະກິດ
  5. ການເປັນຜູ້ນຳ ແລະ ການບໍລິຫານ
  6. ວິທະຍາສາດ ແລະ ສິ່ງແວດລ້ອມ
  7. ຄະນິດສາດການຕະຫຼາດ
  8. ​ເລກ​ການ​ຄ້າ
  9. ບັນຊີວິສາຫະກິດ
  10. ບໍລິຫານລູກໜີ້
  11. ບໍລິຫານຊັບພະຍາກອນມະນຸດ
  12. ກົດໝາຍທຸລະກິດລາວ
  13. ພາສີ ​ແລະ ສ່ວຍ​ສາ​ອາກອນ
  14. ມະນຸດສຳພັນ

ໝວດວິຊາຊີບສະເພາະ

  1. ການຕະຫຼາດ
  2. ພຶດຕິກຳຜູ້ບໍລິໂພກ
  3. ການຈັດຈຳໜ່າຍ
  4. ຕະຫຼາດການບໍລິການ-ການຂາຍ
  5. ການຂາຍຍ່ອຍ
  6. ການສົ່ງເສີມການຕະຫຼາດ
  7. ການນຳເຂົ້າ-ການສົ່ງອອກ
  8. ວິ​ໄຈຕະຫຼາດ​ເບື້ອງຕົ້ນ
  9. ຕະຫຼາດການເງິນ
  10. ການບໍລິຫານການເງິນ
  11. ພາສີ-ອາກອນ
  12. ການວາງແຜນ ແລະ ການບໍລິຫານໂຄງການ
  13. ຍຸດ​ທະ​ສາດການຕະຫຼາດ
  14. ການຕະຫຼາດລະຫວ່າງປະເທດ
  15. ການບໍລິຫານການຜະລິດ