ການ​ຕະຫຼາດ

ວິທະຍາ​ໄລ​ລັດຕະນະ​ບໍລິຫານ​ທຸລະ​ກິດ

ຊັ້ນສູງ 3 ປີ

ປະລິນຍາ​ຕີ 4 ປີ (ຢູ່​ໃນ​ໄລຍະ​ການ​ກວດຄືນ​ຫຼັກສູດຕາມ​ນະ​ໂຍບາຍ​ກະຊວງ​ສຶກສາ)

ການ​ຕະຫຼາດ ໝາຍ​ເຖິງ ກິດຈະກຳ​ທາ​ງທຸລະ​ກິດ​ທີ່ເຮັດ​ໃຫ້​ສິນ​ຄ້າ ​ແລະ ການ​ບໍລິການ ​ເຄື່ອນ​ຍ້າຍ​ຈາກ​ແຫຼ່ງຜະລິດ ຫຼື ຜູ້​ໃຫ້​ບໍລິການ ​ໄປ​ເຖິງ​ຜູ້​ບໍລິ​ໂພ​ກ ​ໂດຍ​ມີ​ວັດຖຸ​ປະສົງ​ເພື່ອຕອບ​ສະໜອງ ​ແລະ ​ສ້າງ​ຄວາມ​​ເພິ່ງ​ພໍ​ໃຈ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ. ການ​ຕະຫຼາດມີ​ຄວາມ​ສຳຄັນຫຼາຍ​ໃນ​ການ​ສ້າງລາຍ​ໄດ້ ​ແລະ ກຳ​ໄລ​​​ໃຫ້​ແກ່​ບັນດາ​ຫົວໜ່ວຍທຸລະ​ກິດ ​ແລະ ລະ​ບົບ​ເສດຖະກິດ​ຂອງ​ປະ​ເທດ ​ແນໃສ່​ການ​ພັດທະນາ​ເສດ​ທະ​ກິດ-​ສັງຄົມ ​ແລະ ການ​ຄ້າ​ລະຫວ່າງ​ປະ​ເທດ.

ວິຊາ​ນີ້ຮຽນ​ກ່ຽວ​ກັບ​ພາບ​ລວມຂອງ​ວຽກງານ​ການ​ຕະຫຼາດ ​ເຊັ່ນ: ການ​ບໍລິຫານ​ການ​ຕະຫຼາດ, ລະບົບ​ການ​ຕະຫຼາດ, ການວາງແຜນກາ​ນຕະຫຼາດ, ການ​ວິ​ໄຈ​ຕະຫຼາດ, ການ​ນໍາ​ໃຊ້​ເຄື່ອງ​ມືທາງ​ການ​ຕະຫຼາດ (ການ​ອອກ​ແບບ​ຜະລິດ​ຕະພັນ, ການ​ຕັ້ງລາຄາ,ຊ່ອງ​ທາງ​ການຈັດ​ຈໍາໜ່າຍ ​ແລະ ການນໍາ​ໃຊ້​ຂະ​ບວນການ​ສົ່ງ​ເສີມ​ທາງ​ການ​ຕະຫຼາດ​ເປັນຕົ້ນ). ນອກຈາກ​ນີ້ ຍັງ​ຈະ​ໄດ້​ສຶກສາກ່ຽວກັບ​ການ​ຕະຫຼາດລະ​ຫວ່າງ​ປະ​ເທດ, ພຶດຕິກຳຜູ້​ບໍລິ​ໂພ​ກ ​ແລະ ການ​ອອກ​ແບບຜະລິດ​ຕະພັນ​ຕ່າງໆ.

ວິທີ​ການ​ສິດສອນ​ຂອງ​ສາຂາວິຊາ​ນີ້​ ແມ່ນ​ ອີງ​ໃສ່​ທັງ​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ​​ໄປຄຽງຄູ່​ກັນ; ມີ​ການ​ເຮັດ​ບົດ​ລາຍ​ງານ​ທັງ​ແບບ​ກຸ່ມ ​ແລະ ​ແບບ​ດ່ຽວ; ນັກ​ສຶກສາ​ຈະ​ໄດ້​ວາງ​ແຜນ ​ແລະ ​​​ລອງ​ເຮັດ​ທຸລະ​ກິດ; ອອກ​ແບບ ​ແລະ ຜະລິດ​ສິນຄ້າ​​​ເພື່ອ​ຈໍາໜ່າຍ ໂດຍ​​ເນັ້ນ​ໃສ່​ການນໍາ​ໃຊ້ຄວາມ​ຮູ້​ດ້ານ​ການ​ຕະຫຼາດ​.  ນອກຈາກ​ນັ້ນ ນັກ​ສຶກສາຍັງມີ​ໂອກາດລົງ​ຝຶກ​ງານ​ນຳ​ບັນດາ​ບໍລິສັດ​ ​ແລະ ວິ​ສາ​ຫະກິດຕ່າງໆ.

ທັກ​ສະວິຊາວິທະຍາສາດ​ສັງຄົມ, ພາສາຕ່າງປະ​ເທດ ​ແລະ ຄອມ​ພິວ​ເຕີ; ​ເປັນຄົນ​ທີ່​ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ສຶກສາຄົ້ນຄວ້າ​ສິ່ງ  ​​ໃໝ່ໆ, ​ມີ​ແນ​ວຄິດ​ລະອຽດ ​ແລະ ສ້າງສັນ, ຊ່າງ​ສັງ​ເກດ; ມີ​ທັກ​ສະ​ໃນ​ການ​ສື່ສານ, ຈູງ​ໃຈ ​ແລະ ​ແກ້​ໄຂ​ບັນຫາ; ມີ​ຄວາມສົນ​ໃຈ​ໃນ​ການດໍາ​ເນີນ​ທຸລະ​ກິດ ​ແລະ ພຶດຕິ​ກໍາ​ຂອງ​ຜູ້​ບໍລິ​ໂພ​ກ.

ຮູ້ວິທີ​ການ​ໃນການ​​ເປັນ​ນັກ​ການ​ຕະຫຼາດທີ່ດີ, ຮູ້ຫຼັກການ​ຂອງ​ການ​ຕະຫຼາດ ​ແລະ ສາມາດ​ປະຍຸກ​​ໃຊ້​ທິດ​ສະ​ດີ​​ເຫຼົ່ານັ້ນ​ເພື່ອ​ສ້າງ​ແຜນ​ການ​ຕະຫຼາດ ​ແລະ ດໍາ​ເນີນທຸລະ​ກິດ​ ເຊັ່ນ: ການ​ວາງ​ຕໍ​າແໜ່ງ ​ແລະ ດຶງ​ຈຸດ​ເດັ່ນ​ຂອງ​ຜະລິດ​ຕະພັນ​ເພື່ອ​ດຶງ​ດູດ​ຜູ້ບໍລິ​ໂພ​ກ, ການ​ໂຄສະ​ນາ ​ແລະ ປະຊາ​ສໍາພັນ, ທັກ​ສະ​ໃນ​ການ​ສັງ​ເກດ ​ແລະ ວິ​ໄຈ​ຕະຫຼາດ ​ແລະ ອື່ນໆ. 

ສາມາດ​ເຮັດ​ວຽກ​ງານ​ໃນ​ທຸກຂະ​ແໜງ​ການ​ທີ່​ກ່ຽວກັບ​ການ​ຕະຫຼາດ ​ເຊັ່ນ: ພະນັກງານ​ການ​ຕະຫຼາດ, ຜູ້​ບໍລິຫານ​ການ​ຕະຫຼາດ, ນັກ​ໂຄສະນາ, ນັກວິ​ໄຈ​ການຕະຫຼາດ, ພະນັກງານ​ຂາຍ ຕາມ​ບັນດາ​ບໍລິສັດ ຫ້າງ​ຮ້ານ​ຕ່າງໆ. ນອກນີ້, ຍັງສາມາດເຮັດວຽກນຳອົງການຈັດຕັ້ງພາກລັດໃນຕຳແໜ່ງປະຊາ​ສໍາພັນ​ແຈ້ງ​ຂໍ້​ມູນ​ຂ່າວສານ​ຕ່າງໆ.

  1. ການ​ບໍລິຫານ​ການ​ຕະຫຼາດ
  2. ຫຼັກການ​ຕະຫຼາດ
  3. ການ​ຕະຫຼາດສາກົນ
  4. ການ​ວິ​ໄຈ​ຕະຫຼາດ
  5. ການວາງ​ແຜນການ​ຕະຫຼາດ
  6. ການ​ບໍລິຫານ​ການ​ຂາຍ
  7. ການ​ໂຄສະນາ
  8. ການ​ຈັດ​ສໍາ​ມະ​ນາ
  9. ວາງ​ແຜນ​ໂຄງການ
  10. ການ​ເງິນ​ສາກົນ
  11. ຈະລິ​ຍະ​ທໍາ​ທາງ​ທຸລະ​ກິດ
  12. ກົນລະຍຸດ​ການ​ຕະຫຼາດ
  13. ຕະຫຼາດບໍລິການ